ຂປລ
ໂຄງການຊ່ວຍເຫລືອ ທາງເຕັກນິກ ດ້ານການວາງແຜນອະນຸລັກ ສິ່ງແວດລ້ອມ ຂອງ ສປປ ລາວ ທີ່ໄດ້ຮັບ ການຊ່ວຍເຫລືອ ຈາກ ສປ ຈີນ ເລີ່ມດຳເນີນ ຢ່າງເປັນທາງການ ຢູ່ນະຄອນຫລວງວຽງຈັນ ຂອງ ສປປ ລາວ.
ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ເມື່ອບໍ່ດົນມານີ້, ໂຄງການຊ່ວຍເຫລືອ ທາງເຕັກນິກ ດ້ານການວາງແຜນອະນຸລັກ ສິ່ງແວດລ້ອມ ຂອງ ສປປ ລາວ ທີ່ໄດ້ຮັບ ການຊ່ວຍເຫລືອ ຈາກ ສປ ຈີນ ເລີ່ມດຳເນີນ ຢ່າງເປັນທາງການ ຢູ່ນະຄອນຫລວງວຽງຈັນ ຂອງ ສປປ ລາວ. ໂຄງການດັ່ງກ່າວ ເນັ້ນໃສ່ ການວາງແຜນປັບປຸງ ໃຫ້ດີຂຶ້ນ ສຳລັບ ສິ່ງແວດລ້ອມ ທາງນ້ຳ ແລະ ທາງອາກາດ, ມີຈຸດປະສົງ ເພື່ອຍົກສູງ ຄວາມສາມາດ ດ້ານການອະນຸລັກສິ່ງແວດລ້ອມ ທຳມະຊາດ ຂອງປະເທດລາວ, ຊຸກຍູ້ໃຫ້ຜະລິດຕະພັັນ ສາທາລະນະ ດ້ານສິ່ງແວດລ້ອມ ທຳມະຊາດ ເພື່ອສ້າງຜົນປະໂຫຍດ ໃຫ້ແກ່ ປະຊາຊົນຈີນ ແລະ ລາວ ໃຫ້ຫລາຍ ກວ່າເກົ່າ. ຈາກນັ້ນ ທ່ານ ໄຊນະຄອນ ອິນທະວົງ ຮອງລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມລາວ ກ່າວໃນພິທີເລີ່ມດຳເນີນໂຄງການວ່າ: ກະຊວງກະສິກຳ ແລະ ສິ່ງແວດລ້ອມລາວ ຈະໃຫ້ການສະໜັບ ສະໜູນ ຢ່າງຮອບດ້ານ ແກ່ການປະຕິບັດໂຄງການ ເພື່ອຮັບປະກັນ ໃຫ້ການຮ່ວມມື ໄດ້ຮັບຜົນສຳເລັດ ຢ່າງຈົບງາມ ຕາມແຜນການ ທີ່ວາງໄວ້./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL