ຊຸກຍູ້ວຽກງານເຜີຍແຜ່ພຸດທະສາສະໜາ ໃຫ້ ອພສ ເມືອງນາຊາຍທອງ

03/07/2025 14:49
Email Print 541
ຂປລ ຂປລ. ກຳມາທິການເຜີຍແຜ່ສິລະທຳ ແລະ ປະຕິບັດກຳມະຖານສູນກາງ ຈັດກອງປະຊຸມ ເພື່ອຊຸກຍູ້ວຽກງານເຜີຍແຜ່ພຸດທະສາສະໜາ ໃຫ້ແກ່ອົງການພຸດທະສາສະໜາສຳພັນລາວ (ອພສ) ເມືອງນາຊາຍທອງ ຢູ່ວັດປ່ານາຄູນນ້ອຍ ນະຄອນຫລວງວຽງຈັນ

ຂປລ. ກຳມາທິການເຜີຍແຜ່ສິລະທຳ ແລະ ປະຕິບັດກຳມະຖານສູນກາງ ຈັດກອງປະຊຸມ ເພື່ອຊຸກຍູ້ວຽກງານເຜີຍແຜ່ພຸດທະສາສະໜາ ໃຫ້ແກ່ອົງການພຸດທະສາສະໜາສຳພັນລາວ (ອພສ) ເມືອງນາຊາຍທອງ ຢູ່ວັດປ່ານາຄູນນ້ອຍ ນະຄອນຫລວງວຽງຈັນ ໂດຍມີ ພະອາຈານໃຫຍ່ ມະຫາເວດ ມະເສໄນ ຮັກສາການ ປະທານສູນກາງອົງການ ພຸດທະສາສະໜາສຳພັນລາວ ​ແຫ່ງ ສປປ ລາວ, ມີພະເຖລານຸ ເຖລະ ຈາກວັດແຫ່ງຕ່າງໆ ໃນນະຄອນຫລວງວຽງຈັນ, ມີຮອງປະທານສູນກາງແນວລາວສ້າງຊາດ ແລະ ອອກຕົນຍາດໂຍມ, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ໃນກອງປະຊຸມ ໄດ້ຮັບຟັງການນຳສະເໜີສະພາບລວມ ແລະ ຜົນສຳເລັດ ກອງປະຊຸມໃຫຍ່ຜູ້ແທນພະສົງ ທົ່ວເມືອງນາຊາຍທອງ ຄັ້ງທີ 9, ການນຳສະເໜີກ່ຽວກັບພາລະບົດບາດ, ສິດ ແລະ ໜ້າທີ່ຂອງກຳມາທິການເຜີຍແຜ່ສິລະທຳ ແລະ ປະຕິບັດກຳມະຖານ, ນຳສະເໜີກ່ຽວກັບສິດ ແລະ ໜ້າທີ່ຂອງແນວລາວສ້າງຊາດຂັ້ນບ້ານ, ວຽກງານຊົນເຜົ່າ, ພາລະບົດບາດພາຍໃນ ແລະ ອື່ນໆ.

ການຈັດກອງປະຊຸມໃນຄັ້ງນີ້, ແນໃສ່ເຮັດໃຫ້ທຸກຄົນໃນສັງຄົມ ໄດ້ຮັບຮູ້ ແລະ ເຂົ້າໃຈຕໍ່ກັບວຽກງານສາສະໜາ ໂດຍສະເພາະ ພຸດທະສາສະນິກະຊົນ ລາວບັນດາເຜົ່າ ໄດ້ມີສ່ວນຮ່ວມ ແລະ ເປັນເອກະພາບກັນ ໃນການຈັດຕັ້ງປະຕິບັດວຽກງານສົ່ງເສີມສາສະໜາ ໃນຊຸມຊົນໄດ້ຢ່າງມີປະສິດທິຜົນ, ສ້າງບັນດາແນວຄິດໃໝ່ໆ ແລະ ຄວາມຮ່ວມມືທີ່ເຂັ້ມແຂງ ຕໍ່ການຂັບເຄື່ອນວຽກງານທາງສາສະໜາ ໃຫ້ໄດ້ຮັບການພັດທະນາ, ພ້ອມທັງ ນຳພາປະຊາຊົນ ພາຍໃນບ້ານ ປະຕິບັດກິດຈະກຳ, ພິທີກຳ, ງານບຸນທາງສາສະໜາ ເພື່ອເປັນການອະນຸລັກ ຮັກສາຮີດຄອງປະເພນີ ແລະ ວັດທະນະທຳ ອັນດີງາມຂອງຊາດ, ຂອງເຜົ່າ ທີ່ເຄີຍສືບທອດປະຕິບັດ ກັນມາແຕ່ບູຮານນະການ.

ຂ່າວ:​ ທະນູທອງ

KPL

ຂ່າວອື່ນໆ

    • ສັບປະດາວັດທະນະທຳຊາວໜຸ່ມຈີນ-ອາຊຽນ ປະຈຳປີ 2026ວັດທະນະທຳ-ສັງຄົມ

      ສັບປະດາວັດທະນະທຳຊາວໜຸ່ມຈີນ-ອາຊຽນ ປະຈຳປີ 2026

      11/17/2026 4:23:49 PM

      ນະຄອນຫຼວງວຽງຈັນ ເປັນເຈົ້າພາບຈັດງານສັບປະດາວັດທະນະທຳຊາວໜຸ່ມ ຈີນ-ອາຊຽນ 2026 ພາຍໃຕ້ຫົວຂໍ້: "ການເຊື່ອມໂຍງຂອງຊາວໜຸ່ມ ຮ່ວມກັນສ້າງອະນາຄົດທີ່ຍືນຍົງ"

    • 28 ຕາແສງ ຢູ່ແຂວງອຸດົມໄຊ ໄດ້ຮັບອຸປະກອນໄອທີ ວັດທະນະທຳ-ສັງຄົມ

      28 ຕາແສງ ຢູ່ແຂວງອຸດົມໄຊ ໄດ້ຮັບອຸປະກອນໄອທີ

      11/17/2026 6:20:58 AM

      ຂປລ. ແຫລ່ງຂ່າວຈາກແຂວງ ອຸດົມໄຊ ໃຫ້ຮູ້ວ່າ: ພິທີມອບ-ຮັບ ອຸປະກອນໄອທີ ໃຫ້ແກ່ຄະນະກຳມະ ການປົກຄອງ 28 ຕາແສງ ພາຍໃນ 7 ເມືອງ ແຂວງອຸດົມໄຊ ຈາກ ຄະນະຈັດຕັ້ງສູນກາງພັກ ຈັດຂຶ້ນ ເມື່ອບໍ່ດົນມານີ້ ທີ່ແຂວງອຸດົມໄຊ ຕາງໜ້າມອບໂດຍ ທ່ານ ດອນ ໄພວົງ ຮອງຄະນະຈັດຕັ້ງສູນກາງ ພັກ ແລະ ຕາງໜ້າຮັບໂດຍຄະນະ ກຳມະການປົກຄອງ 28 ຕາແສງ, ມີ ທ່ານ ວົງສະຫວັນ ໄຊຍະວົງ ປະ ທານຄະນະກຳມະການປົກຄອງ ແຂວງອຸດົມໄຊ ແລະ ພາກສ່ວນທ່ີກ່ຽວຂ້ອງ ເຂົ້າຮ່ວມ.

    • ປະທານຄະນະກຳມະການປົກຄອງແຂວງອັດຕະປື ຕ້ອນຮັບທູດ ສ ເກົາຫລີ ປະຈຳລາວວັດທະນະທຳ-ສັງຄົມ

      ປະທານຄະນະກຳມະການປົກຄອງແຂວງອັດຕະປື ຕ້ອນຮັບທູດ ສ ເກົາຫລີ ປະຈຳລາວ

      11/17/2026 6:15:35 AM

      ຂປລ. ແຫລ່ງຂ່າວຈາກແຂວງ ອັດຕະປື ໃຫ້ຮູ້ວ່າ: ທ່ານ ທະນູໄຊ ບັນຊາລິດ ປະທານຄະນະກຳມະ ການປົກຄອງແຂວງອັດຕະປື ພ້ອມ ຂະແໜງການທີ່ກ່ຽວຂ້ອງຂອງ ແຂວງ ໄດ້ຕ້ອນຮັບ ທ່ານ ລີ ຈອງ ຮັອບ ເອກອັກຄະລັດຖະທູດວິສາມັນຜູ້ມີ ອຳນາດເຕັມແຫ່ງສາທາລະນະລັດ ເກົາຫລີ ປະຈຳ ສປປ ລາວ ພ້ອມ ຄະນະ ໃນວັນທີ 11 ພະຈິກ 2026, ທີ່ສຳນັກງານແຂວງອັດຕະປື, ໃນ ໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງອັດຕະປື ເພື່ອປຶກສາຫາລື, ແລກປ່ຽນຂໍ້ມູນ ແລະ ຊຸກຍູ້ການຮ່ວມມືດ້ານການພັດ ທະນາໃຫ້ນັບມື້ເລິກເຊິ່ງ ແລະ ເປັນ ຮູບປະທຳຍິ່ງຂຶ້ນ.

    • ເຜີຍແຜນການນຳໃຊ້ດີຈີຕອນ ເພື່ອຄຸ້ມຄອງການເກັບລາຍຮັບຂອງລັດວັດທະນະທຳ-ສັງຄົມ

      ເຜີຍແຜນການນຳໃຊ້ດີຈີຕອນ ເພື່ອຄຸ້ມຄອງການເກັບລາຍຮັບຂອງລັດ

      11/17/2026 6:10:40 AM

      ຂປລ. ແຫລ່ງຂ່າວຈາກແຂວງ ວຽງຈັນ ໃຫ້ຮູ້ວ່າ: ແຂວງວຽງຈັນ ໄດ້ເຜີຍແຜ່ ແລະ ແນະນຳການນຳ ໃຊ້ລະບົບຄຸ້ມຄອງໃບເກັບເງິນແບບ ເອເລັກໂຕຣນິກ (E-Tax In-voice) ແລະ ລະບົບຄ່າທຳນຽມ, ຄ່າບໍລິການ (D-Filing) ໃຫ້ພະ ນັກງານທີ່ຮັບຜິດຊອບວຽກງານດັ່ງ ກ່າວ ໃນທົ່ວແຂວງໃນທ້າຍອາທິດ ຜ່ານມາ ໂດຍການເປັນປະທານຂອງ ທ່ານ ສີວຽງໄຊ ອໍລະບູນ ຮອງປະທານຄະນະກຳມະການ ປົກຄອງແຂວງ, ທ່ານ ຄຳພັນ ພັນ ທຸລັກ ຫົວໜ້າກົມສ່ວຍສາອາກອນ, ພ້ອມດ້ວຍການນຳພະແນກການ ເງິນແຂວງ, ສ່ວຍສາອາກອນ ແຂວງ, ການນຳເມືອງແກ້ວອຸດົມ, ພະນັກງານຈາກພະແນກການ ຕ່າງໆ ແລະ ຕາງໜ້າຫົວໜ່ວຍ ທຸລະກິດເຂົ້າຮ່ວມ.

    • ບຸນນະມັດສະການພະທາດຫຼວງວຽງຈັນ ປະຈຳປີ 2026ຈະຈັດຂຶ້ນ 20-24 ພະຈິກນີ້ວັດທະນະທຳ-ສັງຄົມ

      ບຸນນະມັດສະການພະທາດຫຼວງວຽງຈັນ ປະຈຳປີ 2026ຈະຈັດຂຶ້ນ 20-24 ພະຈິກນີ້

      11/13/2026 10:11:52 AM

      ບຸນນະມັດສະການພະທາດຫຼວງວຽງຈັນ ແລະ ວາງສະແດງສິນຄ້າ ປະຈຳປີ 2026 ຈະຈັດຂຶ້ນໃນວັນທີ 20-24 ພະຈິກ 2026 ໂດຍຈະຈັດຫຼາຍກິດຈະກຳຕິດພັນກັບວັດທະນະທຳ, ຮີດຄອງປະເພນີອັນດີງາມຂອງຊາດລາວເຮົາ ທີ່ເຄີຍປະຕິບັດກັນມາແຕ່ບູຮານນະການ ຊຶ່ງມີບັນດາກິດຈະກຳປິ່ນອ້ອມ ຄື: ພິທີກຳທາງພຸດທະສາສະໜາ, ສະແດງສິລະປະ, ແຂ່ງຂັນກິລາພື້ນເມືອງ, ວາງສະແດງສິນຄ້າຫຼາກຫຼາຍປະເພດ, ຫຼາຍສີສັນ ແລະ ອື່ນໆ.

ads
ads

Top