ຂປລ
ຂປລ. ໃນວັນທີ 12 ສິງຫາ 2025, ທີ່ສໍານັກງານນາຍົກລັດຖະມົນຕີ ສິງກະໂປ, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ລໍເຣນ ວອງ (Lawrence Wong) ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສິງກະໂປ ໃນໂອກາດເດີນທາງຢ້ຽມຢາມ ສ ສິງກະໂປ ຢ່າງເປັນທາງການໃນວັນທີ 11-12 ສິງຫາ 2025.

ຂປລ. ໃນວັນທີ 12 ສິງຫາ 2025, ທີ່ສໍານັກງານນາຍົກລັດຖະມົນຕີ ສິງກະໂປ, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ລໍເຣນ ວອງ (Lawrence Wong) ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສິງກະໂປ ໃນໂອກາດເດີນທາງຢ້ຽມຢາມ ສ ສິງກະໂປ ຢ່າງເປັນທາງການໃນວັນທີ 11-12 ສິງຫາ 2025.
ໂອກາດນີ້, ທ່ານ ລໍເຣນ ວອງ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ພ້ອມທັງຕີລາຄາສູງຕໍ່ ການເດີນທາງຢ້ຽມຢາມສິງກະໂປ ຂອງ ຄະນະຜູ້ແທນ ສປປ ລາວ ໃນຄັ້ງນີ້, ຊຶ່ງເປັນການປະກອບສ່ວນສໍາຄັນເຂົ້າໃນການສືບຕໍ່ ເສີມຂະຫຍາຍ ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງສອງປະເທດ ໃຫ້ຂະຫຍາຍຕົວຍິ່ງໆຂຶ້ນກວ່າເກົ່າ.
ຂະນະດຽວກັນ, ທ່ານ ທອງສະຫວັນ ພົມວິຫານ ໄດ້ສະແດງຄວາມປິຕິຍິນດີ ແລະ ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນໃນຄັ້ງນີ້ ແລະ ໄດ້ນໍາເອົາຄວາມຍື້ຍາມຖາມຂ່າວຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ສົ່ງເຖິງ ທ່ານ ລໍເຣນ ວອງ ພ້ອມທັງໄດ້ສະແດງຄວາມຊົມເຊີຍ ແລະ ອວຍພອນ ເນື່ອງໃນໂອກາດວັນຊາດສິງກະໂປ ຄົບຮອບ 60 ປີ ທີ່ຫາກໍຜ່ານພົ້ນໄປ ໃນວັນທີ 9 ສິງຫາ 2025. ພ້ອມນີ້, ກໍໄດ້ຕາງໜ້າລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈ ລັດຖະບານ ແລະ ປະຊາຊົນສິງກະໂປ ທີ່ໄດ້ໃຫ້ການຮ່ວມມື ແລະ ການຊ່ວຍເຫລືອອັນລໍ້າຄ່າ ໃຫ້ແກ່ ສປປ ລາວ ຕະຫລອດໄລຍະຜ່ານມາ ເປັນຕົ້ນ ແມ່ນການຊ່ວຍສ້າງຊັບພະຍາກອນມະນຸດ, ການຈັດຝຶກອົບຮົມພາສາອັງກິດ ແລະ ການບໍລິຫານລັດ ໃຫ້ແກ່ພະນັກງານລັດຖະກອນ ແລະ ການນຳຂັ້ນສູງຂອງສປປລາວ, ລວມທັງການສົ່ງອາສາສະໝັກ, ຄູອາຈານ ແລະ ຊ່ຽວຊານ ມາຊ່ວຍເຫລືອວຽກງານ ພັດທະນາຊຸມຊົນຢູ່ແຂວງຕ່າງໆ ຂອງ ສປປ ລາວ ແລະ ອື່ນໆ, ພ້ອມນີ້ຍັງໄດ້ສະແດງຄວາມຂອບໃຈ ຕໍ່ການສະໜັບສະໜູນ ສປປ ລາວ ໃນການເປັນປະທານອາຊຽນ ໃນປີ 2024 ຜ່ານມາ.

ໃນໂອກາດນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ ສາຍພົວພັນລະຫວ່າງສອງປະເທດ ທີ່ນັບມື້ນັບຂະຫຍາຍຕົວສູງ ຕະຫລອດໄລຍະເວລາ 51 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດຮ່ວມກັນ, ສະແດງອອກໃນການແລກປ່ຽນ ການຢ້ຽມຢາມ ຂອງການນຳຂັ້ນສູງ ໃນລະດັບຕ່າງໆ ແລະ ການຮ່ວມມືອັນດີໃນຂະແໜງການຕ່າງໆ ໃນໄລຍະຜ່ານມາ. ພ້ອມນີ້, ສອງຝ່າຍຍັງໄດ້ຊຸກຍູ້ສົ່ງເສີມການຮ່ວມມື ທາງດ້ານການຄ້າ-ການລົງທຶນ, ການພັດທະນາຊັບພະຍາກອນມະນຸດ, ການສະໜອງ ສະບຽງອາຫານ, ພະລັງງານສະອາດ, ການຄ້າຂາຍສິນເຊື່ອກາກບອນ, ການສົ່ງເສີມການທ່ອງທ່ຽວຮ່ວມກັນ, ການສົ່ງເສີມການໄປມາຫາສູ່ ລະຫວ່າງປະຊາຊົນສອງປະເທດ, ການຮ່ວມມືໃນຂະແໜງບໍລິການ ແລະ ໂລຈິສຕິກ, ການສຶກສາ ແລະ ອື່ນໆໃຫ້ນັບມື້ນັບ ຂະຫຍາຍຕົວຍິ່ງຂຶ້ນ.
ຂ່າວ: ກະຊວງການຕ່າງປະເທດ
KPL