ກະຊວງ ພບ ສະຫລຸບການປະຕິບັດວຽກງານ ແລະ ຜ່ານເອກະສານປັບປຸງກົງຈັກການຈັດຕັ້ງ

19/06/2025 15:49
Email Print 334
ຂປລ ຂປລ. ​ເມື່ອ​ບໍ່​ດົນ​ມາ​ນີ້, ກະຊວງພະລັງງານ ແລະ ບໍ່ແຮ່ (ພບ) ຈັດກອງປະຊຸມສະຫລຸບການ ຈັດຕັ້ງປະຕິບັດວຽກງານ ໃນໄລຍະຜ່ານມາ ແລະ ຜ່ານເອກະສານການປັບປຸງກົງຈັກການຈັດຕັ້ງ ພັກ-ລັດ ໂດຍການເປັນປະທານຂອງ ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່, ມີຄະນະພັກ, ຄະນະນຳກະຊວງ ພ້ອມດ້ວຍພະນັກງານ-ລັດຖະກອນ ພາຍໃນກະຊວງ ພບ ເຂົ້າຮ່ວມ.



ຂປລ. ​ເມື່ອ​ບໍ່​ດົນ​ມາ​ນີ້, ກະຊວງພະລັງງານ ແລະ ບໍ່ແຮ່ (ພບ) ຈັດກອງປະຊຸມສະຫລຸບການ ຈັດຕັ້ງປະຕິບັດວຽກງານ ໃນໄລຍະຜ່ານມາ ແລະ ຜ່ານເອກະສານການປັບປຸງກົງຈັກການຈັດຕັ້ງ ພັກ-ລັດ ໂດຍການເປັນປະທານຂອງ ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່
, ມີຄະນະພັກ, ຄະນະນຳກະຊວງ ພ້ອມດ້ວຍພະນັກງານ-ລັດຖະກອນ ພາຍໃນກະຊວງ ພບ ເຂົ້າຮ່ວມ.



ໂອກາດນີ້
, ທ່ານ ຈັນສະແຫວງ ບຸນຍົງ ຮອງລັດຖະມົນຕີກະຊວງ ພບ ໄດ້ລາຍງານຫຍໍ້ການ ເຄື່ອນໄຫວວຽກງານພະລັງງານ ແລະ ບໍ່ແຮ່ ໃນໄລຍະຜ່ານມາ ໂດຍໄດ້ຕີລາຄາສະພາບ ການພັດທະນາວຽກງານພະລັງງານ ແລະ ບໍ່ແຮ່ ຊຶ່ງເປັນຂະແໜງການໜຶ່ງ ທີ່ມີບົດບາດສຳຄັນຕໍ່ການພັດທະນາ ເສດຖະ ກິດ-ສັງຄົມຂອງຊາດ ໄດ້ມີຜົນສຳເລັດໃນຫລາຍດ້ານ. ພ້ອມກັນນີ້, ທ່ານຮອງລັດຖະມົນຕີ ຍັງໄດ້ຍົກໃຫ້ເຫັນຂໍ້ສະດວກ, ຂໍ້ຫຍຸ້ງຍາກ, ສິ່ງທ້າຍ ແລະ ທິດທາງການພັດທະນາ ວຽກງານພະລັງງານ ແລະ ບໍ່ແຮ່ ແຕ່ລະໄລຍະຕື່ມອີກ.

ທ່ານ ນາງ ແສງເດືອນ ວົງອິນ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ໄດ້ລາຍງານບັນດານິຕິກຳຕ່າງໆ ຂອງຄະນະປັບປຸງກົງຈັກການຈັດຕັ້ງຂັ້ນສູນກາງ ໃນນີ້ລວມມີນິຕິກຳກ່ຽວກັບ ການຮັບຮອງເອົາການຍົກຍ້າຍບຸກຄະລາກອນ ແລະ ກົງຈັກການຈັດຕັ້ງຂອງກະຊວງພະລັງງານ ແລະ ບໍ່ແຮ່ ໂຮມເຂົ້າກັບກະຊວງອຸດສາຫະກຳ ແລະ ການຄ້າ ແລະ ການອອກການຮັບອູດໜູນບຳນານ ຂອງພະນັກງານຂັ້ນສູນກາງນຳພາ ຈຳນວນ 10 ທ່ານ. ໃນນີ້, ປະກອບມີຂັ້ນຫົວໜ້າກົມຈຳນວນ 4 ທ່ານ, ຂັ້ນຮອງຫົວໜ້າກົມ 6 ທ່ານ.




ໃນຕອນທ້າຍ ທ່ານ ໂພໄຊ ໄຊຍະສອນ ໄດ້ມີຄໍາເຫັນໂອ້ລົມ ໂດຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ພະນັກງານ-ລັດຖະກອນ ພາຍໃນກະຊວງ ໂດຍສະເພາະບັນດາທ່ານ ທີ່ນອນໃນເປົ້າໝາຍ ອອກພັກການຮັບອູດໜູນບຳນານ ທີ່ໄດ້ອຸທິດເຫື່ອແຮງ
, ສະຕິປັນຍາ ແລະ ຄວາມຮູ້, ຄວາມສາມາດຂອງຕົນເຂົ້າໃນ ການພັດທະນາວຽກງານພະລັງງານ ແລະ ບໍ່ແຮ່ ໂດຍສະເພາະຕະຫລອດໄລຍະ 19 ປີ ທີ່ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ຮັບການສ້າງຕັ້ງມາແຕ່ປີ 2006 ເປັນຕົ້ນມາ. ພ້ອມທັງ, ຊີ້ນໍາໃຫ້ ຄະນະພັກ, ຄະນະນຳແຕ່ລະຂັ້ນ ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ພະນັກງານ-ລັດຖະ ກອນຂອງຕົນຮັບຮູ້, ເຂົ້າໃຈຢ່າງເລິກເຊິ່ງ ຕໍ່ນະໂຍບາຍຂອງພັກ, ລັດຖະບານ ໃນການປັບປຸງກົງຈັກການຈັດຕັ້ງຄັ້ງນີ້ ແລະ ພ້ອມກັນປະຕິບັດໜ້າທີ່ອັນໃໝ່ ໃຫ້ມີຜົນສຳເລັດທີ່ໜັກແໜ້ນກວ່າເກົ່າ.

ຂໍ້ມູນ-ພາບ: ສູນຂ່າວພະລັງງານ ແລະ ບໍ່ແຮ່

KPL

ຂ່າວອື່ນໆ

    • ອົງການໄອຍະການ ລາວ-ກໍາປູເຈຍ ຮ່ວມມືຕ້ານອາຊະຍາກໍາຂ້າມຊາດການເມືອງ

      ອົງການໄອຍະການ ລາວ-ກໍາປູເຈຍ ຮ່ວມມືຕ້ານອາຊະຍາກໍາຂ້າມຊາດ

      7/16/2025 11:14:08 AM

      ຂປລ. ກອງປະຊຸມ ອົງການໄອຍະການ ລາວ-ກໍາປູເຈຍ ຄັ້ງທີ I ວ່າດ້ວຍການຮ່ວມມື ໃນການຕ້ານອາຊະຍາກໍາຂ້າມຊາດ ໂດຍສະເພາະ ການຄ້າຂາຍຢາເສບຕິດ ຈັດຂຶ້ນໃນວັນທີ 15 ກໍລະກົດ 2025 ໂດຍການເປັນປະທານຮ່ວມຂອງ ທ່ານ ໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສປປ ລາວ ແລະ ທ່ານ ນາງ ເຈຍ ລຽງ ຫົວໜ້າອົງການໄອຍະການສູງສຸດ ປະຈໍາສານສູງສຸດ ແຫ່ງ ຣາຊະອານາຈັກ ກໍາປູເຈຍ

    • ກອງປະຊຸມລັດຖະບານ ເປີດກວ້າງ ຄັ້ງທີ I ປີ 2025 ຫາລື ຫລາຍບັນຫາສຳຄັນການເມືອງ

      ກອງປະຊຸມລັດຖະບານ ເປີດກວ້າງ ຄັ້ງທີ I ປີ 2025 ຫາລື ຫລາຍບັນຫາສຳຄັນ

      7/16/2025 11:06:42 AM

      ຂປລ. ລັດຖະບານ ​ເປີດກອງປະຊຸມເປີດກວ້າງ ຄັ້ງທີ I ປີ 2025 ໃນລະຫວ່າງວັນທີ 15-16 ກໍລະກົດ 2025 ໂດຍການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີບັນດາຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ, ບັນດາເຈົ້າແຂວງ, ເຈົ້າຄອງນະຄອນຫລວງວຽງຈັນ

    • ເຊີນຮ່ວມ ບັ້ນແຂ່ງຂັນ ບົດນິພົນ ແລະ ຂໍ້ມູນ ຂ່າວສານ ທົ່ວປະເທດ ຈັດໂດຍ ສສ ຫວຽດນາມການເມືອງ

      ເຊີນຮ່ວມ ບັ້ນແຂ່ງຂັນ ບົດນິພົນ ແລະ ຂໍ້ມູນ ຂ່າວສານ ທົ່ວປະເທດ ຈັດໂດຍ ສສ ຫວຽດນາມ

      7/16/2025 11:01:03 AM

      ຂປລ. ໃນວັນທີ 4 ກໍລະກົດ 2025 ຜ່ານມານີ້, ຄະນະຊີ້ນໍາວຽກງານຂໍ້ມູນຂ່າວສານ ດ້ານການຕ່າງປະເທດ, ຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນສູນກາງພັກ ກອມມູນິດຫວຽດນາມ (ອົງການປະຈໍາການຂອງຄະນະຊີ້ນໍາ ວຽກງານຂໍ້ມູນຂ່າວສານ ດ້ານການຕ່າງປະເທດ) ໄດ້ເປີດບັ້ນປະກວດທົ່ວປະເທດ ຄັ້ງທີ XI ຊີງລາງວັນດ້ານມູນຂ່າວສານ ດ້ານການຕ່າງປະທດ

    • ສອງກອງທັບ ຫາລືກະກຽມຝຶກຊ້ອມ ຮ່ວມ ລາວ-ຣັດເຊຍ “ລາໂຣສ-2025”ການເມືອງ

      ສອງກອງທັບ ຫາລືກະກຽມຝຶກຊ້ອມ ຮ່ວມ ລາວ-ຣັດເຊຍ “ລາໂຣສ-2025”

      7/16/2025 10:58:37 AM

      ຂປລ. ໃນລະຫວ່າງວັນທີ 14-15 ກໍລະກົດ 2025 ນີ້, ຄະນະຜູ້ແທນກະຊວງປ້ອງກັນປະເທດ ແຫ່ງ ສ ຣັດເຊຍ ນໍາໂດຍ ສະຫາຍ ພັນເອກ ໂຣເຊນໂກ ອາເລັກເຊ ຮອງຫົວໜ້າກົມອົບຮົມ ທະຫານເຂດຕາເວັນອອກ ກອງທັບສະຫະພັນ ຣັດເຊຍ ພ້ອມຄະນະ ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ນະຄອນຫລວງວຽງຈັນ

    • ລາວ-ກໍາປູເຈຍ ສືບຕໍ່ເພີ່ມທະວີການ ຮ່ວມມື ວຽກໄອຍະການຂອງສອງປະເທດການເມືອງ

      ລາວ-ກໍາປູເຈຍ ສືບຕໍ່ເພີ່ມທະວີການ ຮ່ວມມື ວຽກໄອຍະການຂອງສອງປະເທດ

      7/16/2025 10:43:05 AM

      ຂປລ. ໂດຍຕອບສະໜອງຕາມຄໍາເຊີນຂອງ ທ່ານ ໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສປປ ລາວ, ຄະນະຜູ້ແທນຂັ້ນສູງ ແຫ່ງ ຣາຊະອານາຈັກ ກໍາປູເຈຍ ນໍາໂດຍ ທ່ານ ນາງ ເຈຍ ລຽງ ຫົວໜ້າອົງການໄອຍະການສູງສຸດ ປະຈໍາສານສູງສຸດ ແຫ່ງ ຣາຊະອານາຈັກ ກໍາປູເຈຍ ພ້ອມດ້ວຍຄະນະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ

ads
ads

Top