ມຽນມາ ເພີ່ມມາດຕະການ ຮັກສາຄວາມປອດໄພ ກ່ອນເຖິງ ວັນເລືອກຕັ້ງ

14/08/2025 22:09
Email Print 199
ຂປລ ທ່ານ ມິນອ່ອງ ຫລ່າຍ ຜູ້ບັນຊາການ ທະຫານສູງສຸດ ແລະ ຜູ້ນຳລັດຖະບານ ທະຫານ ມຽນມາ ໄດ້ເນັ້ນໜັກ ໃຫ້ທຸກໜ່ວຍງານທີ່ກ່ຽວຂ້ອງ ໃຫ້ເພີ່ມມາດຕະການ ຢ່າງເຂັ້ມງວດ ເພື່ອຮັກສາ ຄວາມປອດໄພ

ຂປລ.ສຳນັກຂ່າວຕ່າງປະເທດ ລາຍງານ ຈາກເມືອງຢ້າງກຸ້ງ ປະເທດມຽນມາ ເມື່ອບໍ່ດົນມານີ້ວ່າ: ທ່ານ ມິນອ່ອງ ຫລ່າຍ ຜູ້ບັນຊາການ ທະຫານສູງສຸດ ແລະ ຜູ້ນຳລັດຖະບານ ທະຫານ ມຽນມາ ໄດ້ເນັ້ນໜັກ ໃຫ້ທຸກໜ່ວຍງານທີ່ກ່ຽວຂ້ອງ ໃຫ້ເພີ່ມມາດຕະການ ຢ່າງເຂັ້ມງວດ ເພື່ອຮັກສາ ຄວາມປອດໄພ  ກ່ອນເຖິງ ວັນເລືອກຕັ້ງ ທົ່ວປະເທດ ໃນທ້າຍປີນີ້, ໂດຍສະເພາະ ກັບ ສະມາຊິກ ພັກການເມືອງ ແລະ ຜູ້ສະໝັກຮັບເລືອກຕັ້ງທົ່ວໄປ .

ສຳນັກງານ ສະຖິຕິແຫ່ງຊາດ ລາຍງານ ຜົນສຳຫລວດ ສຳມະໂນ ປະຊາກອນ ແຫ່ງຊາດ ໄດ້ເກີດຂຶ້ນ ເປັນຄັ້ງທຳອິດໃນຮອບ 10 ປີ ເມື່ອເດືອນຕຸລາປີກາຍ, ພ້ອມທັງຢືນຢັນ ຈຳນວນ ປະຊາກອນ ຈຳນວນ 51,3 ລ້ານຄົນ, ຫລຸດລົງປະມານ 200.000 ຄົນ ເມື່ອທຽບກັບ ສະຖິຕິ ຈາກການສຳຫລວດ ເມື່ອປີ 2014 ລວມມີ 51,5 ລ້ານຄົນ. ຜົນການສຳຫລວດ ດັ່ງກ່າວ ໄດ້ແບ່ງອອກເປັນ ປະຊາກອນ ຊຶ່ງ ເຈົ້າໜ້າທີ່ ສາມາດເຂົ້າເຖິງໄດ້ ປະມານ 32,19 ລ້ານຄົນ ແລະ ອີກ 19,12 ລ້ານຄົນ ຢູ່ໃນພື້ນທີ່ ຫຍຸ້ງຍາກ ໃນການເຂົ້າໄປ ສຳຫລວດ ແລະ ການສຳຫລວດ ສຳມະໂນປະຊາກອນ ຂອງ ມຽນມາ  ບໍ່ລວມ ຊາວໂຣຮິງຢາ ໂດຍສ່ວນໃຫຍ່ ອາໄສຢູ່ ໃນ ລັດຍະໄຂ່ ທາງພາກຕາເວັນຕົກ ຂອງປະເທດມຽນມາ./.

 

KPL

ຂ່າວອື່ນໆ

ads
ads

Top