ຂປລ
ທ່ານ ໂດນັນ ທຣຳ ປະທານາທິບໍດີ ສ.ອາເມລິກາ ກ່າວວ່າ: ນັບແຕ່ ວັນທີ 1 ພະຈິດ ປີນີ້ ເປັນຕົ້ນໄປ, ສ.ອາເມລິກາ ຈະເກັບພາສີ 25% ຕໍ່ລົດບັນທຸກ ຂະໜາດກາງ ແລະ ຂະໜາດໜັກ ທີ່ນຳເຂົ້າ ຈາກຕ່າງປະເທດ.

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ທ່ານ ໂດນັນ ທຣຳ ປະທານາທິບໍດີ ສ.ອາເມລິກາ ກ່າວວ່າ: ນັບແຕ່ ວັນທີ 1 ພະຈິດ ປີນີ້ ເປັນຕົ້ນໄປ, ສ.ອາເມລິກາ ຈະເກັບພາສີ 25% ຕໍ່ລົດບັນທຸກ ຂະໜາດກາງ ແລະ ຂະໜາດໜັກ ທີ່ນຳເຂົ້າ ຈາກຕ່າງປະເທດ. ພາຍຫລັງ ທ່ານ ໂດນັນ ທຣຳ ໄດ້ລົງບົດຄວາມ ໃນສື່ສັງຄົມອອນລາຍ ກ່ຽວກັບ ການກັບພາສີ ລົດບັນທຸກ ຂະໜາດກາງ ແລະ ຂະໜາດໜັກ ທີ່ ສ.ອາເມລິກາ ນຳເຂົ້າຈາກ ທຸກປະເທດ ຈະຕ້ອງເສຍພາສີ ນຳເຂົ້າ 25%.” ທ່ານ ໂດນັນ ທຣຳ ໄດ້ຖືເອົາ “ຄວາມໝັ້ນຄົງ ແຫ່ງຊາດ” ເປັນຂໍ້ອ້າງ ແລະ ລົງບົດຄວາມ ໃນສື່ສັງຄົມອອນລາຍວ່າ: ສ.ອາເມລິກາ ຈະເກັບພາສີ 25% ຕໍ່ລົດບັນທຸກ ຂະໜາດໜັກ ທີ່ນຳເຂົ້າຈາກ ຕ່າງປະເທດ ນັບແຕ່ວັນທີ 1 ຕຸລາ ເປັນຕົ້ນໄປ. ຫລັງຈາກນັ້ນ, ວິສາຫະກິດ ຜະລິດລົດ ຕົ້ນຕໍ ຂອງ ສ.ອາເມລິກາ ລ້ວນແຕ່ ຄັດຄ້ານ ຕໍ່ຂ່າວດັ່ງກ່າວ ຍ້ອນເປັນຫ່ວງວ່າ ຕ່ອງໂສ້ການສະໜອງ ຈະຂາດສະບັ້ນໄປ ແລະ ຕົ້ນທຶນການຜະລິດ ຈະເພີ່ມຂຶ້ນ. ສະນັ້ນ, ຄວາມຕັດສິນໃຈ ທີ່ຈະເກັບພາສີ ຕໍ່ລົດບັນທຸກ ດັ່ງກ່າວ ຂອງທ່ານ ໂດນັນ ທຣຳ ຈຶ່ງຈຳເປັນຕ້ອງ ຖືກແກ່ຍາວ ເວລາອອກໄປ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL