ຂປລ
ລະດູໃບໄມ້ປົ່ງປີ 1984, ເມືອງເຈີ້ນຕິ້ງ ແຂວງເຫີເປີຍ ຈີນ ໄດ້ຈັດງານກິລາມວນຊົນ ທົ່ວເມືອງ ຢູ່ເດີ່ນກິລາ ຂອງໂຮງຮຽນ ມັດທະຍົມ ເລກ 1 ເມືອງເຈີ້ງຕິ້ງ, ລາຍການກິລາຕ່າງໆເຊັ່ນ: ແລ່ນ-ລານ, ກາຍຍະກຳ, ບານບ້ວງ ເປັນຕົ້ນ ໄດ້ດຶງດູດ ປະຊາຊົນ ຫລາຍກວ່າ 1.300 ຄົນ ເຂົ້າຮ່ວມ ຢ່າງຄຶກຄື້ນ ມ່ວນຊື່ນ.

ຂປລ.ຕາມຂ່າວຈາກ CGTN, ລະດູໃບໄມ້ປົ່ງປີ 1984, ເມືອງເຈີ້ນຕິ້ງ ແຂວງເຫີເປີຍ ຈີນ ໄດ້ຈັດງານກິລາມວນຊົນ ທົ່ວເມືອງ ຢູ່ເດີ່ນກິລາ ຂອງໂຮງຮຽນ ມັດທະຍົມ ເລກ 1 ເມືອງເຈີ້ງຕິ້ງ, ລາຍການກິລາຕ່າງໆເຊັ່ນ: ແລ່ນ-ລານ, ກາຍຍະກຳ, ບານບ້ວງ ເປັນຕົ້ນ ໄດ້ດຶງດູດ ປະຊາຊົນ ຫລາຍກວ່າ 1.300 ຄົນ ເຂົ້າຮ່ວມ ຢ່າງຄຶກຄື້ນ ມ່ວນຊື່ນ. ຜູ້ຈັດຕັ້ງ ງານກິລາຄັ້ງນັ້ນແມ່ນ ທ່ານ ສີ ຈິ້ນຜິງ ເລຂາພັກເມືອງເຈີ້ງຕິ້ງແຂວງເຫີເປີຍ ໃນເວລານັ້ນ. ຢູ່ເມືອງເຈີ້ງຕິ້ງ ໃນເວລານັ້ນ, ການຈັດງານກິລາຖືວ່າ ເປັນສິ່ງທີ່ບໍ່ຄ່ອຍເຫັນປານໃດ. ຕອນນັ້ນ, ແຫ່ງຕ່າງໆໃນທົ່ວປະເທດຈີນ ຕ່າງກໍເນັ້ນໃສ່ ການກໍ່ສ້າງເສດຖະກິດ, ຫລາຍຄົນເຫັນວ່າ ການພັດທະນາຂະບວນການກິລາ ບໍ່ມີຄຸນປະໂຫຍດ ປານໃດ.ແຕ່ວ່າ ຕາມທ່ານ ສີ ຈິ້ນຜິງ ເຫັນວ່າ: ເພື່ອເຮັດໃຫ້ປະຊາຊົນ ຮູ້ສຶກໄດ້ເຖິງ ຄວາມສຸກ, ການພັດທະນາຂະບວນການກິລາ ທົ່ວປວງຊົນ ແມ່ນມີຄວາມໝາຍ ສຳຄັນຍິ່ງ. ເພິ່ນກ່າວວ່າ: “ກະເປົາເງິນ ຂອງປະຊາຊົນ ຕ້ອງຕື່ງຂຶ້ນ, ຊີວິດຈິດໃຈ ກໍຕ້ອງອຸດົມສົມບູນຂຶ້ນ, ຮ່າງກາຍ ກໍຕ້ອງມີສຸຂະພາບ ເຂັ້ມແຂງຂຶ້ນ” “ແນວໃດກໍຕ້ອງມີການເລີ່ມຕົ້ນ, ຕອນເລີ່ມຕົ້ນ ອາດຈະບໍ່ສົມບູນແບບປານໃດ ແລະ ບໍ່ຈົບງາມປານໃດ, ແຕ່ກໍບໍ່ເປັນຫຍັງ ເຮົາຂໍເລີ່ມຕົ້ນຂຶ້ນກ່ອນ, ຕໍ່ໄປຈຶ່ງຈະພັດທະນາ ໄປເທື່ອລະກ້າວ ມັນກໍຈະນັບມື້ນັບດີຂຶ້ນ.”ທ່ານ ສີ ຈິ້ນຜິງ ໃສ່ໃຈຕໍ່ການພັດທະນາ ວຽກງານ ກິລາມວນຊົນ ດ້ວຍວິໄສທັດເບິ່ງກວ້າງເຫັນໄກ ເຊິ່ງໄດ້ສ້າງພື້ນຖານໃຫ້ແກ່ ຂະບວນການກິລາ ມວນຊົນເມືອງເຈີ້ງຕິ້ງ ພັດທະນາຢ່າງເປັນຂະບວນຟົດຟື້ນ. ຫລັງຈາກ ງານກິລາຄັ້ງນັ້ນ, ເມືອງເຈີ້ງຕິ້ງ ໄດ້ຊຸກຍູ້ວຽກງານກໍ່ສ້າງ ສະໜາມກິລາ, ໜ່ວຍງານກິລາ ແລະອື່ນໆຢູ່ໃນຂອບເຂດທົ່ວເມືອງ ຕາມລຳດັບ.ຈົນມາເຖິງທຸກມື້ນີ້, ເມື່ອກ່າວເຖິງງານກິລາທົ່ວເມືອງຄັ້ງນັ້ນ, ພະນັກງານ ແລະ ປະຊາຊົນເມືອງເຈີ້ງຕິ້ງໃຜໆກໍພາກັນອຸທານຂຶ້ນວ່າ: “ພາຍຫຼັງມາ, ເມືອງເຈີ້ງຕິ້ງສາມາດຖືກປະກາດເປັນເມືອງກ້າວໜ້າດ້ານກິລາລະດັບຊາດໄດ້ ແມ່ນມີສ່ວນພົວພັນໂດຍກົງກັບທ່ານ ສີຈິ້ນຜິງທີ່ຈັດງານກິລາທົ່ວເມືອງຄັ້ງນັ້ນແມ່ນເປັນການເລີ່ມຕົ້ນທີ່ດີຫລາຍ” ຕາມທ່ານ ສີ ຈິ້ນຜິງ ເຫັນວ່າ: “ຊີວິດທີ່ມີຄວາມສຸກຄວາມມ່ວນຊື່ນ, ການອອກກຳລັງກາຍໃຫ້ມີ ສຸຂະພາບແຂງແຮງ ແມ່ນຄວາມສຳຄັນທີ່ສຸດ”ຕອນເຍົາໄວ, ທ່ານ ສີຈິ້ນຜິງ ມັກເຕະບານ ແລະ ຫຼິ້ນສະເກັດເລື້ອຍໆ. ຫລັງຈາກ ເຂົ້າເຮັດວຽກແລ້ວ, ເພິ່ນຍັງບິແບ່ງເວລາ ລອຍນ້ຳ, ປີນພູ, ຮັກສາ ຄວາມຊິນເຄີຍ ໃນການຫັດກາຍ ບໍລິຫານ ເປັນປະຈຳ. ປີ 2018, ໃນເວລາເຄື່ອນໄຫວຢ້ຽມຢາມ ເຂດຊຸມຊົນຊ້າງ ຫລີວເຈ່ຍຢ້ວນ ນະຄອນຊິງຕາວ ແຂວງຊ່ານຕົ່ງ, ທ່ານ ສີ ຈິ້ນຜິງ ໄດ້ໂອ້ລົມສົນທະນາ ກັບຊາວເມືອງ ທີ່ກຳລັງພັກຜ່ອນ ຢ່ອນອາລົມ ແລະ ອອກກຳລັງກາຍ ໂດຍໄດ້ເນັ້ນໜັກວ່າ: “ຕົວເມືອງ ຕ້ອງສ້າງສະຖານທີ່ສຳລັບ ຊາວເມືອງໄດ້ພັກຜ່ອນຢ່ອນອາລົມ ແລະ ຫັດກາຍບໍລິຫານໃຫ້ຫຼາຍຂຶ້ນ ເພື່ອເຮັດໃຫ້ປະຊາຊົນມີຊີວິດ ທີ່ສະດວກສະບາຍ ແລະ ອຸດົມສົມບູນ ກວ່າເກົ່າ.” ເພິ່ນຍັງເຄີຍຍົກໃຫ້ເຫັນເປັນພິເສດວ່າ: ສຸຂະພາບ ຂອງປະຊາຊົນ,ຮ່າງກາຍ ຂອງປະຊາຊົນ ແລະ ຄວາມສຸກຂອງປະຊາຊົນແມ່ນໄດ້ເຊື່ອມສານ ເປັນເອກະພາບກັນ. ເດືອນສິງຫາ ປີ 2017, ໃນເວລາພົບປະກັບທ່ານ ໂທມັສ ບາກ (Thomas Bach)ປະທານຄະນະກຳມະການໂອລິມປິກສາກົນ, ທ່ານ ສີຈິ້ນຜິງ ໄດ້ໃຫ້ຄຳໝັ້ນສັນຍາວ່າ: “ພວກຂ້າພະເຈົ້າຈະຖືເອົາການເປັນເຈົ້າພາບຈັດງານກິລາໂອລິມປິກລະດູໜາວປັກກິ່ງ ເປັນໂອກາດທີ່ດີເພື່ອຊຸກຍູ້ກິລາມວນຊົນ ແລະ ກິລາແຂ່ງຂັນ ໃຫ້ພັດທະນາຢ່າງຮອບດ້ານ ແລະ ສົມດຸນກວ່າເກົ່າ ຊຸກຍູ້ວຽກງານການອອກກຳລັງກາຍທົ່ວປວງຊົນ ເພື່ອຍົກສູງລະດັບສຸຂະພາບຂອງປະຊາຊົນຢ່າງບໍ່ຢຸດຢັ້ງ.”ປີ 2022, ງານກິລາໂອລິມປິກລະດູໜາວ ແລະ ງານກິລາໂອລິມປິກ ຄົນພິການລະດູ ໜາວ ທີ່ນະຄອນຫຼວງປັກກິ່ງ ເປັນເຈົ້າພາບໄດ້ຈັດຂຶ້ນຢ່າງສຳເລັດຜົນ ຖືວ່າໄດ້ຈັດງານກິລາລະດູໜາວທີ່ໃຫຍ່ໂຕມະໂຫລານ ແລະ ໜ້າປະທັບໃຈຄັ້ງໜຶ່ງໃຫ້ຊາວໂລກ. ໃນນີ້ ຜົນສຳເລັດອັນພົ້ນເດັ່ນຄື ນຳພາປະຊາຊົນ 300.000.000 ຄົນ ເຂົ້າຮ່ວມກິລາຫິມະນ້ຳກ້ອນ ເຊິ່ງຖືກວົງການກິລາສາກົນເອີ້ນວ່າ “ເປັນການເຄື່ອນໄຫວເຜີຍແຜ່ກິລາຫິມະນ້ຳກ້ອນ ທີ່ມີຂະໜາດໃຫຍ່ທີ່ສຸດໃນປະຫວັດສາດ ຂອງມວນມະນຸດ.”ທຸກວັນນີ້, ຢູ່ໃນທົ່ວປະເທດຈີນ, ວຽກງານກິລາ ຂັ້ນຮາກຖານ ພວມປາກົດມີຊີວິດຊີວາ ແບບບໍ່ເຄີຍມີມາກ່ອນ. ຕົວຢ່າງເຊັ່ນ: ນະຄອນຈ່າງເຈ່ຍໂຂ້ວ ແຂວງເຫີເປີຍ ໄດ້ເຜີຍແຜ່ການແຂ່ງຂັນກິລາ ທີ່ໄດ້ຮັບຄວາມນິຍົມສູງ ຈາກປະຊາຊົນ, ສ້າງໃຫ້ເປັນສັນຍາລັກອັນໂດດເດັ່ນ ຂອງນະຄອນຄື ຈັດການແຂ່ງຂັນກິລາ ແບບລະບົບຕໍ່ເນື່ອງ ຕະຫລອດປີ; ຊຽງໄຮ ອີງໃສ່ກິລາເປັນເວທີ ເພື່ອຊຸກຍູ້ ວັດທະນະທຳ, ກິລາ, ການທ່ອງທ່ຽວ ແລະ ການຄ້າ ພັດທະນາ ແບບປະສົມປະສານກັນ. ງານກິລາຊາວເມືອງ ທີ່ທຸກໆ 4 ປີ ຈັດຂຶ້ນເທື່ອໜຶ່ງ ໄດ້ຖືກຊາວເມືອງເອີ້ນກັນ ຢ່າງສະໜິດສະໜົມວ່າ: “ງານກິລາໂອລິມປິກ ຂອງພວກເຮົາເອງ”; ແຂວງກວາງຕຸ້ງ ໄດ້ລົງມືຈາກກິດຈະກຳຈັດການແຂ່ງຂັນດອກປີກໄກ່ຮ້ອຍເມືອງ, ການແຂ່ງຂັນປິ່ງປ່ອງພັນຕາແສງ ແລະ ການແຂ່ງຂັນບານບ້ວງໝື່ນບ້ານ ເພື່ອຊຸກຍູ້ຂະບວນການກິລາໃຫ້ເຂົ້າເຖິງຊົນນະບົດ.ນັບມາຮອດວັນທີ 31 ທັນວາ ປີ2024, ທົ່ວປະເທດຈີນມີສະຖານທີ່ຫຼິ້ນກິລາລວມທັງໝົດ 4.841.700 ແຫ່ງ, ການກໍ່ສ້າງພື້ນຖານໂຄງລ່າງດ້ານກິລາຢູ່ຈີນໄດ້ຮັບການປັບປຸງໃຫ້ດີຂຶ້ນຢ່າງບໍ່ຢຸດຢັ້ງ, ການຂີ່ລົດຖີບ, ແລ່ນມາລາທອນ ແລະ ກິລາອື່ນໆ ໄດ້ຮັບຄວາມນິຍົມຊົມຊອບ ຈາກມະຫາຊົນ, ການແຂ່ງຂັນບານເຕະ “ຊຸບເປີລີກ ຊົນນະບົດ”, ການແຂ່ງຂັນບານບ້ວງ “ບ້ານຊົນນະບົດ BA”, ຊ່ວງເຮືອ ແລະ ການແຂ່ງຂັນ ກິລາມວນຊົນອື່ນໆ ໄດ້ພັດທະນາ ຢ່າງຟົດຟື້ນ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL