ຄວາມຕ້ອງການນໍ້າມັນ ໃນໂລກຈະເພີ່ມຂຶ້ນ ເປັນ 378 ລ້ານຖັງຕໍ່ວັນ

10/10/2025 09:33
Email Print 585
ຂປລ ຄວາມຕ້ອງການນໍ້າມັນ ທົ່ວໂລກ ຈະເພີ່ມຂຶ້ນຈາກ 308 ລ້ານຖັງ ເປັນ 378 ລ້ານຖັງຕໍ່ວັນ ໃນປີ 2050 ໂດຍກວມເອົາ ອັດຕາການເຕີບໂຕ 23%.

ຂປລ. ສຳນັກຂ່າວ ຊິນຮວາ ລາຍງານ ຈາກ ນະຄອນຫລວງ ອັດສະຕະນາ ປະເທດ ກາຊັກສະຖານ ເມື່ອບໍ່ດົນມານີ້ວ່າ: ອົງການ ກຸ່ມປະເທດ ຜູ້ສົ່ງອອກນໍ້າມັນ (ໂອເປກ) ຄາດການວ່າ: ຄວາມຕ້ອງການນໍ້າມັນ ທົ່ວໂລກ ຈະເພີ່ມຂຶ້ນຈາກ 308 ລ້ານຖັງ ເປັນ 378 ລ້ານຖັງຕໍ່ວັນ ໃນປີ 2050  ໂດຍກວມເອົາ ອັດຕາການເຕີບໂຕ 23%.

ໂດຍ ທ່ານ ເບຫຣູ ໄບຄາລີຊາເດ ຫົວໜ້າ ຝ່າຍປິໂຕຣລ່ຽມທີ່ສຶກສາຂອງໂອເປກ ໄດ້ສະເໜີ ບົດລາຍງານທ່າອຽງຕະຫລາດ ນໍ້າມັນໂລກ ຢູ່ໃນງານ ສັບປະດາ ພະລັງງານ ກາຊັກສະຖານ ປີ 2025 ແລະ ກອງປະຊຸມກາເຊເນີຣຈີ (KAZENERGY) ຄັ້ງທີ 16 ທີ່ ນະຄອນຫລວງ ອັດສະຕະນາ ຂອງກາຊັກສະຖານ ລະບຸວ່າ: ຄວາມຕ້ອງການນໍ້າມັນ ເພີ່ມຂຶ້ນ ຕາມການເຕີບໂຕ ຂອງ ປະຊາກອນໂລກ ທີ່ຈະເພີ່ມຂຶ້ນ ຈາກ 8.200 ລ້ານຄົນເປັນ 9.700 ລ້ານຄົນ.

ນອກນັ້ນ ປະຊາກອນ ຫລາຍກວ່າ 1.200 ລ້ານຄົນ ແຈກຢາຍກັນ ໄປຕາມຕົວເມືອງຕ່າງໆ ພາຍໃນປີ 2050 , ຂະນະດຽວກັນ ຕົ້ນທຶນທີ ເພີ່ມສູງຂຶ້ນ ຈະເລັ່ງກ່ານເຕີບໂຕ ຂອງ ກຸ່ມສະມາຊິກ ອົງການ ເພື່ອຄວາມ ຮ່ວມມື ທາງດ້ານເສດຖະກິດ ແລະ ການພັດທະນາ (ໂອອີຊີດີ) ໂດຍຄວາມກ້າວໜ້າ  ຢ່າງຕໍ່ເນື່ອງ ໃນພາກທຸລະກິດ ນໍ້າມັນ ຈະເພີ່ມປະສິດທິພະາບ ແລະ ຫລຸດຜ່ອນຕົ້ນທຶນ ແລະ ອື່ນໆ./

KPL

ຂ່າວອື່ນໆ

ads
ads

Top