ສສ ຫວຽດນາມ ເລີ່ມລົງມືກໍ່ສ້າງ-ເປີດນຳໃຊ້ 250 ໂຄງການ

19/08/2025 18:00
ຂປລ ເນື່ອງໃນໂອກາດ ສະເຫລີມ ສະຫລອງ 80 ປີ ແຫ່ງວັນ ການປະຕິວັດ ເດືອນສິງຫາ ແລະ ວັນຊາດ ຫວຽດນາມ ທີ 2 ກັນຍາ, ວັນທີ 19 ສິງຫາ, ຢູ່ 34 ແຂວງ, ນະຄອນ ໃນທົ່ວປະເທດ ໄດ້ພ້ອມກັນຈັດພິທີເລີ່ມລົງມຶກໍ່ສ້າງ, ເປີດນຳໃຊ້ 250 ໂຄງການຈຸດສຸມ.

ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, ເນື່ອງໃນໂອກາດ ສະເຫລີມ ສະຫລອງ 80 ປີ ແຫ່ງວັນ ການປະຕິວັດ ເດືອນສິງຫາ ແລະ ວັນຊາດ ຫວຽດນາມ ທີ 2 ກັນຍາ,  ວັນທີ 19 ສິງຫາ, ຢູ່ 34 ແຂວງ, ນະຄອນ ໃນທົ່ວປະເທດ ໄດ້ພ້ອມກັນ ຈັດພິທີ ເລີ່ມລົງມຶກໍ່ສ້າງ, ເປີດນຳໃຊ້ 250 ໂຄງການຈຸດສຸມ. ໃນບັນດາໂຄງການ, ກິດຈະກຳ ທີ່ໄດ້ເລີ່ມລົງມຶກໍ່ສ້າງ, ເປີດນຳໃຊ້ມີ 59 ໂຄງການກໍ່ສ້າງ ພື້ນຖານ ໂຄງລ່າງ ຄົມມະນາຄົມ; 44 ໂຄງການ ພົນລະເຮືອນ-ຕົວເມືອງ; 57 ໂຄງການ ອຸດສາຫະກຳ; 36 ໂຄງການພື້ນຖານ ໂຄງລ່າງ ເຕັກນິກ ແລະ 22 ໂຄງການເຮືອນຢູ່ສັງຄົມ. ໃນຈຳນວນບັນດາ ໂຄງການ ທີ່ໄດ້ຮັບການ ເປີດນຳໃຊ້ ມີສູນວາງສະແດງ ແຫ່ງຊາດ ຊື່ງແມ່ນໂຄງການໃຫ່ຍ ທີ່ສຸດຢູ່ ອາຊີ ຕາເວັນອອກ ສ່ຽງໃຕ້, ນອນໃນ Top 10 ກຸ່ມສູນວາງສະແດງໃຫ່ຍ ທີ່ສຸດໃນໂລກ. ໂດຍໄດ້ຕັ້ງ ຢູ່ທາງທິດ ຕາເວັນອອກ ສ່ຽງເໜືອ ຂອງນະຄອນຫລວງ ຮ່າໂນ້ຍ, ສູນວາງສະແດງແຫ່ງຊາດ ມີເນື້ອທີ່ກວ້າງ 900.000 ຕາແມັດ. ທ່ານ ນາງ ຫລີ ຮວາລຽນ ຜູ້ອຳນວຍການໃຫ່ຍ ຝ່າຍບໍລິຫານ ບໍລິສັດຫຸ້ນ ສ່ວນງານວາງສະແດງ ຕະຫລາດນັດແຫ່ງຊາດ ຫວຽດນາມ ໃຫ້ຮູ້ວ່າ:  ນີ້ແມ່ນສັນຍາລັກຂອງ ຮ່າໂນ້ຍ, ຂອງປະເທດຊາດ. ສັນຍາລັກນີ້ ໄດ້ຮັບການອອກແບບ ເພື່ອສາມາດເຫັນໄດ້ແຕ່ໄກ, ຈາກເຮືອບິນ ກໍ່ສາມາດ ເຫັນຮູບຊົງ ອັນໃຫ່ຍໂຕ ມະໂຫຖານນີ້ໄດ້. ນີ້ແມ່ນຄວາມເອກອ້າງ ທະນົງໃຈ ຂອງຊາວນະຄອນຫລວງ ຫລາຍຄົນ. ກິດຈະກຳແຫ່ງນີ້ ມີຫລາຍພາລະໜ້າທີ່ ດ້ວຍເນື້ອທີ່ໃນຮົ່ມ ຫລາຍກ່ວາ 100.000 ຕາເມັດ ຊື່ງສາມາດ ຕອບສະໜອງ ໄດ້ຫລາຍເຫດການ, ງານວາງສະແດງ, ການຄ້າ, ສິລະປະ, ກິລາ, ການເມືອງ. ນີ້ແມ່ນສິ່ງທີ່ບໍ່ເຄີຍມີມາຢູ່ ສສ ຫວຽດນາມ ແລະ ກໍ່ໃນວັນດຽວກັນ, ມີ 161 ໂຄງການ, ກິດຈະກຳໄດ້ພ້ອມກັນ ຈັດພິທິເລີ່ມລົງມື ກໍ່ສ້າງ, ໃນນັ້ນ ມີສະໜາມບິນ ຢາບິນ (ບັກນິງ)./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top