ຂປລ. ພິທີໂຮມຊຸມນຸມ ສະເຫລີມສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ໄດ້ຈັດຂຶ້ນໃນວັນທີ 12 ສິງຫາ 2025 ທີ່ຫໍວັດທະນະທຳແຫ່ງຊາດ ນະຄອນຫລວງວຽງຈັນ ໃຫ້ກຽດເຂົ້າຮ່ວມຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີລັດຖະມົນຕີ, ຮອງລັດຖະມົນຕີ, ບັນດາຫົວໜ້າກົມ, ຮອງກົມ, ການນໍາ, ອະດີດການນໍາ, ຜູ້ປະກອບການດ້ານການພິມຈຳໜ່າຍ, ພ້ອມດ້ວຍບັນດາສື່ມວນຊົນ ຈາກທຸກຂະແໜງການທັງສູນກາງ ແລະ ທ້ອງຖິ່ນ ເຂົ້າຮ່ວມ.
ໂອກາດດັ່ງກ່າວ, ທ່ານ ຄຳພັນ ເຜີຍຍະວົງ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ໄດ້ຍົກໃຫ້ເຫັນຂະບວນວິວັດແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງສື່ມວນຊົນລາວ ແລະ ການພິມຈຳໜ່າຍ ໃນແຕ່ລະໄລຍະ ນັບແຕ່ອະດີດຈົນຮອດປັດຈຸບັນ, ເຊິ່ງຕະຫລອດໄລຍະ 75 ປີຜ່ານມາ, ວຽກງານສື່ມວນຊົນ ແລະ ການພິມຈຳໜ່າຍ ແມ່ນວຽກງານໜຶ່ງທີ່ສໍາຄັນ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ມີບົດບາດເປັນເຄື່ອງມືທີ່ເປັນກະບອກສຽງອັນແຫລມຄົມ ໃນການເຜີຍແຜ່ແນວທາງ, ແຜນນະໂຍບາຍຂອງພັກ-ລັດ, ເຮັດໜ້າທີ່ໂຄສະນາສຶກສາອົບຮົມນໍ້າໃຈຮັກຊາດ, ຮັກລະບອບໃໝ່, ລະບອບປະຊາທິປະໄຕ ແລະ ສ້າງສະຕິເຄົາລົບກົດໝາຍໃຫ້ປະຊາຊົນ, ສົ່ງເສີມໃຫ້ປະຊາຊົນຮູ້ອະນຸລັກຮັກສາ ແລະ ເສີມຂະຫຍາຍວັດທະນະທຳອັນດີງາມຂອງຊາດ ແລະ ບັນດາເຜົ່າ ກໍຄື ການພັດທະນາເສດຖະກິດ-ສັງຄົມ ໃຫ້ມີບາດກ້າວຂະຫຍາຍຕົວ. ມາຮອດປັດຈຸບັນ ຂະແໜງການສື່ມວນຊົນ ແລະ ການພິມຈຳໜ່າຍ ໄດ້ມີການພັດທະນາຕົນເອງ ທາງດ້ານປະລິມານ ແລະ ຄຸນນະພາບ, ບັນດາພາຫະນະສື່ມວນຊົນ ໄດ້ນໍາໃຊ້ ວິທະຍາສາດທີ່ກ້າວໜ້າ, ເຕັກໂນໂລຊີຂໍ້ມູນ-ຂ່າວສານທັນສະໄໝ, ສາມາດສົ່ງຂໍ້ມູນ-ຂ່າວສານ ແລະ ເຜີຍແຜ່ອອກສູ່ພາຍໃນ ແລະ ຕ່າງປະເທດ ໄດ້ຢ່າງວ່ອງໄວທັນການ ແລະ ກວ້າງຂວາງກວ່າເກົ່າ ເຮັດໃຫ້ມາດຕະຖານ ແລະ ຄຸນນະພາບຂອງສື່ມວນຊົນ ແລະ ການພິມຈຳໜ່າຍ ໄດ້ຮັບການພັດທະນາຍົກລະດັບຂຶ້ນເປັນກ້າວໆ.

ໂອກາດນີ້, ທ່ານ ສອນໄຊ ສີພັນດອນ ໄດ້ມີຄຳເຫັນໂອລົມ ໂດຍໄດ້ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດ ທີ່ຂະແໜງສື່ມວນຊົນ ແລະ ພິມຈຳໜ່າຍ ຍາດມາໄດ້ ໃນໄລຍະ 75 ປີຜ່ານມາ ພ້ອມທັງເນັ້ນໃຫ້ເອົາໃຈໃສ່ຕື່ມບາງດ້ານ ເປັນຕົ້ນ ຕ້ອງໄດ້ເພີ່ມທະວີວຽກງານໂຄສະນາ, ເຜີຍແຜ່ ສຶກສາອົບຮົມ ການເມືອງ-ແນວຄິດ ໃຫ້ພະນັກງານ-ສະມາຊິກພັກ, ທະຫານ, ຕໍາຫລວດ, ປະຊາຊົນບັນດາເຜົ່າ ແລະ ຊັ້ນຄົນຕ່າງໆ ໄດ້ຄວາມຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງ ຕໍ່ແນວທາງນະໂຍບາຍຂອງພັກ ກໍຄືສະພາບຜັນແປຂອງໂລກ ແລະ ພາກພື້ນໃຫ້ທັນການ, ແນ່ໃສ່ສ້າງຄວາມຮັບຮູ້ເຂົ້າໃຈ ທີ່ເປັນເອກະພາບສູງພາຍໃນຊາດ, ສ້າງກ້ອນກຳລັງແຮງຄວາມສາມັກຄີພາຍໃນພັກ, ພາຍໃນຊາດ ໃຫ້ມີຄວາມແໜ້ນແຟ້ນ, ໜັກແໜ້ນ ແລະ ເດີນຕາມອຸດົມ ການຂອງພັກວາງອອກ. ພ້ອມນີ້, ວຽກງານຖະແຫລງຂ່າວ ພາຍຫລັງທີ່ໂອນກົງຈັກການຈັດຕັ້ງ ແລະ ບຸກຄະລາກອນທັງໝົດ ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກແລ້ວ ຕ້ອງສືບຕໍ່ ແລະ ຮີບຮ້ອນປັບປຸງກົງຈັກການຈັດຕັ້ງ, ສັບຊ້ອນ ພະນັກງານ, ໃຫ້ເປັນລະບົບ ແລະ ສືບຕໍ່ປະຕິບັດພາລະບົດບາດຂອງຕົນ ໃຫ້ມີການຫັນປ່ຽນໄປສູ່ຄຸນນະພາບໃໝ່, ສ້າງການບຸກທະລຸໃນວຽກງານຖະແຫລງຂ່າວສື່ມວນຊົນ; ຍົກສູງບົດບາດຂອງໂທລະພາບແຫ່ງຊາດ, ວິທະຍຸ, ໜັງສືພິມ ແລະ ຂ່າວສານຕ່າງໆ, ປັບປຸງເນື້ອໃນຂ່າວ, ສາລະບັນເທິງໃຫ້ອຸດົມສົມບູນ, ມີຊີວິດຊີວາ, ທັນການ, ທັນສະໄໝ, ທັນສະພາບການ; ເພີ່ມກໍາລັງແຮງຂອງສະຖານີວິທະຍຸກະຈາກສຽງໃນແຕ່ລະແຫ່ງ ໃຫ້ເປັນກະບອກສຽງສໍາຄັນໃນການນໍາສະເໜີຂ່າວສານ, ລາຍການໂຄສະນາ, ຜັນຂະຫຍາຍມະຕິ, ຄໍາສັ່ງ ແລະ ແນວທາງນະໂຍບາຍຂອງ ພັກ-ລັດ ໄດ້ຢ່າງຕໍ່ເນື່ອງ ແລະ ເລິກເຊິ່ງ; ສ້າງລະບົບການຄຸ້ມຄອງສື່ມວນຊົນ ໃຫ້ເຂັ້ມແຂງ ສາມາດປະຕິບັດບົດບາດເປັນເສນາທິການໃຫ້ ພັກ-ລັດ; ຕັ້ງໜ້າຫັນປ່ຽນ ໃນການນໍາສະເໜີຂ່າວ ທາງການຂອງສໍານັກຂ່າວສານປະເທດລາວ ໃຫ້ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກມະຫາຊົນ, ສ້າງສື່ສິ່ງພິມພາສາເຜົ່າ, ຖ້ອງຖິ່ນ ແລະ ຕ່າງປະເທດ ທີ່ຮັບປະກັນດ້ານເນື້ອໃນ, ຮູບການໃຫ້ມີຊີວິດຊີວາ, ສື່ມວນຊົນ ຕ້ອງຮັບປະກັນ 4 ລັກສະນະຕົ້ນຕໍ ຄື: ລັກສະນະຕໍ່ສູ້, ລັກສະນະສຶກສາອົບຮົມ, ລັກສະນະຈັດຕັ້ງນໍາພາ-ຊີ້ນຳມະຫາຊົນ ແລະ ລັກສະນະຕົວຈິງ ເພື່ອໃຫ້ສື່ມວນຊົນ ສາມາດດໍາລົງບົດບາດ ໃນການເສີມສ້າງຄວາມສາມັກຄີ ປອງດອງປວງຊົນທັງຊາດ ໃນການໂຄສະນາ, ປຸກລະດົມ, ຊຸກຍູ້ການພັດທະນາ ສ້າງສາເສດຖະກິດ-ສັງຄົມຂອງປະເທດເຮົາ, ຊຸກຍູ້, ປຸກລະດົມທົ່ວປວງຊົນເຮັດໜ້າທີ່ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ; ໂຄສະນາດຶງດູດເອົາການຮ່ວມມື, ການຊ່ວຍເຫລືອ ແລະ ການລົງທຶນຈາກຕ່າງປະເທດ ຕະຫລອດຮອດການຕໍ່ສູ້ຕ້ານ ກັບບັນດາປະກົດການຫຍໍ້ທໍ້ຕ່າງໆ ທີ່ເກີດຂຶ້ນໃນສັງຄົມ ໃຫ້ຫລຸດໜ້ອຍຖອຍລົງເທື່ອລະກ້າວ ພ້ອມທັງໃຫ້ເລັ່ງປັບປຸງຂະຫຍາຍ ວຽກງານສື່ມວນຊົນທາງດ້ານປະລິມານ ແລະ ຄຸນນະພາບ ໃຫ້ມີຄວາມທັນສະໄໝວ່ອງໄວ ພ້ອມກັນນັ້ນ ຕ້ອງຖືສໍາຄັນໃນການສົ່ງໜັງສືພິມ ໃຫ້ລົງຮອດທ້ອງຖິ່ນໃນທຸກເມືອງ, ທຸກໜ່ວຍງານ ຂອງພັກ-ລັດ ໃຫ້ວ່ອງໄວທັນການ ແລະ ຫັນເປັນດີຈິຕອນ (ຜ່ານທາງອອນລາຍ); ລົງທຶນສ້າງ ໂຮງພິມ ຢູ່ແຂວງທີ່ເປັນຈຸດສຸມຕື່ມ ຢ່າງໜ້ອຍໃຫ້ມີໂຮງພິມປະຈຳພາກ ເພື່ອຮັບປະກັນນໍາເອົາສື່ສິ່ງພິມ ລົງສູ່ຮາກຖານຢ່າງກວ້າງຂວາງ, ວ່ອງໄວກວ່າເກົ່າ ແລະ ຫັນເປັນເອເລັກໂຕຣນິກ (ແບບອອນລາຍ); ປັບປຸງ ພື້ນຖານ ວັດຖຸ-ເຕັກນິກ ການພິມຈຳໜ່າຍ ໃຫ້ທັນສະໄໝຍິ່ງຂຶ້ນ. ນອກນີ້, ສື່ມວນຊົນຕ້ອງສືບຕໍ່ເຮັດໃຫ້ທ້ອງຖິ່ນ ໄດ້ຮັບຮູ້ຂໍ້ມູນຂ່າວສານຢ່າງຄົບຖ້ວນ, ທັນການ, ເອົາໃຈໃສ່ ບຸກບືນສ້າງຕົນເອງໃຫ້ເປັນເວທີແຫ່ງ ການໂຄສະນາປຸກລະດົມນໍ້າໃຈຮັກຊາດ, ສະໜອງຂໍ້ມູນຂ່າວສານ ທາງດ້ານການເມືອງເສດຖະກິດ-ສັງຄົມ, ວິທະຍາສາດ, ເຕັກໂນໂລຊີ, ສາລະຄວາມຮູ້, ສາລະບັນເທິງໃຫ້ມີເນື້ອໃນທີ່ອຸດົມສົມບູນຫລາຍຮູບ, ຫລາຍສີ ແລະ ມີຂໍ້ມູນທີ່ໜັກແໜ້ນ ໃນການສ່ອງແສງ ສະພາບຄວາມເປັນຈິງ ຂອງຊີວິດສັງຄົມ ຢ່າງກວ້າງຂວາງ ໂດຍສະເພາະ ຢູ່ຮາກຖານເຂດຫ່າງໄກສອກຫລີກ.

ທ່ານ ສອນໄຊ ສີພັນດອນ ເນັ້ນຕື່ມວ່າ: ສື່ມວນຊົນຕ້ອງເອົາໃຈໃສ່ເຊື່ອມຊຶມບັນດາມະຕິ, ຄໍາສັ່ງ ຂອງພັກ ແລະ ລະບຽບກົດໝາຍ ຂອງລັດວາງອອກແຕ່ລະໄລຍະໃຫ້ເລິກເຊິ່ງ ເພື່ອປະຕິບັດໜ້າທີ່ໃນການຕອບຕ້ານປະກົດການຫຍໍ້ທໍ້ໃນສັງຄົມ, ຖ້ອຍທໍານອງທີ່ບິດເບືອນຄວາມເປັນຈິງ ຂອງພວກກຸ່ມຄົນບໍ່ດີ, ເປັນຂົວຕໍ່ລະຫວ່າງພັກ-ລັດ ກັບປະຊາຊົນ, ເປັນເວທີເສີມຂະຫຍາຍປະຊາທິປະໄຕ ແລະ ສິດເປັນເຈົ້າປະເທດຊາດ ຂອງປະຊາຊົນບັນດາເຜົ່າ; ປັບປຸງພື້ນຖານໂຄງລ່າງ, ສ້າງ ແລະ ປັບປຸງນິຕິກຳໃນຂົງເຂດສື່ມວນຊົນໃຫ້ກາຍເປັນຂໍ້ກຳນົດ, ລະບຽບການ ແລະ ມາດຕະການໃນການຄຸ້ມຄອງຂໍ້ມູນຂ່າວສານ ເພື່ອຮັບປະກັນຄວາມໝັ້ນຄົງຂອງຊາດ, ຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ; ປັບປຸງວຽກງານ ຂ່າວສານທາງດ້ານອິນເຕີເນັດ ຢ່າງເປັນລະບົບຄົບຊຸດ ແຕ່ສູນກາງລົງຮອດທ້ອງຖິ່ນ ໂດຍການປະກອບອຸປະກອນເຕັກນິກ ທີ່ທັນສະໄໝໃນການຮັບສົ່ງຂ່າວສານທີ່ສະດວກ, ວ່ອງໄວ ແລະ ໜ້າເຊື່ອຖື ພ້ອມທັງປັບປຸງກົນໄກການຄຸ້ມຄອງ ແລະ ວິທີດຳເນີນງານຂອງບັນດາອົງການສື່ມວນຊົນ ໃຫ້ມີປະສິດທິຜົນ; ປັບປຸງບັນດາເນື້ອໃນຂ່າວ-ບົດ ໃນໜ້າໜັງສືພິມ, ລາຍການວິທະຍຸ, ໂທລະພາບ, ສືບຕໍ່ບຳລຸງກໍ່ສ້າງພະນັກງານ ບັນນາທິການ, ນັກຂ່າວ, ພະນັກງານເຕັກນິກ ໃຫ້ໄດ້ທັງດ້ານປະລິມານ ແລະ ຄຸນນະພາບ ເພື່ອຕອບສະໜອງ ໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງວຽກງານ ທີ່ນັບມື້ຂະຫຍາຍຕົວ.

ໃນໂອກາດສຳຄັນດັ່ງກ່າວນີ້, ທ່ານ ສອນໄຊ ສີພັນດອນ ພ້ອມດ້ວຍຄະນະ ຍັງໄດ້ຢ້ຽມຊົມ ບັນດາຫ້ອງວາງສະແດງຜະລິດຕະພັນສື່ມວນຊົນ ແລະ ການພິມຈຳໜ່າຍ ຕື່ມອີກ. ເຊິ່ງບັນດາສື່ມວນຊົນລາວ ຈາກທຸກຂະແໜງການ ໄດ້ນຳເອົາຜົນງານ ແລະ ຜະລິດຕະພັນຂອງຕົນເອງ ມາວາງສະແດງ ທັງໝົດ 31 ຫ້ອງ, ໃນນັ້ນ, ສື່ສິ່ງພິມ 12 ຫ້ອງ ແລະ ສື່ອີເລັກໂຕຣນິກ 19 ຫ້ອງ.