ຂປລ
ອັດຕາການວ່າງງານໃນເຂດຕົວເມືອງ ຫລຸດລົງ ລະດັບ 5,2% ເມື່ອເດືອນກັນຍາ ຈາກ ລະດັບ 5,3% ໃນເດືອນສິງຫາ.

ຂປລ. ສຳນັກຂ່າວ ອິນໂຟເຄວສ, ສຳນັກງານ ສະຖິຕິແຫ່ງຊາດ ຈີນ (NBS ) ລາຍງານ ວ່າ: ອັດຕາການວ່າງງານໃນເຂດຕົວເມືອງ ຫລຸດລົງ ລະດັບ 5,2% ເມື່ອເດືອນກັນຍາ ຈາກ ລະດັບ 5,3% ໃນເດືອນສິງຫາ. ສ່ວນໄລຍະ 3 ໄຕມາດຂອງປີນີ້ ອັດຕາວ່າງງານໃນເຂດເມືອງ ຢູ່ທີລະດັບ 5,2% , ເຈົ້າໜ້າທີ່ຊີ້ແຈ້ງວ່າ ໂດຍລວມແລ້ວ ຕະຫລາດແຮງງານຂອງ ຈີນ ຍັງສືບຕໍ່ມີສະຖຽນລະພາບ.
ໂດຍ ທ່ານ ຫວັງ ປິງປິງເຈົ້າໜ້າທີ່ NBS ກ່າວວ່າ: ການຈ້າງງານ ໃນກຸ່ມຫລັກ ຍັງສືບຕໍ່ມີສະຖຽນລະພາບໂດຍລວມ. ໃນຂະນະທີ່ ການຈ້າງງານ ໃນຂະແໜງການບໍລິການ ບາງສ່ວນເຊັ່ນ: ການຂົນສົ່ງ, ທີ່ພັກອາໄສ ແລະ ການຈັດລ້ຽງອາຫານ , ວັດທະນະທຳ ແລະ ກິລາ ໄດ້ປັບຕົວດີຂຶ້ນ ໃນໄຕມາດ 3 , ເນື່ອງຈາກ ໄດ້ຮັບແຮງ ຊຸກຍູ້ຈາກ ນະໂຍບາຍ ສະໜັບສະໜູນ ການຈ້າງງານ ແລະ ການທ່ອງທ່ຽວ ໃນໄລຍະລະດູຮ້ອນ ທີ່ມີຄວາມຟົດຟື້ນ./
KPL