ຫວຽດນາມ-ສ.ເກົາຫລີ ຊຸກຍູ້ຮ່ວມມືຢ່າງຮອບດ້ານ

15/08/2025 16:40
Email Print 145
ຂປລ ພາຍຫລັງ ການຢ້ຽມຢາມ ສ.ເກົາຫລີ ທາງລັດຖະກິດຂອງ ທ່ານ ໂຕເລິມ, ເລຂາທິການໃຫຍ່ ຄະນະບໍລິຫານງານ ສູນກາງພັກກອມມູນິດ ຫວຽດນາມ ນັບແຕ່ ວັນທີ 10-13 ສິງຫາ ໄດ້ບັນລຸ ໝາກຜົນ ຢ່າງຮອບດ້ານ ໃນຂົງເຂດ ການເມືອງ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ,

ຂປລ.ຕາມຂ່າວວິທະຍຸ ກະຈາຍສຽງແຫ່ງຊາດ ຫວຽດນາມ: ພາຍຫລັງ ການຢ້ຽມຢາມ ສ.ເກົາຫລີ ທາງລັດຖະກິດຂອງ ທ່ານ ໂຕເລິມ, ເລຂາທິການໃຫຍ່ ຄະນະບໍລິຫານງານ ສູນກາງພັກກອມມູນິດ ຫວຽດນາມ ນັບແຕ່ ວັນທີ 10-13 ສິງຫາ ໄດ້ບັນລຸ ໝາກຜົນ ຢ່າງຮອບດ້ານ ໃນຂົງເຂດ ການເມືອງ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ເສດຖະກິດ, ວິທະຍາສາດ, ເຕັກໂນໂລຊີ ແລະ ອື່ນໆ. ຄຽງຄູ່ກັນນັ້ນ, ການພົວພັນ 2 ຝ່າຍ ຍັງສົ່ງຜົນກະທົບ ຕໍ່ຄວາມໝັ້ນຄົງ  ແລະ ເສດຖະກິດ ຂອງ ອາຊຽນ ຫລາຍພໍສົມຄວນ.

        ໂດຍສະເພາະ ດ້ານເສດຖະກິດ, ຫວຽດນາມ-ສ.ເກົາຫລີ ໄດ້ມີການປັບປຸງ ແລະ ເຊື່ອມໂຍງ ຂອງ ອາຊຽນ ຜ່ານການ ຊຸກຍູ້ ບັນດາ ໂຄງການ ພື້ນຖານ ໂຄງລ່າງ, ພະລັງງານ ແລະ ເຊື່ອມຕໍ່ດີຈີຕອນ,  ການເພີ່ມທະວີ ລະບົບສະໜອງ ໃນພາກພື້ນ.  ນອກຈາກນັ້ນ ຫວຽດນາມ ແລະ ສ.ເກົາຫລີ ຍັງເຮັດໃຫ້ ບັນດາ ປະເທດອາຊຽນ ມີຊ່ອງທາງ ໃໝ່ກ່ຽວກັບ ການລົງທຶນ, ຖ່າຍທອດ ເຕັກໂນໂລຊີ ແລະ ຫັນຕະຫລາດ ດ້ວຍຫລາກຫລາຍ ຮູບແບບ ແລະ ອື່ນໆ./

KPL

ຂ່າວອື່ນໆ

ads
ads

Top