ປະເທດ ຜະລິດນ້ຳມັນເຊື້ອໄຟຕົ້ນຕໍ ຈະຮັກສາມາດຕະການ ເພີ່ມການຜະລິດ ໃນເດືອນພະຈິກປີນີ້

07/10/2025 14:30
Email Print 139
ຂປລ ອົງ​ການ​ ໂອ​ເປັກ ແລະ ປະ​ເທດ​ ຜະ​ລິດ​ ນ້ຳ​ມັນ ເຊື້ອໄຟ ຕົ້ນ​ຕໍ 8 ປະເທດ​ ທີ່​ບໍ່​ແມ່ນ​ສະ​ມາ​ຊິກ ​ໂອ​ເປັກ​ ໄດ້ຕົກ​ລົງ ຈະ​ຮັກ​ສາ​ມາດ​ຕະ​ການ ​ເພີ່ມ​ການ​ຜະ​ລິດ​ ໃນ​ເດືອນ​ພະ​ຈິກ​ປີ​ນີ້, ​ເພີ່ມ​ການ​ຜະ​ລິດ​ ນ້ຳ​ມັນ​ດິບ 137.000 ບາ​ເຣວ/ວັນ.

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ເມື່ອບໍ່ດົນມານີ້, ອົງ​ການ​ໂອ​ເປັກ ​ອອກ​ຖະ​ແຫລງ​ການ​ວ່າ: ອົງ​ການ​ ໂອ​ເປັກ ແລະ ປະ​ເທດ​ ຜະ​ລິດ​ ນ້ຳ​ມັນ ເຊື້ອໄຟ ຕົ້ນ​ຕໍ 8 ປະເທດ​ ທີ່​ບໍ່​ແມ່ນ​ສະ​ມາ​ຊິກ ​ໂອ​ເປັກ​ ໄດ້ຕົກ​ລົງ ຈະ​ຮັກ​ສາ​ມາດ​ຕະ​ການ ​ເພີ່ມ​ການ​ຜະ​ລິດ​ ໃນ​ເດືອນ​ພະ​ຈິກ​ປີ​ນີ້, ​ເພີ່ມ​ການ​ຜະ​ລິດ​ ນ້ຳ​ມັນ​ດິບ 137.000 ບາ​ເຣວ/ວັນ. ມາດ​ຕະ​ການ​ດັ່ງ​ກ່າວ​ ຖືກ​ຖື​ວ່າ ​ເປັນ​ການ​ສະ​ແຫວງ​ຫາ ​ສ່ວນແບ່ງໃນ​ຕະຫລາດ​ ໃຫ້ໄດ້ຫລາຍກວ່າ​ເກົ່າ. ຜູ້​ແທນ​ຈາກ ອາ​ຣັບ​ບີ​ ຊາ​ອຸ​ດິດ, ຣັດ​ເຊຍ, ສະຫະນະຄອນ ເອເມຣັດ ອາຣັບ, ອີ​ຣັກ, ໂກວິດ, ກາ​ຊັກ​ສະ​ຖານ, ອານ​ເຊ​ລີ ແລະ ອຳ​ມານ​ ໄດ້​ຈັດ​ກອງ​ປະ​ຊຸມ ຜ່ານທາງ​ອອນ​ລາຍ ເພື່ອ​ປຶກ​ສາ​ຫາ​ລື​ ສະ​ພາບ​ການໃນປັດຈຸບັນ ແລະ ອະ​ນາ​ຄົດ​ ຂອງຕະຫລາດ ​ນ້ຳ​ມັນ​ເຊື້ອ​ໄຟ​ສາ​ກົນ. ຖະ​ແຫລງ​ການ​ລະ​ບຸ​ວ່າ: ເນື່ອງ​ຈາກວ່າ ຄວາມຄາດໝາຍ ຕໍ່ເສດ​ຖະ​ກິດ​ທົ່ວ​ໂລກ​ ໃນ ປັດຈຸບັນ ແມ່ນອ່າວ​ໝັ້ນ​ທ່ຽງ, ການ​ສະ​ສົມ​ ນ້ຳ​ມັນ​ເຊື້ອ​ໄຟ​ໃນ​ສາງ​ ຢູ່ໃນລະດັບອ່າວ​ຕ່ຳ, 8 ປະ​ເທດດັ່ງກ່າວ ຈຶ່ງຕົກ​ລົງ ຈະ​ເພີ່ມ​ປະ​ລິ​ມານ​ ການ​ຜະ​ລິດ. ມາດ​ຕະ​ການ ​ເພີ່ມ​ການ​ຜະ​ລິດເທື່ອນີ້ ​ເປັນການ​ດັດແປງ​ ມາດ​ຕະ​​ການ ຫລຸດ​ການ​ຜະ​ລິດ​ ແບບ​ສະ​ໝັກ ທີ່ດຳເນີນ​ກ່ອນ​ໜ້າ​ນີ້. ເພື່ອ​ຮັກ​ສາ​ຄວາມ​ໝັ້ນ​ທ່ຽງ​ ຂອງ​ຕະຫລາດ​ນ້ຳ​ມັນ​ເຊື້ອ​ໄຟ, 8 ປະ​ເທດ​ດັ່ງກ່າວ ຈະ​ປັບ​ປຸງ​ຈັງ​ຫວະ ​ເພີ່ມ​ການ​ຜະ​ລິດ​ ແບບ​ຄ່ອງ​ແຄ້ວ ໂດຍ​ອີງ​ຕາມ​ ສະ​ພາບ​ ການ​ຕະຫລາດ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top