ເຄື່ອງຊ່ວຍເຫລືອກູ້ໄພ ແຜ່ນດິນໄຫວ ທີ່ ສປ ຈີນ ມອບໃຫ້ງວດທຳອິດ ໄດ້ຂົນສົ່ງໄປຮອດ ອາຟະການິດສະຖານ

08/09/2025 21:19
Email Print 199
ຂປລ ເຄື່ອງ​ຊ່ວຍ​ເຫລືອ ດ້ານມະນຸດ​ສະທຳ ສຸກເສີນ ທີ່ ສປ ຈີນ ມອບ​ໃຫ້ ອາ​ຟະກາ​ນິດ​ສະ​ຖານ ງວດທຳອິດ ໄດ້ຂົນສົ່ງໄປ​ຮອດ ນະຄອນຫລວງກາບູນ ​ຂອງອາ​ຟະກາ​ນິດ​ສະ​ຖານ.

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ເຄື່ອງ​ຊ່ວຍ​ເຫລືອ ດ້ານມະນຸດ​ສະທຳ ສຸກເສີນ ທີ່ ສປ ຈີນ ມອບ​ໃຫ້ ອາ​ຟະກາ​ນິດ​ສະ​ຖານ ງວດທຳອິດ ໄດ້ຂົນສົ່ງໄປ​ຮອດ ນະຄອນຫລວງກາບູນ ​ຂອງອາ​ຟະກາ​ນິດ​ສະ​ຖານ. ເຄື່ອງ​ຊ່ວຍ​ເຫລືອ​​​ ກູ້​ໄພ​ງວດທຳອິດນີ້​ ລວມມີເຕັ້ນ, ຜ້າຫົ່ມ​ ແລະ ​​ສິ່ງ​ຂອງທີ່​ຕ້ອງ​ການ​ຮີບດ່ວນ ສຳລັບ ​ເຂດເກີດໄພພິບັດ. ທ່ານ ​ປ່າວ​ຊີ້​ຮຸ່ຍ ​ອຸ​ປະ​ທູດຊົ່ວຄາວຈີນ ປະຈຳ ອາ​ຟະກາ​ນິດສະຖານ ແລະ ຜູ້ອື່ນໆ ໄດ້ເຂົ້າຮ່ວມ ພິທີມອບ-ຮັບ ເຄື່ອງດັ່ງ​ກ່າວ. ທ່ານ​ ປ່າວ​ຊີ້​ຮຸ່ຍ ໃຫ້ຮູ້ວ່າ: ຫລັງຈາກ ເກີດແຜ່ນດິນໄຫວ ຮຸນແຮງ ຢູ່ແຂວງຄູນາ ແລະ ແຂວງອື່ນໆ ຂອງອາ​ຟະກາ​ນິດສະຖານ, ລັດຖະບານຈີນ ໄດ້ຕົກ​ລົງ​ທັນ​ທີ​ ເພື່ອມອບ​ເຄື່ອງຊ່ວຍ​ເຫລືອ​ ດ້ານມະນຸດ​ສະທຳ ສຸກເສີນໃຫ້ ອາ​ຟະກາ​​ນີ​ສະ​ຖານ. ເຊື່ອວ່າ ພາຍໃຕ້ການນຳພາ ຂອງລັດຖະບານ ອາ​ຟະກາ​ນິດສະຖານ, ປະຊາຊົນ ໃນ​ເຂດ​ປະ​ສົບໄພ ຈະສາ​ມາດຜ່ານ​ຜ່າຄວາມຫຍຸ້ງ​ຍາກ ແລະ ສ້າງສາ​ບ້ານເມືອງຄືນໃໝ່ ໄດ້​ໂດຍໄວ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top