ມາເລເຊຍ ຕັ້ງເປົ້ານຳໜ້າ ດ້ານພະລັງງານສີຂຽວ

19/11/2026 18:40
ຂປລ ເມື່ອບໍ່ດົນມານີ້, ທ່ານ ຟາດີລລາບ ຢູໂຊຟ (Fadillah Yusof) ຮອງນາຍົກ ລັດຖະມົນຕີ ມາເລເຊຍ ເປີດເຜີຍວ່າ: ມາເລເຊຍ ໄດ້ຕັ້ງເປົ້າໝາຍ ທີ່ ຈະກ້າວຂຶ້ນ ເປັນຜູ້ນຳ ແລະ ຍາດແຍ່ງໂອກາດ ໃນພາກສ່ວນ ພະລັງງານຂຽວ ດ້ວຍການ ພັດທະນາ ຄວາມຊ່ຽວຊານ ພາຍໃນ ປະເທດ

ຂປລ. ສຳນັກຂ່າວ ຊິນຮວາ ຂອງ ສປຈີນ, ເມື່ອບໍ່ດົນມານີ້, ທ່ານ ຟາດີລລາບ ຢູໂຊຟ (Fadillah Yusof) ຮອງນາຍົກ ລັດຖະມົນຕີ ມາເລເຊຍ ເປີດເຜີຍວ່າ: ມາເລເຊຍ ໄດ້ຕັ້ງເປົ້າໝາຍ ທີ່ ຈະກ້າວຂຶ້ນ ເປັນຜູ້ນຳ ແລະ ຍາດແຍ່ງໂອກາດ ໃນພາກສ່ວນ ພະລັງງານຂຽວ ດ້ວຍການ ພັດທະນາ ຄວາມຊ່ຽວຊານ ພາຍໃນ ປະເທດ ພ້ອມທັງ ລະບຸວ່າ ການຫັນປ່ຽນ ດ້ານພະລັງງານ ບໍ່ແມ່ນພຽງແຕ່ ວາລະ ດ້ານສິ່ງແວດລ້ອມ ເທົ່ານັ້ນ, ຫາກຍັງເປັນ ຕົວຂັບເຄື່ອນ ການເຕີບໂຕ ທາງດ້ານເສດຖະກິດ ທີ່ ສາມາດ ສ້າງໂອກາດ ການຈ້າງງານ ທີ່ມີ ມູນຄ່າສູງ ແລະ ຍົກລະດັບ ຂີດຄວາມສາມາດ ໃນການແຂ່ງຂັນ ຂອງ ອຸດສາຫະກຳ ພາຍໃນ ປະເທດ ອີກດ້ວຍ.

ໂຄງການ ພະລັງງານ ແສງຕາເວັນ ໄດ້ຮັບການ ພັດທະນາຂຶ້ນ ຈາກ ການຮ່ວມມື ຍຸດທະສາດ ລະຫວ່າງ ບໍລິສັດ ກາດິງ ເກນການາ ຈຳກັດ (Gading Kencana Sdn Bhd) ເປັນຜູ້ປະກອບການ ດ້ານພະລັງງານໝູນວຽນ ທ້ອງຖິ່ນ ກັບ ອິນເທວ (Intel) ເຊິ່ງເປັນບໍລິສັດຜູ້ຜະລິດ ເຊມິຄອນດັກເຕີ ລະດັບໂລກ.

ໃນຂະນະທີ່ ຟາມພະລັງງານ ແສງຕາເວັນແຫ່ງນີ້ ມີກຳລັງ ການຜະລິດ ສູງເຖິງ 43 ເມກາວັດ ແລະ ໄດ້ສະແດງໃຫ້ເຫັນວ່າ ການຫັນປ່ຽນ ດ້ານພະລັງງານ ໃນມາເລເຊຍ ພວມເກີດຂຶ້ນຢ່າງຈິງ. ນອກຈາກນັ້ນ, ໂຄງການລັກສະນະດັ່ງກ່າວ ຍັງສະແດງໃຫ້ເຫັນເຖິງ ສັກກາຍະພາບ ຂອງ ບໍລິສັດທ້ອງຖິ່ນ ໃນການ ສ້າງຄວາມເຊື່ອໝັ້ນ ໃຫ້ແກ່ ນັກລົງທຶນຕ່າງປະເທດ ຜ່ານການປະສານຄວາມຮ່ວມມື ດ້ານການລົງທຶນ, ນະວັດຕະກຳ ແລະ ຄວາມຊ່ຽວຊານ ເຂົ້າອີກດ້ວຍກັນ./

KPL

ຂ່າວອື່ນໆ

ads
ads

Top