ປາປົວນົວກິນີ-ອົດສະຕຣາລີ ບັນລຸສົນທິສັນຍາ ການປ້ອງກັນປະເທດຮ່ວມກັນ

17/09/2025 14:19
ຂປລ ອົດສະຕຣາລີ ແລະ ປາປົວນີວກິນີ ໄດ້ບັນລຸ ສົນທິສັນຍາ ການປ້ອງກັນ ປະເທດ ສະບັບໃໝ່ ໂດຍມີ ເນື້ອໃນ ລະບຸວ່າ: ທັງສອງ ປະເທດ ຈະປົກປ້ອງ ເຊິ່ງກັນ ແລະ ກັນ ຖ້າຫາກວ່າ ຖືກໂຈມຕີ ທ່າມກາງ ໄພຄຸກຄາມ ທີ່ເກີດຂຶ້ນໃໝ່.

ຂປລ. ສຳນັກຂ່າວ ເອເອຟພີ ລາຍງານ ຈາກນະຄອນຫລວງ ພອດໂມແຣັດສະບີ ຂອງ ປະເທດ ປາປົວນີວກິນີ ເມື່ອວັນທີ 16 ກັນຍາ ວ່າ: ອົດສະຕຣາລີ ແລະ ປາປົວນີວກິນີ ໄດ້ບັນລຸ ສົນທິສັນຍາ ການປ້ອງກັນ ປະເທດ ສະບັບໃໝ່ ໂດຍມີ ເນື້ອໃນ ລະບຸວ່າ: ທັງສອງ ປະເທດ ຈະປົກປ້ອງ ເຊິ່ງກັນ ແລະ ກັນ ຖ້າຫາກວ່າ ຖືກໂຈມຕີ ທ່າມກາງ ໄພຄຸກຄາມ ທີ່ເກີດຂຶ້ນໃໝ່.

ສົນທິສັນຍາ ດັ່ງກ່າວ ເປັນຄວາມພະຍາຍາມ ໃນການຕໍ່ຕ້ານ ອິດທິພົນ ທີ່ ເພີ່ມຂຶ້ນ ໃນມະຫາສະໝຸດປາຊີຟິກ. ຄາດວ່າ ຈະໄດ້ຮັບ ການລົງນາມ ໂດຍ ນາຍົກລັດຖະມົນຕີ ໂທນີ ອັລບາເນຊີ ຂອງ ອົດສະຕຣາລີ ແລະ ນາຍົກ ລັດຖະມົນຕີ ເຈມສ ມາຣາເປ ຂອງ ປາປົວນີວກິນີ.

ໂດຍ ອົດສະຕຣາລີ ແລະ ປາປົວນີວກິນີ ພວມຜະເຊີນກັບ ໄພຄຸກຄາມ ທີ່ເກີດຂຶ້ນໃໝ່ ຊຶ່ງ ສົ່ງຜົນກະທົບຕໍ່ຜົນປະໂຫຍດ ຂອງ ຊາດ ແລະ ຄວາມໝັ້ນຄົງ ໃນພາກພື້ນ, ໂດຍ ທັງສອງ ປະເທດ ມຸ່ງໝັ້ນທີ່ ຈະເຮັດວຽກຮ່ວມກັນ ເພື່ອສະໜັບ ສະໜູນ ພາກພື້ນ ທີ່ສະຫງົບສຸກໝັ້ນຄົງ, ຈະເລີນຮຸ່ງເຮືອງ ແລະ ເຄົາລົບອະທິປະໄຕ./

KPL

ຂ່າວອື່ນໆ

ads
ads

Top