ນ້ຳລ້ຽງມ້າ ຈາກຫ້ວຍ ກາຍເປັນສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຂອງ ປັກກິ່ງ

14/10/2025 08:43
Email Print 10019
ຂປລ ນະຄອນຫລວງ ປັກກິ່ງ ສປ ຈີນ ນອກຈາກເປັນເມືອງໜຶ່ງທີ່ຂຶ້ນຊື່ດ້ານຄວາມທັນສະໄໝ ແລະ ຄວາມຈະເລີນຮຸ່ງເຮືອງສີວິໄລແລ້ວ, ຍັງເປັນເມືອງທີ່ມີຊື່ສຽງໂດ່ງດັງດ້ານການທ່ອງທ່ຽວ

 

ນ້ຳລ້ຽງມ້າ, ພາບຈາກ: https://english.bjchy.gov.cn/

ຂປລ. ນະຄອນຫລວງ ປັກກິ່ງ  ສປ ຈີນ  ນອກຈາກເປັນເມືອງໜຶ່ງທີ່ຂຶ້ນຊື່ດ້ານຄວາມທັນສະໄໝ ແລະ ຄວາມຈະເລີນຮຸ່ງເຮືອງສີວິໄລແລ້ວ, ຍັງເປັນເມືອງທີ່ມີຊື່ສຽງໂດ່ງດັງດ້ານການທ່ອງທ່ຽວ, ເພາະເປັນຈຸດໝາຍປາຍທາງຂອງນັກທ່ອງທ່ຽວຈາກທ່ົວທຸກມູມໂລກ ທີ່ຢາກມາທ່ຽວຊົມຄວາມຍິ່ງໃຫຍ່ຂອງສະຖານທີ່ທ່ອງທ່ຽວກຳແພງເມືອງຈີນ, ວັງຕ້ອງຫ້າມ, ທຽນອານເໝິນ, ວັດສະຫວັນ  ແລະ ສະຖານທີ່ທ່ອງທ່ຽວອື່ນໆ ເຊິ່ງເປັນສະຖານທີ່ທ່ອງທ່ຽວທີ່ສຳຄັນ ເປັນມໍລະດົກທາງວັດທະນະທຳ ແລະ ປະຫວັດສາດ ຂອງ ສປ ຈີນ ທີ່ສາມາດດຶງດູດແຂກຕ່າງດ້າວທ້າວຕ່າງເມືອງ ເຂົ້າມາທ່ຽວຊົມເປັນຈຳນວນຫລວງຫລາຍໃນແຕ່ລະປີ.

 

ໂຮງແຮມຂະໜາດໃຫຍ່ຢູ່ແຄມຝັ່ງນ້ຳລ້ຽງມ້າ, ພາບໂດຍ: ແສງທອງ

ສຳລັບມື້ນີ້, ຜູ້ຂຽນຈະພາທ່ານຜູ້ອ່ານມາຮູ້ຈັກອີກໜຶ່ງສະຖານທ່ີ່ທ່ອງທ່ຽວທີ່ກຳລັງໄດ້ຮັບຄວາມນິຍົມຈາກນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ນັ້ນກໍຄື “ນ້ຳລ້ຽງມ້າ”,  ບໍ່ວ່າໃຜໆກໍຕາມທີ່ມີໂອກາດມາຢ້ຽມຢາມນະຄອນຫລວງປັກກິ່ງ ກໍຈະຍາດເວລາມາທ່ຽວຊົມໃຫ້ໄດ້ ເພາະສະຖານທີ່ດັ່ງກ່າວມີຄວາມສວຍສົດງົດງາມຫລາຍ ຈົນຫລາຍຄົນຂະໜານນາມ ນ້ຳລ້ຽງມ້າ ວ່າ: ເປັນແມ່ນ້ຳແຊນແຫ່ງນະຄອນປັກກິ່ງ ເນ່ືອງຈາກທິວທັດທຳມະຊາດ ສອງຝັ່ງ ຂອງແມ່ນ້ຳສາຍນີ້ ມີຄວາມສວຍສົດງົດງາມແນມໄປທາງໃດກໍຂຽວງາມອຸ່ມທຸ່ມດ້ວຍຕົ້ນໄມ້ໃບຫຍ້າທີ່ເພິ່ນປູກອະນຸລັກໄວ້, ການຈັດສັນ, ປະດັບປະດາກໍເປັນລະບຽບຮຽບຮ້ອຍ, ສະອາດຈົບງາມເຫັນແລ້ວປະທັບໃຈຫລາຍ, ສຳລັບບໍລິເວນແມ່ນ້ຳລ້ຽງມ້ານັ້ນ ເພິ່ນກໍຈະສ້າງຂົວຂ້າມໄປຫາອີກຝັ່ງໜຶ່ງ,​ມີສວນສາທາລະນະໄວ້ໃຫ້ນັກທ່ອງທ່ຽວ ຫລື ປະຊາຊົນເຂດດັ່ງກ່າວໄດ້ຍ່າງອອກກຳລັງກາຍ ຫລື ເຮັດກິດຈະກຳອື່ນໆ ທີ່ເໝາະແກ່ການຜັກຜ່ອນຢ່ອນອາລົມ, ສ່ວນຍາມຄ່ຳຄືນເຂດດັ່ງກ່າວກໍຈະສວຍງາມເປັນອີກແບບໜຶ່ງ, ດ້ວຍຄວາມງົດງາມທີ່ເປັນເອກະລັກຂອງສະຖານດັ່ງກ່າວຈຶ່ງປຽບເໝືອນດັ່ງແມ່ນ້ຳແຊນໃນນະຄອນປາຣີ ປະເທດຝຣັ່ງ.

ຄຳວ່າ “ລ້ຽງມ້າ” ໝາຍເຖິງການເອົາມ້າຕາກແດດພາຍຫລັງທີ່ອາບນ້ຳແລ້ວ. ນ້ຳລ້ຽງມ້າຖືກສ້າງຂຶ້ນໃນສະໄໝລາດຊະວົງໝິງ ໃນປີ 1420 ຫລັງຈາກທີ່ອົງຈັກກະພັດເຈິງຊູ (Chengzu) ຕັດສິນໃຈຍ້າຍນະຄອນຫລວງຈາກນານຈິງ (Nanjing) ມາຕັ້ງຢູ່ປັກກິ່ງ. ໃນເບື້ອງຕົ້ນ ນ້ຳລ້ຽງມ້າ ເປັນພຽງແມ່ນ້ຳສາຍນ້ອຍ ທີ່ບາງຈຸດມີໜອງນ້ຳນ້ອຍໃຫຍ່ຫລາຍໜອງ ເໝາະສຳລັບການອາບນ້ຳໃຫ້ມ້າ. ເນື່ອງຈາກເສັ້ນທາງຂົນສົ່ງໃນສະໄໝກ່ອນເປັນທາງດິນແດງ ແລະ ບາງຈຸດມີຂີ້ຕົມ ຈຶ່ງເຮັດໃຫ້ຜູ້ຄົນນຳມ້າຂອງຕົນມາທຳຄວາມສະອາດຢູ່ແມ່ນ້ຳແຫ່ງນີ້ກ່ອນທີ່ຈະເດີນທາງເຂົ້າເມືອງ.  ນ້ຳລ້ຽງມ້າ ໄດ້ຂະບວນວິວັດມາຫລາຍໄລຍະ ຕາມສະພາບການຂະຫຍາຍຕົວຂອງເສດຖະກິດສັງຄົມພາຍໃນນະຄອນຫລວງປັກກິ່ງ ຈາກທີ່ເຄີຍເປັນບ່ອນອາບນ້ຳໃຫ້ມ້າ ກາຍເປັນຮ່ອງລະບາຍນ້ຳເປື້ອນ ແລະ ໃນປັດຈຸບັນໄດ້ພັດທະນາໃຫ້ກາຍເປັນບ່ອນທ່ອງທ່ຽວ,ເປັນບ່ອນຜັກຜ່ອນທີ່ໄດ້ຮັບຄວາມນິຍົມຂອງນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ.

 

ນ້ຳລ້ຽງມ້າ, ພາບຈາກ: https://english.bjchy.gov.cn/ 

ໃນສະຕະວັດທີ 20 ການຂະຫຍາຍນະຄອນຫລວງ ແລະ ການສ້າງເມືອງເຈົ້າຢາງ (ໜຶ່ງໃນ 16 ເມືອງຂອງນະຄອນຫລວງປັກກິ່ງ) ເຮັດໃຫ້ຈຳເປັນຕ້ອງຂະຫຍາຍແມ່ນ້ຳຢູ່ທາງຕາເວັນອອກຂອງເມືອງເກົ່າ ເພື່ອປັບປຸງລະບົບລະບາຍນ້ຳເປື້ອນໃນເຂດຊິນຢວນລີ ໃນຕົ້ນຊຸມປີ 1980 ໄດ້ຂຸດຄອງຍາວເກືອບ 7 ກິໂລແມັດ ເຊື່ອມເຂົ້າກັບແມ່ນ້ຳປ້າ (Ba River) ທາງທິດຕາເວັນອອກຂອງເສັ້ນທາງວົງແຫວນ ທີ 3 ແລ້ວສ້າງກັນເຈື່ອນຕາມແຄມຝັ່ງດ້ວຍຫີນ ແລະ ຄອນກີດເພື່ອປ້ອງກັນການເຊາະເຈື່ອນ. ຕໍ່ມາໄດ້ມີກໍ່ຕັ້ງສະຖານທູດ ແລະ ຕຶກອາຄານຕ່າງໆ ອ້ອມແມ່ນ້ຳສາຍນີ້ ລວມທັງເຂດເໜືອຂອງເມືອງຊັນລິຖຸນ ແລະ ບ່ອນໃກ້ສະຖານີລົດໄຟໃຕ້ດິນ ລ້ຽງມ້າຊຽວ, ເນື່ອງຈາກໄລຍະນັ້ນລະບົບບຳບັດນ້ຳເປ້ື້ອນໃນເຂດດ່ັງກ່າວຍັງເຮັດບໍ່ດີປານໃດ ຈຶ່ງເຮັດໃຫ້ແມ່ນ້ຳສາຍນີ້ມີກິ່ນເໝັນ.

ໃນຕົ້ນຊຸມປີ 2000 ເທສະບານນະຄອນປັກກິ່ງ ໄດ້ຂຸດລວງແມ່ນ້ຳລ້ຽງມ້າ ແລະ ສ້າງກັນເຈື່ອນເພີ່ມເຕີມ. ຕົກມາຊຸມປີ 2010 ຫ້ອງການເມືອງເຈົ້າຢາງ ໄດ້ດຳເນີນໂຄງການປັບປຸງຄັ້ງໃຫຍ່ ເຮັດໃຫ້ເຂດດັ່ງກ່າວໄດ້ຮັບການພັດທະນາຫລາຍດ້ານ ເປັນຕົ້ນ ມີໂຮງແຮມ, ຫ້າງຮ້ານ, ມີສວນສາທາລະນະ ແລະ ຫົວໜ່ວຍທຸລະກິດໃໝ່ໆຈຳນວນຫລວງຫລາຍ ຢູ່ສອງຝັ່ງ ຂອງແມ່ນ້ຳລ້ຽງມ້າ ອັນໄດ້ສ້າງຄວາມດຶງດູດຈິດໃຈ ເຊິ່ງແຕ່ລະມື້ນີ້ຈະມີຜູ້ຄົນຈຳນວນຫລາຍນິຍົມເດີນທາງມາເຂດນີ້ເພື່ອຍ່າງອອກກຳລັງກາຍ, ແລ່ນຈ໊ອກກິ້ງ, ກິນເຂົ້າປິກນິກ, ພາຍເຮືອ, ລອຍນ້ຳ, ຕຶກເບັດ ເຫລົ່ານີ້ເປັນຕົ້ນ.

ພາບວິດິໂອ ທີ່ສະແດງຜ່ານ ຈໍແອວອີດີ ໃນອຸມຸງຂອງນ້ຳລ້ຽງມ້າ, ພາບໂດຍ: ແສງທອງ

ສຳລັບກິດຈະກຳຂີ່ເຮືອຍາມຄ່ຳຄືນ ກໍເປັນອີກກິດຈະກຳໜຶ່ງທີ່ໄດ້ຮັບຄວາມນິຍົມໃນກຸ່ມນັກທ່ອງທ່ຽວ ດ້ວຍບັນຍາກາດທິວທັດທີ່ສວຍສົດງົດງາມໃນຍາມຄຳ່ຄືນ, ເວລານັ່ງເຮືອລ່ອງໄປຕາມແມ່ນ້ຳຍິ່ງເພິ່ນຄວາມຕື່ນຕາຕ້ອງໃຈເພາະສອງຝັ່ງຂອງແມ່ນ້ຳຖືກເນລະມິດຂຶ້ນມາຢ່າງງົດງາມເຫັນແລ້ວສະອອນອີຫລີ! ເມື່ອເຮົາຂີ່ເຮືອລອດອຸມົງໄປຈະສັງເກດເຫັນ ຈໍ LED ຂະໜາດໃຫຍ່ ທີ່ເປີດວີດິໂອ ເລົ່າເລື່ອງລາວຄວາມເຊື່ອຂອງຄົນຈີນ, ວັດທະນະທຳທີ່ສວຍງາມ ແລະ ຄວາມຈະເລີນຮຸ່ງເຮືອງສີວິໄລຂອງປະເທດຈີນໃນຍຸກປັດຈຸບັນ.

KPL

ຂ່າວອື່ນໆ

    • ຫລວງພະບາງ ເມືອງມໍລະດົກໂລກ ຈຸດໝາຍປາຍທາງຍອດນິຍົມຂອງນັກທ່ອງທ່ຽວທ່ອງທ່ຽວ

      ຫລວງພະບາງ ເມືອງມໍລະດົກໂລກ ຈຸດໝາຍປາຍທາງຍອດນິຍົມຂອງນັກທ່ອງທ່ຽວ

      5/6/2026 10:10:28 AM

      ຂປລ. ຫລວງພະບາງ ສ້າງ ຕັ ້ງຂຶ ້ນກ່ອນໜ້ານີ ້ປະມານ 1.200 ກວ່າປີ, ເປັນເມືອງຫລວງເກົ ່າຂອງ ອານາຈັກລາວລ້ານຊ້າງ ໂດຍໄດ້ ປ່ຽນຊື ່ເອີ ້ນຫລາຍຄັ ້ງຄື: ເມືອງ ຊວາ, ຊຽງດົງ, ຊຽງທອງ ແລະ ເມືອງຫລວງພະບາງ ໃນປັດຈຸບັນ.

    • ວັດເພຍວັດ ອີກໜຶ່ງສະຖານທີ່ສຳຄັນຂອງແຂວງຊຽງຂວາງທ່ອງທ່ຽວ

      ວັດເພຍວັດ ອີກໜຶ່ງສະຖານທີ່ສຳຄັນຂອງແຂວງຊຽງຂວາງ

      4/27/2026 1:47:05 PM

      * ວັດເພຍວັດ ຕັ້ງຢູ່ກາງເມືອງ ຄູນ ແຂວງຊຽງຂວາງ ມີອາຍຸເກືອບ ພັນປີ ເຊິ່ງສະຖານທີ່ແຫ່ງນີ້ເປັນ ບ່ອນສັກກະລະບູຊາ ແລະ ກາບໄຫວ້, ເປັນສິ່ງສັກສິດຄູ່ບ້ານຄູ່ເມືອງ ຂອງ ຊາວແຂວງຊຽງຂວາງ ກໍຄື ນັກ ທ່ອງທ່ຽວທີ່ເດີນທາງມາຢ້ຽມຢາມ ແຂວງຊຽງຂວາງ. ວັດເພຍວັດມີ ເອກະລັກພິເສດຄື ມີຊາກເສົາເກົ່າ ແກ່ຕັ້ງຊີ້ຟ້າໂດຍປາສະຈາກຫລັງ ຄາ ຍ້ອນຖືກທຳລາຍໃນປາງສົງ ຄາມ ແຕ່ສິ່ງມະຫັດສະຈັນທີ່ສຸດ

    • ບັນຍາກາດບຸນປີໃໝ່ລາວ ຢູ່ແຫລ່ງທ່ອງທ່ຽວຕາດເລາະ-ຕາດຮັງທ່ອງທ່ຽວ

      ບັນຍາກາດບຸນປີໃໝ່ລາວ ຢູ່ແຫລ່ງທ່ອງທ່ຽວຕາດເລາະ-ຕາດຮັງ

      4/21/2026 11:38:31 AM

      ຂປລ. ບັນຍາກາດການສະເຫລີມ ສະຫລອງບຸນປີໃໝ່ລາວ ພສ 2569, ໃນວັນທີ 15 ເມສາ 2026 ຊຶ່ງເປັນມື້ ທີສອງ ຂອງການສະເຫລີມສະຫລອງ ບຸນປີໃໝ່ລາວ ຢູ່ແຫລ່ງທ່ອງທ່ຽວ ຕາດເລາະ-ຕາດຮັງ ແຂວງສາລະວັນ ມີບັນຍາກາດຄຶກຄື້ນດີ ບໍ່ວ່າຈະເປັນ ນັກທ່ອງທ່ຽວທັງພາຍໃນແຂວງ, ຕ່າງແຂວງ ແລະ ຕ່າງປະເທດ ໄດ້ມາ ທ່ຽວເປັນຈຳນວນຫລວງຫລາຍ

    • ສປປ ລາວ ໄດ້ຮັບລາງວັນການທ່ອງທ່ຽວແບບຍືນຍົງອາຊຽນ 5 ລາງວັນທ່ອງທ່ຽວ

      ສປປ ລາວ ໄດ້ຮັບລາງວັນການທ່ອງທ່ຽວແບບຍືນຍົງອາຊຽນ 5 ລາງວັນ

      3/10/2026 1:39:50 PM

      ຂປລ. ຄໍລໍາ “ທ່ອງທ່ຽວເມືອງ ລາວ” ຫລາຍສະບັບຜ່ານມາໄດ້ ນໍາສະເໜີ ກ່ຽວກັບລາງວັນການ ທ່ອງທ່ຽວສະອາດອາຊຽນມາ ແລ້ວ, ສະບັບນີ້ ຈະພາບັນດາທ່ານ ມາຮູ້ຈັກລາງວັນການທ່ອງທ່ຽວ ແບບຍືນຍົງອາຊຽນ ຊຶ່ງເປັນອີກ ລາງໜຶ່ງທີ່ຈະຊ່ວຍໃຫ້ວຽກງານ ການທ່ອງທ່ຽວ ມີການພັດທະນາ ຂຶ້ນ ແລະ ເຮັດໃຫ້ນັກທ່ອງທ່ຽວມີ ຄວາມໝັ້ນໃຈໃນການບໍລິການໃນ ສະຖານທີ່ໄດ້ຮັບລາງວັນຫລາຍຂຶ້ນ ເພາະກ່ອນຈະໄດ້ຮັບລາງວັນ ສະ ຖານທີ່ທ່ອງທ່ຽວ ຕ້ອງຜ່ານການ

    • ປີ 2026 ສປປ ລາວ ຄວ້າລາງວັນມາດຕະຖານ ສະຖານທີ່ຈັດງານອາຊຽນ 13 ລາງວັນທ່ອງທ່ຽວ

      ປີ 2026 ສປປ ລາວ ຄວ້າລາງວັນມາດຕະຖານ ສະຖານທີ່ຈັດງານອາຊຽນ 13 ລາງວັນ

      3/3/2026 11:58:39 AM

      ຂປລ. ສໍາລັບປີນີ້ກໍເປັນອີກປີ ໜຶ່ງທີ່ມີຄວາມໝາຍຄວາມສໍາຄັນ ຂອງວຽກທ່ອງທ່ຽວ ເນື່ອງຈາກ ວ່າ ຫລາຍຂະແໜງການໄດ້ຮັບ ລາງວັນຈາກງານມະຫະກໍາການ ທ່ອງທ່ຽວອາຊຽນ ປະຈຳປີ 2026 ຊຶ່ງຈັດຂຶ້ນໃນເດືອນຜ່ານມາ ທີ່ເຊບູ, ປະເທດຟີລິບປິນ ໂດຍງານຄັ້ງນີ້ ສປປ ລາວ ໄດ້ຮັບ 21 ລາງວັນ ກວມເອົາ 4 ມາດຕະຖານ

ads
ads

Top