
ຂປລ. ໃນຂະນະທີ່ ເສດຖະກິດໂລກ ກຳລັງຜະເຊີນກັບ ຄວາມບໍ່ແນ່ນອນ ຈາກຄວາມຂັດແຍ່ງ ທາງພູມສາດການເມືອງ, ສົງຄາມ ການຄ້າ, ການກີດກັ້ນ ທາງພາສີ ແລະ ການປັບປ່ຽນ ລະບຽບການຄ້າສາກົນ, ແຕ່ພາກພື້ນອາຊີ ກຳລັງສະແດງ ບົດບາດໜຶ່ງສໍາຄັນ ໃນການຂັບເຄື່ອນ ເສດຖະກິດໂລກ. ໃນນັ້ນ, ການຮ່ວມມື ລະຫວ່າງອາຊຽນ ແລະ ຈີນ ນັບມື້ນັບມີບົດບາດ ສຳຄັນຫລາຍຂຶ້ນ ທັງດ້ານການຄ້າ, ການລົງທຶນ, ເຕັກໂນໂລຊີ, ພະລັງງານ ແລະ ການເຊື່ອມໂຍງກັນ ໃນພາກພື້ນ-ສາກົນ.
ໃນໄລຍະ 9 ເດືອນ ຂອງປີ 2026, ມູນຄ່າການຄ້າ ສອງຝ່າຍ ອາຊຽນ-ຈີນ ບັນລຸເກືອບ 960 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 22.7% ທຽບກັບ ໄລຍະດຽວກັນ ຂອງ ປີກ່ອນ. ສ່ວນປີ 2025 ມູນຄ່າການຄ້າ ລະຫວ່າງສອງຝ່າຍ ກໍບັນລຸ ຫລາຍກວ່າ 1.05 ພັນຕື້ໂດລາ. ຕົວເລກດັ່ງກ່າວ ບໍ່ພຽງແຕ່ ສະທ້ອນເຖິງ ຄວາມເຂັ້ມແຂງ ຂອງ ສາຍພົວພັນ ທາງເສດຖະ ກິດ ເທົ່ານັ້ນ ແຕ່ຍັງສະແດງ ໃຫ້ເຫັນເຖິງ ທ່າແຮງຂອງພາກພື້ນ ໃນການສ້າງກຳລັງ ການເຕີບໂຕໃໝ່ ໃຫ້ແກ່ເສດຖະກິດໂລກ.

ໂດຍພາບລວມ ດັ່ງກ່າວ ໄດ້ປາກົດໃຫ້ເຫັນ ຢ່າງຊັດເຈນຂຶ້ນ ພາຍຫລັງ ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 49 ແລະ ກອງປະຊຸມສຸດຍອດ ທີ່ກ່ຽວຂ້ອງ ຊຶ່ງຈັດຂຶ້ນ ໃນວັນທີ 15-17 ພະຈິກ 2026 ຢູ່ປະເທດຟີລິບປິນ ແລະ ໄດ້ປິດສາກລົງ. ກອງປະຊຸມຄັ້ງນີ້ ບໍ່ພຽງເປັນເວທີໃຫ້ຜູ້ນຳ ບັນດາປະເທດຕ່າງໆ ໄດ້ປຶກສາຫາລືບັນຫາພາກພື້ນ ແລະ ສາກົນເທົ່ານັ້ນ ແຕ່ຍັງເປັນ ສັນຍານສຳຄັນວ່າ: ອາຊີ ກຳລັງມຸ່ງໜ້າໄປສູ່ການຮ່ວມມື ທີ່ແໜ້ນແຟ້ນຂຶ້ນ ໂດຍຍຶດໝັ້ນໃນຫລັກການສັນຕິພາບ, ຄວາມໝັ້ນຄົງ, ການພັດທະນາທີ່ຍືນຍົງ, ນະວັດຕະກຳ ແລະ ການແບ່ງປັນ ຜົນປະໂຫຍດຮ່ວມກັນ.
ກອງປະຊຸມຄັ້ງນີ້ ໄດ້ມີຜູ້ນຳ ແລະ ຜູ້ແທນຈາກ 11 ປະເທດ ສະມາຊິກອາຊຽນ ພ້ອມດ້ວຍ ບັນດາປະເທດ ຄູ່ເຈລະຈາ ແລະ ອົງການສາກົນ ເຂົ້າຮ່ວມ. ສຳລັບ ສປປ ລາວ, ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກ ລັດຖະມົນຕີ ໄດ້ນຳພາ ຄະນະຜູ້ແທນລາວ ເຂົ້າຮ່ວມ ຊຶ່ງເປັນ ໂອກາດສຳຄັນ ປະກອບສ່ວນ ຕໍ່ການຮ່ວມມືພາກພື້ນ, ຂະຫຍາຍສາຍພົວພັນກັບ ບັນດາປະເທດ ຄູ່ຮ່ວມມື ແລະ ຍົກສູງບົດບາດຂອງລາວ ໃນເວທີອາຊຽນ-ສາກົນ.
ອີກປັດໄຈໜຶ່ງ ທີ່ໜ້າສົນໃຈ ແມ່ນການຈັດກອງປະຊຸມສຳຄັນ ໃນພາກພື້ນອາຊີຕິດຕໍ່ກັນ ໂດຍ ຈີນກຳນົດເປັນເຈົ້າພາບຈັດກອງປະຊຸມ ຜູ້ນຳເສດຖະກິດເອເປັກຄັ້ງທີ 33 ໃນວັນທີ 18-19 ພະຈິກນີ້ ຢູ່ເມືອງເຊິນເຈີ້ນ ແຂວງກວາງຕຸ້ງ. ການຈັດເວທີສໍາຄັນ ທັງສອງຢູ່ໃນພາກພື້ນ ດຽວກັນ ນັບເປັນໂອກາດອັນດີ ໃນການເພີ່ມພູນຄູນ ສ້າງການພົວພັນ, ແລກ ປ່ຽນທັດສະນະ ແລະ ຊຸກຍູ້ການຮ່ວມມື ລະຫວ່າງບັນດາປະເທດຕ່າງໆ.

ໂດຍສະເພາະ ຜົນສຳເລັດສຳຄັນ ຂອງ ກອງປະຊຸມສຸດຍອດອາຊຽນ ໃນຄັ້ງທີ 49 ນີ້ ໄດ້ມີຫລາຍ ປະເດັນສຳ ຄັນທີ່ສະທ້ອນເຖິງ ທິດທາງການພັດທະນາ ຂອງອາຊຽນ ໃນອະນາຄົດດັ່ງນີ້: (1). ການຊຸກຍູ້ເສດຖະກິດດິຈິຕອນ. ອາຊຽນໄດ້ບັນລຸຄວາມຄືບໜ້າສຳຄັນ ໃນການຮ່ວມມື ດ້ານ ດິຈິຕອນ ເຊິ່ງເປັນ ກອບການຮ່ວມມື ລະດັບພາກພື້ນ ທີ່ມີຄວາມສຳຄັນ ຕໍ່ການສ້າງຕະຫລາດດິຈິຕອນ ເຊື່ອມໂຍງກັນ, ອຳນວຍຄວາມສະດວກ ໃຫ້ການຄ້າອອນລາຍ, ການຊຳລະເງິນ ຂ້າມປະເທດ ແລະ ການແລກປ່ຽນຂໍ້ມູນ ຢ່າງປອດໄພ. ຄາດວ່າ: ກອບການຮ່ວມມືນີ້ ຈະຊ່ວຍເປີດໂອກາດ ໃໝ່ໃຫ້ແກ່ທຸລະກິດ ໂດຍສະເພາະ ວິສາຫະກິດຂະໜາດນ້ອຍ ແລະ ກາງ; (2). ການຮ່ວມມື ອາຊຽນ-ຈີນ: ສອງຝ່າຍໄດ້ເນັ້ນ ການຂະຫຍາຍການຮ່ວມມື ດ້ານຕ່ອງໂສ້ການຜະລິດ ແລະ ການສະໜອງ, ການສະໜັບສະໜູນ SME, ປັນຍາປະດິດ (AI), ວິທະຍາສາດ, ພະລັງງານ ແລະ ອຸດສາຫະກຳປ່າໄມ້.
ນອກນັ້ນ, ອະນຸສັນຍາ ຍົກລະດັບເຂດການຄ້າ ເສລີອາຊຽນ-ຈີນ 3.0 ຍັງຈະມີຜົນບັງຄັບໃຊ້ ໃນວັນທີ 1 ທັນວາ 2026. ນີ້ຈະເປັນກົນໄກສຳຄັນ ໃນການຫລຸດຜ່ອນ ອຸປະສັກທາງການຄ້າ, ເພີ່ມຄວາມສະດວກ ໃນການລົງທຶນ ແລະ ສ້າງໂອກາດໃໝ່ ໃຫ້ແກ່ທຸລະກິດຂອງສອງຝ່າຍ; (3).ຄວາມໝັ້ນຄົງ ດ້ານພະລັງງານ: ທ່າມກາງຜົນກະທົບ ຈາກຄວາມຂັດແຍ່ງສາກົນ ແລະ ຄວາມຜັນຜວນ ຂອງ ຕະຫລາດພະລັງງານ, ອາຊຽນ ໄດ້ເລັ່ງຊຸກຍູ້ ການຂະຫຍາຍ ເຄືອຂ່າຍໄຟຟ້າອາຊຽນ (ASEAN Power Grid) ເພື່ອເຊື່ອມ ໂຍງ ແຫລ່ງຜະລິດ ແລະ ລະບົບຈຳໜ່າຍ ໄຟຟ້າ ຂອງ ບັນດາປະ ເທດ. ການຮ່ວມມືນີ້ ບໍ່ພຽງຊ່ວຍສ້າງຄວາມໝັ້ນຄົງ ດ້ານພະລັງງານ ແຕ່ຍັງເປັນພື້ນຖານສຳຄັນ ໃນການຫັນປ່ຽນ ສູ່ພະລັງງານ ສະອາດ ແລະ ການພັດທະນາ ສີຂຽວຢ່າງຍືນຍົງ; (4). ການຮ່ວມມືທະວິພາຄີລາວ-ໄທ: ສອງປະເທດ ໄດ້ເຫັນດີຊຸກຍູ້ ມູນຄ່າການຄ້າໃຫ້ບັນລຸ 12,000 ລ້ານໂດລາ ພາຍໃນປີ 2027, ພ້ອມທັງ ເລັ່ງຍູ້ແຮງໂຄງການ ເຊື່ອມໂຍງດ້ານຄົມມະນາຄົມ ໂດຍສະເພາະ ຂົວຂ້າມແມ່ນ້ຳຂອງ ເພື່ອຮອງຮັບລະບົບ ລົດໄຟໜອງຄາຍ-ວຽງຈັນ ແລະ ໂຄງການຂົວ ຂ້າມແມ່ນ້ຳຂອງ ແຫ່ງ ທີ 6 ລະຫວ່າງ ແຂວງສາລະວັນຂອງລາວ ກັບ ແຂວງອຸບົນຣາຊະທານີ ຂອງໄທ. ຖືເປັນ ການເພີ່ມທ່າແຮງການຄ້າ, ການຂົນສົ່ງ ແລະ ການເດີນທາງ ຂ້າມຊາຍ ແດນ ຂອງ ສອງປະ ເທດ ລວມທັງອາຊຽນ ແລະ ສາກົນ.

ໃນໂອກາດ ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 49, ກອງປະຊຸມສຸດຍອດ ອາຊຽນ-ຈີນ ຄັ້ງທີ 29 ທີ່ ຟີລິບປິນ, ທ່ານ ຫຼີ ສຽງ ນາຍົກ ລັດຖະມົນຕີຈີນ ໄດ້ສະເໜີ 3 ແນວທາງສໍາຄັນ ເພື່ອຊຸກຍູ້ການຮ່ວມມື ລະຫວ່າງສອງຝ່າຍປະກອບມີ: ໜຶ່ງ, ຮ່ວມກັນຮັກສາ ສັນຕິພາບ ແລະ ຄວາມໝັ້ນຄົງ ຂອງ ພາກພື້ນ; ສອງ, ຮ່ວມກັນຊຸກຍູ້ການພັດທະນາ ແລະ ສ້າງຄວາມຈະເລີນຮຸ່ງເຮືອງ; ສາມ, ຮ່ວມກັນສ້າງ ຄວາມຜາສຸກໃຫ້ແກ່ປະຊາຊົນ. ພ້ອມນັ້ນ, ກອງປະຊຸມໜີ້ ຍັງໄດ້ປະກາດການກຳນົດ ປີ 2027 ເປັນ “ປີຮ່ວມມືປັນຍາ ປະດິດ ຈີນ-ອາຊຽນ” ເພື່ອເປີດຂະບວນການຮ່ວມມືໃໝ່ ດ້ານເຕັກໂນໂລຊີ, ການຄົ້ນຄວ້າ, ການພັດທະນາ ນະວັດຕະກຳ ແລະ ການສ້າງບຸກຄະລາກອນ. ນອກຈາກນັ້ນ, ຍັງມີການເຜີຍ ແຜ່ເອກະສານສຳຄັນ ກ່ຽວກັບຜົນງານການຮ່ວມມື ຄົບຮອບ 5 ປີ ຂອງ ການສ້າງຕັ້ງຄູ່ຮ່ວມ ຍຸດທະສາດຮອບດ້ານອາຊຽນ-ຈີນ ລວມທັງ ແນວທາງການຮ່ວມມື ດ້ານພະລັງງານ ແລະ ອຸດສາຫະກຳປ່າໄມ້.
ສິ່ງເຫລົ່ານີ້ ໄດ້ປະກົດພາບຕົວຈິງວ່າ ການພົວພັນອາຊຽນ-ຈີນ ກຳລັງຂະຫຍາຍຕົວ ຢ່າງໝັ້ນຄົງ ຈາກການຮ່ວມມື ດ້ານການຄ້າແບບດັ້ງເດີມ ເພື່ອໄປສູ່ການຮ່ວມມື ໃນຂະ ແໜງຍຸດທະສາດ ແຫ່ງອະນາຄົດ ໂດຍມີເຕັກໂນໂລຊີ, ພະລັງງານສະອາດ ແລະ ນະວັດຕະກຳ ເປັນກຳລັງຂັບເຄື່ອນໃໝ່. ການຄ້າ ອາຊຽນ-ຈີນ: ຈາກຄູ່ຄ້າໄປສູ່ ຄູ່ຮ່ວມຍຸດ ທະສາດ. ຖ້າຫາກ ພິຈາລະນາຕົວເລກ ການຄ້າໃນໄລຍະຜ່ານມາ ຈະເຫັນວ່າ ຄວາມສຳຄັນຂອງອາຊຽນ-ຈີນບໍ່ໄດ້ຈຳກັດຢູ່ພຽງການເປັນຄູ່ຄ້າລາຍໃຫຍ່ ເທົ່ານັ້ນ ແຕ່ຍັງເປັນກຳລັງສຳຄັນ ທີ່ ເຊື່ອມໂຍງ ຕ່ອງໂສ້ການຜະລິດ ແລະ ຕະຫລາດຂອງພາກພື້ນ-ສາກົນເຂົ້າດ້ວຍກັນ.
ໃນປີ 2025, ມູນຄ່າ ການຄ້າອາຊຽນ-ຈີນ ບັນລຸປະມານ 1.054 ພັນຕື້ ໂດລາ ເພີ່ມຂຶ້ນ 7.4%. ໃນນັ້ນ, ຈີນສົ່ງອອກສິນຄ້າ ໄປຍັງ ອາຊຽນປະມານ 665 ຕື້ໂດລາ ແລະ ນໍາເຂົ້າ ຈາກອາຊຽນປະມານ 389 ຕື້ໂດລາ. ຈີນ ເປັນຄູ່ຄ້າອັນດັບໜຶ່ງຂອງອາຊຽນ ຕິດຕໍ່ກັນ 17 ປີ ໃນຂະນະທີ່ ອາຊຽນ ກໍເປັນຄູ່ຄ້າອັນດັບໜຶ່ງ ຂອງຈີນຕິດຕໍ່ກັນ 6 ປີ. ຕົວເລກນີ້ ໄດ້ສະແດງໃຫ້ເຫັນເຖິງ ຄວາມເຊື່ອມໂຍງ ທາງເສດຖະກິດທີ່ເລິກເຊິ່ງຂຶ້ນ ແບບກ້າວກະໂດດ. ອາຊຽນມີທັງຊັບພະຍາກອນທໍາມະຊາດ, ແຮງງານ, ຕະຫລາດຜູ້ບໍລິໂພກ ແລະ ທ່າແຮງ ດ້ານການຜະລິດ ໃນຂະນະທີ່ ຈີນ ມີທັງຕະຫລາດ ຂະໜາດໃຫຍ່, ທຶນຮອນ, ເຕັກໂນໂລຊີ ແລະ ລະບົບອຸດສາຫະກຳ ທີ່ຄົບວົງຈອນ. ການປະສານຈຸດແຂງຂອງສອງຝ່າຍ ຈຶ່ງສາມາດ ສ້າງມູນຄ່າເພີ່ມ ໃຫ້ແກ່ເສດຖະກິດພາກພື້ນ ແລະ ທົ່ວໂລກໄດ້ຢ່າງສຳຄັນ.
ທ່າມກາງມາດຕະການ ຂຶ້ນພາສີ ແລະ ການກີດກັ້ນທາງການຄ້າ ຈາກບາງປະເທດ ຕາເວັນຕົກ, ການຂະຫຍາຍຕະຫລາດ ແລະ ການຫັນມາເພີ່ມພູນ ຄູນສ້າງການຄ້າ ພາຍໃນ ພາກພື້ນ ຈຶ່ງກາຍເປັນ ທາງເລືອກສຳຄັນ. ແຕ່ການຮ່ວມມືອາຊຽນ-ຈີນ ບໍ່ໄດ້ໝາຍເຖິງການຫັນຫລັງໜີ ຈາກຕະຫລາດອື່ນ ຫລື ເລືອກຢູ່ຂ້າງຝ່າຍໃດໜຶ່ງ ແຕ່ເປັນການ ເພີ່ມທາງ ເລືອກ, ກະຈາຍຄວາມສ່ຽງ ແລະ ສ້າງຄວາມຢືດຢຸ່ນ ຫລື ປັບຕົວງ່າຍໃຫ້ແກ່ເສດຖະກິດອາຊຽນ. ວິໄສທັດອາຊຽນ 2045: ບໍ່ຖິ້ມປະເທດໃດໄວ້ຂ້າງຫລັງ, ສິ່ງທີ່ໜ້າຕັ້ງຕາ ເບິ່ງບໍ່ໜ້ອຍ ໄປກວ່າ ການເຕີບໂຕ ດ້ານການຄ້າແມ່ນທິດທາງການພັດທະນາ ໄລຍະຍາວຂອງອາຊຽນ ຕາມວິໄສທັດປະຊາຄົມອາຊຽນ 2045 ເພື່ອມຸ່ງໄປສ້າງປະຊາຄົມ ທີ່ມີຄວາມຢືດຢຸ່ນ, ເຊື່ອມໂຍງ, ມີນະວັດຕະກຳ, ຍືນຍົງ ແລະ ປະຊາຊົນເປັນສູນກາງ.ໃນນັ້ນ ຫົວໃຈສຳຄັນຂອງວິໄສທັດນີ້ ແມ່ນການສ້າງຄວາມຈະເລີນຮ່ວມກັນ ໂດຍບໍ່ປະໃຫ້ປະເທດ ໃດໜຶ່ງຖືກ ປະໄວ້ຂ້າງຫລັງ. ນີ້ຈຶ່ງເປັນທັງໂອກາດ ແລະ ສິ່ງທ້າທາຍ ສຳລັບ ອາຊຽນເພາະບັນດາ ປະເທດ ຍັງມີລະດັບການພັດທະນາ, ສັກກະຍະພາບ ດ້ານເຕັກໂນໂລຊີ ແລະ ໂຄງລ່າງພື້ນຖານ ທີ່ແຕກຕ່າງກັນ.
ສຳລັບ ສປປ ລາວ, ທິດທາງດັ່ງກ່າວ ຖືເປັນໂອກາດສຳຄັນ ໃນການຍົກສູງບົດບາດ ຂອງຕົນ ໃນພາກພື້ນ ໂດຍອາໄສທ່າແຮງ ດ້ານທີ່ຕັ້ງທາງພູມສາດ, ລະບົບລົດໄຟລາວ-ຈີນ, ພະລັງງານໄຟຟ້າ, ຊັບພະຍາກອນ ທຳມະຊາດ ແລະ ການເຊື່ອມໂຍງ ດ້ານການຄ້າກັບ ປະເທດໃກ້ຄຽງ. ຖ້າສາມາດປ່ຽນທ່າແຮງ ເຫລົ່ານີ້ ໃຫ້ເປັນຜົນປະໂຫຍດ ທາງເສດຖະ ກິດຢ່າງ ເປັນຮູບປະທຳ, ລາວ ກໍຈະສາມາດກ້າວ ຈາກການເປັນປະເທດ ທີ່ບໍ່ມີທາງອອກ ສູ່ທະເລໄປສູ່ ການເປັນຈຸດ ເຊື່ອມຕໍ່ດ້ານການຄ້າ, ການຂົນສົ່ງ ແລະ ເສດຖະກິດຂອງພາກພື້ນໄດ້ ຢ່າງແທ້ຈິງ.
ໂດຍ: ເກີດຂວັນໃຈ ມາລີຈັນສີ