ຂປລ
*ໃນຊຸມປີຂ້າງໜ້າ, ສະພາບການຂອງໂລກ ແລະ ພາກພື້ນຄາດວ່າຈະຍັງຄົງ ປ່ຽນແປງຢ່າງວ່ອງໄວ, ສັບຊ້ອນ ແລະ ຍາກທີ່ຈະຄາດເດົາໄດ້. ການແຂ່ງຂັນຍຸດທະສາດ ລະຫວ່າງຊາດ ມະຫາອຳນາດ ເພີ່ມທະວີຄວາມຮຸນແຮງຫລາຍຂຶ້ນ. ຄວາມສ່ຽງຂອງຄວາມຂັດແຍ່ງສະເພາະພື້ນທີ່ ແລະ ການແຂ່ງຂັນດ້ານອາວຸດ ຍິ່ງເຫັນໄດ້ຢ່າງຊັດເຈນ.

*ໃນຊຸມປີຂ້າງໜ້າ, ສະພາບການຂອງໂລກ ແລະ ພາກພື້ນຄາດວ່າຈະຍັງຄົງ ປ່ຽນແປງຢ່າງວ່ອງໄວ, ສັບຊ້ອນ ແລະ ຍາກທີ່ຈະຄາດເດົາໄດ້. ການແຂ່ງຂັນຍຸດທະສາດ ລະຫວ່າງຊາດ ມະຫາອຳນາດ ເພີ່ມທະວີຄວາມຮຸນແຮງຫລາຍຂຶ້ນ. ຄວາມສ່ຽງຂອງຄວາມຂັດແຍ່ງສະເພາະພື້ນທີ່ ແລະ ການແຂ່ງຂັນດ້ານອາວຸດ ຍິ່ງເຫັນໄດ້ຢ່າງຊັດເຈນ. ບັນດາຈຸດວິກິດ ແລະ ການຂັດແຍ້ງກັນຍັງສືບຕໍ່ ແລະ ມີທ່າອ່ຽງຂະຫຍາຍເປັນວົງກວ້າງ. ສິ່ງທ້າທາຍດ້ານຄວາມສະຫງົບ ໃນຮູບແບບໃໝ່ ຍັງຄົງສັບຊ້ອນ ແລະ ສົ່ງຜົນກະທົບໃນຫລາຍດ້ານ ຕໍ່ການພັດທະນາ ຂອງປະເທດຕ່າງໆທົ່ວໂລກ. ການປະຕິວັດອຸດສາຫະກຳຄັ້ງທີ 4, ໂດຍສະເພາະ ປັນຍາປະດິດ ແລະ ເຕັກໂນໂລຊີດີຈິຕອນ ໄດ້ເປີດໂອກາດໃຫ້ປະເທດກຳລັງພັດທະນາ ແລະ ປະເທດດ້ອຍພັດທະນາສາມາດ "ກ້າວກະໂດດ, ຍາດເອົາໂອກາດນຳໜ້າ" ເພື່ອພັດທະນາປະເທດຢ່າງວ່ອງໄວ.
ຜົນສຳເລັດທີ່ຫວຽດນາມ ໄດ້ສ້າງຂຶ້ນຕະຫລອດ 40 ປີແຫ່ງການປະຕິຮູບໄດ້ວາງ ຮາກຖານທີ່ໝັ້ນຄົງໃຫ້ປະເທດກ້າວ ເຂົ້າສູ່ຍຸກໃໝ່ແຫ່ງຄວາມຮັ່ງມີ, ຈະເລີນຮຸ່ງເຮືອງ ແລະ ມີຄວາມສຸກ, ພາຍໃຕ້ການນຳພາ ແລະ ຊີ້ນໍາຂອງພັກກອມມູນິດ, ມຸ່ງສູ່ການສ້າງປະເທດ ສັງຄົມນິຍົມທີ່ປະຊາຊົນຮັ່ງມີ, ປະເທດເຂັ້ມແຂງ, ມີປະຊາທິປະໄຕ, ຍຸດຕິທຳ ແລະ ສີວິໄລ. ແນວໃດກໍຕາມ, ນອກເໜືອຈາກໂອກາດ ແລະ ສິ່ງອໍານວຍຄວາມສະດວກຕ່າງໆ, ປະເທດຍັງຄົງຜະເຊີນກັບອຸປະສັກ ແລະ ສິ່ງທ້າທາຍຫລາຍປະການ, ສີ່ຄວາມສ່ຽງ ທີ່ພັກກອມ ມູນິດຫວຽດນາມ ໄດ້ວິນິດໄສຍັງຄົງມີຢູ່ ໄດ້ແກ່: ການເສື່ອມຖອຍທາງແນວຄິດການເມືອງ, ຄຸນສົມບັດ ແລະ ວິຖີຊີວິດ, ລວມທັງແນວໂນ້ມ “ການປ່ຽນແປງຕົນເອງ” ແລະ “ການປ່ຽນແນວຄິດຈາກພາຍໃນ” ໃນກຸ່ມບຸກຄະລາກອນພາຍໃນ; ບັນຫາການສໍ້ລາດບັງຫລວງຍັງບໍ່ສາມາດກຳຈັດໄດ້; ການເສື່ອມຖອຍຂອງຄຸນຄ່າ ທາງວັດທະນະທຳ ແລະ ຈັນຍາບັນ; ຄວາມຂັດແຍ່ງ ແລະ ຄວາມເດືອດຮ້ອນ ໃນສັງຄົມຍັງຄົງສັບຊ້ອນ; ອີກທັງກຸ່ມສັດຕູຍັງຄົງ ດຳເນີນການຕໍ່ຕ້ານພັກ ແລະ ລັດຢ່າງຕໍ່ເນື່ອງ, ໂດຍສະເພາະ ການເຄື່ອນໄຫວຮຽກຮ້ອງໃຫ້ "ແຍກບົດບາດທາງການເມືອງ" ຂອງກໍາລັງປ້ອງກັນ ຄວາມສະຫງົບປະຊາຊົນ.
ສະພາບການດັ່ງກ່າວ ຈະສົ່ງຜົນກະທົບຢ່າງເລິກເຊິ່ງ ແລະ ຫລາຍດ້ານ ຕໍ່ພາລະກິດການປົກປ້ອງ ຄວາມໝັ້ນຄົງຂອງຊາດ ແລະ ການຮັກສາຄວາມສະຫງົບ, ຄວາມເປັນ ລະບຽບ ຮຽບຮ້ອຍ ຂອງສັງຄົມໃນຊ່ວງປີຕໍ່ໆມາ ເຊິ່ງຈຳເປັນຕ້ອງອາໄສ ພະລັງລວມຂອງພັກ, ປະຊາຊົນ ແລະ ກອງທັບ, ການລະດົມພະລັງຈາກ ທັງລະບົບການເມືອງ ປະສົມປະສານກັບພະລັງ ຂອງຍຸກສະໄໝຕະຫລອດ ຈົນການສະແຫວງຫາ ການສະໜັບສະໜູນ ຈາກປະຊາຄົມຕ່າງປະເທດຢ່າງສູງສຸດ ເພື່ອປົກປ້ອງເອກະລາດ, ອະທິປະໄຕ, ຄວາມເປັນເອກະພາບ ແລະ ຜືນແຜ່ນດິນ ອັນຄົບຖ້ວນຂອງຊາດ; ປົກປ້ອງພັກ, ລັດ, ປະຊາຊົນ ແລະ ລະບອບສັງຄົມນິຍົມ ຕະຫລອດເຖິງຄຸນຄ່າ ທາງວັດທະນະທຳ ແລະ ຜົນປະໂຫຍດຂອງຊາດ - ຊົນຊາດ; ຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ຄວາມໝັ້ນຄົງທາງການເມືອງ, ຄວາມໝັ້ນຄົງຂອງຊາດ ແລະ ຄວາມໝັ້ນຄົງຂອງປະຊາຊົນ; ສ້າງສັງຄົມທີ່ມີລະບຽບວິໄນ, ຄວາມປອດໄພ ແລະ ເອື້ອອໍານວຍເພື່ອພັດທະນາປະເທດ ຕາມເສັ້ນທາງສັງຄົມນິຍົມ.
ເພື່ອໃຫ້ສາມາດປະຕິບັດ ພາລະກິດອັນໜັກໜ່ວງ ໃນການຮັກສາຄວາມໝັ້ນຄົງ ແລະ ຄວາມສະຫງົບ ເປັນລະບຽບຮຽບຮ້ອຍ ຂອງປະເທດໄດ້ຢ່າງສຳເລັດ ເຊິ່ງເປັນພາລະກິດທີ່ພັກ ແລະ ປະຊາຊົນມອບໝາຍໃຫ້, ກໍາລັງປ້ອງກັນຄວາມສະຫງົບ ປະຊາຊົນຈຳເປັນຕ້ອງສືບທອດ ແລະ ເສີມຂະຫຍາຍມູນເຊື້ອ ອັນສະຫງ່າງາມຂອງຕົນ; ຕ້ອງມີຄວາມເປັນເຈົ້າການ ໃນການຕິດຕາມສະຖານະການຢ່າງໃກ້ຊິດ, ເຮັດໜ້າທີ່ເປັນເສນາທິການ ດ້ານຍຸດທະສາດໃຫ້ແກ່ພັກ ແລະ ລັດຢ່າງມີປະສິດທິພາບ, ສະເໜີແນວທາງ ແລະ ນະໂຍບາຍທີ່ເໝາະສົມ, ເພື່ອສາມາດວາງມາດຕະການ ໃນການປ້ອງກັນ ແລະ ຮັບມືຢ່າງມີປະສິດທິຜົນ ກັບໄພຂົ່ມຂູ່ຕໍ່ຄວາມໝັ້ນຄົງຂອງຊາດ ໂດຍສະເພາະໄພຂົ່ມຂູ່ ຮູບແບບໃໝ່. ຕ້ອງມີຄວາມສາມາດ ໃນການປ້ອງກັນ ແລະ ສະກັດກັ້ນຄວາມສ່ຽງ ຂອງຄວາມຂັດແຍ່ງທາງສັງຄົມ, ປ້ອງກັນບໍ່ໃຫ້ເກີດການກໍ່ຄວາມວຸ້ນວາຍ, ການກໍ່ການຮ້າຍ ຫລື ການກໍ່ຕັ້ງອົງການຈັດຕັ້ງ ທາງການເມືອງ ທີ່ເປັນປໍລະປັກ ພາຍໃນປະເທດ; ຕ້ອງປົກປ້ອງຜົນປະໂຫຍດສູງສຸດຂອງຊາດ, ຄວາມເປັນເອກະລາດ ແລະ ຄວາມໝັ້ນຄົງຂອງປະເທດ, ປົກປ້ອງປະຊາຊົນ, ພັກ, ລັດ, ລະບອບສັງຄົມ ນິຍົມຕະຫລອດ ເຖິງພື້ນຖານດ້ານແນວຄິດ ແລະ ແນວທາງການປະຕິຮູບຂອງພັກ.
ສືບຕໍ່ຄົ້ນຄວ້າ ແລະ ເປັນເສນາທິການໃນການປັບປຸງກົນໄກ, ນະໂຍບາຍ ແລະ ກົດໝາຍ, ເພື່ອເພີ່ມປະສິດທິພາບ ໃນການບໍລິຫານລັດດ້ານຄວາມໝັ້ນຄົງ ແລະ ລະບຽບສັງຄົມ. ຊຸກຍູ້ການປະຕິຮູບວຽກງານ ຍຸດຕິທຳ ແລະ ການບໍລິຫານລັດ, ພັດທະນາເຕັກໂນໂລຊີ, ວິທະຍາສາດ ແລະ ນະວັດຕະກຳ ຕະຫລອດເຖິງການຫັນສູ່ ລະບົບດີຈິຕອນໃນການປະຕິບັດງານ ຂອງກໍາລັງປ້ອງກັນຄວາມສະຫງົບ ເພື່ອຮັບປະກັບການປະຕິບັດໜ້າທີ່ ວຽກງານຂອງກໍາລັງ ປ້ອງກັນຄວາມສະຫງົບ, ຮັບປະກັນການຮັບໃຊ້ປະຊາຊົນ ແລະ ນະໂຍບາຍຫັນ ເປັນດີຈິຕອນຂອງຊາດ.
ປັບປຸງວຽກງານວິຊາການພື້ນຖານ ຂອງເຈົ້າໜ້າທີ່ຕຳຫລວດໃຫ້ທັນສະໄໝ, ດຳເນີນມາດຕະການປ້ອງກັນ ທາງສັງຄົມຄຽງຄູ່ກັບ ການປ້ອງກັນດ້ານເຕັກນິກ ເພື່ອຫລຸດຜ່ອນ ແລະ ສະກັດກັ້ນເງື່ອນໄຂຕະຫລອດ ເຖິງສາເຫດທີ່ພາໃຫ້ເກີດ ອາດຊະຍາກຳ, ປະຕິບັດຕາມກົດໝາຍຢ່າງເຂັ້ມງວດ ບໍ່ໃຫ້ມີອາດຊະຍາກຳໃດໆ ຫລຸດລອດ ບໍ່ໃຫ້ເກີດການດຳເນີນ ຄະດີທີ່ຜິດພາດ, ສ້າງການປ່ຽນແປງຢ່າງຊັດເຈນ ໃນດ້ານລະບຽບວິໄນ, ຄວາມເປັນລະບຽບຮຽບຮ້ອຍ ແລະຄວາມປອດໄພຂອງສັງຄົມ ໃຫ້ດີຂຶ້ນໃນແຕ່ລະປີ, ຍົກລະດັບຄຸນນະພາບ ໃນການແກ້ໄຂຄໍາຮ້ອງທຸກ ແລະ ຂໍ້ມູນເບາະແສກ່ຽວກັບອາດຊະຍາກຳ, ເພີ່ມອັດຕາການສືບສວນ-ຄະດີອາດຊະຍາກຳ, ເພີ່ມປະສິດທິພາບ ດ້ານຄວາມປອດໄພ ທາງການຈາລະຈອນ, ການປ້ອງກັນອັກຄີໄພ ແລະ ການລະເບີດ; ຈັດຕັ້ງປະຕິບັດວຽກງານ ດ້ານການລົງໂທດຕັດອິດສະລະພາບ, ການກັກຕົວ ແລະ ການກັກຂັງຊົ່ວຄາວ ໃຫ້ມີມາດຕະຖານຄວາມປອດໄພ ແລະ ຄວາມໝັ້ນຄົງຂອງສະຖານທີ່ຄວບຄຸມຢ່າງເຂັ້ມງວດ.
ສ້າງພັກແລະກຳລັງປ້ອງກັນ ຄວາມສະຫງົບປະຊາຊົນ ໃຫ້ມີຄວາມບໍລິສຸດ, ເຂັ້ມແຂງທັງໃນດ້ານການເມືອງ, ແນວຄິດ, ຈັນຍາບັນ, ການຈັດຕັ້ງແລະບຸກຄະລາກອນ, ເປັນກອງກຳລັງ ທີ່ມີລະບຽບແບບແຜນ, ເປັນມືອາຊີບ ແລະ ທັນສະໄໝຢ່າງແທ້ຈິງ. ມຸ່ງເນັ້ນການດຳເນີນການປັບປຸງໂຄງສ້າງ ການຈັດຕັ້ງຂອງກອງກຳລັງປ້ອງ ກັບຄວາມສະຫງົບປະຊາຊົນ ໃຫ້ມີຄວາມ ກະທັດຮັດ ແລະ ມີປະສິດທິພາບຢ່າງເດັດຂາດ, ປັບປຸງ ແລະ ສ້າງຄວາມເຂັ້ມແຂງ ໃຫ້ແກ່ຄະນະພັກປ້ອງກັນ ຄວາມສະຫງົບສູນກາງ ແລະ ອົງການພັກໃນທຸກລະດັບ ໃຫ້ສອດຄ່ອງ ກັບໂຄງສ້າງໃໝ່ ຂອງກອງກຳລັງປ້ອງກັນ ຄວາມສະຫງົບປະຊາຊົນ ຮັບປະກັນການຊີ້ນໍານໍາພາ ໃນທຸກດ້ານຂອງຄະນະພັກ ທຸກລະດັບ, ໂດຍສະເພາະ ຢ່າງຍິ່ງໃຫ້ຄວາມສຳຄັນ ກັບການຊັບຊ້ອນ, ແຕ່ງຕັ້ງ, ການຝຶກອົບຮົມ ແລະ ພັດທະນາບຸກຄະລາກອນ ພະນັກງານ ແລະ ເຈົ້າໜ້າທີ່ໂດຍສະເພາະຜູ້ນຳ, ຜູ້ບັນຊາການ ແລະ ຫົວໜ້າໜ່ວຍງານ ໃຫ້ມີຄຸນທາດທາງ ການເມືອງທີ່ໝັ້ນຄົງ, ມີຄຸນສົມບັດ, ຊື່ສັດ, ຍຶດໝັ້ນກຽດສັກສີ, ຮັກສາຄວາມເປັນແບບຢ່າງ, ມີຄວາມສາມາດໃນການປ່ຽນແປງນະໂຍບາຍຂອງພັກ ໃຫ້ເປັນພາກປະຕິບັດ ຢ່າງມີປະສິດທິພາບ, ເປັນຜູ້ທີ່ກ້າຄິດ, ກ້າເຮັດ, ກ້າຮັບຜິດຊອບ, ກ້າສ້າງສັນນະວັດຕະກຳ ແລະ ກ້າສ້າງສັນສິ່ງໃໝ່ໆ ເພື່ອຜົນປະໂຫຍດສ່ວນລວມ, ທຸ້ມເທທັງກຳລັງກາຍ ແລະ ກຳລັງໃຈ ໃນການຮັບໃຊ້ປະເທດຊາດ, ຮັບໃຊ້ປະຊາຊົນ ແລະ ຍຶດຖືຜົນປະໂຫຍດຂອງຊາດ, ຊົນຊາດ ແລະ ປະຊາຊົນໄວ້ສູງສຸດ, ເສີມຂະຫຍາຍຄວາມເຂັ້ມແຂງ ຂອງກຳລັງປ້ອງກັນຄວາມສະ ຫງົບຂັ້ນຕາແສງ (ຕຳຫລວດທ້ອງຖິ່ນ) ໃຫ້ມີລະບຽບ, ມີຄວາມສາມາດ ແລະ ພ້ອມຮັບພາລະກິດຢ່າງເຕັມທີ່.
ສ້າງຄວາມເຂັ້ມແຂງ ແລະ ພະລັງຂອງກອງກຳລັງປ້ອງກັນ ຄວາມສະຫງົບປະຊາຊົນ ໃນທຸກດ້ານໂດຍສະເພາະຢ່າງຍິ່ງດ້ານວິທະຍາສາດ ແລະ ເຕັກໂນໂລຊີ ເພື່ອໃຫ້ສາມາດຕອບສະໜອງ ຕໍ່ພາລະກິດ ແລະ ຄວາມຕ້ອງການໃນສະຖານະການໃໝ່ ໄດ້ຢ່າງມີປະສິດທິພາບ. ເປັນແບບຢ່າງ ແລະ ມີບົດບາດນຳໃນການຕໍ່ຕ້ານ ການສໍ້ລາດບັງຫລວງ, ພຶດຕິກຳເສື່ອມເສຍ ແລະ ການນຳໃຊ້ຊັບພະຍາກອນ ທີ່ຟຸມເຟືອຍໂດຍເລີ່ມ ຈາກການສ້າງຄວາມໂປ່ງໃສ ພາຍໃນກອງກຳລັງປ້ອງກັນ ຄວາມສະຫງົບປະຊາຊົນເອງ.
ໃຫ້ຄວາມສຳຄັນ ແລະ ດຳເນີນວຽກງານຢ່າງຈິງຈັງ ໃນດ້ານການສະຫລຸບບົດຮຽນ ຈາກພາກປະຕິບັດ, ລະບຽບວິໄຈ, ການພັດທະນາ ແລະ ການສ້າງຄວາມຊັດເຈນ ທາງທິດສະດີ ກ່ຽວກັບ ການປົກປ້ອງຄວາມໝັ້ນຄົງ ຂອງຊາດພາຍໃຕ້ສະພາບການໃໝ່. ເສີມຂະຫຍາຍການເຄື່ອນໄຫວ ຮ່ວມມື ລະຫວ່າງ ປະເທດຂອງກອງກຳລັງປ້ອງກັນ ຄວາມສະຫງົບປະຊາຊົນ ເພື່ອມີສ່ວນຮ່ວມໃນການສ້າງ ສະພາບແວດລ້ອມແຫ່ງສັນຕິພາບ, ຄວາມຮ່ວມມື ແລະ ເປີດພື້ນທີ່ສຳລັບການພັດທະນາຂອງປະເທດ.
ເປັນເສນາທິການ ແລະ ສົ່ງເສີມການຂະຫຍາຍຕົວຂອງຂະບວນການ “ທົ່ວປວງຊົນຮ່ວມປົກປ້ອງ ຄວາມໝັ້ນຄົງຂອງປະເທດຊາດ”ຢ່າງເລິກເຊິ່ງ ແລະ ມີປະສິດທິພາບ. ສົ່ງເສີມພະລັງ ຂອງ “ຍຸດທະສາດດ້ານຈິດໃຈ ຂອງປະຊາຊົນ”ເພື່ອສ້າງຮາກຖານ ຄວາມໝັ້ນຄົງຂອງປະຊາຊົນ ແລະ ໂຄງສ້າງຄວາມໝັ້ນຄົງ ຂອງປະຊາຊົນທີ່ໝັ້ນຄົງ ແລະ ຍືນຍົງ. ປະສົມປະສານ ຢ່າງແໜ້ນແຟ້ນ ແລະ ມີປະສິດທິຜົນລະຫວ່າງ ພາກເສດຖະກິດ, ວັດທະນະທຳ, ສັງຄົມ ແລະ ການຕ່າງປະເທດ ກັບວຽກງານດ້ານການປ້ອງກັນປະເທດ ແລະ ຄວາມໝັ້ນຄົງ.
ເນື່ອງໃນໂອກາດ ການສະເຫລີມສະຫລອງ ຄົບຮອບ 80 ປີ ວັນສ້າງຕັ້ງ ກອງກຳລັງປ້ອງກັນຄວາມສະຫງົບປະຊາຊົນຫວຽດນາມ ແລະ 20 ປີວັນທົ່ວປວງຊົນຮ່ວມ ປົກປ້ອງຄວາມ ໝັ້ນຄົງ ຂອງປະເທດຊາດ ຖືເປັນໂອກາດສຳຄັນ ໃນການລະນຶກເຖິງປະຫວັດສາດ ອັນສະຫງ່າງາມຂອງຊາດ, ຈິດວິນຍານແຫ່ງວິລະກຳອັນກ້າຫານ ແລະ ຄຸນຄ່າທາງອຸດົມການ ຂອງກອງກຳລັງປ້ອງກັນ ຄວາມສະຫງົບປະຊາຊົນຫວຽດນາມ ເຊິ່ງບໍ່ວ່າຈະຢູ່ໃນ ສະຖານະການຫລືຄວາມຫຍຸ້ງຍາກໃດກໍຕາມ, ກໍຍັງຄົງຍຶດໝັ້ນໃນ ຄວາມຈົງຮັກພັກດີ ຢ່າງແນ່ວແນ່ ຕໍ່ປະເທດຊາດ, ປະຊາຊົນ, ພັກແລະລັດ, ປະຕິບັດພາລະກິດ ທີ່ໄດ້ຮັບມອບໝາຍຈາກພັກ, ລັດ ແລະ ປະຊາຊົນຢ່າງໂດດເດັ່ນ, ເປັນກອງກຳລັງປະກອບອາວຸດຫລັກ ທີ່ພັກໃຫ້ຄວາມ ໄວ້ວາງໃຈຢ່າງແທ້ຈິງ. ພ້ອມກັນນີ້, ຍັງເປັນໂອກາດ ໃນການປູກຈິດສຳນຶກແຫ່ງຄວາມພາກພູມໃຈ ແລະ ກຽດສັກສີຂອງຊາດ, ສົ່ງເສີມລັດທິດແຫ່ງຄວາມ ວິລະກຳທາງປະຕິວັດ, ຫລໍ່ຫລອມຄວາມຮັກຊາດ, ຄວາມຮັກສັງຄົມນິຍົມ, ຈິດໃຈແຫ່ງການເພິ່ງຕົນເອງ, ຄວາມມຸ່ງໝັ້ນ ໃນການຜ່ານຜ່າອຸປະສັກ ແລະ ສິ່ງທ້າທາຍທັງໝົດ. ມຸ່ງໝັ້ນສ້າງຮາກຖານຄວາມ ໝັ້ນຄົງຂອງປະຊາຊົນ, ຍຸດທະສາດດ້ານຄວາມໝັ້ນຄົງ ຂອງປະຊາຊົນທີ່ເຊື່ອມໂຍງຢ່າງ ແໜ້ນແຟ້ນກັບຍຸດທະສາດ ປ້ອງກັນປະເທດຂອງປະຊາຊົນ ທີ່ໝັ້ນຄົງແລະຍືນຍົງ, ສ້າງກອງກຳລັງປ້ອງກັນ ຄວາມສະຫງົບປະຊາຊົນຫວຽດນາມ ໃຫ້ມີຄວາມບໍລິສຸດ, ເຂັ້ມແຂງ, ມີລະບຽບວິໄນ, ມີຄວາມເກັ່ງກ້າ ແລະ ທັນສະໄໝຢ່າງແທ້ຈິງ, ຕອບສະໜອງພາລະກິດ ໃນການປົກປ້ອງ ສາທາລະນະລັດສັງຄົມນິຍົມ ຫວຽດນາມ ໄດ້ຢ່າງໝັ້ນຄົງ ແລະ ກ້າວສູ່ຄວາມສຳເລັດ ໃນການສ້າງປະເທດຫວຽດນາມ ທີ່ປະຊາຊົນຮັ່ງມີ, ປະເທດເຂັ້ມແຂງ, ມີປະຊາທິປະໄຕ, ຍຸດຕິທຳແລະສີວິໄລ, ມຸ່ງໝັ້ນກ້າວໄປເທິງເສັ້ນທາງ ສັງຄົມນິຍົມຢ່າງໝັ້ນຄົງ.
KPL