ຂປລ
ກະຊວງ ຕຳຫລວດ ຫວຽດນາມ ໄດ້ຈັດພິທີ ເປີດນຳໃຊ້ ສູນຂໍ້ມູນ ແຫ່ງຊາດ ເລກ 1 ແລະ ປະກາດ ການເຄື່ອນໄຫວ ລະບົບ ຖານຂໍ້ມູນ ຂອງສູນຂໍ້ມູນແຫ່ງຊາດ ຢ່າງເປັນທາງການ.

ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, ວັນທີ 18 ສິງຫາ, ຢູ່ນະຄອນຫລວງ ຮ່າໂນ້ຍ, ກະຊວງ ຕຳຫລວດ ຫວຽດນາມ ໄດ້ຈັດພິທີ ເປີດນຳໃຊ້ ສູນຂໍ້ມູນ ແຫ່ງຊາດ ເລກ 1 ແລະ ປະກາດ ການເຄື່ອນໄຫວ ລະບົບ ຖານຂໍ້ມູນ ຂອງສູນຂໍ້ມູນແຫ່ງຊາດ ຢ່າງເປັນທາງການ. ສູນຂໍ້ມູນແຫ່ງຊາດ ໄດ້ຮັບຖືວ່າ ແມ່ນຫົວໃຈ ຂອງການຫັນເປັນ ດີຈີຕອນ, ສະໜອງ ຂອງສັງກາດ ບຸກບືນ, ວັດທະນາ ຖາວອນ. ໃນໂອກາດນີ້ ທ່ານ ຟ້າມມິງຈິງ, ນາຍົກລັດຖະມົນຕີ ຫວຽດນາມ ພ້ອມກັບ ການນຳ ບັນດາກະຊວງ, ຂະແໜງການໄດ້ກົດປຸ້ນ, ເປີດນຳໃຊ້ ສູນຂໍ້ມູນແຫ່ງຊາດ ເລກ 1 ແລະ ປະກາດ ເຄື່ອນໄຫວ ລະບົບຖານຂໍ້ມູນ ຂອງສູນຂໍ້ມູນ ແຫ່ງຊາດ ຢ່າງເປັນທາງການ. ທ່ານ ຟ້າມມິງຈິງ ໃຫ້ຮູ້ວ່າ: “ສູນຂໍ້ມູນ ແຫ່ງຊາດເລກ 1 ພຽງແຕ່ ແມ່ນບາດກ້າວ ເລີ່ມຕົ້ນ, ພວກເຮົາ ຕ້ອງມຸ່ງໄປເຖິງ ເປົ້າໝາຍ ພັດທະນາ ເຄືອຂ່າຍເຊື່ອມຕໍ່ ບັນດາລະບົບ ສູນຂໍ້ມູນອື່ນ ແລະ ເຊື່ອມໂຍງ ເຂົ້າກັບຂໍ້ມູນທົ່ວໂລກ ຢ່າງມີປະສິດທິຜົນ, ສຳລັບ ພາກພື້ນ ອາຊີ ຕາເວັນອອກສ່ຽງໃຕ້. ສູນຂໍ້ມູນແຫ່ງຊາດ ຕ້ອງແມ່ນຫົວໃຈ ຂອງການ ຫັນເປັນ ດີຈີຕອນ, ນຳໜ້າ ໃນການເຊື່ອມຕໍ່, ແບ່ງປັນ ແລະ ເປີດຂໍ້ມູນ, ສ້າງລະບົບນິເວດ ທາງດ້ານຂໍ້ມູນ ຢ່າງປອດໄພ. ຂໍ້ມູນແມ່ນຊັບພະຍາກອນ ຍຸດທະສາດ ກຳລັງໜູນໃຫ້ແກ່ ການນະວັດຕະກຳ, ຂໍ້ມູນ ແມ່ນແຫລ່ງ ຊັບພະຍາກອນ ແຫ່ງຊາດໃໝ່, ມີບົດບາດຫລັກແຫລ່ງ ໃນການວາງແຜນກຳນົດ ນະໂຍບາຍພັດທະນາ ເສດຖະກິດສັງຄົມ, ຮັບປະກັນ ການປ້ອງກັນຊາດ, ປ້ອງກັນ ຄວາມສະຫງົບ ແລະ ຍົກສູງ ຄວາມສາມາດ ໃນການແກ້ງແຍ້ງ ແຫ່ງຊາດ. ດ້ວຍຈິດໃຈ ລະບົບ ເປັນເອກະພາບ, ຂໍ້ມູນໜຶ່ງດຽວ, ການບໍລິການ ຢ່າງຕໍ່ເນື່ອງ.”./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL