ຂປລ
ກອງປະຊຸມ ຖະແຫລງຂ່າວ ທີ່ໄດ້ປະກາດ ຂໍ້ມູນສະຖິຕິ ເສດຖະກິດ ສັງຄົມ ໄຕມາດທີ III ຂອງ ສສ ຫວຽດນາມ ແລະ 9 ເດືອນ ຕົ້ນປີ 2025 ໄດ້ຈັດຂຶ້ນ ໃນວັນທີ 6 ຕຸລານີ້, ການນຳ ກົມສະຖິຕິ ແລກປ່ຽນກັບ ສື່ມວນຊົນ ກ່ຽວກັບ ກໍລະນີ ການເຕີບໂຕ GDP ທັງປີ 2025. ລະດັບ ການເຕີບໂຕ GDP ໄຕມາດທີ III/2025 ບັນລຸ 8,23%, ນີ້ແມ່ນລະດັບສູງ ອັນດັບທີ 2 ໃນໄລຍະ 2011 – 2025

ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, ກອງປະຊຸມ ຖະແຫລງຂ່າວ ທີ່ໄດ້ປະກາດ ຂໍ້ມູນສະຖິຕິ ເສດຖະກິດ ສັງຄົມ ໄຕມາດທີ III ຂອງ ສສ ຫວຽດນາມ ແລະ 9 ເດືອນ ຕົ້ນປີ 2025 ໄດ້ຈັດຂຶ້ນ ໃນວັນທີ 6 ຕຸລານີ້, ການນຳ ກົມສະຖິຕິ ແລກປ່ຽນກັບ ສື່ມວນຊົນ ກ່ຽວກັບ ກໍລະນີການເຕີບໂຕ GDP ທັງປີ 2025. ລະດັບ ການເຕີບໂຕ GDP ໄຕມາດທີ III/2025 ບັນລຸ 8,23%, ນີ້ແມ່ນລະດັບສູງ ອັນດັບທີ 2 ໃນໄລຍະ 2011 – 2025, ພາຍຫຼັງໄຕມາດທີ III/2022 (14,38%). ມີຫລາຍຂົງເຂດ ເສດຖະກິດປາຍແຫລມ ພວມມີທ່າອ່ຽງເຕີບໂຕ ທີ່ຕັ້ງໜ້າ, ສ້າງທ່ວງທ່າ ບຸກທະລຸ ໃນຊຸມເດືອນທ້າຍປີ. ດ້ວຍລະດັບການເຕີບໂຕ ຄືປັດຈຸບັນ, ເປົ້າໝາຍ ການເຕີບໂຕ GDP ທັງປີ 2025ແຕ່ 8,3 ຫາ 8,5%ແມ່ນມີຄວາມເປັນໄປໄດ້. ຈາກນັ້ນ ທ່ານ ຮອງສາດສະດາຈານ, ປ.ອ ຫງວຽນ ເທື່ອງລ້າງ, ອາຈານມະຫາວິທະຍາໄລເສດຖະກິດ ມະຫາພາກ ຫວຽດນາມ ໄຈ້ແຍກວ່າ: ການລົງທຶນເອກະຊນົເພີ່ມຂຶ້ນ, ການລົງທຶນຕ່າງປະເທດ ກໍພວມໃນທ່າອ່ຽງດີຂຶ້ນ, ຖືກກັບ ເປົ້າໝາຍແຕ່ລະປີ ຊຶ່ງສາມາດ ດຶງດູດເງິນ ປະມານ 31–35 ຕື້ໂດລາສະຫະລັດ. ກ່ຽວກັບການສົ່ງອອກ-ນຳເຂົ້າ ມີສະພາບການ ທີ່ດີທີ່ສຸດນັບແຕ່ກ່ອນ ມາຮອດ ປັດຈຸບັນ. ປີນີ້, ສສ ຫວຽດນາມ ອາດສາມາດລອດ ເຂົ້າບັນຊີ ລາຍຊື່ ບັນດາປະເທດ ມີກຳລັງຄວາມສາມາດສູງ ໃນການສົ່ງອອກ ນຳເຂົ້າ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL