ຂປລ
ທະນາຄານ ປະຊາຊົນຈີນ ເຊິ່ງເປັນ ທະນາຄານກາງ ຂອງ ສປ ຈີນ ກັບ ທະນາຄານໄທ ໄດ້ລົງນາມໃນ “ສັນຍາວ່າ ດ້ວຍການແລກປ່ຽນ ເງິນຕາ ສອງຝ່າຍ (ເງິນຢວນ ຈີນ-ເງິນບາດ ໄທ) ສະບັບ ປັບປຸງ ແລະ ຂະຫຍາຍ ເວລາເທື່ອທີ 3”, ຍອດຈໍານວນການແລກປ່ຽນເງິນຕາ ສອງຝ່າຍ ບັນລຸເຖິງ 70 ຕື້ຢວນ
ຂປລ.ວິທະຍຸສາກົນແຫ່ງ ສປ ຈີນ,ວັນທີ 18 ສິງຫານີ້, ທະນາຄານ ປະຊາຊົນຈີນ ເຊິ່ງເປັນ ທະນາຄານກາງ ຂອງ ສປ ຈີນ ກັບ ທະນາຄານໄທ ໄດ້ລົງນາມໃນ “ສັນຍາວ່າ ດ້ວຍການແລກປ່ຽນ ເງິນຕາ ສອງຝ່າຍ (ເງິນຢວນ ຈີນ-ເງິນບາດ ໄທ) ສະບັບ ປັບປຸງ ແລະ ຂະຫຍາຍ ເວລາເທື່ອທີ 3”, ຍອດຈໍານວນການແລກປ່ຽນເງິນຕາ ສອງຝ່າຍ ບັນລຸເຖິງ 70 ຕື້ຢວນ, ສັນຍາສະບັບດັ່ງກ່າວ ມີຜົນບັງຄັບໃຊ້ 5 ປີ ແລະ ສາມາດ ຂະຫຍາຍເວລາໄດ້ ໂດຍອີງຕາມ ຄວາມເຫັນດີ ຂອງສອງຝ່າຍ.ການທີ່ ທະນາຄານປະຊາຊົນຈີນ ແລະ ທະນາຄານໄທ ຕໍ່ສັນຍາແລກປ່ຽນເງິນຕາ ສອງຝ່າຍ ອີກເທື່ອໜຶ່ງ ມີຜົນດີຕໍ່ ການ ລົງເລິກ ການຮ່ວມມື ດ້ານເງິນຕາ ແລະ ການທະນາຄານ ລະຫວ່າງ ສອງປະເທດ ຕື່ມອີກ, ພ້ອມທັງ ມີຜົນດີຕໍ່ການຊຸກຍູ້ການຄ້າ ແລະ ການລົງທຶນສອງຝ່າຍ ໃຫ້ມີຄວາມສະດວກ ກໍຄື ການປົກປັກຮັກສາ ຄວາມໝັ້ນທ່ຽງ ຂອງຕະຫລາດ ການທະນາຄານ ນໍາອີກ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL