ຂປລ
(ເນ່ືອງໃນໂອກາດວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ ວັນທີ 13/8/1950-13/8/2025)

*ໃນໂອກາດວັນສ້າງຕັ້ງສູນກາງແນວລາວສ້າງຊາດ ຄົບຮອບ 75 ປີ ໄດ້ໝູນວຽນມາອີກວາລະໜຶ່ງ ເຊິ່ງໜັງສືພິມປະເທດລາວ ສະບັບນີ້ ຂໍນໍາສະເໜີຜົນງານພົ້ນເດັ່ນຂອງແນວລາວສ້າງຊາດ ເຊິ່ງສະບັບກ່ອນກໍໄດ້ນໍາສະເໜີມາແດ່ແລ້ວ, ມື້ນີ້ຈຶ່ງຂໍສືບຕໍ່ນໍາເອົາຜົນງານພົ້ນເດັ່ນໂດຍຫຍໍ້ມີດັ່ງນີ້.ກອງປະຊຸມພົບປະຜູ້ຊົງຄຸນວຸດທິບັນດາເຜົ່າ ຄັ້ງທີ II ແລະ ຄັ້ງທີ III, ໄດ້ປັບປຸງກົດໝາຍວ່າດ້ວຍແນວລາວສ້າງຊາດ ປີ 2008, ປະກອບສ່ວນຄົ້ນຄວ້າ ແລະ ສະເໜີສະພາແຫ່ງຊາດຮັບຮອງເອົາຊົນເຜົ່າບຣູ ເປັນເຜົ່າທີ 50. ສ້າງມະຕິຄະນະເລຂາທິການວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງສູນກາງແນວລາວສ້າງຊາດ ປີ 2012 ແລະ ມະຕິກົມການເມືອງວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງສູນກາງແນວລາວສ້າງຊາດ ປີ 2017, ສ້າງຄໍາສັ່ງແນະນໍາຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍບຸກຄະລາກອນແນວລາວສ້າງຊາດຂັ້ນທ້ອງຖິ່ນ ເລກທີ19/ຄລສພ (30/6/2015) ແລະ ປັບປຸງມະຕິ 05/ກມສພ ກ່ຽວກັບວຽກງານມະຫາຊົນຂອງພັກໃນໄລຍະໃໝ່ ມາເປັນ ມະຕິ 108/ກມສພ ວ່າດ້ວຍວຽກງານແນວໂຮມ ແລະ ວຽກງານມະຫາຊົນຂອງພັກໃນໄລຍະໃໝ່ ປີ 2020; ຄົ້ນຄວ້າ ແລະ ປະກາດຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງເປັນຂະບວນການຂອງແນວລາວສ້າງຊາດ ໃນປີ 2017 ຈົນເຖິງປັດຈຸບັນ; ຂົນຂວາຍພີ່ນ້ອງຄົນລາວຢູ່ຕ່າງ ປະເທດ ມາເຮັດບຸນກະຖິ່ນ ຈໍານວນ 200 ກວ່າທ່ານ ເປັນຄັ້ງທໍາອິດ;ປະກອບສ່ວນສ້າງດໍາລັດ 315/ລບ ວ່າດ້ວຍການຄຸ້ມຄອງ ແລະ ປົກປ້ອງການເຄື່ອນໄຫວສາສະໜາຢູ່ ສປປ ລາວ; ປະກອບສ່ວນແກ້ໄຂໄພພິບັດຈາກເຂື່ອນໄຟຟ້າເຊປຽນເຊນ້ໍານ້ອຍແຕກຢູ່ແຂວງອັດຕະປື.
ມາປີ 2020 ເປັນຕົ້ນມາ ເຊິ່ງເປັນໄລຍະທີ່ສະພາບສາກົນ, ພາກພື້ນມີຄວາມສັບສົນ ແລະ ພາຍໃນປະເທດມີຄວາມຫຍຸ້ງຍາກດ້ານເສດຖະກິດ, ການເງິນ, ເງິນຕາ, ການລະບາດຂອງພະຍາດໂຄວິດ-19 ແລະ ປະສົບກັບໄພພິບັດທໍາມະຊາດຢ່າງໜັກໜ່ວງ ໄດ້ສົ່ງຜົນກະທົບຕໍ່ຊີວິດການເປັນຢູ່ຂອງພະນັກງານ, ທະຫານ, ຕໍາຫລວດ ແລະປະຊາຊົນລາວບັນດາເຜົ່າ. ແຕ່ພາຍໃຕ້ການນໍາພາຂອງພັກ, ລັດຖະບານ, ແນວລາວສ້າງຊາດ, ຄະນະພັກ-ອົງການປົກຄອງແຕ່ລະຂັ້ນພວກເຮົາຍັງຮັກສາໄດ້ຄວາມສາມັກຄີເປັນປຶກແຜ່ນພາຍໃນຊາດ,ພະນັກງານ, ທະຫານ, ຕໍາຫລວດ ແລະ ປະຊາຊົນລາວບັນດາເຜົ່າຍັງມີຄວາມເຊື່ອໝັ້ນຕໍ່ການນໍາພາຂອງພັກ ພ້ອມກັນບຸກບືນຜ່ານຜ່າຄວາມຫຍຸ້ງຍາກຕ່າງໆ.
ມະຕິກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດທົ່ວປະເທດ ຄັ້ງທີ XI ໄດ້ກໍານົດ 4 ການຫັນປ່ຽນ ໃນວຽກຂອງງານແນວລາວສ້າງຊາດ:
1). ສ້າງຄວາມຮັບຮູ້ຄວາມເຂົ້າໃຈຕໍ່ວຽກງານແນວໂຮມໃນໄລຍະໃໝ່ຢ່າງເລິກເຊິ່ງ.
2). ຍົກສູງຄຸນນະພາບການເຄື່ອນໄຫວຂອງແນວລາວສ້າງຊາດແຕ່ລະຂັ້ນ ໂດຍການສ້າງລາຍຮັບເພີ່ມເຕີມທີ່ຖືກກົດ
ໝາຍ.
3). ຫັນປ່ຽນໃໝ່ດ້ານຮູບການ ແລະ ວິທີການປຸກລະດົມຂົນຂວາຍປະຊາຊົນຊັ້ນຄົນຕ່າງໆເຂົ້າຮ່ວມຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ; ຈັດຕັ້ງປະຕິບັດໂຄງການຕ່າງໆຮ່ວມກັບກະຊວງ-ອົງການອັນພົ້ນເດັ່ນ ແມ່ນການໂຄສະນາປຸກລະດົມການມອບພັນທະພາສີ-ອາກອນ ຮ່ວມກັບກະຊວງການເງິນ ເຮັດໃຫ້ການເກັບລາຍຮັບປີ 2024 ສາມາດປະຕິບັດໄດ້ເກີນແຜນໃນທົ່ວປະເທດ.
4). ຫັນປ່ຽນດ້ານຮູບແບບການຮ່ວມສໍາພັນລະຫວ່າງອົງການພາຄີດ້ວຍກັນໃນການເຄື່ອນໄຫວວຽກງານມະຫາຊົນ ໃຫ້ໄປຕາມທິດລວງດຽວກັນ ແລະ ແຜນພັດທະນາອົງການແນວລາວສ້າງຊາດ 5 ປີ(2021-2025), ໄດ້ອອກຄໍາແນະນໍາ ເລກທີ 009/ຄປຈ ກ່ຽວກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ໃນຂົງເຂດແນວລາວສ້າງຊາດ, ມະຕິ 55/ຄປຈ ວ່າດ້ວຍການສ້າງລາຍຮັບເພີ່ມເຕີມຂອງແນວລາວສ້າງຊາດໃນໄລຍະໃໝ່,ມະຕິ 12/ຄປຈ ວ່າດ້ວຍການຈັດຕັ້ງປະຕິບັດ ມະຕິ 04/ກມສພ ແລະ ມະຕິ 05/ລບ ວ່າດ້ວຍການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງໃນຂົງເຂດແນວລາວສ້າງຊາດ.
ພ້ອມນັ້ນກໍໄດ້ກໍານົດ 4 ເສີມສ້າງ (ເສີມສ້າງຄວາມສາມັກຄີ,ຄຸນງາມຄວາມດີ, ຄຸນວຸດທິ ແລະ ຄຸນນະທໍາ) ແລະ ປະຕິບັດ 9 ເນື້ອໃນຂໍ້ແຂ່ງຂັນຮັກຊາດ ແລະ ພັດທະນາຂອງແນວລາວສ້າງຊາດ; ຈັດຕັ້ງປະຕິບັດຂະບວນການສ້າງຄອບຄົວແລະ ບ້ານສາມັກຄີປອງດອງ ມາຮອດປີ 2024 ໄດ້ 771.079 ຄອບຄົວ, 5.439 ບ້ານ ແລະ 82 ເມືອງ,ກໍາມະການແນວລາວສ້າງຊາດ, ທີ່ປືກສາ, ຄູ່ຮ່ວມງານ ແລະ ພີ່ນ້ອງຄົນລາວຢູ່ຕ່າງປະເທດປະຕິບັດໂຄງການສ້າງຄຸນງາມຄວາມດີ ແລະ ຮັກບ້ານເກີດ ເພື່ອສ້າງຜົນປະໂຫຍດຕໍ່ສັງຄົມເປັນມູນຄ່າ 58 ຕື້ກີບ.
KPL