ສປ ຈີນ ກາຍເປັນໜຶ່ງໃນແຫລ່ງນັກທ່ອງທ່ຽວ ສຳຄັນທີ່ສຸດຂອງມາເລເຊຍ

07/10/2025 14:30
Email Print 106
ຂປລ ທ່ານ ​ລີ​ໄທ​ຮຸງ ຮອງ​ຫົວ​ໜ້າ​ກົມ ​ທ່ອງ​ທ່ຽວ ​ແຫ່ງ​ຊາດ​ ມາ​ເລ​ເຊຍ​ ກ່າວ​ວ່າ: ເນື່ອງ​ໃນ​ໂອ​ກາດ ການ​ພົວ​ພັນ ລະຫວ່າງ​ ສປ ຈີນ-ມາ​ເລ​ເຊຍ ​ເປີດ “ຮອບ 50 ປີ​ຄຳ” ຮອບໃໝ່​, ສອງ​ປະ​ເທດ ​ໄດ້​ຈັດ​ຕັ້ງ​ປະ​ຕິ​ບັດ​ ນະ​ໂຍ​ບາຍ ​ຍົກ​ເວັ້ນວີຊາ ໃຫ້​ກັນ ແລະ ເພີ່ມ​ເສັ້ນ​ທາງ​ ການ​ບິນ ແລະ ຖ້ຽວ​ບິນ ລະຫວ່າງ ສອງຝ່າຍ, ການ​ຮ່ວມ​ມື​ ດ້ານ​ການ​ທ່ອງ​ທ່ຽວ ​ຂ້າມ​ຊາດ​ ​ເຕີບ​ໂຕ ​ຢ່າງວ່ອງ​ໄວ.

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ທ່ານ ​ລີ​ໄທ​ຮຸງ ຮອງ​ຫົວ​ໜ້າ​ກົມ ​ທ່ອງ​ທ່ຽວ ​ແຫ່ງ​ຊາດ​ ມາ​ເລ​ເຊຍ​ ກ່າວ​ວ່າ: ເນື່ອງ​ໃນ​ໂອ​ກາດ ການ​ພົວ​ພັນ ລະຫວ່າງ​ ສປ ຈີນ-ມາ​ເລ​ເຊຍ ​ເປີດ ຮອບ 50 ປີ​ຄຳຮອບໃໝ່​, ສອງ​ປະ​ເທດ ​ໄດ້​ຈັດ​ຕັ້ງ​ປະ​ຕິ​ບັດ​ ນະ​ໂຍ​ບາຍ ​ຍົກ​ເວັ້ນວີຊາ ໃຫ້​ກັນ ແລະ ເພີ່ມ​ເສັ້ນ​ທາງ​ ການ​ບິນ ແລະ ຖ້ຽວ​ບິນ ລະຫວ່າງ ສອງຝ່າຍ, ການ​ຮ່ວມ​ມື​ ດ້ານ​ການ​ທ່ອງ​ທ່ຽວ ​ຂ້າມ​ຊາດ​ ​ເຕີບ​ໂຕ ​ຢ່າງວ່ອງ​ໄວ. ສປ ຈີນ ໄດ້​ກາຍ​ເປັນ​ໜຶ່ງ​ ໃນ​ແຫລ່ງ​ນັກ​ທ່ອງ​ທ່ຽວ ​ທີ່​ສຳ​ຄັນ​ທີ່​ສຸດ​ ຂອງ​ມາ​ເລ​ເຊຍ. ຕົວ​ເລກ​ຂໍ້​ມູນ​ ຈາກ​ກົມ​ທ່ອງ​ທ່ຽວ​ແຫ່ງ​ຊາດ ​ມາ​ເລ​ເຊຍ​ ສະ​ແດງ​ໃຫ້​ເຫັນ​ວ່າ: ນັບ​ແຕ່​ ເດືອນ​ມັງ​ກອນ​ ຫາ​ເດືອນ ​ສິງ​ຫາ​ປີ​ນີ້, ນັກ​ທ່ອງ​ທ່ຽວ​ຈີນ ​ທີ່​ເດີນ​ທາງ​ໄປ​ທ່ຽວ​ ມາ​ເລ​ເຊຍມີ​ເຖິງ 3,28 ລ້ານ​ເທື່ອ​ຄົນ, ເກືອບ​ເທົ່າ​ກັບລະ​ດັບ ​ຂອງ​ໝົດ​ປີ​ກາຍ​. ທ່ານ ​ລີ​ໄທ​ຮຸງ​ ກ່າວ​ວ່າ: ປີ​ນີ້, ມາ​ເລ​ເຊຍ ​ມີ​ຄວາມ​ໝັ້ນ​ໃຈ ທີ່ຈະດຶງດູດ​ ນັກ​ທ່ອງ​ທ່ຽວ​ຈີນ​ ໃຫ້ໄດ້ຫລາຍກວ່າ 5 ລ້ານ​ເທື່ອ​ຄົນ.ປີ 2026 ເປັນ ປີ​ທ່ອງ​ທ່ຽວຂອງມາ​ເລ​ເຊຍ, ມາເລເຊຍ ຈະ​ໃຊ້​ວິ​ທີ​ຕ່າງໆ ເຊັ່ນ: ສົ່ງ​ເສີມ​ການ​ແກ່​ຍາວ​ ເວ​ລາ ພັກເຊົາ ຢູ່ມາເລເຊຍ ໃຫ້ນັກທ່ອງທ່ຽວ​, ເພີ່ມຄວາມຫລາກຫລາຍ ຂອງ​ຜະ​ລິດ​ຕະ​ພັນ​ ທ່ອງ​ທ່ຽວ ວັດ​ທະ​ນະ​ທຳ ​ແລະ ນິເວດ, ເຜີຍ​ແຜ່​ເສັ້ນ​ທາງ​ ທ່ອງ​ທ່ຽວ ​ສຳ​ລັບ ກຸ່ມ​ຄົນໃນວົງແຄບ ແລະ​ ອື່ນໆ ເພື່ອ​ດຶງ​ດູດ​ ນັກ​ທ່ອງ​ທ່ຽວ ໃຫ້ໄດ້ຫລາຍກວ່າ​ເກົ່າ ແລະ ຍົກ​ລະ​ດັບ​ ການ​ບໍ​ລິໂພກ​ ຂອງ​ນັກ​ທ່ອງ​ທ່ຽວ​ ໃຫ້​ສູງ​ຂຶ້ນ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL

ຂ່າວອື່ນໆ

ads
ads

Top