ຂປລ
ທ່ານ ໂດນັນ ທຣຳ (Donald Trump) ປະທານາທິບໍດີ ສ.ອາເມລິກາ ໄດ້ມີການເຈລະຈາກັບ ທ່ານ ໂວໂລດີເມຍ ເຊເລນສະກີ(Volodymyr Zelensky) ປະທານາທິບໍດີ ອູແກຣນ ເພື່ອແນໃສ່ແລກປ່ຽນ ບັນດາບັນຫາທີ່ກ່ຽວຂ້ອງ ເຖິງສະພາບການຢູ່ ອູແກຣນ ແລະ ແງ່ຫວັງສັນຕິພາບຢູ່ພາກພື້ນ.

ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, ເມື່ອບໍ່ດົນມານີ້ ຢູ່ທຳນຽບຂາວ, ທ່ານ ໂດນັນ ທຣຳ (Donald Trump) ປະທານາທິບໍດີ ສ.ອາເມລິກາ ໄດ້ມີການເຈລະຈາກັບ ທ່ານ ໂວໂລດີເມຍ ເຊເລນສະກີ(Volodymyr Zelensky) ປະທານາທິບໍດີ ອູແກຣນ ເພື່ອແນໃສ່ແລກປ່ຽນ ບັນດາບັນຫາທີ່ກ່ຽວຂ້ອງ ເຖິງສະພາບການຢູ່ ອູແກຣນ ແລະ ແງ່ຫວັງສັນຕິພາບ ຢູ່ພາກພື້ນ.ຈາກນັ້ນ ທ່ານ ໂດນັນ ທຣຳ ຢັ້ງຢືນວ່າ: ສ.ອາເມລິກາ ພ້ອມແລ້ວ ທີ່ຈະສົມທົບກັບ ບັນດາປະເທດ ເອີຣົບ ເພື່ອຮັບປະກັນ ຄວາມໝັ້ນຄົງ ໃຫ້ແກ່ ອູແກຣນ; ພ້ອມທັງ ເນັ້ນໜັກເຖິງ ຄວາມສາມາດ ໃນການຈັດຕັ້ງ ການພົບປະກັນ ສາມຝ່າຍ ໂດຍມີ ການເຂົ້າຮ່ວມຂອງ ຣັດເຊຍ, ແນໃສ່ ຊອກຫາໂອກາດ ຢຸດຕິ ການປະທະກັນ. ທ່ານ ໂດນັນ ທຣຳ ກ່າວວ່າ: ບໍ່ຄິດວ່າ ຈະຕ້ອງບັນລຸໄດ້ ຂໍ້ຕົກລົງຢຸດຍິງ ແຕ່ ມັກ ແນວຄວາມຄິດ ຢຸດຍິງ ຍ້ອນເຫດຜົນ ອັນດຽວ ນັ້ນແມ່ນ ປະຊາຊົນ ຈະບໍ່ຖືກເຂັ່ນຂ້າ ໃນທັນທີ ແລະ ອາດຈະມຸ່ງໄປເຖິງ ຂໍ້ຕົກລົງ ສັນຕິພາບ ແລະ ຫວັງວ່າ ການປະທະກັນ ຈະຢຸດຕິ. ໃນແງ່ມູມ ຍຸດທະສາດ, ການຢຸດຍິງ ອາດບໍ່ແມ່ນທ່າ ໄດ້ປຽບໃຫ້ ບໍ່ວ່າຝ່າຍໃດ ແຕ່ຂໍ້ຕົກລົງ ສັນຕິພາບ ທັງໝົດ ທີ່ເຄີຍເຂົ້າຮ່ວມ ບໍ່ເຄີຍມີຄຳທີ່ວ່າ ຢຸດຍິງຈັກເທື່ອ”.ສ່ວນ ທ່ານ ໂວໂລດີເມຍ ເຊເລນ ສະກີ, ປະທານາທິບໍດີ ອູແກຣນ ຢັ້ງຢືນວ່າ ອູແກຣນ ສະໜັບ ສະໜູນ ບັນດາ ຂໍ້ລິເລີ່ມ ສາກົນ ເພື່ອແນໃສ່ ຢຸດຕິ ການປະທະກັນ, ພ້ອມທັງ ສະແດງ ໃຫ້ເຫັນພ້ອມແລ້ວ ທີ່ຈະເຂົ້າຮ່ວມກົນໄກ ເຈລະຈາ 3 ຝ່າຍ. ພາຍຫລັງ ການພົບປະ, ທ່ານ ໂດນັນ ທຣຳ ໄດ້ມີການພົບປະກັບ ການນຳ ເອີຣົບ ຫລາຍທ່ານ. ເມື່ອກ່າວຄຳເຫັນ ທີ່ການພົບປະນີ້, ທ່ານ ໂດນັນ ທຣຳ ເຊື່ອໝັ້ນວ່າ ທ່ານ ວາລາດີເມຍ ປູຕິນ, ປະທານາທິບໍດີ ຣັດເຊຍ ແລະ ທ່ານ ໂວໂລດີເມຍ ເຊເລນ ສະກີ, ປະທານາທິບໍດີ ອູແກຣນ ສາມາດ ຊອກໄດ້ ທັດສະນະລວມ ເພື່ອຢຸດຕິ ການປະທະກັນ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL