ຣັດເຊຍ-ອູແກຣນ ບໍ່ຈຳເປັນຕ້ອງຢຸດຍິງກ່ອນ ແຕ່ສາມາດເຂົ້າສູ່ ການເຈລະຈາສັນຕິພາບໂດຍກົງ

19/08/2025 11:32
Email Print 129
ຂປລ ທ່ານ​ ໂດ​ນັນ ທ​ຣຳ, ປະ​ທາ​ນາ​ທິ​ບໍ​ດີ​ ສ.ອາ​ເມ​ລິ​ກາ​ ໄດ້​ກ່າວ​ໃນ​ໂອ​ກາດ ພົບ​ປະ​ເຈ​ລະ​ຈາ​ກັບ ​ທ່ານ ​ໂວ​ໂລ​ດີ​ເມຍ ເຊ​​ເລນ​​ສະ​ກີ, ປະ​ທາ​ນາ​ທິ​ບໍ​ດີ ​ອູ​ແກຣນ ແລະ ​ຜູ້​ນຳ​ ຫລາຍ​ທ່ານ ​ຂອງ​ເອີ​ຣົບ ​ຢູ່​ທຳ​ນຽບ​ຂາວ​

ຂປລ.ວິທະຍຸສາກົນແຫ່ງ ສປ ຈີນ, ວັນ​ທີ 18 ສິງ​ຫານີ້, ທ່ານ​ ໂດ​ນັນ ທ​ຣຳ, ປະ​ທາ​ນາ​ທິ​ບໍ​ດີ​ ສ.ອາ​ເມ​ລິ​ກາ​ ໄດ້​ກ່າວ​ໃນ​ໂອ​ກາດ ພົບ​ປະ​ເຈ​ລະ​ຈາ​ກັບ ​ທ່ານ ​ໂວ​ໂລ​ດີ​ເມຍ ເຊ​​ເລນ​​ສະ​ກີ, ປະ​ທາ​ນາ​ທິ​ບໍ​ດີ ​ອູ​ແກຣນ ແລະ ​ຜູ້​ນຳ​ ຫລາຍ​ທ່ານ ​ຂອງ​ເອີ​ຣົບ ​ຢູ່​ທຳ​ນຽບ​ຂາວ​ ໂດຍກ່າວ​ວ່າ: ຣັດ​ເຊຍ-ອູ​ແກ​ຣນ ​ບໍ່​ຈຳ​ເປັນຕ້ອງ​ ຢຸດ​ຍິງ​ກ່ອນ ແຕ່ສາ​ມາດ​ ເຂົ້າ​ສູ່​ ການ​ເຈ​ລະ​ຈາ​ສັນ​ຕິພາບ​ໂດຍ​ກົງ ແລະ ​ກ້າວ​ເຖິງ​ຂັ້ນ​ ເຊັນ​ສັນ​ຍາ​ສັນ​ຕິ​ພາບ. ທ່ານ​ ໂດນັນ ທ​ຣຳ​ ໄດ້​ເຜີຍ​ແຜ່​​ ຜ່ານ​ສື່​ສັງ​ຄົມ​ອອນ​ລາຍ​ວ່າ: ຕົນ​ເອງ​ ໄດ້​ສົນ​ທະ​ນາ​ກັບ ​ທ່ານ​ ວາ​ລາ​ດີ​ເມຍ ປູ​ຕິນ, ປະ​ທາ​ນາ​ທິ​ບໍ​ດີ​ ຣັດ​ເຊຍ ​ຜ່ານ​ທາງ​ ໂທ​ລະສັບ​ແລ້ວ​ ທີ່​ຈະ​ຈັດ​ວາງ​ໃຫ້​ທ່ານ ​ວາລາດີເມຍ ປູ​ຕິນ ​ພົບ​ປະ​ກັບ​ ທ່ານ​ ເຊ​ເ​ລນ​ສະ​ກີ, ຫລັງ​ຈາກນັ້ນ ຈະ​ຈັດ​ການ​ພົບ​ປະ​ເຈ​ລະ​ຈາ​ ສາມ​ຝ່າຍ ​ລະ​ຫວ່າງ​ຜູ້​ນຳ​ ສ.ອາ​ເມ​ລິ​ກາ-ຣັດ​ເຊຍ​-ອູ​ແກ​ຣນ. ສື່ມວນ​ຊົນ ​ອາ​ເມ​ຣລິກາ​ ລາຍ​ງານ​ວ່າ: ທ່ານ​ ໂດນັນ ທ​ຣຳ ​ຫວັງ​ວ່າ​ ຈະ​ຈັດ​ການ​ເຈ​ລະ​ຈາ​ ລະ​ຫວ່າງ ​ຜູ້​ນຳ​ ຣັດ​ເຊຍ ​ແລະ ອູ​ແກ​ຣນ ໃນ​ທ້າຍ​ເດືອນ​ສິງ​ຫານີ້./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top