ຝຣັ່ງ ປະກາດສະມາຊິກລັດຖະບານຊຸດໃໝ່

07/10/2025 14:29
ຂປລ ທ່ານ ເອັມມານູເອລ ມາໂຄຣນ(Emmanuel Macron) ປະທານາ ທິບໍດີ ຝຣັ່ງ ປະກາດ ສະມາຊິກ ລັດຖະບານ ຊຸດໃໝ່ ໂດຍທ່ານ ເຊບາສຕຽນ ເລີຄອນນູ (Sebastien Lecornu) ນາຍົກລັດຖະມົນຕີ ນຳໜ້າ, ໃນມານະພະຍາຍາມນຳ ປະເທດຊາດ ຫລຸດພົ້ນ ອອກຈາກສະພາບການ ຈົນຕາແຈ ດ້ານການເມືອງ. ບັນຊີລາຍຊືໂດຍ ວັງ Elysee ຫາກໍ່ ປະກາດ ລວມມີສະມາຊິກ ລັດຖະບານ 18 ທ່ານ

ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, ທ່ານ ເອັມມານູເອລ ມາໂຄຣນ(Emmanuel Macron) ປະທານາ ທິບໍດີ ຝຣັ່ງ ປະກາດ ສະມາຊິກ ລັດຖະບານ ຊຸດໃໝ່ ໂດຍທ່ານ ເຊບາສຕຽນ ເລີຄອນນູ (Sebastien Lecornu) ນາຍົກລັດຖະມົນຕີ ນຳໜ້າ, ໃນມານະພະຍາຍາມ ນຳປະເທດຊາດ ຫລຸດພົ້ນ ອອກຈາກສະພາບການ ຈົນຕາແຈ ດ້ານການເມືອງ. ບັນຊີລາຍຊືໂດຍ ວັງ Elysee ຫາກໍ່ ປະກາດ ລວມມີສະມາຊິກ ລັດຖະບານ 18 ທ່ານ ແລະ ຄາດວ່າ ຈະມີຕື່ມອີກ ບັນດາການແຕ່ງຕັ້ງອື່ນໆ ຈະໄດ້ປະກາດທາງຫລັງ. ສິ່ງທີ່ເປັນ ໜ້າສົນໃຈນັ້ນ ແມ່ນໃນບັນຊີລາຍຊື່ນີ້, ທ່ານ ບຣູໂນ ເລີເແມຣ (Bruno Le Maire) ອະດີດລັດຖະມົນຕີເສດຖະກິດ ໄດ້ຮັບການແຕ່ງຕັ້ງ ດຳລົງຕຳແໜ່ງ ເປັນລັດຖະມົນຕີກະຊວງປ້ອງກັນປະເທດ, ໃນຂະນະທີ່ ທ່ານ ໂຣແລນ ເລສຄູຣ (Roland Lescure) ດຳລົງຕຳແໜ່ງ ເປັນລັດຖະມົນຕີ ເສດຖະກິດ. ຕາມແຜນການແລ້ວ, ທ່ານ Sebastien Lecornu  ນາຍົກລັດຖະມົນຕີ ຈະມີບົດກ່າວປາໄສ ກ່ຽວກັບ ນະໂຍບາຍລວມ ຢູ່ສະພາຕ່ຳ ໃນວັນທີ 7 ຕຸລານີ້./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top