ປະເທດ ສປຈີນ

01/10/2025 13:14
Email Print 330
ຂປລ ເນື່ອງໃນໂອກາດ ວັນຊາດຂອງປະເທດ ສາທາລະນະລັດ ປະຊາຊົນຈີນ (People's Republic of China) ຫລືເອີ້ນວ່າ ສປຈີນ ຄົບຮອບ 76 ປີ ວັນທີ (01.10.1949-01.10.2025). ໂດຍມີນະຄອນຫລວງ ຊື່ວ່າ: ປັກກິ່ງ, ຈີນ ເປັນລັດເອກະລາດ ໃນອາຊີຕາເວັນອອກ, ຕັ້ງຢູ່ ລະຫວ່າງ ສປປ ເກົາຫລີ ກັບ ຫວຽດນາມ ຕິດກັບທະເລຈີນໃຕ້, ອ່າວເກົາຫລີ, ທະເລເຫລືອງ ແລະ ທະເລຈີນຕາເວັນອອກ

ເນື່ອງ​ໃນ​ໂອກາດ ວັນ​ຊາດ​ຂອງປະ​ເທດ ສາທາລະນະ​ລັດ ປະຊາຊົນ​ຈີນ (People's Republic of China) ຫລື​ເອີ້ນ​ວ່າ ສ​ປ​ຈີນ  ຄົບຮອບ 76 ປີ ວັນ​ທີ (01.10.1949-01.10.2025). ໂດຍມີ​ນະຄອນຫລວງ ຊື່ວ່າ: ປັກ​ກິ່ງ, ​ ຈີນ ​ເປັນ​ລັດ​ເອກະລາດ ​ໃນ​ອາຊີ​ຕາ​ເວັນ​ອອກ, ​ຕັ້ງ​ຢູ່ ​ລະຫວ່າງ ສປປ ​ເກົາຫລີ ກັບ ​ຫວຽດນາມ ຕິດ​ກັບ​ທະ​ເລ​ຈີນ​ໃຕ້, ອ່າວ​ເກົາຫລີ, ທະ​ເລ​ເຫລືອງ ​ແລະ ທະ​ເລ​ຈີນ​ຕາ​ເວັນ​ອອກ; ເປັນ​ປະ​ເທດ​ທີ່​ມີ​ປະຊາກອນ​ ຫລາຍ​ທີ່​ສຸດ​ໃນ​ໂລກ ຢູ່ທີ່ 1.408 ລ້ານ​ກວ່າ​ຄົນ(ໃນປີ 2024) ​ເປັນ​ລັດ​ພັກ​ການ​ເມືອງ​ດຽວ, ປົກຄອງ ​ໂດຍ ພັກ​ກອມ​ມູນິດ ຈີນ. ມີ​ເນື້ອ​ທີ່​ທັງ​ໝົດ 9,6 ລ້ານ​ກິ​ໂລ​ຕາ​ແມັດ. ປະຊາຊົນ​ນັບຖື ສາສະໜາ​ພຸດ 18,2%, ສາສະໜາ​ທ້ອງ​ຖິ່ນ 21,9%, ບໍ່​ມີ​ສາສະໜາ 52,2% ​ແລະ ອື່ນໆ; ໃຊ້ພາສາ​ທາງ​ການ​ແມ່ນ ພາສາ​ຈີນ​ກາງ; ສະກຸນ​ເງິນ ​​ຢວນ.

          ເສດຖະກິດ​ຂອງ​ຈີນ ​ໄດ້ຂະຫຍາຍຕົວຢ່າງວ່ອງໄວ ເປັນຕົ້ນ ການ​ລົງທຶນ ​ແລະ ການສົ່ງ​ອອກ​ເພີ່ມຂຶ້ນ 70 ​ເທົ່າເທື່ອ, ກາຍ​ເປັນ​ມະຫາ​ອຳນາດ ທາງ​ດ້ານເສດຖະກິດ​ ໂດຍມີ​ລາຍໄດ້ສະເລ່ຍ ຕໍ່ຫົວຄົນ 13,303 ກວ່າໂດລາສະຫະລັດ(ໃນປີ 2024); ອັດຕາ​ການຈະ​ເລີ​ນ​ເຕີບ​ໂຕ​ ທາງ​ດ້ານ​ເສດຖະກິດ 5% ຕໍ່ປີ (ປີ2024). ສິນຄ້າທີ່ສົ່ງອອກລວມມີ: ​ເຄື່ອງ​ກົນຈັກ, ຜະລິດ​ຕະພັນ​ ເຄື່ອງ​ໃຊ້​ໄຟຟ້າ, ​ເຄື່ອງນຸ່ງ​ຫົ່ມ, ​ເຫລັກ ​ແລະ ​ໂທລະສັບ​ມື​ຖື. ສ່ວນສິນຄ້າທີ່ນຳ​ເຂົ້າເຊັ່ນ: ນ້ຳມັນ, ແຮ່​ເຊື້ອ​ໄຟ, ຢາງ, ແຜງວົງຈອນໄຟຟ້າ ແລະ  ອື່ນໆ. ສ່ວນ​ປະ​ເທດ​ຄູ່​ການ​ຄ້າ​ ທີ່​ສຳຄັນມີ ເຂດຮົງ​ກົງ, ສ.ອາ​ເມ​ລິ​ກາ, ຍີ່ປຸ່ນ, ສ.​ເກົາຫລີ, ​ເຢຍລະ​ມັນ, ອົດ​ສະຕຣາລີ ຕາມ​ລຳດັບ. ນອກ​ນີ້ ຍັງ​ມີສະຖານ​ທີ່​ທ່ອງ​ທ່ຽວ​ ສວຍ​ງາມເປັນ​ຕົ້ນ​: ນະຄອນຫລວງ ປັກ​ກິ່ງ ​ເປັນ​ຈຸດ​ສູນ​ລວມຂອງ​ປະຫວັດສາດ ​ອັນ​ເກົາ​ແກ່​ຂອງ​ ຈີນ 3.000 ກວ່າ​ປີ ​ເຊັ່ນ ພະລາຊາ​ວັງຍຸກ​ເກົ່າ, ພິພິ​ດຕະພັນ ​ແຫ່ງ​ຊາດ; ​ເກາະ​ຮົງກົງ; ກຳ​ແພງ​ເມືອງ​ຈີນ ມີ​ຄວາມ​ຍາວ ​ປະມານ 8.800 ກິ​ໂລ​ຕາ​ແມັດ ກາຍ​ເປັນ​ກຳ​ແພງ​ທີ່​ມີ​ ຂະ​ໜາດ​ຍາວ​ທີ່​ສຸດ​ໃນ​ໂລກ ​ແລະ ອື່ນໆ.

ປະເທດ ສປຈີນ ແລະ ປະ​ເທດ ສປປ ລາວ ໄດ້​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ ທາງ​ການ​ທູດ​ຮ່ວມ​ກັນ ເມື່ອ​ວັນ​ທີ 25.04.1961 ​ເປັນ​ຕົ້ນ​ມາ. ຕະຫລອດໄລຍະຜ່ານມາ ມີຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ ລະຫວ່າງ ສອງພັກ-ສອງລັດ ​ແລະ ປະຊາຊົນ​ສອງ​ຊາດ​ ລາວ-ຈີນ ​ໄດ້​ຮັບ​ການ​ເພີ່ມ​ທະວີ ນັບ​ມື້​ສູງ​ຂຶ້ນ, ການ​ຂະຫຍາຍຕົວ ຂອງ​ການ​ຮ່ວມ​ມື ສອງຝ່າຍໃນ​ດ້ານ​ຕ່າງໆ ​ໄດ້​ນຳ​ເອົາ​ຜົນ​ປະ​ໂຫຍ​ດ ອັນ​ໃຫຍ່​ຫລວງມາສູ່​ ປະຊາຊົນສອງ​ຊາດ​ພວກ​ເຮົາ. ອັນ​ເປັນ​ການ​ສ່ອງ​ແສງ​ໃຫ້​ເຫັນ​ເຖິງ​ ສາຍ​ພົວພັນມິ​ດຕະພາບ ​ທີ່​ເປັນ​ມູນ​ເຊື້ອ , ຊຶ່ງ​ໄດ້​ຮັບ ​ການ​ຖະນຸຖະໜອມ ​ເພີ່ມ​ພູນ​ຄູນ​ສ້າງ ທີ່​ມີ​ປະສິດທິ​ຜົນຢ່າງ​ຕໍ່​ເນື່ອງ ທັງ​​ຂອງ​ສອງ​ຝ່າຍ ​ແລະ ຫລາຍ​ຝ່າຍ, ອັນ​ພົ້ນ​ເດັ່ນກວ່າ​ໝູ່​ແມ່ນ​ ການ​ຍົກ​ລະດັບສາຍ​ພົວພັນ​ຮ່ວມ​ມື ມາ​ເປັນ​ຄູ່​ຮ່ວມ​ມື ​ແບບ​ຍຸດ​ທະ​ສາດ ​ຮອບດ້ານ, ໝັ້ນຄົງ​ຍາວ​ນານ.

ການ​ແລກປ່ຽນ​ ລະຫວ່າງ​ ປະຊາຊົນມີ​ການ​ພັດທະນາ​ຢ່າງ​ບໍ່​ຢຸດຢັ້ງ, ນັກ​ທ່ອງ​ທ່ຽວ​ຈີນ ​ເຂົ້າ​ມາ​ທ່ຽວ​ລາວ ​ເພີ່ມ​ຂຶ້ນເລື້ອຍໆ, ນັກ​ສຶກສາລາ​ວ ທີ່​ໄປ​ຮຽນ​ຢູ່​ຈີນ ມີ​ຈຳນວນ​ຫລວງຫລາຍ. ​ຈີນ ​ແລະ ລາວ ​ໄດ້​ຮ່ວມ​ສຸກຮ່ວມ​ທຸກ ຮັກ​ແພງ ​ແລະ ​ເຂົ້າ​ໃຈ ​ເຊິ່ງກັນ ​ແລະ ກັນ, ການ​ສະໜັບ​ສະ​ໜູນຢ່າງ​ຈິງ​ໃຈ ​ເປັນ​ເສົາ​ຄໍ້າອັນ​ໜັກ​ແໜ້ນ​ ໃຫ້​ແກ່ສາຍ​ພົວພັນ ຈີນ-ລາວ ທີ່​ສືບ​ຕໍ່​ພັດທະນາ​ໄປ​ຢ່າງ​ແໜ້ນ​ແຟ້ນ, ຄວາມ​ສາມັກ​ຄີ ສູ້​ຊົນ​ຮ່ວມ​ກັນ​ເປັນ​ກຳລັງ​ແຮງ​ຊຸກຍູ້ຢ່າງ​ບໍ່​ເຫືອດ​ແຫ້ງ, ສອງ​ຝ່າຍ​ໄດ້​ຖອດ​ຖອນ​ ບົດຮຽນຊ່ວຍ​ເຫລືອ ​ເຊິ່ງກັນ​ແລະກັນ ​ໃຫ້​ກ້າວ​ຂຶ້ນ​ສູ່​ລະດັບ​ໃໝ່ ​ມີ​ການ​ກ້າວ​ກະ​ໂດດອັນ​ຍິ່ງ​ໃຫຍ່. ປັດຈຸບັນ ຈີນ ​ໄດ້​ຊ່ວຍ​ເຫລືອ​ລາວ ຢ່າງ​ຫລວງຫລາຍບໍ່​ວ່າ​ຈະ​ເປັນ​ດ້ານການສຶກສາ, ການ​ເງິນ ,ການ​ລົງທຶນ ​ແລະ ອື່ນໆ.

 

ໂດຍ: ດາ​ວັນ

 

KPL

ຂ່າວອື່ນໆ

    • ປະເທດ ເມັກຊິກອາຊຽນ ASEAN

      ປະເທດ ເມັກຊິກ

      9/16/2025 3:25:32 PM

      ເນື່ອງໃນໂອກາດວັນຊາດຂອງປະເທດ ສະຫະລັດ ເມັກຊິກ (United Mexican States) ຫລື ເອີ້ນວ່າ ເມັກຊິກ(Mexico) ໃນວັນທີ 16.9.2025, ມີນະຄອນຫລວງ ຊື່ວ່າ ເມັກຊີໂກ, ເປັນປະເທດ ໜຶ່ງໃນທະວີບ ອາເມລິກາເໜືອ ມີຊາຍແດນທິດເໜືອຕິດກັບ ສະຫະລັດອາເມລິກາ

    • ປະເທດ ຫວຽດນາມອາຊຽນ ASEAN

      ປະເທດ ຫວຽດນາມ

      9/3/2025 9:35:43 AM

      ເນື່ອງໃນໂອກາດ ວັນຊາດຂອງປະເທດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ(Vietnam) ຄົບ ຮອບ 80 ປີ(2/9/1945-2/9/2025) ຫວຽດນາມ ເປັນປະເທດ

    • ປະເທດ ມາເລເຊຍອາຊຽນ ASEAN

      ປະເທດ ມາເລເຊຍ

      9/1/2025 10:04:37 AM

      ເນື່ອງໃນໂອກາດ ວັນຊາດຂອງປະເທດສະຫະພັນລັດ ມາເລເຊຍ (Federation of Malaysia) ຫລືເອີ້ນວ່າ ມາເລເຊຍ (Malaysia) ຄົບຮອບ 50 ປີ(31/8/1975-31/8/2025) ໂດຍມີນະຄອນຫລວງຊື່ວ່າ ກົວລາລຳເປີ(Kualalampur), ມາເລເຊຍ ຕັ້ງຢູ່ໃນເຂດເສັ້ນສູນສູດປະກອບດ້ວຍດິນແດນສອງສ່ວນ ໂດຍມີທະເລຈີນໃຕ້ ຂັ້ນລະຫວ່າງ ມາເລເຊຍ ຕາເວັນຕົກ ແລະ ມາເລເຊຍຕາເວັນອອກ

    • ສປປ ລາວ ເປັນເຈົ້າພາບ ກອງປະຊຸມກວດກາແຮງງານອາຊຽນ ຄັ້ງທີ 13ອາຊຽນ ASEAN

      ສປປ ລາວ ເປັນເຈົ້າພາບ ກອງປະຊຸມກວດກາແຮງງານອາຊຽນ ຄັ້ງທີ 13

      8/4/2025 2:09:30 PM

      ຂປລ. ເມື່ອບໍ່ດົນມານີ້, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຂອງ ສປປ ລາວ ໃນຖານະປະທານຄະນະກໍາມະການ ກວດກາແຮງງານອາຊຽນ ເປັນເຈົ້າພາບຈັດກອງປະຊຸມ ກວດກາແຮງງານອາຊຽນ ຄັ້ງທີ 13 ພາຍໃຕ້ຫົວຂໍ້ “ສ້າງຄວາມເຂັ້ມແຂງໃຫ້ວຽກງານ ຄວາມປອດໄພ ແລະ ສຸຂະພາບແຮງງານ ແລະ ການກວດກາແຮງງານ ໃນຂະແໜງກະສິກຳ

    • ຄະນະຜູ້ແທນລາວ ເຂົ້າຮ່ວມເວທີສົນທະນາ ບົດບາດຍິງ-ຊາຍ ໃນຂະແໜງພະລັງງານອາຊຽນອາຊຽນ ASEAN

      ຄະນະຜູ້ແທນລາວ ເຂົ້າຮ່ວມເວທີສົນທະນາ ບົດບາດຍິງ-ຊາຍ ໃນຂະແໜງພະລັງງານອາຊຽນ

      7/30/2025 2:51:44 PM

      ຂປລ. ເມື່ອບໍ່ດົນມານີ້, ຄະນະຜູ້ແທນ ສປປ ລາວ ນຳໂດຍ ທ່ານ ນາງ ມາລີວັນ ພົມແສງສະ ຫວັນ ຮອງຫົວໜ້າຫ້ອງການ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ເຂົ້າຮ່ວມເວທີ ສົນທະນາບົດບາດຍິງ-ຊາຍ ໃນຂະແໜງພະລັງງານອາຊຽນ ແລະ ເວທີສົນທະນານະໂຍບາຍ ພະລັງງານອາຊຽນ

ads
ads

Top