ຂປລ
ຫ້ອງການ ຂໍ້ມູນຂ່າວສານ ດ້ານພະລັງງານ ຂອງ ລັດຖະບານ ສ.ອາເມລິກາ (EIA) ເປີດເຜີຍວ່າ: ສາງນໍ້າມັນດິບ ຂອງ ປະເທດນີ້ ເພີ່ມຂຶ້ນ 3,4 ລ້ານຖັງ ເມື່ອອາທິດທີ່ຜ່ານມາ, ໃນຂະນະທີ່ ນັກວິເຄາະຄາດວ່າ ຈະເພີ່ມຂຶ້ນພຽງ 400.000 ຖັງ.
ຂປລ. ສຳນັກຂ່າວ ອິນໂຟເຄວສ: ເມື່ອບໍ່ດົນມານີ້, ຫ້ອງການ ຂໍ້ມູນຂ່າວສານ ດ້ານພະລັງງານ ຂອງ ລັດຖະບານ ສ.ອາເມລິກາ (EIA) ເປີດເຜີຍວ່າ: ສາງນໍ້າມັນດິບ ຂອງ ປະເທດນີ້ ເພີ່ມຂຶ້ນ 3,4 ລ້ານຖັງ ເມື່ອອາທິດທີ່ຜ່ານມາ, ໃນຂະນະທີ່ ນັກວິເຄາະຄາດວ່າ ຈະເພີ່ມຂຶ້ນພຽງ 400.000 ຖັງ.
ໂດຍສະເພາະ ສາງນ້ຳມັນດິບ ຢູ່ເມືອງຄູຊິງ ລັດໂອກລາໂຮມາ ເຊິ່ງເປັນຈຸດສົ່ງມອບ ສັນຍານ້ຳມັນດິບ ລ່ວງໜ້າຂອງ ສ.ອາເມລິກາ ຫລຸດລົງ 1,2 ລ້ານຖັງ. ສ່ວນສາງນ້ຳມັນແອັດຊັງ ເພີ່ມຂຶ້ນ 5,2 ລ້ານຖັງ ໃນອາທິດທີ່ຜ່ານມາ ໃນຂະນະທີ່ ນັກວິເຄາະ ຄາດວ່າ: ຈະເພີ່ມຂຶ້ນ 1,7 ລ້ານຖັງ. ນອກຈາກນັ້ນ, ນ້ຳມັນກັ່ນ ລວມທັງ ນ້ຳມັນ ຄວາມຮ້ອນ (Heating Oil) ແລະນ້ຳມັນກາຊວນ ເພີ່ມຂຶ້ນ 1,6 ລ້ານຖັງ ໃນຂະນະທີ່ນັກວິເຄາະຄາດວ່າ ຈະເພີ່ມຂຶ້ນ 1,1 ລ້ານຖັງ./
KPL