ສ.ເກົາຫລີ ສົ່ງອອກລົດໃຫຍ່ເພີ່ມຂຶ້ນ 4 ເດືອນຕິດຕໍ່ກັນ

23/10/2025 17:38
ຂປລ ອຸດສາຫະກຳ ແລະ ພະລັງງານ ຂອງສ.ເກົາຫລີ ເປີດເຜີຍວ່າ: ຍອດການສົ່ງອອກ ລົດໃຫຍ່ ຂອງ ປະເທດ ໄດ້ເພີ່ມຂຶ້ນ 16,8% ໃນເດືອນກັນຍາ ເມື່ອທຽບລາຍປີ ສູ່ລະດັບ 6,41 ຕື້ໂດລາສະຫະລັດ, ຊື່ງເປັນການ ເພີ່ມຂຶ້ນ ຢ່າງຕິດຕໍ່ກັນ ເປັນເດືອນທີ 4

ຂປລ. ສຳນັກຂ່າວ ອິນໂຟເຄວສ, ເມື່ອບໍ່ດົນມານີ້, ກະຊວງການຄ້າ, ອຸດສາຫະກຳ ແລະ ພະລັງງານ ຂອງສ.ເກົາຫລີ ເປີດເຜີຍວ່າ: ຍອດການສົ່ງອອກ ລົດໃຫຍ່ ຂອງ ປະເທດ ໄດ້ເພີ່ມຂຶ້ນ 16,8% ໃນເດືອນກັນຍາ ເມື່ອທຽບລາຍປີ ສູ່ລະດັບ 6,41 ຕື້ໂດລາສະຫະລັດ, ຊື່ງເປັນການ ເພີ່ມຂຶ້ນ ຢ່າງຕິດຕໍ່ກັນ ເປັນເດືອນທີ 4, ໂດຍສະເພາະ 4 ໄດ້ຮັບແຮງຊຸກຍູ້ ຈາກ ຄວາມຕ້ອງການ ທີ່ເຂັ້ມແຂງ ຈາກເອີຣົບ ແລະ ອາຊີ ຕະຫລອດຈົນ ຄວາມຕ້ອງການລົດໃຫຍ່ ທີ່ເປັນມິດກັບ ສິ່ງແວດລ້ອມ , ຊຶ່ງຊ່ວຍທົດແທນ ຄວາມຕ້ອງການ ຈາກ ສ.ອາເມລິກາ ທີ່ຫລຸດລົງ ອັນເນື່ີອງມາຈາກ ມາດຕະການພາສີ ຂອງ ລັດຖະບານ ສ.ອາເມລິກາ.

          ໂດຍຍອດການສົ່ງອອກ ລົດໃຫຍ່ໄປ ສ.ອາເມລິກາ ຫລຸດລົງ 7,5% ສູ່ລະດັບ 2,38 ຕື້ໂດລາສະຫະລັດ ໃນເດືອນກັນຍາ , ຂະນະທີ່ ຍອດສົ່ງອອກໄປຍັງ ສະຫະພາບ ເອີຣົບ (ອີຢູ) ແລະ ອາຊີ ເພີ່ມຂຶ້ນ ສູ່ລະດັບ 958 ລ້ານໂດລາສະຫະລັດ ແລະ 823 ລ້ານໂດລາສະຫະລັດ ຕາມລຳດັບ. ສ່ວນຍອດການສົ່ງອອກ ລົດໃຫຍ່ ສະເພາະບຸກຄົນ ທີ່ເປັນມິດກັບສິ່ງແວດລ້ອມ ໄດ້ເພີ່ມຂຶ້ນ 22,9% ໄປສູ່ລະດັບ 2,67 ຕື້ໂດລາ ສະຫະລັດ ໃນເດືອນກັນຍາ ເມື່ອທຽບປີຕໍ່ປີ./

KPL

ຂ່າວອື່ນໆ

ads
ads

Top