7095

ຂປລ. ໃນໂອກາດເຂົ້າຮ່ວມ ກອງປະຊຸມລັດຖະມົນຕີຕ່າງປະ ເທດໃນຂອບການຮ່ວມມືແມ່ນໍ້າ ຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 10 ຢູ່ ສປ ຈີນ. ໃນອາທິດຜ່ານມາ, ສະຫາຍ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະ ເທດ ແຫ່ງ ສປປ ລາວ ໄດ້ພົບປະ ສອງຝ່າຍກັບສະຫາຍ ບຸຍ ແທັງ ເຊີນ ຮອງນາຍົກລັດຖະມົນຕີ, ລັດ ຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ. ໃນການພົບປະຄັ້ງນີ້, ສອງຝ່າຍ ໄດ້ສະແດງຄວາມປິຕິຍິນດີທີ່ໄດ້ ພົບປະກັນອີກຄັ້ງໃນທຸກໂອກາດທີ່ ມີເງື່ອນໄຂ ໂດຍສອງຝ່າຍໄດ້ປຶກ ສາຫາລື ແລະ ແລກປ່ຽນຄວາມ ຄິດຄວາມເຫັນເຊິ່ງກັນ ແລະ ກັນ ຢ່າງກົງໄປກົງມາດ້ວຍໄມຕີຈິດ ມິດຕະພາບອັນສະໜິດແໜ້ນ ເພື່ອ ເສີມຂະຫຍາຍ ແລະ ຮັດແໜ້ນສາຍ ພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການ ຮ່ວມມືຮອບດ້ານລະຫວ່າງສອງ ພັກ, ສອງລັດ, ປະຊາຊົນສອງຊາດ ກໍຄື ສອງກະຊວງການຕ່າງປະເທດ ລາວ ແລະ ຫວຽດນາມ ໃຫ້ຈະເລີນ ງອກງາມ ແລະ ພັດທະນາເຂົ້າສູ່ ລວງເລິກຍິ່ງໆຂຶ້ນ. ສອງຝ່າຍໄດ້ເຫັນດີເປັນເອກະ ພາບ ແລະ ຕີລາຄາສູງຕໍ່ການພົວ lnj ,;o-q ovk-Po g0Q kIj ;,dy f9tde mj P;-q ,xtgmf9u o 16j c0;'wss]e 7v[7q ;8q ;c[[.odkozt]y fg0Q k8k,37'dko-k;okIaj ',u ]a f4t,q o8u dt-;'dko8j k'xtgmf]k; c]t s;Pfok, sk]n glu ,0tspkpdkorq ;ra oIj ;,,n sa f4tdeg7n j v'xA ofy ogzq k gvdt]a d g,n v'|v'[q d ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ www.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນອັງຄານ 19.08.2025 ປີທີ 24 ສະບັບທີ 6.250 ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK j  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2 -5 dp6h dkomj v'mj P;c[[vto5 ]a d 16j xj klts';o8k,g0f|bj 'c]; |bj 'glA omk'  ອ່ານຕໍ່ໜ້າ 4  ອ່ານຕໍ່ໜ້າ 3  ອ່ານຕໍ່ໜ້າ 6 dv'xt-5 ,xb dlksk]n ]ts;j k' [a ofkxtgmfmuj ,u -kpcfo8y f9vfda [,Po,k -q ,g-u p;a olh k'8A 'co;]k;lh k'-kfF ;a oln j ,;o-q o c]t dkory ,9e|j kp 7q [Iv[ 75 xu 1j k'l5 f.9K lo- xtdkfpq dph kp{c8j '8A ' c]t ra ddko{Ia [v5 f|6 o[eokodkooe0A ol6 ' ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ( ຜູ້ທຳອິດ ນັບຈາກຂວາຫາຊ້າຍ )  ອ່ານຕໍ່ໜ້າ 4 lt4k[a o0q '9n lv[gla '7a fg]n vd oa dlb dlklk0k76 rklk9u o ຂປລ. ເມື່ອບໍ່ດົນມານີ້, ສະຖາບັນ ຂົງຈື ມະຫາວິທະຍາໄລແຫ່ງຊາດ (ມຊ) ຈັດສອບເສັງຄັດເລືອກນັກ ສຶກສາເຂົ້າຮຽນໃນຫລັກສູດສາຂາ ຄູພາສາຈີນ ສົກສຶກສາ 20252026 ທີ່ສະຖາບັນດັ່ງກ່າວ ໂດຍ ມີຜູ້ສະໝັກສອບເສັງທັງໝົດ 629 ຄົນ, ຍິງ 426 ຄົນ, ມີຫ້ອງສອບເສັງ ທັງໝົດ 24 ຫ້ອງເສັງແບ່ງອອກ  ອ່ານຕໍ່ໜ້າ 2 mk[mk,Ij k'fe]a f;j kfh ;p dko4voly foe.-h mu j fy o0A ol6 odk' ຂປລ. ເມື່ອບໍ່ດົນມານີ້, ກົມ ຄຸ້ມຄອງ ແລະ ພັດທະນາທີ່ດິນ, ກະ ຊວງກະສິກໍາ ແລະ ສິ່ງແວດລ້ອມ (ກສ) ຈັດກອງປະຊຸມທາບທາມ ຮ່າງດໍາລັດວ່າດ້ວຍການຖອນສິດ ນໍາໃຊ້ທີ່ດິນຂັ້ນສູນກາງ ໂດຍການ ເປັນປະທານຂອງທ່ານ ໄຊນະຄອນ ອິນທະວົງ ຮອງລັດຖະມົນຕີກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ, ມີບັນ ດາຫົວໜ້າກົມ, ຮອງກົມ, ພ້ອມດ້ວຍ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ໃນການທາບທາມຮ່າງດໍາລັດ ດັ່ງກ່າວ, ເປັນການຜັນຂະຫຍາຍ ມາດຕາ 144 ການເສຍສິດນໍາໃຊ້ ທີ່ດິນ ແລະ ມາດຕາ 145 ການ ເສຍ ແລະ ຖອນສິດນໍາໃຊ້ທີ່ດິນ ທ່ານ ໄຊນະຄອນ ອິນທະວົງ pq d]tfa [7;k,I6h ;Pd'ko ;y -kltgrkt37ltokvq [Iq , ທ່ານ ນາງ ວິລະວອນ ພັນທະວົງ ຮອງຫົວໜ້າ ຄອສພ ( ຜູ້ທີຫົກ ນັບຈາກຂວາຫາຊ້າຍ ) c9h 'dko0v'dt-;'dko8j k'xtgmf ຂປລ. ໂດຍຕອບສະໜອງຕາມຄຳເຊື້ອເຊີນຂອງສະຫາຍ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ນາງ ຫວໍ ທິ ແອັງ ຊວນ ຮອງປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດ ນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຈະເດີນທາງມາຢ້ຽມຢາມ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢ່າງເປັນທາງການ ແຕ່ວັນທີ 21-22 ສິງຫາ 2025 ເພື່ອເພີ່ມທະວີ ແລະ ເສີມຂະຫຍາຍ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການ ຮ່ວມມືຮອບດ້ານລະຫວ່າງສອງປະເທດລາວ ແລະ ຫວຽດນາມ.  ອ່ານຕໍ່ໜ້າ 2 ຂປລ. ສື່ມວນຊົນບັນດາປະເທດ ສະມາຊິກອາຊຽນ ເຊິ່ງປະກອບມີ: ສປປ ລາວ, ສສ ຫວຽດນາມ, ກໍາ ປູເຈຍ, ໄທ, ມຽນມາ, ຟິລິບປິນ, ມາເລເຊຍ ແລະ ປະເທດຕີມໍແລັດ ສະເຕ ໄດ້ເຂົ້າຮ່ວມກິດຈະກຳທ່ຽວ ຊົມປະເທດຈີນ ຢູ່ແຂວງໄຫຫລໍາ ແຕ່ວັນທີ 18-24 ສິງຫາ 2025 ເຊິ່ງຈັດໂດຍຄະນະໂຄສະນາອົບຮົມ ແຂວງໄຫຫລໍາ ສປ ຈີນ ຮ່ວມກັບ ສູນລາຍການພາສາພາກພື້ນອາ ຊີ-ອາຟຣີກາ ວິທະຍຸໂທລະພາບສູນ ກາງຈີນ (CMG). ໃນວັນທີ 18 ສິງຫາ 2025 ຢູ່ແຂວງໄຫຫລໍາ ສປ ຈີນ ໄດ້ເປີດ ສໍາມະນາໃນຫົວຂໍ້: ທ່ຽວຊົມປະເທດ ຈີນຢູ່ແຂວງໄຫຫລໍາ ທີ່ມີຊີວິດຊີວາ ໂດຍມີທ່ານ ວາງ ປິ່ນ ຫົວໜ້າຄະນະ ໂຄສະນາອົບຮົມແຂວງໄຫຫລໍາ, ທ່ານ ນາງ ຈາງ ໂຮຍ ຮອງຫົວໜ້າ ສູນລາຍການພາສາພາກພື້ນອາຊີ- ອາຟຣິກາ ວິທະຍຸໂທລະພາບສູນ ກາງຈີນ (CMG) ແລະ ພາກສ່ວນ  ອ່ານຕໍ່ໜ້າ 4 ສະຫາຍ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ, ປະທານ ສນຊ ( ຜູ້ທີຫົກ ນັບຈາກຂວາຫາຊ້າຍ )

lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 19/08/2025 xtgmf]k; ລັດຖະມົນຕີກະຊວງການຕ່າງ... ທາບທາມຮ່າງດໍາລັດ... ສນຊ ປະກາດຍົກຍ້າຍ... ຍົກລະດັບຄວາມຮູ້... ກອງປະຊຸມປຶກສາຫາລື... ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ( ຊ້າຍມື ) ຂປລ. ໂຄງການບັນຊາສາມະ ເນນ ຄັ້ງທີ 16 ພາຍໃຕ້ຫົວຂໍ້ “ເກີດ ມາທັງທີເປັນຄົນດີໃຫ້ໄດ້” ທີ່ໄດ້ ຈັດຂຶ້ນໃນວັນທີ 6-17 ສິງຫາ 2025 ຢູ່ວັດປ່ານາຄູນນ້ອຍ ເມືອງ ນາຊາຍທອງ ນະຄອນຫລວງວຽງ ຈັນ ໄດ້ປິດລົງດ້ວຍຜົນສຳເລັດ ໂດຍມີພະອາຈານ ມະຫາເວດ ມະເສໄນ ຮັກສາການປະທານສູນ ກາງອົງການພຸດທະສາສະໜາ ສຳພັນ ແຫ່ງ ສປປ ລາວ, ມີເຈົ້າ ອະທິການວັດຈາກວັດແຫ່ງຕ່າງໆ ໃນນະຄອນຫລວງວຽງຈັນ, ພ້ອມ ດ້ວຍການນໍາເມືອງນາຊາຍທອງ ແລະ ຊາວພຸດທະສາສະນິກະຊົນ ລາວ ເຂົ້າຮ່ວມ. ພ ະ ອ າ ຈ າ ນ ສ ະ ເ ພົ າ ຄ ຳ ວົງທະວິໄລ ຫົວໜ້າກຳມະທິການ ເຜີຍແຜ່ສິລະທຳ ແລະ ປະຕິບັດ ກຳມະຖານເມືອງນາຊາຍທອງ ໄດ້ລາຍງານຜົນສຳເລັດຂອງການ ຈັດຕັ້ງປ ະ ຕິບັດ ໂ ຄງການດັ່ງ ກ່າວ ເຊິ່ງເຍົາວະຊົນທີ່ເຂົ້າຮ່ວມ ກິດຈະກຳ (ບວດເນນ) ໄດ້ຮຽນຮູ້ ທັງພາກທິດສະດີ ແລະ ພາກປະຕິບັດ ຕົວຈິງ. ໃນນັ້ນ, ພາກທິດສະດີໄດ້ ຮຽນຮູ້ທັງໝົດ 11 ວິຊາ ຄື: ສາມະ ເນນສິກຂາ (ສິນ10), ທຳມະ (ມຸງຄຸນ 38), ພຸດທະປະຫວັດ, ສາສະນະພິທີ, ໂທດໄພຂອງສິ່ງ ເສບຕິດ, ການອ່ານຄຳກອນ, ນິ ທານ ແລະ ລະຄອນສະທ້ອນສັງຄົມ, ການສຶກສາສິ່ງແວດລ້ອມ, ທັກສະ ຊີວິດ, ອະບາຍຍະມຸກ 6 ແລະ ທິດ 6. ສຳລັບພາກປະຕິບັດຕົວຈິງໄດ້ ໄຫວ້ພະສູດມົນ ເຊົ້າ-ແລງ, ຝຶກວິ ປັດສະນາກຳມະຖານ (ສະມາທິ- ພາວະນາ), ຝຶກມາລະຍາດທາງ ສັງຄົມຕາມແບບວັດທະນະທຳ ລາວ (ການກາບ, ການນົບ, ການ ໄຫວ້) ໂດຍມີວິທະຍາກອນ ຈາກ ກຳມາທິການເຜີຍແຜ່ສິລະທຳ ແລະ ປະຕິບັດກຳມະຖານສູນກາງ, ອົງ ການຈັດຕັ້ງທີ່ກ່ຽວຂ້ອງທັງພາກ ລັດ-ເອກະຊົນ ແລະ ສໍານັກປະຕິບັດ ວິປັດສະນາກຳມະຖານວັດປ່ານາ ຄູນນ້ອຍ ມານຳພາ ແລະ ໃຫ້ຄວາມ ຮູ້ທາງດ້ານພຸດທະສາສະໜາ. ໂຄງການດັ່ງກ່າວ, ເຮັດໃຫ້ເຍົາ ວະຊົນທີ່ເຂົ້າຮ່ວມໄດ້ໃຊ້ເວລາວ່າງ ໃຫ້ເປັນປະໂຫຍດ ແລະ ບໍ່ໄປກ່ຽວ ຂ້ອງກັບສິ່ງເສບຕິດ, ໄດ້ພັດທະນາ ຄວາມຮູ້ຄວາມສາມາດຂອງເຍົາ ວະຊົນໃຫ້ປ່ຽນແປງທັດສະນະຄະຕິ ແລະ ພຶດຕິກຳໃນທາງທີ່ດີ, ທັງເປັນ ການປູກຝັງຄຸນນະທຳທາງພຸດທະ ສາສະໜາໃຫ້ງອກງາມໃນຈິດໃຈ ຂອງເຍົາວະຊົນ, ໃຫ້ເປັນລູກທີ່ດີ ຂອງພໍ່ແມ່, ເປັນເພື່ອນທີ່ດີຂອງ ມິດສະຫາຍ, ເປັນສິດທີ່ດີຂອງຄູ-ອາ ຈານ, ເປັນພົນລະເມືອງທີ່ດີຂອງ ປະເທດຊາດ ແລະ ເປັນທາຍາດທີ່ດີ ຂອງພະພຸດທະສາສະໜາ. ພ້ອມນີ້, ໂຄງການບັນຊາສາ ມະເນນ ຄັ້ງທີ 16 ຍັງໄດ້ຈັດພິທີ ໃສ່ບາດຖວາຍສັງຄະທານໃນວັນທີ 17 ສິງຫາ 2025 ນີ້, ຢູ່ສຳນັກປະ ຕິບັດວິປັດສະນາກຳມະຖານວັດປ່າ ນາຄູນນ້ອຍ ເມືອງນາຊາຍທອງ ນະຄອນຫລວງວຽງຈັນ ໂດຍມີພະ ສົງສາມະເນນ ທັງໝົດ 150 ອົງ. ຂ່າວ: ທະນູທອງ; ພາບ: ຂັນໄຊ ຂປລ. ໃນວັນທີ 15 ສິງຫາ 2025 ທີ່ເມືອງອານໜິງ ແຂວງຢູນ ໜານ ສປ ຈີນ, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງ ການຕ່າງປະເທດ ເເຫ່ງ ສປປ ລາວ ໄດ້ນໍາພາຄະນະເຂົ້າຮ່ວມກອງ ປະຊຸມປຶກສາຫາລືລະຫວ່າງບັນດາ ປະເທດທີ່ມີຊາຍແດນຕິດຈອດກັບ ມຽນມາ ຮ່ວມກັບລັດຖະມົນຕີກະ ຊວງການຕ່າງປະເທດ ແຫ່ງ ສປ ຈີນ, ໄທ ແລະ ມຽນມາ. ຂປລ.ເມື່ອບໍ່ດົນມານີ້, ທີ່ສໍາ ນັກງານປະທານາທິບໍດີ ແຫ່ງ ສາ ທາລະນະລັດ ອິດສະລາມ ອີຣານ ທີ່ນະຄອນຫລວງເຕຮາຣານ, ທ່ານ ບຸນມີ ວັນມະນີ ໄດ້ເຂົ້າຍື່ນ ສານຕາຕັ້ງຕໍ່ທ່ານ ມາຊຸດ ເປ ແຊັສກຽນ (H.E.Mr. Masoud Pezeshkian) ປະທານາທິບໍດີ ແຫ່ງ ສາທາລະນະລັດ ອິດສະລາມ ອີຣານ ເພື່ອດຳລົງຕຳແໜ່ງເປັນ ເອກອັກຄະລັດຖະທູດວິສາມັນຜູ້ມີ ອຳນາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົນ ໃໝ່ ປະຈຳອີຣານ ຊຶ່ງມີສໍານັກງານ ຕັ້ງຢູ່ນະຄອນຫລວງນິວແດນລີ, ປະ ເທດອິນເດຍ. ໃນໂອກາດດັ່ງກ່າວ, ທ່ານ ມາຊຸດ ເປແຊັສກຽນ ໄດ້ສະແດງ ຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍ ທ່ານ ບຸນມີ ວັນມະນີ ທີ່ໄດ້ຮັບ ການແຕ່ງຕັ້ງເປັນເອກອັກຄະລັດ ຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ຄົນໃໝ່ ປະຈຳ ສາທາລະນະລັດ ອິດສະລາມອີຣານ ແລະ ເຊື່ອໝັ້ນວ່າທ່ານທູດຈະຊ່ວຍ ເຮັດໃຫ້ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມໄດ້ຮັບ ການສືບຕໍ່ເສີມຂະຫຍາຍຍິ່ງໆຂຶ້ນ ໃນອະນາຄົດ. ພ້ອມກັນນັ້ນ, ທ່ານ ກໍໄດ້ຝາກຄວາມຢື້ຢາມຖາມຂ່າວ, ຄວາມຮັກແພງ, ຄໍາອວຍພອນໄຊ ອັນປະເສີດ ແລະ ມິດຕະພາບການ ພົວພັນທີ່ດີມາຍັງທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ, ລັດຖະບານ ແລະ ປະຊາຊົນ ລາວທຸກທົ່ວໜ້າ. ທ່ານເອກອັກຄະລັດຖະທູດໄດ້ ສະແດງຄວາມຂອບໃຈ ແລະ ຖື ໂອກາດດັ່ງກ່າວ ນຳເອົາຄວາມ ຢື້ຢາມຖາມຂ່າວອັນອົບອຸ່ນ ແລະ ພອນໄຊອັນປະເສີດຈາກທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ເຖິງທ່ານ ມາຊຸດ ເປແຊັສກຽນ ປະທານາທິບໍດີ ແລະ ຜ່ານທ່ານໄປຍັງລັດຖະບານ ແລະ ປະຊາຊົນສາທາລະນະລັດ ອິດສະລາມອີຣານ. ນອກຈາກນັ້ນ, ທ່ານເອກອັກຄະລັດຖະທູດຍັງໄດ້ນໍາ ເອົາຄໍາເຊື້ອເຊີນຈາກທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ເຖິງທ່ານປະທານາທິບໍດີ ສາ ທາລະນະລັດ ອິດສະລາມອີຣານ ເພື່ອໄປຢ້ຽມຢາມ ສປປ ລາວ ຢ່າງ ເປັນທາງການໃນໂອກາດທີ່ທ່ານ ສະດວກ. ທ່ານປະທານາທິບໍດີ ແລະ ທ່ານເອກອັກຄະລັດຖະທູດ ໄດ້ພ້ອມກັນຕີລາຄາສູງເຖິງການ ພົວພັນອັນດີງາມລະຫວ່າງ ສປປ ລາວ ແລະ ສາທາລະນະລັດ ອິດ ສະລາມອີຣານ ນັບແຕ່ສ້າງຕັ້ງ ສາຍພົວພັນການທູດຮ່ວມກັນໃນ ປີ 1967 ເປັນຕົ້ນມາ. ໃນຂະນະ ດຽວກັນ, ທ່ານທູດໄດ້ອວຍພອນໄຊ ໃຫ້ທ່ານປະທານາທິບໍດີ ມາຊຸດ ເປ ແຊັສກຽນ ມີພາລານາໄມສົມບູນ, ມີຄວາມຜາສຸກ ແລະ ປະສົບຜົນສໍາ ເລັດໃນໜ້າທີ່ວຽກງານອັນສູງສົ່ງ ຂອງທ່ານ. ກ່ອນນັ້ນ ຕາມປະເພນີປະຕິບັດ ຂອງອີຣານ, ທ່ານເອກອັກຄະລັດ ຖະທູດໄດ້ເຂົ້າຢ້ຽມຂໍ່ານັບທ່ານ Seyyed Abbas Araghchi ລັດຖະມົນຕີກະຊວງການຕ່າງປະ ເທດອີຣານ ເພື່ອຍື່ນສຳເນົາສານຕາ ຕັ້ງ, ແນະນຳຕົວ ແລະ ແລກປ່ຽນ ຄຳຄິດຄຳເຫັນເຖິງການສົ່ງເສີມ ພົວພັນສອງຝ່າຍ. ພາຍຫລັງສໍາ ເລັດການຍື່ນສານຕາຕັ້ງ, ທ່ານ ທູດໄດ້ເຂົ້າພົບ Mr. Ali Asghar Mohammadi ຫົວໜ້າກົມອາຊີ ຕາເວັນອອກ ແລະ ໂອເຊຍເນຍ/ East Asia and Oceania/, ກະຊວງການຕ່າງປະເທດອີຣານ ແລກປ່ຽນຄຳຄິດເຫັນເຖິງການສົ່ງ ເສີມການພົວພັນ, ທ່າແຮງໃນການ ຮ່ວມມືສອງຝ່າຍ ລາວ-ອີຣານ ໃນ ອະນາຄົດໂດຍສະເພາະການຮ່ວມມື ສອງກະຊວງ ແລະ ດ້ານການຄ້າ. m6 f]k;pnj olko8k8A '8 xtmkokmy [= fu l vy flt]k,vu iko + leg]a f37'dko[a o-klk,tgoo 7A 'mu 16 gdu f,kma 'mu gxa o7q ofu .sh wfh “ ” ຂອງລັດຂອງກົດໝາຍວ່າດ້ວຍ ທີ່ດິນ ສະບັບເລກທີ 70/ສພຊ, ລົງ ວັນທີ 21 ມິຖຸນາ 2019 ໃຫ້ເປັນ ພັນຮ່ວມມືຂອງສອງປະເທດ ກໍຄື ລະຫວ່າງສອງກະຊວງການຕ່າງ ປະເທດ ທີ່ໄດ້ຮັບການເສີມຂະຫຍາຍ ແລະ ມີຜົນສຳເລັດຕົວຈິງຢ່າງ ຕໍ່ເນື່ອງໃນໄລຍະຜ່ານມາ. ພ້ອມນີ້, ສອງຝ່າຍຍັງເຫັນດີທີ່ຈະຮ່ວມມື ກັນຢ່າງໃກ້ຊິດໃນການເປັນເສນາ ທິການໃຫ້ແກ່ການນໍາຂັ້ນສູງຂອງ ສອງປະເທດ ເພື່ອສືບຕໍ່ຊຸກຍູ້ການ ຈັດຕັ້ງປະຕິບັດການຕົກລົງຂອງ ການນໍາຂັ້ນສູງຂອງສອງພັກ, ສອງ ລັດ ເພື່ອນຳເອົາຜົນປະໂຫຍດສູງສຸດ ມາສູ່ປະຊາຊົນສອງຊາດ ລາວຫວຽດນາມ ໂດຍສະເພາະແມ່ນ ການກະກຽມໃຫ້ແກ່ການນໍາຂັ້ນສູງ ຂອງສອງປະເທດ ແລກປ່ຽນກັນ ຢ້ຽມຢາມ ແລະ ເຂົ້າຮ່ວມພິທີສະ ເຫລີມສະຫລອງວັນສໍາຄັນຕ່າງໆ ຂອງສອງປະເທດ ໃນປີ້ 2025 ນີ້. ຂປລ. ເມື່ອບໍ່ດົນມານີ້, ສູນກາງ ແນວລາວສ້າງຊາດ (ສນຊ) ຈັດ ພິທີປະກາດຍົກຍ້າຍ, ແຕ່ງຕັ້ງ ແລະ ອອກພັກການ-ຮັບອຸດໜູນ ບຳນານການນຳຂັ້ນສູງຂອງ ສນຊ ໂດຍການເປັນປະທານຂອງສະຫາຍ ສິນລະວົງ ຄຸດໄພທູນ ກຳມະການ ກົມການເມືອງສູນກາງພັກ, ປະ ທານ ສນຊ, ມີບັນດາສະຫາຍຮອງ ເລຂາຄະນະປະຈຳ ແລະ ຄະນະກຳ ມະການພັກ, ຄະນະທີ່ປຶກສາ, ພ້ອມ ດ້ວຍສະມາຊິກພັກອ້ອມຂ້າງ ສນຊ ເຂົ້າຮ່ວມ. ໃນພິທີ ທ່ານ ນາງ ວິໄລ ພິລະວົງ ຮອງຫົວໜ້າກົມຄຸ້ມຄອງພະນັກ ງານຄະນະຈັດຕັ້ງສູນກາງພັກ ໄດ້ ຜ່ານມະຕິຕົກລົງຂອງຄະນະເລຂາ ທິການສູນກາງພັກ ວ່າດ້ວຍການ ອະນຸມັດໃຫ້ສະຫາຍ ເຍ່ຍເກີຢ່າ ໜໍຈໍຈົງຕົວ ຄະນະປະຈຳພັກ, ຮອງ ປະທານ ສນຊ, ສະຫາຍ ຈັນເພັງ ສຸດທິວົງ ຄະນະພັກ, ຮອງປະທານ ສນຊ ອອກພັກຮັບອຸດໜູນບຳນານ. ພ້ອມທັງຜ່ານຄຳສັ່ງວ່າດ້ວຍການ ອະນຸມັດໃຫ້ພະນັກງານການນໍາຂັ້ນ ສູງໄປຮັບໜ້າທີ່ໃໝ່ ຄື: ສະຫາຍ ຄຳໄຫລ ສີປະເສີດ ກຳມະການສູນ ກາງພັກ, ຮອງປະທານຜູ້ປະຈຳ ການ ສນຊ ໄປປະຈຳການຢູ່ຄະນະ ກວດກາສູນກາງພັກ ແລະ ມະຕິຕົກ ລົງວ່າດ້ວຍການແຕ່ງຕັ້ງສະຫາຍ ຄຳຜອຍ ວັນນະສານ ກຳມະການ ສູນກາງພັກ, ເປັນຮອງເລຂາຄະນະ ບໍລິຫານງານພັກ, ຮອງປະທານສູນ ກາງແນວລາວສ້າງຊາດ. ໂອກາດນີ້ ສະຫາຍ ສິນລະວົງ ຄຸດໄພທູນ ໄດ້ຕາງໜ້າໃຫ້ກຳມະ ການກົມການເມືອງສູນກາງພັກ ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ ຜົນສຳເລັດອັນໃຫຍ່ຫລວງທີ່ແຕ່ ລະສະຫາຍໄດ້ປະຕິບັດເຂົ້າໃນວຽກ ງານແນວໂຮມໄລຍະຜ່ານມາ, ການ ອອກພັກການ-ຮັບອຸດໜູນບຳນານ ໝາຍເຖິງໄດ້ສຳເລັດການປະຕິ ບັດໜ້າທີ່ການເມືອງຂອງບັນດາ ສະຫາຍ ແລະ ໃຫ້ສືບຕໍ່ເປັນເປັນ ຫລັກແຫລ່ງ, ເປັນຄັນທຸງປະກອບ ສ່ວນເຂົ້າໃນວຽກງານແນວລາວ ສ້າງຊາດຕໍ່ໄປຕາມເງື່ອນໄຂ ແລະ ສະພາບຕົວຈິງ. ພ້ອມທັງໄດ້ສະ ແດງຄວາມຍ້ອງຍໍຊົມເຊີຍຕໍ່ສະຫາຍ ທີ່ໄດ້ຍົກຍ້າຍໄປປະຈຳການຢູ່ບ່ອນ ໃໝ່ ຈົ່ງສືບຕໍ່ປະຕິບັດໜ້າທີ່ການ ເມືອງຕາມພັກ-ລັດ ມອບໝາຍ ແລະ ສະຫາຍທີ່ໄດ້ຮັບການແຕ່ງຕັ້ງເປັນ ຮອງເລຂາຄະນະບໍລິຫານງານພັກ, ຮອງປະທານ ສນຊ ຜູ້ໃໝ່ ໃນຕໍ່ໜ້າ ຈະໄດ້ຮ່ວມມືກັນ, ພ້ອມກັນປະກອບ ສ່ວນນຳພາວຽກງານແນວໂຮມໃຫ້ ປະສົບຜົນສຳເລັດຂຶ້ນເປັນກ້າວໆ. ພ້ອມທັງຮຽກຮ້ອງໃຫ້ທຸກພາກສ່ວນ ພາຍໃນ ສນຊ ຈົ່ງໃຫ້ການຮ່ວມມື ເພື່ອພ້ອມກັນເຮັດສຳເລັດໜ້າທີ່ແຕ່ ລະໄລຍະໃຫ້ສູງເດັ່ນຂຶ້ນ. ຂ່າວ-ພາບ: ສນຊ ນີ້, ໄປໝູນໃຊ້ເຂົ້າໃນການຈັດຕັ້ງ ປະຕິບັດວຽກງານວິຊາສະເພາະ ຂອງຕົນເອງໃຫ້ເກີດດອກອອກຜົນ ແລະ ປະສົບຜົນສຳເລັດ, ກ້າວໜ້າ ຂຶ້ນໄປເລື້ອຍໆ. ຂ່າວ: ກິດຕາ; ພາບ: ແສງຈັນ ຂປລ. ໂຄສະນາອົບຮົມສູນກາງ ພັກ (ຄອສພ) ຈັດຊຸດຝຶກອົບຮົມ ຍົກລະດັບຄວາມຮູ້ວຽກງານວິຊາ ອັນລະອຽດທີ່ໄດ້ກໍານົດຫລັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບວຽກງານການຖອນສິດນໍາ ໃຊ້ທີ່ດິນດຳເນີນໄປຢ່າງມີປະສິດທິ ຜົນແນໃສ່ເຮັດໃຫ້ການຄຸ້ມຄອງບໍລິຫານຂອງລັດ ມີປະສິດທິພາບ ແລະ ປະສິດທິຜົນ, ທັງແນໃສ່ເຮັດ ໃຫ້ທີ່ດິນໄດ້ຮັບການພັດທະນາ, ສ້າງມູນຄ່າເພີ່ມຂຶ້ນ ແລະ ທີ່ດິນ ຖືກນຳໃຊ້ໃຫ້ເກີດປະໂຫຍດສູງສຸດ, ປະກອບສ່ວນເຂົ້າໃນການພັດທະ ນາເສດຖະກິດ-ສັງຄົມໃຫ້ມີຄວາມ ຍືນຍົງ. ດຳລັດສະບັບນີ້, ປະກອບມີ 6 ໝວດ, 28 ມາດຕາ, ໄດ້ກຳນົດ ຫລັກການ, ລະບຽບການ, ຮູບແບບ ແລະ ມາດຕະການກ່ຽວກັບການ ຖອນສິດນຳໃຊ້ທີ່ດິນຈາກບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງທີ່ ລະເມີດກົດໝາຍ ແລະ ລະບຽບ ການໃຫ້ເປັນເອກະພາບກັນໃນ ຂອບເຂດທົ່ວປະເທດ ເພື່ອຮັບປະ ກັນການຈັດຕັ້ງປະຕິບັດກົດໝາຍ ໃຫ້ເຂັ້ມງວດ, ມີຜົນສັກສິດ, ມີ ປະສິດທິພາບ ແລະ ມີປະສິດທິຜົນ ແນໃສ່ຮັບປະກັນການປົກປັກຮັກ ສາ, ພັດທະນາ, ປະຕິບັດສິດ ແລະ ພັນທະໃຫ້ຄົບຖ້ວນ, ລວມທັງການ ນຳໃຊ້ທີ່ດິນໃຫ້ຖືກຕ້ອງຕາມເປົ້າ ໝາຍ, ກົດໝາຍ ແລະ ລະບຽບ ການ, ປະກອບສ່ວນເຂົ້າໃນການ ສ້າງລາຍຮັບເຂົ້າງົບປະມານແຫ່ງ ຊາດ ແລະ ການພັດທະນາເສດຖະ ກິດ-ສັງຄົມ. ຂໍ້ມູນ-ພາບ: ກະຊວງ ກສ ພ້ອມນີ້, ສອງຝ່າຍຍັງໄດ້ເປັນ ເອກະພາບສູງໃນການຊຸກຍູ້ບັນດາ ກະຊວງ, ຂະແໜງການທີ່ກ່ຽວຂ້ອງ ໃນການຈັດຕັ້ງປະຕິບັດບັນດາກົນ ໄກການຮ່ວມມື, ນະໂຍບາຍທີ່ເປັນ ບຸລິມະສິດ ແລະ ສົ່ງເສີມການຄ້າ ສອງຝ່າຍ, ຍູ້ແຮງການເຊື່ອມໂຍງ ພື້ນຖານເສດຖະກິດສອງປະເທດ ໂດຍສະເພາະແມ່ນດ້ານການຄົມມະ ນາຄົມຂົນສົ່ງ, ພື້ນຖານໂຄງລ່າງ ແລະ ການຈັດຕັ້ງຜັນຂະຫຍາຍບັນ ດາໂຄງການທີ່ສຳຄັນຕ່າງໆຢ່າງ ຕັ້ງໜ້າລະຫວ່າງສອງປະເທດໃຫ້ ມີປະສິດທິພາບ ແລະ ປະສິດທິຜົນ ເປັນຮູບປະທຳ. ນອກນີ້, ສອງຝ່າຍ ຍັງໄດ້ປຶກສາຫາລື ແລະ ແລກປ່ຽນ ທັດສະນະກ່ຽວກັບສະພາບການທີ່ ພົ້ນເດັ່ນຢູ່ພາກພື້ນ ແລະ ສາກົນ ທີ່ ສອງຝ່າຍມີຄວາມສົນໃຈຮ່ວມກັນ. ຂ່າວ: ກະຊວງການຕ່າງປະເທດ ກອງປະຊຸມດັ່ງກ່າວ, ໄດ້ຮັບ ຊາບກ່ຽວກັບສະພາບການໂດຍ ທົ່ວໄປຂອງມຽນມາ, ລວມທັງ ແຜນການຈັດການເລືອກຕັ້ງທົ່ວໄປ ໃນມຽນມາ ໃນທ້າຍປີ 2025 ຫລື ຕົ້ນປີ 2026 ແລະ ຄວາມຄືບ ໜ້າຂອງການຈັດຕັ້ງປະຕິບັດ 5 ຂໍ້ຕົກລົງຂອງຜູ້ນຳອາຊຽນກ່ຽວກັບ ມຽນມາ. ໃນໂອກາດດັ່ງກ່າວ, ທ່ານ ທອງສະຫວັນ ພົມວິຫານ ໄດ້ຢືນຢັນ ຄວາມໝາຍໝັ້ນຂອງ ສປປ ລາວ ໃນການສະໜັບສະໜູນມຽນມາ ແກ້ໄຂບັນຫາການເມືອງທີ່ຊັບຊ້ອນ ຢູ່ມຽນມາ ໂດຍສັນຕິ ແລະ ຍືນຍົງ ບົນພື້ນຖານຫລັກການທີ່ມຽນມາ ເປັນຜູ້ນຳພາ ແລະ ເປັນເຈົ້າການ ໂດຍຜ່ານການຈັດຕັ້ງປະຕິບັດ 5 ຂໍ້ ຕົກລົງຂອງບັນດາຜູ້ນຳອາຊຽນ. ພ້ອມກັນນີ້, ກອງປະຊຸມຍັງໄດ້ ປຶກສາຫາລືກ່ຽວກັບການຮ່ວມມື ເພື່ອແກ້ໄຂບັນຫາອາຊະຍາກຳ ຂ້າມຊາດເຊັ່ນ: ບັນຫາການຄ້າ ຢາເສບຕິດ, ການຄ້າມະນຸດ ແລະ ການຫລອກລວງທາງອອນລາຍ ເຊິ່ງກອງປະຊຸມໄດ້ເອກະພາບກັນ ວ່າບັນຫາອາຊະຍາກຳຂ້າມຊາດ ເຫລົ່ານີ້ ມີການພົວພັນລະຫວ່າງ ກັນ, ເປັນໄພຂົ່ມຂູ່ຮ້າຍແຮງຕໍ່ ສັນຕິພາບ, ຄວາມໝັ້ນຄົງ, ສະ ຖຽນລະພາບ ແລະ ການພັດທະນາ ລວມທັງຄວາມປອດໄພທາງດ້ານ ຊີວິດ ແລະ ຊັບສິນຂອງປະຊາຊົນ ໃນພາກພື້ນດັ່ງກ່າວ, ຊຶ່ງມີຄວາມ ຈຳເປັນອັນຮີບດ່ວນໃນການສືບຕໍ່ ຮ່ວມມືກັນແກ້ໄຂ ເພື່ອສ້າງໃຫ້ພາກ ພື້ນດັ່ງກ່າວ ມີຄວາມສະຫງົບ, ປອດ ໄພ ແລະ ສົ່ງເສີມການຮ່ວມມືເພື່ອ ການພັດທະນາແບບຍືນຍົງ. ສະເພາະໂຄສະນາອົບຮົມ ໃຫ້ພະ ນັກງານ-ລັດຖະກອນພາຍໃນຄະນະ ໂຄສະນາອົບຮົມສູນກາງພັກ ຂຶ້ນໃນ ວັນທີ 18-29 ສິງຫາ 2025 ໂດຍ ການເປັນປະທານຂອງທ່ານ ນາງ ວິລະວອນ ພັນທະວົງ ຮອງຫົວໜ້າ ຄອສພ, ພ້ອມດ້ວຍສຳມະນາກອນ ຮ່ວມເຂົ້າ. ການຝຶກອົບຮົມໃນຄັ້ງນີ້, ສຳ ມະນາກອນຈະໄດ້ຮຽນຮູ້ກ່ຽວກັບ ບົດບາດ ແລະ ຄວາມສຳຄັນຂອງ ເຕັກໂນໂລຊີດີຈິຕອນໃນການຫັນ ວຽກງານໂຄສະນາອົບຮົມໄປສູ່ ທັນສະໄໝ, ວຽກແນວຄວາມຄິດ ຂອງພັກ ໃນໄລຍະໃໝ່, ບົດຮຽນ ການຄົ້ນຄວ້າທິດສະດີ ແລະ ພືດ ຕິກຳຮັບໃຊ້ຂອງພັກ, ຫລັກການ ຂຽນບົດວິທະຍາສາດຮັບໃຊ້ເຂົ້າ ໃນວຽກງານຂອງພັກ, ຫລັກການ ສຳພາດຂ່າວ, ການຂຽນບົດວຽກ ດີຄົນເດັ່ນ, ບັນຫາພື້ນຖານຂອງ ວຽກງານໂຄສະນາ, ວິທະຍາສາດ ພື້ນຖານຈຳນວນໜຶ່ງຂອງສິລະປະ ການໂຄສະນາດ້ວຍປາກ, ຄວາມຮູ້ ພື້ນຖານກ່ຽວກັບວຽກງານອົບຮົມ, ການຂຽນບົດລົງວາລະສານປະ ເພດຕ່າງໆ, ວຽກງານຫາງສຽງ ສັງຄົມ, ການໂຄສະນາເຜີຍແຜ່ ຂໍ້ມູນຂ່າວສານໃນສື່ແບບໃໝ່, ນຳ ພາ ແລະ ຄຸ້ມຄອງວຽກງານສື່ມວນ ຊົນ, ປັບປຸງກົງຈັກການຈັດຕັ້ງ ຂອງ ຄອສພ ນັບແຕ່ສູນກາງລົງ ຮອດທ້ອງຖິ່ນ ແລະ ວຽກງານ ກວດກາ. ໃນໂອກາດນີ້, ທ່ານ ນາງ ວິລະວອນ ພັນທະວົງ ໄດ້ມີຄຳເຫັນ ກ່າວເປີດຊຸດຝຶກອົບຮົມດັ່ງກ່າວ, ໂດຍເນັ້ນໃຫ້ສຳມະນາກອນທີ່ເຂົ້າ ຮ່ວມຝຶກອົບຮົມໃນຄັ້ງນີ້, ຈົ່ງສຸມ ທຸກສະຕິປັນຍາ, ເອົາໃຈໃສ່ຕັ້ງໃຈ ສຶກສາຮຽນຮູ້, ແລກປ່ຽນບົດຮຽນ ກັບວິທະຍາກອນ, ແລກປ່ຽນບົດ ຮຽນເຊິ່ງກັນ ແລະ ກັນ ເພື່ອນຳ ເອົາບົດຮຽນທີ່ຖອດຖອນໄດ້ໃນຄັ້ງ

xtgmf]k; 3 19/08/2025 0j k; c]t gsfdko ໂດຍ: ວັດທະນາ ຜັນຂະຫຍາຍມະຕິ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me de]a 'xh v'da o7;k,lts'q [xt-k-q os;Pfok, rh v,da [xtgmf-kf dh k;g0Q kl6 j p5 dcsj 'dkora fmtok.\j ຈັນ, ພຸດ ໂດຍ: ຄຳສອນ ແກ້ວບຸນທະວົງ 6 gfn vo8Q oxu va f8txn ,u ,6 o7j k dkolq j 'vvdly o7h k 68 ]h ko3f]kltst]a f 7v[7q ;8q ;c[[.odkozt]y fg0Q k 8k,37'dko-k;okIaj ',u * ໃນໄລຍະ 6 ເດືອນຕົ້ນປີ 2025, ແຂວງອັດຕະປື ມີມູນຄ່າ ການສົ່ງອອກ ແລະ ນໍາເຂົ້າ ສິນຄ້າ ລວມ ປະຕິບັດໄດ້ 94 ລ້ານກວ່າ ໂດລາສະຫະລັດ ເທົ່າກັບ 36% ຂອງແຜນການ, ທຽບໃສ່ໄລຍະ ດຽວກັນຂອງປີຜ່ານມາ ເພີ່ມຂຶ້ນ ກວ່າ18% ໃນນັ້ນ, ມູນຄ່າການ ສົ່ງອອກ ປະຕິບັດໄດ້ 68 ລ້ານໂດ ລາສະຫະລັດ ເທົ່າກັບ 30% ຂອງ ແຜນການ. ທ່ານ ທະນູໄຊ ບັນຊາລິດ ຮອງ ເຈົ້າແຂວງອັດຕະປື ໄດ້ລາຍງານ ໃນກອງປະຊຸມສະໄໝສາມັນ ເທື່ອ ທີ 9 ຂອງສະພາປະຊາຊົນ ແຂວງ ອັດຕະປື ຊຸດທີ II ເມື່ອບໍ່ດົນມານີ້ ວ່າ:ປະເພດສິນຄ້າສົ່ງອອກ ລວມ ມີ: ແຮ່ທາດ, ກະແສໄຟຟ້າ, ແປ້ງ ມັນຕົ້ນ, ກາກມັນຕົ້ນ, ນໍ້າຕານ ຊາຍ, ກາກນໍ້າຕານ, ຢາງພາລາ ແຫ້ງ, ມັນຕົ້ນແຫ້ງ, ໝາກກ້ວຍ ແລະ ຜະລິດຕະພັນໄມ້, ສ່ວນການ ນໍາເຂົ້າສິນຄ້າ 6 ເດືອນຜ່ານມາ ປະຕິບັດໄດ້ 26 ລ້ານກວ່າໂດລາ ສະຫະລັດ ເທົ່າກັບ 70% ຂອງ ແຜນການ, ປະເພດສິນຄ້ານໍາເຂົ້າ ລວມມີ: ວັດຖຸອຸປະກອນ, ເຄື່ອງ ອຸປະໂພກ-ບໍລິໂພກ, ນໍ້າມັນເຊື້ອ ໄຟ, ຝຸ່ນຊີວະພາບ, ທາດເຄມີ, ຫົວ ອາຫານສັດ ແລະ ເບ້ຍໄມ້. ສຳລັບໃນອີກ 6 ເດືອນທ້າຍປີ ນີ້ ອົງການປົກຄອງແຂວງ ຈະສືບຕໍ່ ຊຸກຍູ້ສົ່ງເສີມການຜະລິດ ແລະ ການ ບໍລິການຕາມທ່າແຮງບົ່ມຊ້ອນຢ່າງ ຕັ້ງໜ້າກວ່າເກົ່າ ໂດຍເລັ່ງໃສ່ການ ຜະລິດເພື່ອທົດແທນການນໍາເຂົ້າ ແລະ ເປັນສິນຄ້າສົ່ງອອກໃຫ້ຫລາຍ ຂຶ້ນ, ຄຽງຄູ່ກັບການເຂັ້ມງວດການ ນໍາເຂົ້າສິນຄ້າ ແລະ ຄຸ້ມຄອງການ ຄ້າຂາຍນອກລະບົບ ໃຫ້ເຂົ້າສູ່ລະ ບຽບກົດໝາຍ, ຊຸກຍູ້ການຜະລິດກະ ສິກໍາ-ຫັດຖະກໍາ ແລະ ການບໍລິການ ໂດຍສະເພາະການຜະລິດເຄື່ອງທີ່ ລະນຶກ ທີ່ເປັນເອກະລັກຂອງທ້ອງ ຖິ່ນ ຕິດພັນກັບການສົ່ງເສີມສິນຄ້າ ໜຶ່ງເມືອງໜຶ່ງຜະລິດຕິພັນ ໃຫ້ ຫລາຍຂຶ້ນ. * ການເຮັດນາມີຫລາຍຮູບແບບ, ມີຫລາຍຊ່ອງທາງທີ່ຈະພາໃຫ້ຄອບ ຄົວມີລາຍຮັບມີຜົນຜະລິດທີ່ດີ, ໂດຍ ສະເພາະການນຳໃຊ້ເຕັກນິກວິທະຍາ ສາດທີ່ທັນສະໄໝເຂົ້າໃນການຜະລິດ ທັງເປັນການປະຢັດຕົ້ນທຶນແລະ ໃຫ້ສະ ມັດຕະພາບສູງກວ່າຈົນເກີດມີຄອບ ຄົວຕົວແບບຢູ່ບັນດາບ້ານ, ເມືອງພາຍ ໃນແຂວງ. ດັ່ງຄອບຄົວຂອງທ່ານ ສໍາ ລອງ ພົມມະວັນ ຢູ່ບ້ານໂອກາດໃຫຍ່, ເມືອງຄົງເຊໂດນ, ແຂວງສາລະວັນ ທີ່ເຮັດນາປູກເຂົ້າເປັນຫລັກໄດ້ຫັນວິທີ ການປູກເຂົ້າແບບເກົ່າມາສູ່ການຜະ ລິດແບບໃໝ່ທີ່ທັນສະໄໝໂດຍນຳໃຊ້ ກົນຈັກ, ເຕັກນິກແບບໃໝ່ ເຂົ້າໃນການ ຜະລິດທີ່ໃຫ້ຜົນຕອບແທນສູງ ເຊິ່ງ ສະມັດຕະພາບສະເລ່ຍ 8 ໂຕນຕໍ່ເຮັກ ຕາ,ຜົນຜະລິດລວມໄດ້24ໂຕນໃນເນື້ອ ທີ່ 3 ເຮັກຕາຕໍ່ລະດູການ, ສະເລ່ຍລາ ຄາເຂົ້າເປືອກ 6.600 ກີບຕໍ່ກິໂລ ລວມ ເປັນເງິນທີ່ໄດ້ 130.600.000 ລ້ານ ກີບຕໍ່ລະດູການ. ທ່ານ ສໍາລອງ ພົມມະວັນ ໄດ້ເວົ້າ ໃຫ້ຟັງວ່າ: ການດໍາລົງຊີວິດໃນໄລຍະ ຜ່ານມາແມ່ນປູກເຂົ້າເປັນອາຊີບຫລັກ ເຊິ່ງລາຍຮັບບໍ່ພຽງພໍກັບຄວາມຮຽກ ຮ້ອງຕ້ອງການໃນຄອບຄົວ, ເນື່ອງ ຈາກການປູກເຂົ້າໃນເມື່ອກ່ອນແມ່ນ ເຮັດແບບປະຖົມປະຖານຕາມຄວາມ ຊີ້ນເຄີຍ, ຍັງໃຊ້ແນວພັນເຂົ້າອັນເກົ່າ, ຝຸ່ນ, ປຸຍ ກໍ່ຊອກຊື້ຕາມທ້ອງຕະຫລາດ, ສະມັດຕະພາບຜົນຜະລິດບໍ່ໄດ້ຫລາຍ ສະເລ່ຍໃນຕອນນັ້ນໄດ້ເຂົ້າພຽງແຕ່ 3 ໂຕນຕໍ່ເຮັກຕາເທົ່ານັ້ນ, ເມື່ອຫັກຄ່າ ໃຊ້ຈ່າຍຕ່າງໆ ທີ່ນຳໃຊ້ເຂົ້າໃນການ ຜະລິດແລ້ວ ມີລາຍຮັບຕົວຈິງ 10 ລ້ານ ກວ່າກີບເຊິ່ງເຫັນວ່າລາຍຮັບດັ່ງກ່າວ ບໍ່ພຽງພໍກັບເຫື່ອແຮງ, ບໍ່ພຽງພໍກັບ ການໃຊ້ຈ່າຍຂອງຄອບຄົວໃນແຕ່ລະ ວັນ. ເມື່ອເປັນແນວນັ້ນຂ້າພະເຈົ້າຈຶ່ງ ໄດ້ປຶກສາຫາລືກັນກັບຄອບຄົວຫລາຍ ເທື່ອກ່ຽວກັບການເຮັດນາເພື່ອໃຫ້ໄດ້ ຜົນຜະລິດຫລາຍກວ່າເກົ່າເປັນຕົ້ນໄດ້ ຊອກຮຽນຮູ້ນຳຜູ້ມີປະສົບການມາ ກ່ອນບວກກັບການໄປທັດສະນະສຶກ ສານຳຫລາຍບ່ອນ, ດັ່ງນັ້ນຈຶ່ງເຮັດ ໃຫ້ມີຄວາມຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງ ຕໍ່ກັບຂະບວນການຜະລິດເຂົ້າໃຫ້ໄດ້ ຄຸນນະພາບ. ຕົກມາວັນທີ 25/11/ 2023 ທາງອົງການປົກຄອງເມືອງ ໄດ້ຂົນຂວາຍຜູ້ປະກອບການທີ່ມີຜົນ ສໍາເລັດໃນການທົດລອງການຜະລິດ ເຂົ້າຕາມເຕັກນິກ ທີ່ໄດ້ຮັບສະມັດຕະ ພາບຜົນຜະລິດສູງເຂົ້າມາຊ່ວຍຊຸກຍູ້ ສົ່ງເສີມໂດຍໄດ້ຈັດຕັ້ງເປັນກຸ່ມການ ຜະລິດເຂົ້າ ຕາມແນວທາງນະໂຍບາຍ ຂອງ ພັກ-ລັດໃນຮູບແບບ 2+3 ແລະ ໄດ້ຕັ້ງຊື່ກຸ່ມການຜະລິດວ່າ “ໂຄງການ ຊາວນາຮັ່ງມີ”. ສຳລັບໂຄງການນີ້ເຈົ້າ ຂອງນາມີເນື້ອທີ່, ມີແຮງງານ, ນອກ ການປັກດໍາ 25x25 ຊັງຕີແມັດ; ການ ໃສ່ຝຸ່ນຈໍານວນ 3 ຄັ້ງຄື:ໃສ່ຝຸ່ນຄັ້ງທີ1 ອັດຕາທີ່ໃສ່ 150 ກິໂລ/1ເຮັກຕາ ໃສ່ ຫລັງປັກດໍາໄດ້ 7 ຫາ 10 ວັນ; ໃສ່ຝຸ່ນ ຄັ້ງທີ 2 ອັດຕາທີ່ໃສ່ 150 ກິໂລ/1 ເຮັກຕາ ໃສ່ຫລັງປັກດໍາໄດ້ 20 ຫາ 25 ວັນ ແລະ ໃສ່ຝຸ່ນຄັ້ງທີ 3 ອັດຕາທີ່ໃສ່ 100 ກິໂລ/1 ເຮັກຕາ ໃສ່ຫລັງປັກດໍາ ໄດ້ 45 ຫາ 50 ວັນ. ການແຕກກໍຂອງຕົ້ນເຂົ້າ 22 ຫາ 24 ລໍາຕໍ່ກໍ, ຈໍານວນເມັດເຂົ້າ 200 ຫາ 220 ເມັດ/ຮວງ ການໃຫ້ນໍ້າຫລັງ ປັກດໍາ 1 ຫາ 25 ວັນ ລະດັບນໍ້າ 3 ຊັງຕີເມັດ, ປັກດໍາໄດ້ 25 ຫາ 50 ວັນ ລະດັບນໍ້າ 5 ຊັງຕີເມັດ, ໄລຍະເຂົ້າ ຕັ້ງທ້ອງ ຫາໄລຍະເຂົ້າແກ່ລະດັບນໍ້າ 5 ຫາ 10 ຊັງຕີເມັດ. ການເກັບກ່ຽວ ພາຍຫລັງເຂົ້າຖອດຫວງແລ້ວ 30 ຫາ 35 ວັນ ເມືອສັງເກດໃບເຂົ້າເລີ່ມ ເຫລືອງ 50 ຫາ 60% ຂອງເນື້ອທີ່ ໄຮ່ນາ ແມ່ນໄດ້ເປັ່ງນໍ້າອອກ 10 ວັນ ກ່ອນການເກັບກ່ຽວ; ຜ່ານການຈັດຕັ້ງ ປະຕິບັດຕາມເຕັກນິກ, ຮູບແບບ, ຄໍາ ແນະນໍາ, ຂອງພະນັກງານຫ້ອງການ ກະສິກຳ ແລະ ປ່າໄມ້ເມືອງ, ພະນັກ ງານຂອງໂຄງການຊາວນາຮັ່ງມີ ທີ່ ລົງຕິດຕາມພາກສະໜາມ ເຫັນໄດ້ວ່າ ພາຍຫລັງເກັບກູ້ຜົນຜະລິດສະມັດຕະ ພາບສະເລ່ຍໄດ້ 8 ໂຕນຕໍ່ເຮັກຕາ ຜົນ ຜະລິດລວມໄດ້ປະມານ 24 ໂຕນຕໍ່ ເນື້ອທີ່ 3 ເຮັກຕາຕໍ່ລະດູການ, ສະເລ່ຍ ລາຄາເຂົ້າເປືອກ 6.600 ກີບຕໍ່ກິໂລ ລວມເປັນເງິນທີ່ໄດ້ 130.600.000 ລ້ານກີບຕໍ່ລະດູການ ທຽບໃສ່ (ລາຄາ ເຂົ້າໃນປັດຈຸບັນ) ເມື່ອຫັກຄ່າໃຊ້ຈ່າຍ ທັງໝົດ 61.548.000 ກີບຕໍ່ລະດູ ການຜະລິດ ເຫັນວ່າລາຍຮັບເຫລືອ ຕົວຈິງ ປະມານ 69.052.000 ກີບຕໍ່ ລະດູການຜະລິດ (ສຳລັບນາແຊງ). ເມື່ອຄຳນວນລາຍຮັບທັງສອງລະດ ູ ການຜະລິດ ນາປີ ແລະ ນາແຊງແລ້ວ ເຫັນວ່າລາຍຮັບຈາກການຂາຍເຂົ້າ ທັງໝົດໄດ້ 194.104.000 ກີບຕໍ່ປີ. ທ່ານ ສໍາລອງ ໃຫ້ຮູ້ຕື່ມວ່າ: ຜົນ ສຳເລັດທີ່ກ່າວມາຂ້າງເທິງນີ້ກໍ່ຍ້ອນມີ ແນວທາງນະໂຍບາຍອັນຖືກຕ້ອງຂອງ ພັກ-ລັດບວກກັບອົງການປົກຄອງ ຂັ້ນແຂວງ, ເມືອງ ແລະ ພາກສ່ວນ ທີ່ກ່ຽວຂ້ອງເອົາໃຈໃສ່ໃນການຂົນ ຂວາຍເອົາຜູ້ປະກອບການເຂົ້າມາຊຸກຍູ້ ສົ່ງເສີມ ເຮັດໃຫ້ຊາວນາມີຄວາມຮູ້ໃໝ່ ສາມາດນຳໄປຈັດຕັ້ງປະຕິບັດຈົນເກີດ ຜົນສຳເລັດດັ່ງຄອບຄົວຕົນເອງ ແລະ ຂໍຂອບໃຈມາຍັງໂຄງການຊາວນາ ຮັ່ງມີ ທີ່ໄດ້ນຳເອົາທຶນຮອນ, ເຕັກນິກ ວິຊາການຕ່າງໆເຂົ້າມາສົ່ງເສີມເຮັດ ໃຫ້ຄອບຄົວຂອງຕົນໄດ້ຮັບຜົນສຳເລັດ ສາມາດຫລຸດພົ້ນອອກຈາກຄວາມ ທຸກຍາກ, ເຮັດໃຫ້ຊີວິດການເປັນຢູ່ດີ ຂຶ້ນເປັນກ້າວໆມີລາຍຮັບເພີ່ມຂຶ້ນ, ມີ ທຶນຮອນໝູນວຽນສືບຕໍ່ເສດຖະກິດ ຄອບຄົວຕໍ່ໄປ. ເພື່ອໃຫ້ການຜະລິດ ເຂົ້າຂອງພໍ່ແມ່ປະຊົນພາຍໃນເມືອງຄົງ ເຊໂດນ ໄດ້ຮັບຮູ້ເຖິງຜົນໄດ້ຮັບຂອງ ການນໍາໃຊ້ເຕັກນິກອັນໃໝ່ໆເຂົ້າສູ່ ການຜະລິດ. ສະນັ້ນ, ຂໍປຸກລະດົມ ເຊີນ ຊວນຄອບຄົວອື່ນໆທີ່ມີເງື່ອນໄຂທ່າ ແຮງບົ່ມຊ້ອນ, ເປັນຕົ້ນມີເນື້ອທີ່ທຳ ການຜະລິດເປັນຂອງຕົນເອງ, ມີແຮງ ງານ,ກໍຍິນດີຕ້ອນຮັບເຂົ້າຮ່ວມໂຄງ ການຊາວນາຮັ່ງມີ, ຍິນດີຖອດຖອນ ບົດຮຽນ, ພ້ອມທີ່ຈະໃຫ້ຄຳປືກສາ ແນະນຳທາງດ້ານເຕັກນິກວິຊາການ ແລະ ວິທີການຕ່າງໆໃນການປູກເຂົ້າ ເພື່ອເຮັດໃຫ້ຊາວກະສິກອນ ຢູ່ເມືອງ ຄົງເຊໂດນ ກາຍເປັນຊາວນາມືອາຊີບ ແລະ ຮັ່ງມີ. ນັ້ນທາງໂຄງການເປັນຜູ້ສະໜອງດ້ານ ເຕັກນິກວິຊາການ, ສະໜອງຝຸ່ນ ແລະ ແນວພັນພືດຕ່າງໆໃຫ້, ດັ່ງນັ້ນຄອບຄົວ ຂອງຕົນເອງນອນຢູ່ໃນເງື່ອນໄຂດັ່ງ ກ່າວຈຶ່ງໄດ້ຕັດສິນໃຈເຂົ້າຮ່ວມໂຄງ ການໃນເນື້ອທີ່ນາ 3 ເຮັກຕາ, ພ້ອມ ທັງຮຽນຮູ້ ແລະ ປະຕິບັດຕາມເຕັກນິກ ວິຊາການທີ່ທາງໂຄງການແນະນໍາໃຫ້ ເປັນຕົ້ນໄດ້ມີການນໍາໃຊ້ແນວພັນເຂົ້າ ປັບປຸງ ທີ່ໂຄງການນໍາມາໃຫ້ ເຂົ້າຫອມ ທ່າດອກຄໍາ 16 ອັດຕາແນວພັນທີ່ໃຊ້ ຈໍານວນ 60 ກິໂລ/ເນື້ອທີ່ນາ 1 ເຮັກ ຕາ; ນໍາໃຊ້ຝຸ່ນວິທະຍາສາດ ກາຕາເວັນ ໃໝ່ ຈໍານວນ 400 ກິໂລ 8 ເປົາ ຕໍ່ເນື້ອ ທີ່ 1 ເຮັກຕາ; ການຕົກກ້າເປັນແປງ ກວ້າງ 2 ແມັດ ຍາວຕາມຂະໜາດໄຮ່ ນາ, ອັດຕາແນວພັນເຂົ້າທີ່ຫວ່ານ 80100 ກຣາມ/ຕາແມັດ; ການປັກດໍາ ເມື່ອກ້າອາຍຸໄດ້ປະມານ 18-21 ວັນ, ເລີ່ມລົງມືປັກດໍາ ອາຍຸກ້າໄດ້ 25 ວັນ ຕ້ອງປັກດໍາໃຫ້ສໍາເລັດ; ຈໍານວນກ້າ ທີ່ໃຊ້ 3-4 ກີບຕໍ່ກໍ, ໄລຍະຫ່າງຂອງ *** ອ່ານຕໍ່ສະບັບໜ້າ *** * ໃນຊຸມປີຂ້າງໜ້າ, ສະພາບການ ຂອງໂລກ ແລະ ພາກພື້ນຄາດວ່າຈະ ຍັງຄົງປ່ຽນແປງຢ່າງວ່ອງໄວ, ສັບ ຊ້ອນ ແລະ ຍາກທີ່ຈະຄາດເດົາໄດ້. ການແຂ່ງຂັນຍຸດທະສາດລະຫວ່າງ ຊາດມະຫາອຳນາດ ເພີ່ມທະວີຄວາມ ຮຸນແຮງຫລາຍຂຶ້ນ. ຄວາມສ່ຽງຂອງ ຄວາມຂັດແຍ່ງສະເພາະພື້ນທີ່ ແລະ ການແຂ່ງຂັນດ້ານອາວຸດຍິ່ງເຫັນໄດ້ ຢ່າງຊັດເຈນ. ບັນດາຈຸດວິກິດ ແລະ ການຂັດແຍ້ງກັນຍັງສືບຕໍ່ ແລະ ມີ ທ່າອ່ຽງຂະຫຍາຍເປັນວົງກວ້າງ.ສິ່ງ ທ້າທາຍດ້ານຄວາມສະຫງົບໃນຮູບ ແບບໃໝ່ ຍັງຄົງສັບຊ້ອນ ແລະ ສົ່ງ ຜົນກະທົບໃນຫລາຍດ້ານ ຕໍ່ການພັດ ທະນາຂອງປະເທດຕ່າງໆທົ່ວໂລກ. ການປະຕິວັດອຸດສາຫະກຳຄັ້ງທີ 4, ໂດຍສະເພາະປັນຍາປະດິດ ແລະ ເຕັກໂນໂລຊີດີຈິຕອນໄດ້ເປີດໂອກາດ ໃຫ້ປະເທດກຳລັງພັດທະນາ ແລະ ປະເທດດ້ອຍພັດທະນາສາມາດ “ກ້າວ ກະໂດດ, ຍາດເອົາໂອກາດນຳໜ້າ” ເພື່ອພັດທະນາປະເທດຢ່າງວ່ອງໄວ. ຜົນສຳເລັດທີ່ຫວຽດນາມ ໄດ້ສ້າງ ຂຶ້ນຕະຫລອດ 40 ປີແຫ່ງການປະຕິຮູບ ໄດ້ວາງຮາກຖານທີ່ໝັ້ນຄົງໃຫ້ປະເທດ ໂດຍ: ທ່ານທູດຫວງຽນມິງເຕີມ ກ້າວເຂົ້າສູ່ຍຸກໃໝ່ແຫ່ງຄວາມຮັ່ງມີ, ຈະເລີນຮຸ່ງເຮືອງ ແລະ ມີຄວາມສຸກ, ພາຍໃຕ້ການນຳພາ ແລະ ຊີ້ນໍາຂອງ ພັກກອມມູນິດ, ມຸ່ງສູ່ການສ້າງປະເທດ ສັງຄົມນິຍົມທີ່ປະຊາຊົນຮັ່ງມີ, ປະເທດ ເຂັ້ມແຂງ, ມີປະຊາທິປະໄຕ, ຍຸດຕິທຳ ແລະ ສີວິໄລ. ແນວໃດກໍຕາມ, ນອກ ເໜືອຈາກໂອກາດ ແລະ ສິ່ງອໍານວຍ ຄວາມສະດວກຕ່າງໆ, ປະເທດຍັງຄົງ ຜະເຊີນກັບອຸປະສັກ ແລະ ສິ່ງທ້າທາຍ ຫລາຍປະການ,ສີ່ຄວາມສ່ຽງທີ່ພັກ ກອມມູນິດຫວຽດນາມໄດ້ວິນິດໄສຍັງ ຄົງມີຢູ່ ໄດ້ແກ່: ການເສື່ອມຖອຍທາງ ແນວຄິດການເມືອງ, ຄຸນສົມບັດ ແລະ ວິຖີຊີວິດ, ລວມທັງແນວໂນ້ມ “ການ ປ່ຽນແປງຕົນເອງ” ແລະ “ການປ່ຽນ ແນວຄິດຈາກພາຍໃນ” ໃນກຸ່ມບຸກຄະ ລາກອນພາຍໃນ; ບັນຫາການສໍ້ລາດ ບັງຫລວງຍັງບໍ່ສາມາດກຳຈັດໄດ້; ການເສື່ອມຖອຍຂອງຄຸນຄ່າທາງວັດ ທະນະທຳ ແລະ ຈັນຍາບັນ; ຄວາມຂັດ ແຍ່ງ ແລະ ຄວາມເດືອດຮ້ອນໃນສັງ ຄົມຍັງຄົງສັບຊ້ອນ; ອີກທັງກຸ່ມສັດຕູ ຍັງຄົງດຳເນີນການຕໍ່ຕ້ານພັກ ແລະ ລັດຢ່າງຕໍ່ເນື່ອງ, ໂດຍສະເພາະການ ເຄື່ອນໄຫວຮຽກຮ້ອງໃຫ້ “ແຍກບົດ ບາດທາງການເມືອງ” ຂອງກໍາລັງ ປ້ອງກັນຄວາມສະຫງົບປະຊາຊົນ. ສະພາບການດັ່ງກ່າວຈະສົ່ງຜົນ ກະທົບຢ່າງເລິກເຊິ່ງ ແລະ ຫລາຍ ດ້ານ ຕໍ່ພາລະກິດການປົກປ້ອງຄວາມ ໝັ້ນຄົງຂອງຊາດ ແລະ ການຮັກສາ ຄວາມສະຫງົບ, ຄວາມເປັນລະບຽບ ຮຽບຮ້ອຍຂອງສັງຄົມໃນຊ່ວງປີຕໍ່ໆ ມາເຊິ່ງຈຳເປັນຕ້ອງອາໄສພະລັງລວມ ຂອງພັກ, ປະຊາຊົນ ແລະ ກອງທັບ, ການລະດົມພະລັງຈາກທັງລະບົບ ການເມືອງ ປະສົມປະສານກັບພະລັງ ຂອງຍຸກສະໄໝຕະຫລອດຈົນການສະ ແຫວງຫາການສະໜັບສະໜູນຈາກ ປະຊາຄົມຕ່າງປະເທດຢ່າງສູງສຸດ ເພື່ອ ປົກປ້ອງເອກະລາດ, ອະທິປະໄຕ, ຄວາມເປັນເອກະພາບ ແລະ ຜືນແຜ່ນ ດິນອັນຄົບຖ້ວນຂອງຊາດ; ປົກປ້ອງ ພັກ, ລັດ, ປະຊາຊົນ ແລະ ລະບອບສັງ ຄົມນິຍົມຕະຫລອດເຖິງຄຸນຄ່າທາງ ວັດທະນະທຳ ແລະ ຜົນປະໂຫຍດຂອງ ຊາດ - ຊົນຊາດ; ຮັກສາສະພາບແວດ ລ້ອມແຫ່ງສັນຕິພາບ, ຄວາມໝັ້ນຄົງ ທາງການເມືອງ, ຄວາມໝັ້ນຄົງຂອງ ຊາດ ແລະ ຄວາມໝັ້ນຄົງຂອງປະຊາ ຊົນ; ສ້າງສັງຄົມທີ່ມີລະບຽບວິໄນ, ຄວາມປອດໄພ ແລະ ເອື້ອອໍານວຍ ເພື່ອພັດທະນາປະເທດຕາມເສັ້ນທາງ ສັງຄົມນິຍົມ.

RkJQdWJsaXNoZXIy MTc3MTYxMQ==