ປະຫວັດຄວາມເປັນມາຂອງບຸນຫໍ່ເຂົ້າປະດັບດີນ

19/08/2025 11:23
Email Print 116
ຂປລ * “ບຸນຫໍ່ເຂົ້າປະດັບດິນ” ແມ່ນປະເພນີໜຶ່ງໃນຮີດສິບສອງນິຍົມເຮັດໃນມື້ແຮມ 14 ຄ່ໍາເດືອນເກົ້າ, ບຸນຫໍ່ເຂົ້າປະດັບດິນເປັນບຸນທີ່ເຮັດຂຶ້ນ ເພື່ອອຸທິດສ່ວນບຸນກຸສົນ ໄປຫາຜີເຜດ ຫລື ຍາດພີ່ນ້ອງທີ່ລ່ວງລັບໄປແລ້ວ.




* “
ບຸນຫໍ່ເຂົ້າປະດັບດິນແມ່ນປະເພນີໜຶ່ງໃນຮີດສິບສອງນິຍົມເຮັດໃນມື້ແຮມ 14 ຄ່ໍາເດືອນເກົ້າ, ບຸນຫໍ່ເຂົ້າປະດັບດິນເປັນບຸນທີ່ເຮັດຂຶ້ນ ເພື່ອອຸທິດສ່ວນບຸນກຸສົນ ໄປຫາຜີເຜດ ຫລື ຍາດພີ່ນ້ອງທີ່ລ່ວງລັບໄປແລ້ວ. ເຂົ້າປະດັບດິນໄດ້ແກ່ເຂົ້າ ແລະ ອາຫານຫວານຄາວ ພ້ອມໝາກພູ, ຢາສູບ, ທີ່ຫໍ່ດ້ວຍໃບຕອງກ້ວຍ ເອົາໄປໄວ້ຕາມເຫງົ້າຕົ້ນໄມ້ ແຂວນໄວ້ຕາມງ່າໄມ້ຕາມບໍລິເວນວັດ (ກໍາແພງວັດ) ຫລື ວາງໄວ້ຕາມພື້ນດິນ.

ມູນເຫດການເຮັດບຸນຫໍ່ເຂົ້າປະດັບດິນນີ້
ເກີດຈາກຄວາມເຊື່ອຕາມນິທານທໍາມະບົດວ່າ: ຍາດພີ່ນ້ອງຂອງພະເຈົ້າພິມພິສານ ໄດ້ຍັກຍອກເງິນວັດ ໄປເປັນຂອງຕົນເອງ ໃນສະໄໝພະກັດສະປະພະພຸດທະເຈົ້າ ພວກອະດີດຍາດພີ່ນ້ອງ ຂອງພະເຈົ້າພິມພິສານເຫລົ່ານັ້ນ ຄັນຕາຍໄປແລ້ວໄດ້ໄປເກີດເປັນຜີເຜດ ໃນນະລົກຕະຫລອດ ພຸດທະທັນດອນເມື່ອພະເຈົ້າພິມ ພິສານຖວາຍທານແດ່ ພະສະມະນະໂຄດົມພຸດທະເຈົ້າ ລືມຢາດນ້ຳອຸທິດສ່ວນກຸສົນໄປ ໃຫ້ແກ່ ພວກຍາດພີ່ນ້ອງເຫລົ່ານັ້ນ ພໍຕົກກາງຄືນມາພວກຜີເຜດ ຍາດພີ່ນ້ອງຂອງພະເຈົ້າ ພິມພິສານເຫລົ່ານັ້ນ ໄດ້ມາສົ່ງສຽງຮ້ອງອັນໂຫຍຫວນ ແລະ ສະແດງ ຮູບຮ່າງອັນເປັນຕາຢ້ານ ໃຫ້ແກ່ພະເຈົ້າພິມ ພິສານໄດ້ຍິນ ແລະ ເຫັນ; ພໍຮຸ່ງເຊົ້າມື້ໃໝ່ຂຶ້ນມາ ຈຶ່ງໄດ້ສະເດັດໄປຖາມ ພະພຸດທະເຈົ້າກໍເລົ່າເລື່ອງລາວ ທີ່ເປັນມູນເຫດໃຫ້ພະເຈົ້າພິມພິສານໄດ້ຮັບຮູ້, ພະເຈົ້າພິມພິສານຈຶ່ງໄດ້ ເຮັດບຸນຖວາຍທານອີກ ແລ້ວຈຶ່ງອຸທິດສ່ວນກຸສົນໄປໃຫ້ ພວກຍາດພີ່ນ້ອງທີ່ຕາຍໄປແລ້ວ ໃຫ້ໄດ້ຮັບສ່ວນກຸສົນ,ໄດ້ມາສະແດງຕົນ ໃຫ້ພະເຈົ້າພິມພິສານເຫັນ ແລະ ຮັບຮູ້ວ່າຄວາມທຸກທີ່ພວກເຂົາໄດ້ຮັບນັ້ນ ໄດ້ທຸເລົາເບົາບາງລົງແລ້ວເພາະການ ອຸທິດສ່ວນບຸນກຸສົນຂອງພະອົງ. ດັ່ງນັ້ນ,ຄົນລາວເຮົາຈຶ່ງ ຖືເອົາມູນເຫດນີ້ ເຮັດບຸນຫໍ່ເຂົ້າປະດັບດິນ ນັບແຕ່ມື້ນັ້ນມາບໍ່ໄດ້ຂາດ ແລະ ສືບທອດມາຈົນ ເຖິງປັດຈຸບັນ.

ສ່ວນວິທີການເຮັດບຸນຫໍ່ເຂົ້າປະດັບດິນນັ້ນ ພໍຮອດມື້ແຮມ 13ຄ່ໍ່າ ເດືອນເກົ້າຊາວບ້ານ ຈະຫ້າງຫາກະກຽມ ອາຫານຫວານຄາວໄດ້ແກ່ ຊີ້ນ
, ປາ, ເຜືອກ, ມັນ,ກ້ວຍ, ອ້ອຍ, ເຂົ້າຕົ້ມ, ເຂົ້າໜົມ, ນ້ຳອ້ອຍ, ນ້ຳຕານ, ໝາກໄມ້, ໝາກພູ ແລະ ອື່ນໆ ຖວາຍພະພິກຂຸສົງສາມະເນນ ແຕ່ສ່ວນສໍາລັບອຸທິດ ໃຫ້ຍາດພີ່ນ້ອງ ທີ່ລ່ວງລັບໄປແລ້ວນັ້ນ ໃຊ້ຫໍ່ດ້ວຍໃບຕອງກ້ວຍຫລືຕອງຈິງ ອາຫານຫວານ ຫໍ່ໜຶ່ງອາຫານຄາວຫໍ່ໜຶ່ງ ແລະ ໝາກພູຫໍ່ໜຶ່ງ ຫລື ບາງຄົນກໍເຮັດໃສ່ກະທົງກໍມີ ຫລື ບາງຄົນກໍເຮັດໃສ່ເຈ້ຍ, ໂຟມສະໂນ ແລ້ວແຕ່ສະດວກ ຫລື ບາງຄົນ ກໍເອົາອາຫານຫວານຄາວ ໃສ່ໃນຫໍ່ດຽວກັນເລີຍກໍມີ ສິ່ງຂອງເຫລົ່ານີ້ຈະໜ້ອຍ ຫລື ຫລາຍນັ້ນກໍແລ້ວແຕ່ສັດທາ. ພໍຮອດເຊົ້າຂອງມື້ແຮມ 14 ຄໍ່າ ເດືອນ 9 (ລສງ) ຕອນເຊົ້າມືດ ຄື ເວລາປະມານ 3-5ໂມງ ປະຊາຊົນຈະນໍາເອົາອາຫານ ທີ່ຫໍ່ໄວ້ມື້ຄືນນີ້ໄປວາງໄວ້ ຕາມພື້ນດິນວາງແຈກ ໄວ້ຕາມບໍລິເວນວັດຕົ້ນໂພ ຕົ້ນໄມ້ຕ້າຍວັດ ພ້ອມກັບຈູດທຽນ ແລະ ບອກກ່າວແກ່ເຜດຜີ ໃຫ້ມາຮັບເອົາ ສິ່ງຂອງ ແລະ ຜົນບຸນທີ່່ອຸທິດໃຫ້ນັ້ນດ້ວຍ.


ພ້ອມນັ້ນ
, ບາງບ້ານຈະເອົາອາຫານທີ່ອຸທິດ ໃຫ້ແກ່ຜູ້ຕາຍຫລັງເຮັດພິທີແລ້ວ ກໍຝັງໄວ້ໃນດິນກໍມີເພື່ອບໍ່ໃຫ້ຜູ້ໃດຜູ້ໜຶ່ງ ໄດ້ກິນອາຫານທີ່ເປັນຂອງເຫລືອ ຂອງເຜດເພາະຢ້ານວ່າ ຈະກາຍເປັນເຜດໄປນໍາ, ບາງບ້ານກໍມັກຈະເອົາ ຫໍ່ອາຫານຫລັງພິທີນັ້ນ ໄປຜີຕາແຮກຢູ່ນາ ຫລື ບາງຄັ້ງກໍຫວ່ານລົງນໍ້ຳບູຊາພະຍານາກ ແລະແມ່ນ້ຳຄົງຄາ. ການວາງອາຫານໄວ້ຕາມພື້ນດິນ ຫລື ຕາມບ່ອນຕ່າງໆ ເພື່ອຈະໃຫ້ພວກເຜດມາຮັບເອົາ ຂອງອຸທິດໃຫ້ໄດ້ງ່າຍໆ ໂດຍບໍ່ຕ້ອງມີພິທີຫຍຸ້ງຍາກ ຫຍັງຫລາຍ. ສ່ວນອາຫານທີ່ກຽມໄວ້ ສ່ວນໜຶ່ງແມ່ນໄປຕັກບາດ ແລະ ຖວາຍທານແດ່ພະສົງສາມະເນນ ເຊິ່ງຈະມີການໄຫວ້ພະຮັບສິນ, ຖວາຍທານ, ຟັງເທດສະຫລອງ 1 ກັນ, ຄາຣະວະ ແລະ ຮັບພອນ ຢາດນ້ຳອຸທິດສ່ວນບຸນກຸສົນໄປຍັງເຜດຜີ ຫລື ຍາດຕິພີ່ນ້ອງທີ່ລ່ວງລັບໄປແລ້ວ ແລະ ແຜ່ເມດຕາໃຫ້ແດ່ ສັບພະສັັດທັງຫລາຍທັງປວງ ກໍເປັນອັນສໍາເລັດ ພິທີບຸນຫໍ່ເຂົ້າປະດັບດິນ


KPL

ຂ່າວອື່ນໆ

ads
ads

Top