ຂປລ
ກອງປະຊຸມໃຫຍ່ ຄັ້ງທີ 13 ຄະນະບໍລິຫານງານ ສູນກາງພັກ ກອມມູນິດ ຫວຽດນາມ ຊຸດທີ 13 ໄດ້ໄຂຂຶ້ນ ຢູ່ນະຄອນ ຫລວງ ຮ່າໂນ້ຍ. ໂດຍມີ ທ່ານ ໂຕເລິມ ເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ເປັນປະທານ ກອງປະຊຸມຄັ້ງນີ້ ເພື່ອສຸມໃສ່ປຶກສາຫາລື, ປະກອບຄຳເຫັນໃສ່ 2 ກຸ່ມເນື້ອໃນໃຫຍ່

ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, ວັນທີ 6 ຕຸລາ, ກອງປະຊຸມໃຫຍ່ ຄັ້ງທີ 13 ຄະນະບໍລິຫານງານ ສູນກາງພັກ ກອມມູນິດ ຫວຽດນາມ ຊຸດທີ 13 ໄດ້ໄຂຂຶ້ນ ຢູ່ນະຄອນຫລວງ ຮ່າໂນ້ຍ. ໂດຍມີ ທ່ານ ໂຕເລິມ ເລຂາທິການໃຫຍ່ ພັກກອມມູນິດ ຫວຽດນາມ ເປັນປະທານ ກອງປະຊຸມຄັ້ງນີ້ ເພື່ອສຸມໃສ່ ປຶກສາຫາລື, ປະກອບ ຄຳເຫັນໃສ່ 2 ກຸ່ມເນື້ອໃນໃຫຍ່. ນັ້ນແມ່ນ ໝວດບັນຫາ ກ່ຽວກັບ ວຽກງານກະກຽມ ໃຫ້ກອງປະຊຸມໃຫຍ່ ຄັ້ງທີ 14 ຂອງພັກ ແລະ ໝວດບັນຫາ ດ້ານເສດຖະກິດ, ສັງຄົມ. ຈາກນັ້ນ ທ່ານ ໂຕເລິມ ໃຫ້ຮູ້ວ່າ ກອງປະຊຸມຄັ້ງນີ້ ເນັ້ນປະກອບ ຄຳເຫັນ ໃສ່ໃບສະເໜີ ກ່ຽວກັບ ໝາກຜົນ ການແນະນຳ ບຸກຄະລາກອນ ເຂົ້າຮ່ວມ ຄະນະບໍລິຫານງານ ສູນກາງພັກ ຊຸດທີ 14, ເຂົ້າເປັນ ຄະນະກຳມະການກວດກາ ສູນກາງພັກຊຸດທີ 14 ແລະ ດຳເນີນການການປ່ອນບັດ ລົງຄະ ແນນສຽງ ແນະນຳບຸກຄະລາກອນ ຄະນະບໍລິຫານງານ ສູນກາງພັກ, ຄະນະ ກຳມະການ ກວດກາ ສູນກາງພັກ ຕາມຂໍ້ກຳນົດ. ທ່ານ ໂຕເລິມ ສະເໜີວ່າ: ເມື່ອຄັດເລືອກ, ແນະນຳບຸກຄະລາກອນ ຕ້ອງ ອີງໃສ່ ມາດຕະຖານ, ເງື່ອນໄຂ, ໂຄງປະກອບ, ຈຳນວນຕາມທິດວຽກງານ ບຸກຄະລາກອນ ກອງປະຊຸມໃຫຍ່ ຄັ້ງທີ 14 ຂອງພັກ ແລະ ບັນດາຂໍ້ກຳນົດ ທີ່ກ່ຽວຂ້ອງ. ຕ້ອງຖືຜົນປະໂຫຍດຂອງພັກ, ຂອງປະ ເທດຊາດ ເໜືອກວ່າສິ່ງໃດໝົດ, ກ່ອນອື່ນໝົດ. ຄວາມຮຽກຮ້ອງ ຕ້ອງການເປັນຫລັກ ໃນການຄັດເລືອກ ບຸກຄະລາກອນ ແມ່ນຄຸນນະທາດ, ກຳລັງຄວາມສາມາດ, ອິດທິພົນຊື່ສຽງ, ກ້າຄິດກ້າທຳ, ກ້າຮັບ ຜິດຊອບ ເພື່ອຜົນປະໂຫຍດຂອງຊາດ, ໃກ້ຊິດກັບປະຊາຊົນ, ຖືປະຊາຊົນ ເປັນສຳຄັນ, ເພື່ອປະຊາຊົນ”./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL