ຂປລ
ສາຍການບິນຫວຽດເຈັດ (Vietjet) ໄດ້ມອບໂປຣໂມຊັນຄັ້ງໃຫຍ່ທີ່ສຸດຂອງປີ ດ້ວຍການມອບສ່ວນຫລຸດຖ້ຽວບິນສູງສຸດ 50%, ຟຣີຄ່າກະເປົາ, ຂໍ້ສະເໜີພິເສດສຳລັບໂຮງແຮມ ແລະ ອື່ນໆ ອີກຫລາຍຢ່າງໃນໄລຍະ Super Sale 10 ວັນ ທີ່ມີຈໍາກັດ.
ຂປລ. ສາຍການບິນຫວຽດເຈັດ (Vietjet)ໄດ້ມອບໂປຣໂມຊັນຄັ້ງໃຫຍ່ທີ່ສຸດຂອງປີ ດ້ວຍການມອບສ່ວນຫລຸດຖ້ຽວບິນສູງສຸດ 50%, ຟຣີຄ່າກະເປົາ, ຂໍ້ສະເໜີພິເສດສຳລັບໂຮງແຮມ ແລະ ອື່ນໆ ອີກຫລາຍຢ່າງໃນໄລຍະ Super Sale 10ວັນ ທີ່ມີຈໍາກັດ. ໂປຣໂມຊັນທີ່ໃຫຍ່ທີ່ສຸດຂອງສາຍການບິນໃນປີນີ້ ເຮັດໃຫ້ນັກທ່ອງທ່ຽວລາວສາມາດເຂົ້າເຖິງການເດີນທາງໃນທ້າຍປີໄປປະເທດຫວຽດນາມ ແລະ ຕ່າງປະເທດໄດ້ງ່າຍຂຶ້ນກວ່າເກົ່າ. ໂດຍເລີ່ມແຕ່ວັນທີ 10-19ຕຸລາ 2025, ນັກທ່ອງທ່ຽວສາມາດເພີດເພີນກັບສ່ວນຫຼຸດ 50%ສໍາລັບຄ່າປີ້ເຄື່ອງບິນຊັ້ນ Eco (ບໍ່ລວມອາກອນ ແລະ ຄ່າທໍານຽມ) ໂດຍໃສ່ລະຫັດໂປຣໂມຊັນ SUPERSALE1010ເມື່ອຈອງປີ້ຜ່ານເວັບໄຊwww.vietjetair.com ຫລື ແອັບພລິເຄຊັນມືຖື "Vietjet Air". ໂປຣໂມຊັນນີ້ແມ່ນນຳໃຊ້ໄດ້ກັບທຸກເສັ້ນທາງການບິນຂອງ Vietjet, ລວມທັງຖ້ຽວບິນລະຫວ່າງນະຄອນຫລວງວຽງຈັນໄປຮ່າໂນ້ຍ ແລະ ນະຄອນໂຮ່ຈີມິນ, ສໍາລັບການເດີນທາງໃນລະຫວ່າງວັນທີ 1ພະຈິກ 2025ຫາ 27ພຶດສະພາ 2026 (ຄວາມພ້ອມຂອງຖ້ຽວບິນຂຶ້ນກັບແຕ່ລະເສັ້ນທາງ; ຍົກເວັ້ນວັນພັກລັດຖະການ).
ນອກຈາກນັ້ນ, ນັກທ່ອງທ່ຽວທີ່ບິນໃນລະຫວ່າງວັນທີ 1-25ພະຈິກ 2025, ຈະໄດ້ຮັບສິດທິປະໂຫຍດເພີ່ມເຕີມ ສຳລັບຜູ້ໂດຍສານຊັ້ນ Ecoສາຍການບິນ Vietjet ສະເໜີຟຣີຄ່າກະເປົາຂົນສົ່ງນ້ຳໜັກ 20ກິໂລກຣາມ ໃນຖ້ຽວບິນຕ່າງປະເທດ ແລະ ສ່ວນຫລຸດ 50%ສໍາລັບການສັ່ງອາຫານລ່ວງໜ້າໃນຖ້ຽວບິນພາຍໃນ ແລະ ຕ່າງປະເທດຂອງຫວຽດນາມ. ໃນຂະນະດຽວກັນ, ຜູ້ໂດຍສານຊັ້ນ SkyBoss ສາມາດເພີດເພີນກັບສ່ວນຫລຸດສູງສຸດ 50%ສໍາລັບຄ່າປີ້ເຄື່ອງບິນທຸກເສັ້ນທາງ ໂດຍໃຊ້ລະຫັດໂປຣໂມຊັນ LEADER10.ຍິ່ງໄປກວ່ານັ້ນ, ຜູ້ໂດຍສານ Vietjet ຍັງຈະໄດ້ຮັບສ່ວນຫລຸດສູງສຸດ 50%ສໍາລັບການເຂົ້າພັກທີ່ Furama Resort ທີ່ມີຊື່ສຽງໃນເມືອງດານັງ ເຊິ່ງເປັນສະຫວັນແຫ່ງໜຶ່ງຂອງຫາດຊາຍ. ຂໍ້ສະເໜີພິເສດນີ້ແມ່ນໃຊ້ໄດ້ຈົນເຖິງວັນທີ 28ກຸມພາ 2026 (ເງື່ອນໄຂ ແລະ ຂໍ້ກຳນົດແມ່ນນຳໃຊ້).
KPL