ຂປລ
ໃນວັນທີ 15 ຕຸລາ 2025 ຜ່ານມາ, ໄດ້ມີພິທີເຊັນສັນຍາລະຫວ່າງລັດຖະບານລາວ ກັບ ບໍລິສັດຜູ້ສໍາປະທານ ເພື່ອຈັດຕັ້ງປະຕິບັດໂຄງການກໍ່ສ້າງທາງດ່ວນນະຄອນຫລວງວຽງຈັນ-ຮ່າໂນ້ຍ(ຊ່ວງທີ 2).
ຂປລ. ໃນວັນທີ 15 ຕຸລາ 2025 ຜ່ານມາ, ໄດ້ມີພິທີເຊັນສັນຍາລະຫວ່າງລັດຖະບານລາວ ກັບ ບໍລິສັດຜູ້ສໍາປະທານ ເພື່ອຈັດຕັ້ງປະຕິບັດໂຄງການກໍ່ສ້າງທາງດ່ວນນະຄອນຫລວງວຽງຈັນ-ຮ່າໂນ້ຍ(ຊ່ວງທີ 2) ແຕ່ເມືອງປາກຊັນຫາຊາຍແດນ ລາວ-ຫວຽດນາມ ເມືອງຈໍາພອນ ແຂວງບໍລິຄໍາໄຊ ໄລຍະທາງປະມານ 203,8 ກິໂລ ແມັດ, ຄາດວ່າການກໍ່ສ້າງຈະສຳເລັດພາຍໃນປີ 2030.
ການກໍ່ສ້າງເສັ້ນທາງດ່ວນດັ່ງກ່າວ, ແມ່ນສອດຄ່ອງຕາມທິດເຊື່ອມໂຍງເຊື່ອມຈອດຂອງລັດຖະບານ ໂດຍມີໄລຍະທາງປະມານ 203,8 ກິໂລແມັດ, ຄາດຄະເນງົບປະມານ 1,9 ຕື້ໂດລາສະຫະລັດ, ຊຶ່ງຈະເລີ່ມລົງມືຈັດຕັ້ງປະຕິບັດນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ. ຢ່າງໃດກໍຕາມ, ພາຍຫລັງໂຄງການນີ້ສໍາເລັດຈະສົ່ງຜົນດີ ແລະ ອໍານວຍຄວາມສະດວກຕໍ່ການນໍາເຂົ້າ-ສົ່ງອອກສິນຄ້າລະຫວ່າງລາວ-ຫວຽດນາມ, ທັງປະຢັດເວລາໃນການຂົນສົ່ງຈາກປັດຈຸບັນການຂົນສົ່ງລະຫວ່າງ ລາວ ຫາ ຫວຽດນາມ ແລະ ໄທ ຫາ ຫວຽດ ນາມ ແມ່ນໃຊ້ເວລາຫລາຍວັນ ແຕ່ຖ້າໂຄງການກໍ່ສ້າງທາງດ່ວນເສັ້ນນີ້ສຳເລັດຈະຫລຸດເວລາການຂົນສົ່ງລົງເທົ່າຕົວ, ທັງຈະອຳນວຍຄວາມສະດວກໃນການໄປມາຫາສູ່ລະຫວ່າງປະຊາຊົນສອງຊາດລາວ-ຫວຽດນາມ ຕື່ມອີກ.
ຂໍ້ມູນ: ວຽງຈັນໃໝ່
KPL