ຄຸນງາມຄວາມດີການປະຕິວັດທີ່ເປັນອຳມະຕະຂອງສະຫາຍ ກິມ ອິນ ຊຸງ

18/08/2025 12:18
Email Print 154
ຂປລ (ວັນທີ 15 ສິງຫາ ແມ່ນ ວັນຄົບຮອບ 80 ປີ ແຫ່ງວັນປົດປ່ອຍເກົາຫລີ)


       *ເພື່ອເປັນການລະນຶກເຖິງວັນດັ່ງກ່າວ, ປະຊາຊົນ ສປປ ເກົາຫລີ ກຳລັງວາງພວງມາລາເພື່ອລະນຶກເຖິງຄຸນງາມຄວາມດີຂອງສະຫາຍ ກິມ ອິນ ຊຸງ ແລະ ຫວນຄືນຄວາມຮູ້ສຶກອັນເລິກເຊິ່ງໃນການຄົ້ນຄວ້າອັນເປັນອຳມະຕະຂອງເພິ່ນໃນການປົດປ່ອຍຊາດ ແລະ ສ້າງສາປະເທດຊາດ. ສະຫາຍໄດ້ນໍາປະຊາຊົນຜ່ານຜ່າຄວາມຫຍຸ້ງຍາກລໍາບາກໃນສົງຄາມໄປສູ່ໄຊຊະນະ, ບັນລຸເປົ້າໝາຍປະຫວັດສາດຂອງການປົດປ່ອຍປະເທດຊາດ ແລະ ກໍ່ສ້າງປະເທດໃຫ້ເປັນລັດເອກະລາດອະທິປະໄຕ ແລະ ເປັນປະເທດສັງຄົມນິຍົມທີ່ໄດ້ຮັບໄຊຊະນະຂອງການປະຕິວັດຈູເຈ.
       ໃນຕົ້ນຊຸມປີແຫ່ງການປະຕິວັດຂອງຕົນ, ສະຫາຍ ກິມ ອິນ ຊຸງ ຖືຫລັກປັດຊະຍາທີ່ວ່າການເພິ່ງພາອາໄສກຳລັງຈາກຕ່າງປະເທດຈະບໍ່ນຳໄປສູ່ການປົດປ່ອຍປະເທດຊາດ, ຍຶດໝັ້ນແນວຄວາມຄິດເອກະລາດຂອງປະເທດຊາດ ແລະ ຄວາມມານະພະຍາຍາມຂອງພວກເຮົາເອງ-ແນວຄິດສຳເລັດການປະຕິວັດເກົາຫລີ ດ້ວຍກຳລັງແຮງຂອງປະຊາຊົນເກົາຫລີ. ສະຫາຍໄດ້ວາງເສັ້ນທາງອັນເປັນເອກະລັກສະເພາະຂອງການໂຮມປະເທດຊາດເປັນເອກະພາບຕ້ານສັດຕູ ແລະ ການຕໍ່ຕ້ານຂອງທຸກຄົນໃນທົ່ວປວງຊົນ, ພ້ອມທັງໄດ້ປຸກລະດົມທົ່ວປວງຊົນລຸກຮືຂຶ້ນເປັນອັນໜຶ່ງອັນດຽວກັນດ້ວຍກຳລັງອາວຸດໃນການຕໍ່ຕ້ານສັດຕູໃນທົ່ວປະເທດ, ດ້ວຍເຫດນີ້ຈຶ່ງເຮັດໃຫ້ເສັ້ນທາງປະຫວັດສາດແຫ່ງການປົດປ່ອຍປະເທດຊາດບັນລຸຜົນສຳເລັດ.
            ອາດເວົ້າໄດ້ວ່າການປົດປ່ອຍປະເທດຊາດແມ່ນການຫວນຄືນການປະຕິວັດຕໍ່ສູ້ທີ່ແກ່ຍາວມາເປັນເວລາ 20 ປີພາຍໃຕ້ການນຳພາຂອງສະຫາຍ ກິມ ອິນ ຊຸງ ພ້ອມທັງເປັນການສະຫລຸບການຕໍ່ສູ້ຂອງວິລະຊົນໃນທົ່ວປວງຊົນ. ດ້ວຍວິທີດັ່ງກ່າວນີ້, ການປົດປ່ອຍປະເທດໄດ້ນຳໄປສູ່ການກໍ່ສ້າງສັງຄົມນິຍົມທີ່ມີຈຸດໃຈກາງຂອງມະຫາຊົນ ແລະ ລັດສັງຄົມນິຍົມທີ່ເປັນອິດສະລະບໍ່ໄດ້ຮັບຜົນກະທົບຈາກການເຄື່ອນໄຫວໃດໆ. ພາຍຫລັງການປົດປ່ອຍ, ສະຫາຍ ກິມ ອິນ ຊຸງ ໄດ້ສຳເລັດ 3 ວຽກງານກໍ່ສ້າງພັກ, ລັດ ແລະ ກອງທັບໃນໄລຍະເວລາອັນສັ້ນ ແລະ ພັດທະນາປະເທດ ສປປ ເກົາຫລີ ຈາກລັດກະສິກອນທີ່ມີຄວາມຫລ້າຫລັງ, ເປັນປະເທດເອກະລາດ ແລະ ເປັນປະເທດສັງຄົມນິຍົມຈູເຈໃຫ້ໂລກມີຄວາມອິດສາ.
           ປັດຈຸບັນ  ສປປ ເກົາຫລີ ໄດ້ຮັບການຟື້ນຟູໂດຍສະຫາຍ ກິມ ອິນ ຊຸງ ແລະ ພັດທະນາໂດຍສະຫາຍ ກິມ ເຈິງ ອິນ ແມ່ນປະຕິບັດຕາມເສັ້ນທາງອັນສັກສິດຂອງການພັດທະນາຂອງຕົນພາຍໃຕ້ການນໍາພາຂອງສະຫາຍ ກິມ ເຈິງ ອຸນ ທີ່ເຄົາລົບເຊິ່ງກໍາລັງປະຕິບັດໃນພາລະກິດປະຕິວັດຂອງແບກດູທີ່ສະຫລາດສ່ອງໃສ.ຕາມຄວາມເປັນຈິງແລ້ວ, ຄວາມມຸ່ງມາດປາຖະໜາອັນຮັກຊາດທີ່ສະຫາຍ ກິມ ອິນ ຊຸງ ແລະ ສະຫາຍ ກິມ ເຈິງ ອິນ ທີ່ເຄົາລົບນັບຖື, ສະຫາຍ ກິມ ເຈິງ ອຸນ ໄດ້ວາງແຜນການສ້າງມະຫາອຳນາດໂລກໃຫ້ເຂັ້ມແຂງ ແລະ ຮຸ່ງເຮືອງຕະຫລອດໄປ ແລະ ໃນປັດຈຸບັນພວມນຳພາການຕໍ່ສູ້ໄປເຖິງຈຸດໝາຍຄືສ້າງສາປະເທດຊາດໃຫ້ຊາວໂລກມີຄວາມອິດສາ. ກຳລັງແຮງລວມແຫ່ງຊາດໄດ້ຮັບການເສີມຂະຫຍາຍຢ່າງສູງ ແລະ ສປປ ເກົາຫລີ ໄດ້ຢືນຢູ່ແຖວໜ້າຂອງປະເທດທີ່ມີຄວາມເຂັ້ມແຂງທາງດ້ານທະຫານທີ່ບໍ່ມີໃຜສາມາດຮຸກຮານ. ພາລະບົດບາດຂອງ ສປປ ເກົາຫລີ ນັບມື້ນັບສູງເດັ່ນຂຶ້ນກວ່າເກົ່າໃນເວທີພາກພື້ນ ແລະ ສາກົນ, ໂດຍສະເພາະສາຍພົວພັນມິດຕະພາບ ແລະ ຄວາມສາມັກຄີລະຫວ່າງ ສປປ ເກົາຫລີ ແລະ ບັນດາປະເທດສັງຄົມນິຍົມໄດ້ຮັບການເພີ່ມທະວີຍິ່ງໆຂຶ້ນກວ່າເກົ່າ ແລະ ຮັບປະກັນໃຫ້ການປົກປັກຮັກສາສະພາບແວດລ້ອມແຫ່ງສັນຕິພາບ ແລະ ສະຖຽນລະພາບຢູ່ແຫລມເກົາຫລີ ຢ່າງໝັ້ນຄົງ.
          ສະຫາຍ ກິມ ເຈິງ ອຸນ ໄດ້ທັບມ້າງຄວາມອວດອ້າງຂອງການກະທໍາສົງຄາມຂອງພວກຈັກກະພັດ ແລະ ປະກອບສ່ວນອັນພົ້ນເດັ່ນໃນການສ້າງສັນຕິພາບ ແລະ ສະຖຽນລະພາບຂອງໂລກ, ພາລະກິດຄວາມເປັນເອກະລາດເພື່ອມະນຸດຊາດ, ໂດຍໄດ້ຮັບການຍ້ອງຍໍສັນລະເສີນຈາກສາກົນ ແລະ ເປັນຜູ້ປົກປ້ອງທີ່ຍິ່ງໃຫຍ່ຂອງຄວາມຍຸດຕິທໍາ.

            ຍ້ອນມີສະຫາຍ ກິມ ເຈິງ ອຸນ ເລຂາທິການໃຫຍ່ພັກແຮງງານເກົາຫລີ, ປະທານກິດຈະການແຫ່ງລັດ ແຫ່ງ ສາທາລະນະລັດ ປະຊາຊົນປະຊາທິປະໄຕເກົາຫລີ, ຄຸນງາມຄວາມດີອັນຍິ່ງໃຫຍ່ຂອງສະຫາຍ ກິມ ອິນ ຊຸງ ແລະ ສະຫາຍ ກິມ ເຈິງ ອິນ ຈະຍືນຍົງຕະຫລອດໄປ.


KPL

ຂ່າວອື່ນໆ

ads
ads

Top