ສາຍການບິນຫວຽດເຈັດມີບໍລິການພິເສດ ໂອກາດວັນຊາດຫວຽດນາມ

19/08/2025 14:40
Email Print 128
ຂປລ ສາຍການບິນຫວຽດເຈັດ (Vietjet) ຂໍເຊີນຊວນນັກທ່ອງທ່ຽວຊາວລາວໄປສຳຫລວດປະເທດຫວຽດນາມ ດ້ວຍລາຄາສຸດພິເສດໄດ້ໃນທົ່ວເຄືອຂ່າຍການບິນຂອງສາຍການບິນ, ລວມທັງເສັ້ນທາງນະຄອນຫລວງວຽງຈັນ - ນະຄອນໂຮ່ຈີມິນ ທີ່ເປີດໃໝ່ ເພື່ອເປັນການສະເຫລີມສະຫລອງວັນຊາດຫວຽດນາມ ຄົບຮອບ 80 ປີ.

ຂປລ. ສາຍການບິນຫວຽດເຈັດ (Vietjet) ຂໍເຊີນຊວນນັກທ່ອງທ່ຽວຊາວລາວໄປສຳຫລວດປະເທດຫວຽດນາມ ດ້ວຍລາຄາສຸດພິເສດໄດ້ໃນທົ່ວເຄືອຂ່າຍການບິນຂອງສາຍການບິນ, ລວມທັງເສັ້ນທາງນະຄອນຫລວງວຽງຈັນ - ນະຄອນໂຮ່ຈີມິນ ທີ່ເປີດໃໝ່ ເພື່ອເປັນການສະເຫລີມສະຫລອງວັນຊາດຫວຽດນາມ ຄົບຮອບ 80 ປີ. ໃນຂະນະທີ່ການສະເຫລີມສະຫລອງຈະຈັດຂຶ້ນ ໃນວັນທີ 2 ກັນຍາ, ແຕ່ລາຄາພິເສດນີ້ແມ່ນໃຊ້ໄດ້ສຳລັບການເດີນທາງໃນເດືອນຕໍ່ໆໄປ ເຊິ່ງເປັນໂອກາດດີທີ່ໃຫ້ນັກທ່ອງທ່ຽວໄດ້ວາງແຜນການທ່ອງທ່ຽວໃນຫວຽດນາມ.

ເລີ່ມແຕ່ມື້ນີ້ເຖິງເວລາ 23:00 ໂມງ ຂອງວັນທີ 20 ສິງຫາ 2025 (GMT+7), ສາຍການບິນ Vietjet ສະເໜີປີ້ໂປຣໂມຊັນສຳລັບປີ້ Eco ຈຳນວນ 800.000 ໃບ ໃນລາຄາເລີ່ມຕົ້ນພຽງແຕ່ 0 ໂດລາ (ຍັງບໍ່ລວມອາກອນ ແລະ ຄ່າທຳນຽມ) ສຳລັບທຸກເສັ້ນທາງພາຍໃນປະເທດ ແລະ ຕ່າງປະເທດ, ສາມາດໃຊ້ໄດ້ສຳລັບການເດີນທາງລະຫວ່າງວັນທີ 15 ກັນຍາ 2025 ຫາ 27 ພຶດສະພາ 2026. ປີ້ໂປຣໂມຊັນມີໃຫ້ບໍລິການຜ່ານ www.vietjetair.com ແລະ ແອັບພລິເຄຊັນ Vietjet Air. ສຳລັບຜູ້ໂດຍສານທີ່ຈອງປີ້ Eco ໃນເສັ້ນທາງສາກົນໃນຊ່ວງໂປຣໂມຊັນນີ້, ໂດຍມີເວລາບິນຕັ້ງແຕ່ວັນທີ 15 ກັນຍາ ຫາ 15 ທັນວາ 2025 ຈະໄດ້ຮັບສິດພິເສດໃນການໂຫລດກະເປົາຟຣີ 20 ກິໂລ (ໂດຍມີເງື່ອນໄຂນໍາໃຊ້). ນອກຈາກນີ້, ນັກທ່ອງທ່ຽວທີ່ໃສ່ເສື້ອທີ່ມີຮູບທຸງຫວຽດນາມກໍຈະໄດ້ຮັບສ່ວນຫຼຸດ 29% ສໍາລັບອາຫານຮ້ອນ ແລະ ຂອງທີ່ລະນຶກໃນທຸກຖ້ຽວບິນຕັ້ງແຕ່ວັນທີ 19 ສິງຫາ ຫາ 2 ກັນຍາ 2025.

ການສະເຫລີມສະຫລອງວັນຊາດຫວຽດນາມ, ສາຍການບິນ Vietjet ຍັງຈະເຂົ້າຮ່ວມງານວາງສະແດງ 80 ປີແຫ່ງເອກະລາດ-ເສລີພາບ-ຄວາມສຸກ ເຊິ່ງຈະຈັດຂຶ້ນໃນວັນທີ 28 ສິງຫາ ຫາ 5 ກັນຍາ 2025 ຢູ່ສູນວາງສະແດງແຫ່ງຊາດຫວຽດນາມ ທີ່ນະຄອນຫລວງຮ່າໂນ້ຍ. ໃນງານດັ່ງກ່າວ, ສາຍການບິນ Vietjet ຈະນໍາສະເໜີຈຸດສໍາຄັນຕ່າງໆໃນການບິນຂອງຫວຽດນາມ ໃນຖານະທີ່ເປັນຂົວເຊື່ອມຕໍ່ຫວຽດນາມກັບທົ່ວໂລກ. ຜູ້ເຂົ້າຊົມສາມາດສຳຜັດກັບພື້ນທີ່ຈັດວາງສະແດງທີ່ມີເທັກໂນໂລຊີ AI, ຄວາມເປັນຈິງສະເໝືອນ (VR) ແລະ ກິດຈະກໍາແບບໂຕ້ຕອບ, ໃນຂະນະທີ່ຍັງມີໂອກາດທີ່ຈະຊະນະປີ້ຍົນ ຫຼື Patriot collection ທີ່ເປັນເອກະລັກສະເພາະຂອງສາຍການບິນ Vietjet.

ການເຕີບໂຕຢ່າງຕໍ່ເນື່ອງຂອງສາຍການບິນ Vietjet ແມ່ນໄດ້ຮັບການຂັບເຄື່ອນຈາກເຮືອບິນທີ່ທັນສະໄໝ, ການດໍາເນີນງານທີ່ດີເລີດ ແລະ ຄວາມມຸ່ງໝັ້ນທີ່ບໍ່ຢຸດຢັ້ງຕໍ່ຄວາມປອດໄພຂອງຜູ້ໂດຍສານ. ປັດຈຸບັນ, ນັກເດີນທາງຊາວລາວສາມາດໃຊ້ປະໂຫຍດຈາກຖ້ຽວບິນໄປ-ກັບປະຈຳວັນລະຫວ່າງນະຄອນຫລວງວຽງຈັນ ແລະ ນະຄອນໂຮ່ຈີມິນ ເພື່ອສຳຫລວດນະຄອນທີ່ໃຫຍ່ທີ່ສຸດຂອງຫວຽດນາມ. ຈາກນັ້ນ, ຜູ້ໂດຍສານຍັງສາມາດຕໍ່ຖ້ຽວບິນໄປຍັງຈຸດໝາຍປາຍທາງອັນດັບຕົ້ນໆໃນທົ່ວພາກພື້ນອາຊີ-ປາຊີຟິກ ແລະ ອື່ນໆ ໄດ້ດ້ວຍຖ້ຽວບິນຕໍ່ທີ່ລາຄາບໍ່ແພງຂອງສາຍການບິນ Vietjet. ປີ້ມີຈຳນວນຈຳກັດ  ຈອງດຽວນີ້ ເພື່ອໄປສໍາຫລວດຈຸດໝາຍປາຍທາງໃໝ່ໃນທົ່ວຫວຽດນາມ ແລະ ຕ່າງປະເທດ

KPL

ຂ່າວອື່ນໆ

    • 6 ເດືອນຕົ້ນປີ ເສດຖະກິດແຂວງຊຽງຂວາງ ມີທ່າອ່ຽງຂະຫຍາຍຕົວຕໍ່ເນື່ອງເສດຖະກິດ

      6 ເດືອນຕົ້ນປີ ເສດຖະກິດແຂວງຊຽງຂວາງ ມີທ່າອ່ຽງຂະຫຍາຍຕົວຕໍ່ເນື່ອງ

      7/17/2025 5:48:15 PM

      ຂປລ. ໃນໄລຍະ 6 ເດືອນຕົ້ນປີ 2025 ນີ້, ຄະນະພັກ-ອົງການປົກຄອງ ແຂວງຊຽງຂວາງ ໄດ້ເອົາໃຈໃສ່ນໍາພາ-ຊີ້ນຳ ຈັດຕັ້ງປະຕິບັດ ແຜນພັດທະນາ ເສດຖະກິດ-ສັງຄົມ ຂອງແຂວງຕິດພັນກັບ ວຽກງານ 3 ສ້າງ ແລະ ການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ-ການເງິນ ເຮັດໃຫ້ ຈັງຫວະການຂະຫຍາຍຕົວ ຂອງເສດຖະກິດ ມີທ່າອ່ຽງເພີ່ມຂຶ້ນ ແລະ ລື່ນຄາດໝາຍທີ່ໄດ້ວາງໄວ້

    • ຊຳຊຸງນຳສະເໜີນະວັດຕະກຳໃໝ່ຈາກ Galaxy ທີ່ທັນສະໄໝກວ່າເກົ່າເສດຖະກິດ

      ຊຳຊຸງນຳສະເໜີນະວັດຕະກຳໃໝ່ຈາກ Galaxy ທີ່ທັນສະໄໝກວ່າເກົ່າ

      7/10/2025 11:27:52 AM

      ຊຳຊຸງ ອີເລັກໂທຣນິກ ໄດ້ນຳສະເໜີ Galaxy ຊຸດໃໝ່ ໃນວັນທີ 09 ກໍລະກົດ 2025 ທີ່ອອກແບບ ເພື່ອໃຫ້ຜູ້ຊົມໃຊ້ປ່ຽນວິທີການເຊື່ອມຕໍ່, ເຮັດວຽກ ແລະ ເບິ່ງແຍງສຸຂະພາບ ໃຫ້ດີຍິ່ງຂຶ້ນ.

    • ສະມາຄົມນັກທຸລະກິດໜຸ່ມ ແຫ່ງຊາດລາວ ເປີດກອງປະຊຸມໃຫຍ່ ຄັ້ງທີ Vເສດຖະກິດ

      ສະມາຄົມນັກທຸລະກິດໜຸ່ມ ແຫ່ງຊາດລາວ ເປີດກອງປະຊຸມໃຫຍ່ ຄັ້ງທີ V

      7/9/2025 3:44:20 PM

      ຂປລ. ກອງປະຊຸມໃຫຍ່ຜູ້ແທນ ສະມາຄົມນັກທຸລະກິດໜຸ່ມແຫ່ງຊາດລາວ ຄັ້ງທີ V ຈັດຂຶ້ນ ໃນວັນທີ 8 ກໍລະກົດ 2025 ໂດຍການເປັນປະທານຂອງ ສະຫາຍ ຄໍາແສນ ສີສະວົງ ປະທານສະມາ ຄົມນັກທຸລະກິດໜຸ່ມ ແຫ່ງຊາດລາວ (ສທໜຊ)

    • ນັກທຸລະກິດ ລາວ-ຈີນ ຫາລືຮັດແໜ້ນ ການຮ່ວມມື ດ້ານການຄ້າ-ການລົງທຶນເສດຖະກິດ

      ນັກທຸລະກິດ ລາວ-ຈີນ ຫາລືຮັດແໜ້ນ ການຮ່ວມມື ດ້ານການຄ້າ-ການລົງທຶນ

      7/8/2025 12:16:42 PM

      ຂປລ. ພິທີພົບປະລະຫວ່າງ ນັກທຸລະກິດ ລາວ-ຈີນ ໄດ້ຈັດຂຶ້ນ ໃນວັນທີ 3 ກໍລະກົດ 2025 ຜ່ານມານີ້, ຢູ່ນະຄອນຫລວງວຽງຈັນ ໃນໂອກາດງານວາງສະແດງສິນຄ້າ ອຸດສາຫະກໍາ ແລະ ການຮ່ວມມືດ້ານການຄ້າລາວ-ຈີນ ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ ເຊິ່ງກັນ ແລະ ກັນ

    • ສຳເລັດໂຄງການກໍ່ສ້າງທໍ່ຂົນສົ່ງບໍ່ນ້ຳຮ້ອນປຸ່ງເລາະ ຫາເຂດເສດຖະກິດພິເສດສາມຫລ່ຽມຄຳເສດຖະກິດ

      ສຳເລັດໂຄງການກໍ່ສ້າງທໍ່ຂົນສົ່ງບໍ່ນ້ຳຮ້ອນປຸ່ງເລາະ ຫາເຂດເສດຖະກິດພິເສດສາມຫລ່ຽມຄຳ

      6/30/2025 11:08:40 AM

      ຂປລ. ເຂດເສດຖະກິດພິເສດສາມຫລ່ຽມຄຳ ຈັດພິທີວາງສີລາລືກໂຄງການກໍ່ສ້າງບໍ່ນ້ຳຮ້ອນປຸ່ງເລາະ ທີ່ມີທໍ່ສົ່ງນ້ຳຍາວເກືອບ 50 ກິໂລແມັດ ໄດ້ຖືກນຳມານຳໃຊ້ຢ່າງເປັນທາງການ ໃນວັນທີ 27 ມິຖຸນາ 2025 2025 ແລະ ສຳເລັດການນຳສົ່ງນ້ຳພຸຮ້ອນທຳມະຊາດປຸ່ງເລາະ ເຖິງເຂດເສດຖະກິດພິ ເສດສາມຫລ່ຽມຄຳ, ຮັບປະກັນແຫລ່ງຊັບພະຍາກອນຫລັກ ໃຫ້ເຂດເສດຖະກິດພິເສດສາມຫລ່ຽມຄຳ ເພື່ອສ້າງໂຄງການທ່ອງທ່ຽວນ້ຳພຸຮ້ອນ ໂດຍມີ ທ່ານ ທອງຈັນ ມະນີໄຊ ເຈົ້າແຂວງບໍ່ແກ້ວ, ທ່ານ ຄຳພະຫຍາ ພົມປັນຍາ ຮອງເຈົ້າແຂວງບໍ່ແກ້ວ, ທ່ານ ກ່າວ ຫລົງ ຮອງປະທານສະພາບໍລິຫານເຂດເສດຖະ ກິດພິເສດສາມຫລ່ຽມຄຳ, ທ່ານ ເວີ້ຍ ຈ້ຽນ ອຳນວຍການກຸ່ມບໍລິສັດດອກງິ້ວຄຳຈຳກັດ, ທ່ານ ຢາງ ຢົ່ງ ຜູ້ຮັບຜິດຊອບ ບໍລິສັດ ບຳລຸງຮັບສາສຸຂະພາບຊານຕົງຈູນຊ້ວງ ຈຳກັດ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ads
ads

Top