ສິງກະໂປ ຮ່ວມມືກັບ 5 ທະນາຄານເລັ່ງ ໃຊ້ເອໄອປ້ອງກັນມິດຊາຊີບ

19/11/2026 18:40
ຂປລ ທ່ານ ກັນ ກິມ-ຢົງ (Gan Kim Yong) ຮອງນາຍົກ ລັດຖະມົນຕີ ສິງກະໂປ ກ່າວວ່າ: ລັດຖະບານ ປະເທດນີ້ ໄດ້ກໍານົດພາລະກິດດ້ານປັນຍາ ປະດິດເອໄອ (AI) ສາມດ້ານ ສຳລັບ ພາກສ່ວນ ການເງິນ

ຂປລ. ສຳນັກຂ່າວ ຕ່າງປະເທດ ລາຍງານ ຈາກປະເທດ ສິງກະໂປ ເມື່ອວັນທີ 18 ພະຈິກວ່າ: ທ່ານ ກັນ ກິມ-ຢົງ (Gan Kim Yong) ຮອງນາຍົກ ລັດຖະມົນຕີ ສິງກະໂປ ກ່າວວ່າ: ລັດຖະບານ ປະເທດນີ້ ໄດ້ກໍານົດພາລະກິດດ້ານປັນຍາ ປະດິດເອໄອ (AI) ສາມດ້ານ ສຳລັບ ພາກສ່ວນ ການເງິນ ໄດ້ແກ່: ການປ້ອງກັນ ອາຊະຍາກຳ ທາງດ້ານການເງິນ, ການປ່ອຍສິນເຊື່ອ ໃຫ້ພາກທຸລະກິດ, ແລະ ການເຮັດທຸລະກຳ ຜ່ານຕົວແທນເອໄອ. ເພື່ອຂະຫຍາຍ ການໃຊ້ເຕັກໂນໂລຊີ ດັ່ງກ່າວ ໃນອຸດສາຫະກຳ ການເງິນ.

ໂດຍທະນາຄານ 5 ແຫ່ງ ໃນສິງກະໂປ ໄດ້ເລີ່ມແບ່ງປັນ ຂໍ້ມູນ ທຸລະກຳ ລະຫວ່າງກັນ ເພື່ອໃຫ້ເອໄອ ສາມາດກວດຈັບ ຮູບແບບ ການຫລອກລວງ ທີ່ ທະນາຄານ ແຕ່ລະແຫ່ງ ອາດຈະບໍ່ສາມາດ ກວດພົບໄດ້ ດ້ວຍຕົນເອງ, ເນື່ອງຈາກເງິນຂອງ ເຫຍື່ອສາມາດ ຖືກໂອນຜ່ານ ສະຖາບັນ ການເງິນຫລາຍແຫ່ງ ພາຍໃນເວລາພຽງ ບໍ່ເທົ່າໃດນາທີ.

ໃນຂະນະທີ່ ທະນາຄານກາງ ສິງກະໂປ ກຽມສຶກສາ ຄວາມເປັນໄປໄດ້ ໃນການ ພັດທະນາ ລະບົບກວດຈັບທຸລະກຳ ຕ້ອງສົງໄສ ຮ່ວມກັນ ໃນໄລຍະຕົ້ນປີໜ້າ.

ສຳລັບ ພັນທະກິດ ດ້ານສິນເຊື່ອ ຈະມີການທົດລອງ ນຳຂໍ້ມູນ ເພີ່ມເຕີມ ມາໃຊ້ ປະເມີນຄວາມໜ້າເຊື່ອຖື ຂອງ ທຸລະກິດ ຂະໜາດນ້ອຍ ແລະ ບໍລິສັດ ສະຕາດອັບ (Start-up) ເຊິ່ງມັກຈະມີ ປະຫວັດ ສິນເຊື່ອ ບໍ່ຍາວນານ ຫລື ບໍ່ມີຊັບສິນ ພຽງພໍ ສຳລັບໃຊ້ ເປັນຫລັກປະກັນ. ໂດຍເອໄອ ອາດຈະຊ່ວຍລະບຸ ທຸລະກິດ ທີ່ມີ ສັກຍະພາບ ແລະ ແນະນຳ ແຫລ່ງເງິນທຶນ ທີ່ ເໝາະສົມ ກ່ອນທີ່ຜູ້ປະກອບການ ຈະຍື່ນຂໍສິນເຊື່ອ./

KPL

ຂ່າວອື່ນໆ

ads
ads

Top