ອາຊຽນ ປຶກສາຫາລືຄວາມໝັ້ນຄົງ ດ້ານພະລັງງານ-ສະບຽງອາຫານ

11/05/2026 07:39
Email Print 531
ຂປລ ກອງປະຊຸມ ສຸດຍອດ ອາຊຽນ ຄັ້ງທີ 48 ໄດ້ຈັດຂຶ້ນ ຢູ່ແຂວງເຊບູ ຂອງຟີລິບປີນ ເມື່ອບໍ່ດົນມານີ້ ໂດຍໄດ້ສຸມໃສ່ ປຶກ ສາຫາລື ບັນຫາສຳຄັນຕ່າງໆເຊັ່ນ: ຄວາມໝັ້ນຄົງ ດ້ານພະລັງງານ, ຄວາມໝັ້ນຄົງ ດ້ານສະບຽງອາຫານ, ຄວາມ ປອດໄພ ຂອງປະຊາຊົນ ອາຊຽນ ຢູ່ແຫ່ງຕ່າງໆ ໃນໂລກ, ການຮ່ວມມື ດ້ານເສດຖະກິດ ແລະ ຫົວຂໍ້ສຳຄັນ ອື່ນໆ.

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ກອງປະຊຸມ ສຸດຍອດ ອາຊຽນ ຄັ້ງທີ 48 ໄດ້ຈັດຂຶ້ນ ຢູ່ແຂວງເຊບູ ຂອງຟີລິບປີນ ເມື່ອບໍ່ດົນມານີ້ ໂດຍໄດ້ສຸມໃສ່ ປຶກສາຫາລື ບັນຫາສຳຄັນຕ່າງໆເຊັ່ນ: ຄວາມໝັ້ນຄົງ ດ້ານພະລັງງານ, ຄວາມໝັ້ນຄົງ ດ້ານສະບຽງອາຫານ, ຄວາມປອດໄພ ຂອງປະຊາຊົນ ອາຊຽນ ຢູ່ແຫ່ງຕ່າງໆ ໃນໂລກ, ການຮ່ວມມື ດ້ານເສດຖະກິດ ແລະ ຫົວຂໍ້ສຳຄັນ ອື່ນໆ. ທ່ານ ເຟີດີນານ ມາຄອດຈູເນຍ ປະທານາທິບໍດີ ຟີລິບປີນ ເຊິ່ງເປັນ ປະເທດ ປະທານ ໝູນວຽນ ອາຊຽນ ກ່າວວ່າ: ສະຖານະການ ໃນຕາເວັນອອກກາງ ນັບມື້ ນັບປັ່ນປ່ວນ ວຸ້ນວາຍກວ່າເກົ່າ ເຊິ່ງສົ່ງຜົນກະທົບ ຕໍ່ປະເທດ ສະມາຊິກ ອາຊຽນ ແລະ ເປັນໄພຂົ່ມຂູ່ ຕໍ່ການດຳລົງຊີວິດ, ການທຳມາຫາກິນ ແລະ ຊີວິດຂອງຄົນ, ກອງປະຊຸມ ສຸດຍອດຄັ້ງນີ້ ໄດ້ຈັດຂຶ້ນ ໃນໄລຍະເວລາ ທີ່ເຕັມໄປດ້ວຍ ສິ່ງທ້າທາຍ. ໃນໄລຍະຈັດກອງປະຊຸມ ສຸດຍອດ ຄັ້ງນີ້, ຜູ້ນຳປະເທດ ສະມາຊິກ ອາຊຽນ ທີ່ເຂົ້າຮ່ວມກອງປະຊຸມ ໄດ້ປຶກສາຫາລື ໃນຫົວຂໍ້ຕ່າງໆ ເຊັ່ນ: ການຮ່ວມມື ທາງທະເລ, ການຮັບມືກັບ ໄພທຳມະຊາດ, ສະໜັບສະໜູນ ຕີມໍເລັສເຕ ເຊື່ອມໂຍງ ເຂົ້າໃນອາຊຽນ ຢ່າງຮອບດ້ານ ແລະ ຫົວຂໍ້ອື່ນໆ ພ້ອມນີ້ ຍັງໄດ້ຮັບຮອງ ເອົາເອກະສານ ທີ່ກ່ຽວຂ້ອງ ຕື່ມອີກ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

    • ອາຊຽນ ສືບຕໍ່ຕັ້ງສູນປະສານງານທາງທະເລ ເພື່ອເພີ່ມຄວາມໝັ້ນຄົງ ໃນການແລ່ນກຳປັ່ນອາຊຽນ ASEAN

      ອາຊຽນ ສືບຕໍ່ຕັ້ງສູນປະສານງານທາງທະເລ ເພື່ອເພີ່ມຄວາມໝັ້ນຄົງ ໃນການແລ່ນກຳປັ່ນ

      5/12/2026 9:30:03 AM

      ອາຊຽນ (ASEAN) ໄດ້ເຫັນດີ ເພີ່ມທະວີ ການຮ່ວມມືດ້ານກິດຈະການ ທາງທະເລ ແລະ ພວມກະກຽມ ສ້າງຕັ້ງສູນປະສານງານ ການແລ່ນກຳປັ່ນ ໂດຍຟີລິບປິນ ກ່າວວ່າ, ວິທີການດັ່ງກ່າວນີ້ ສາມາດຊ່ວຍຫລຸດຜ່ອນຄວາມສ່ຽງ

    • ຟີລິບປິນ ໄຂກອງປະຊຸມສຸດຍອດອາຊຽນຄັ້ງທີ 48 ອາຊຽນ ASEAN

      ຟີລິບປິນ ໄຂກອງປະຊຸມສຸດຍອດອາຊຽນຄັ້ງທີ 48

      5/8/2026 2:47:31 PM

      ກອງ​ປະ​ຊຸມ​ສຸດຍອດ​ ອາ​ຊຽນ ​ຄັ້ງ​ທີ 48 ໄດ້​ໄຂ​ຂຶ້ນ​ຢູ່​ນະ​ຄອນ​ເຊ​ບູ​ ຂອງ​ຟີ​ລິບ​ປິນ.ຟີ​ລິບ​ປິນ ​ທີ່​ເປັນ​ປະ​ເທດ ​ປະ​ທານ​ໝູນ​ວຽນ ​ອາ​ຊຽນ​ ເປັນ​ປະ​ທານກອງ​ປະ​ຊຸມ​ສຸດຍອດ​ຄັ້ງ​ນີ້.

    • ປະເທດ ລາຊະອານາຈັກໄທອາຊຽນ ASEAN

      ປະເທດ ລາຊະອານາຈັກໄທ

      12/19/2025 9:33:38 AM

      ປະເທດລາຊະອານາຈັກໄທ (The Kingdom of Thailand) ມີນະຄອນຫລວງຊື່ວ່າ: ບາງກອກ (Bang kok), ຊຶ່ງເປັນປະເທດ ເພື່ອນບ້ານ ຮັກແພງຊ່ວຍເຫລືອ ເຊິ່ງກັນ ແລະ ກັນມາໂດຍຕະຫລອດກັບ ປະເທດລາວ ແລະ ໄດ້ສ້າງຕັ້ງສາຍພົວພັນ ທາງການທູດຮ່ວມກັນກັບ ປະເທດ ສປປ ລາວ ເມື່ອວັນທີ 19.12.1950 ເປັນຕົ້ນມາ.

    • ມາເລເຊຍ ຮຽກຮ້ອງໃຫ້ນຳພາການພັດທະນາ ຂອງອາຊຽນ ໃນອະນາຄົດ ດ້ວຍການປະດິດສ້າງໃໝ່ອາຊຽນ ASEAN

      ມາເລເຊຍ ຮຽກຮ້ອງໃຫ້ນຳພາການພັດທະນາ ຂອງອາຊຽນ ໃນອະນາຄົດ ດ້ວຍການປະດິດສ້າງໃໝ່

      11/26/2025 4:19:04 PM

      ອາ​ຊຽນ ​ພວມ​ວາງ​ບາດ​ກ້າວ ​ເຂົ້າ​ສູ່ 10 ປີ​ ສຳ​ຄັນ ​ທີ່​ຕັດ​ສິນ​ ທິດ​ທາງ​ກ້າວ​ເດີນ ​ໃນ​ອະ​ນາ​ຄົດ, ບັນ​ດາ​ປະ​ເທດ ​ໃນ​ພາກ​ພື້ນ ​ຕ້ອງ​ເພີ່ມ​ຄວາມ​ໜຽວ​ແໜ້ນ ແລະ ຊຸກ​ຍູ້​ ການ​ພັດ​ທະ​ນາ​ ແບບ​ຍືນ​ຍົງ ດ້ວຍ​ການ​ປະ​ດິດ​ສ້າງ​ໃໝ່ ​ດ້ານ​ວິ​ທະ​ຍ​າ​ສາດ ​ເຕັກ​ໂນ​ໂລ​ຊີ.

    • ປະເທດ ກຳປູເຈຍອາຊຽນ ASEAN

      ປະເທດ ກຳປູເຈຍ

      11/10/2025 1:05:25 PM

      ເນື່ອງໃນໂອກາດ ວັນຊາດ ກຳປູເຈຍ (Cambodia) ຫລື ຣາຊະອານາຈັກ ກຳປູເຈຍ (Kingdom of Cambodia) ຄົບຮອບ 72 ປີ (9/11/1953-9/11/2025). ໂດຍມີ ນະຄອນຫລວງ ຊື່ວ່າ: ພະນົມເປັນ (Phanompenh), ຕັ້ງຢູ່ໃນເຂດອາຊີ ທາງພາກຕາເວັນອອກສຽງໃຕ້ ມີຊາຍແດນ ທາງທິດໃຕ້ຕິດກັບ ອ່າວໄທ, ທິດຕາເວັນຕົກ ຕິດກັບ ໄທ; ທິດເໜືອຕິດກັບ ລາວ ແລະ ໄທ

ads
ads

Top