ຜົນໄດ້ຮັບຈາກການຈັດຕັັ້ງປະຕິບັດປີທ່ອງທ່ຽວລາວ 2024

13/06/2025 13:39
Email Print 392
ຂປລ ຂປລ. ຜ່ານການຈັດຕັັ້ງປະຕິບັດປີທ່ອງທ່ຽວລາວ 2024 ຜ່ານມາ ເຮັດໃຫ້ຕົວເລກນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດເຂົ້າມາທ່ຽວ ສປປ ລາວ ໄດ້ທັງໝົດ 8.025.315 ເທື່ອຄົນ, ສາມາດກະຈາຍລາຍຮັບ ຈາກການທ່ອງທ່ຽວ ໄດ້ເຖິງ 1,7 ຕື້ກວ່າໂດລາສະຫະລັດ ເຊິ່ງລາຍຮັບດັ່ງກ່າວ, ແມ່ນລາຍຮັບທີ່ກະຈາຍໄປຍັງພາກລັດ ແລະ ຜູ້ປະກອບການທີ່ຕິດພັນກັບການທ່ອງທ່ຽວ.



ຂປລ. ຜ່ານການຈັດຕັັ້ງປະຕິບັດປີທ່ອງທ່ຽວລາວ 2024 ຜ່ານມາ ເຮັດໃຫ້ຕົວເລກນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດເຂົ້າມາທ່ຽວ ສປປ ລາວ ໄດ້ທັງໝົດ 8.025.315 ເທື່ອຄົນ
, ສາມາດກະຈາຍລາຍຮັບ ຈາກການທ່ອງທ່ຽວ ໄດ້ເຖິງ 1,7 ຕື້ກວ່າໂດລາສະຫະລັດ ເຊິ່ງລາຍຮັບດັ່ງກ່າວ, ແມ່ນລາຍຮັບທີ່ກະຈາຍໄປຍັງພາກລັດ ແລະ ຜູ້ປະກອບການທີ່ຕິດພັນກັບການທ່ອງທ່ຽວ.

ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ລາຍງານໃນກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ  IX ໃນວັນທີ 13 ມິຖຸນາ 2025 ນີ້ວ່າ: ໃນໄລຍະຜ່ານມາ ພັກ-ລັດຖະບານ ໄດ້ເອົາໃຈໃສ່ ແລະ ຊຸກຍູ້ວຽກງານ ການທ່ອງທ່ຽວ ໃຫ້ເປັນບຸລິມະສິດເສດຖະກິດປາຍແຫລມ ແນໃສ່ຊຸກຍູ້, ສົ່ງເສີມການທ່ອງທ່ຽວຂອງ ສປປ ລາວ ເພື່ອປະກອບສ່ວນເຂົ້າໃນການແກ້ໄຂບັນຫາຄວາມຫຍຸ້ງຍາກ ທາງດ້ານເສດຖະກິດຂອງຊາດ. ດັ່ງນັ້ນ, ໃນປີ 2024 ໂດຍອີງຕາມແຜນພັດທະນາ 5 ປີ (2021-2025) ຂອງກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ລັດຖະບານ ຈຶ່ງໄດ້ອະນຸມັດໃຫ້ຈັດກິດຈະກຳປີທ່ອງທ່ຽວລາວ 2024 ເພື່ອໃຫ້ນະຄອນຫລວງ ແລະ ບັນດາແຂວງ ທົ່ວປະເທດ ສ້າງກິດຈະກໍາ ແລະ ຂະບວນການຕ່າງໆ ຕິດພັນກັບການທ່ອງທ່ຽວ ໃຫ້ມີຄວາມຟົດຟື້ນ ແນໃສ່ການດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາທ່ອງທ່ຽວ ສປປ ລາວ.

ຜ່ານການຈັດຕັັ້ງປະຕິບັດຕົວຈິງ ເຮັດໃຫ້ຕົວເລກນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ທີ່ເຂົ້າມາທ່ຽວ ສປປ ລາວ ແມ່ນໄດ້ລື່ນຄາດໝາຍ ຖ້າທຽບໃສ່ ປີ 2023. ໃນນັ້ນ, ນັກທ່ອງທ່ຽວພາຍໃນ ມີ 3.904.483 ເທື່ອຄົນ ເພີ່ມຂຶ້ນເຖິງ 102%, ສາມາດກະຈາຍລາຍຮັບ ຈາກການທ່ອງທ່ຽວ ໄດ້ເຖິງ 632 ລ້ານກວ່າໂດລາສະຫະ ລັດ, ນັກທ່ອງທ່ຽວສາກົນ ມີ 4.120.832 ເທື່ອຄົນ ເພີ່ມຂຶ້ນ 21% ສາມາດກະຈາຍລາຍຮັບໄດ້ເຖິງ 1,1 ຕື້ກວ່າໂດລາສະຫະລັດ ເຊິ່ງລາຍຮັບດັ່ງກ່າວ, ແມ່ນລາຍຮັບທີ່ກະຈາຍໄປຍັງພາກລັດ ແລະ ຜູ້ປະກອບການທຸກຂະໜາດ ທີ່ຕິດພັນກັບການທ່ອງທ່ຽວ.

ສະເພາະແຕ່ເດືອນມັງກອນ ເຖິງ ເດືອນມີນາ 2025 ສາມາດຕ້ອນຮັບນັກທ່ອງທ່ຽວຕ່າງປະເທດ ໄດ້ 1.262.035 ເທື່ອຄົນ, ເພີ່ມຂຶ້ນ 11% ທຽບໃສ່ກັບໄລຍະດຽວກັນຂອງປີ 2024, ຄາດຄະເນລາຍຮັບທີ່ກະຈາຍໃນສັງຄົມໄດ້ 426 ລ້ານກວ່າໂດລາສະຫະລັດ. ສໍາລັບ ນັກທ່ອງທ່ຽວພາຍໃນ ມີ 1.467.886 ເທື່ອຄົນ ເພີ່ມຂຶ້ນ 98,6% ທຽບໃສ່ໄລຍະດຽວກັນຂອງປີ 2024, ລາຍຮັບທີ່ກະຈາຍໃນສັງຄົມ 237 ລ້ານໂດລາສະຫະລັດ. ສໍາລັບນັກທ່ອງທ່ຽວ 10 ອັນດັບຕົ້ນທີ່ມາທ່ຽວ ສປປ ລາວ ມີ: ໄທ,  ຈີນ (ເລື່ອນຈາກອັນດັບ 3 ໃນຫລາຍປີຜ່ານມາ ຂຶ້ນມາເປັນອັນດັບທີ 2), ຫວຽດນາມ, ສ .ເກົາຫລີ, ອາເມລິກາ, ຝຣັ່ງ, ຣັດເຊຍ, ອັງກິດ, ເຢຍລະມັນ ແລະ ຍີ່ປຸ່ນ ຕາມລຳດັບ.

ສຳລັບ ທິດທາງແຜນການໃນຕໍ່ໜ້າ ລັດຖະບານ ກໍຄື ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຈະສຸມໃສ່ປັບປຸງເສັ້ນທາງເຂົ້າເຖິງສະຖານທີ່ທ່ອງທ່ຽວບຸລິມະສິດ ແລະ ສິ່ງອໍານວຍຄວາມສະດວກດ້ານການທ່ອງທ່ຽວ, ການຄົມມະນາຄົມຂົນສົ່ງນັກທ່ອງທ່ຽວ ໃຫ້ມີຄວາມສະດວກ, ສະອາດ, ປອດໄພ, ປະທັບໃຈ, ໄດ້ມາດຕະຖານ ແລະ ມີຄວາມຍືນຍົງ; ຊຸກຍູ້ຜູ້ພັດທະນາສະຖານທີ່ທ່ອງທ່ຽວ ປັບປຸງກິດຈະກຳການທ່ອງທ່ຽວ ແລະ ການບໍລິການ ໃຫ້ມີຄວາມຫລາກຫລາຍ ໂດຍການມີສ່ວນຮ່ວມຂອງຊຸມຊົນທ້ອງຖິ່ນ ແລະ ພາກເອກະຊົນ ຜູ້ທີ່ມີບົດຮຽນ  ແລະ ປະສົບການ; ສຸມໃສ່ປັບປຸງການບໍລິຫານ-ຄຸ້ມຄອງ ບັນດາເມືອງທ່ອງທ່ຽວ ທີ່ເປັນແມ່ເຫລັກດຶງດູດ ນັກທ່ອງທ່ຽວເຂົ້າມາທ່ຽວ ສປປ ລາວ ໃຫ້ໄດ້ມາດຕະຖານຂອງ ສປປ ລາວ ແລະ ມາດຕະຖານສາກົນ; ສືບຕໍ່ປັບປຸງຄຸນນະພາບ ແລະ ມາດຕະຖານການບໍລິການ ຂອງຫົວໜ່ວຍທຸລະກິດການທ່ອງທ່ຽວ ໃນຂອບເຂດທົ່ວປະ ເທດ ໂດຍສຸມໃສ່ການປະເມີນ ແລະ ຢັ້ງຢືນມາດຕະຖານ ການທ່ອງທ່ຽວອາຊຽນ ແລະ ມາດຕະຖານການທ່ອງທ່ຽວຂອງ ສປປ ລາວ ຮັບປະກັນສ້າງຄວາມປະທັບໃຈ ແລະ ມີຄວາມປອດໄພໃຫ້ ແກ່ນັກທ່ອງທ່ຽວ;  ສຸມໃສ່ໂຄສະນາການທ່ອງທ່ຽວທີ່ເປັນຈຸດເດັ່ນຂອງ ສປປ ລາວ ໃຫ້ມີຫລາກຫລາຍຮູບແບບ ລວມທັງການໂຄສະນາຜ່ານສື່ຕ່າງໆ; ຮັບປະກັນຂໍ້ມູນຂ່າວສານ ການທ່ອງທ່ຽວທີ່ຖືກຕ້ອງ, ຊັັດເຈນ, ວ່ອງໄວ ເພື່ອໃຫ້ເຂົ້າເຖິງກຸ່ມຕະຫລາດເປົ້າໝາຍ ການທ່ອງທ່ຽວ ຢ່າງກວ້າງຂວາງ; ສືບຕໍ່ປະສານສົມທົບກັບພາກສ່ວນກ່ຽວຂ້ອງ ພັດທະນາລະບົບການຊໍາລະ ຜ່ານລະບົບທະນາຄານຂອງ ສປປ ລາວ ແນໃສ່ເຮັດໃຫ້ມີເງິນໝູນວຽນ ພາຍໃນປະເທດໃຫ້ຫລາຍຂຶ້ນ. ນອກຈາກນີ້, ຍັງຈະສືບຕໍ່ພັດທະນາ ການຫັນເປັນທັນສະໄໝ ໃນການກວດກາ ເອກະສານຕ່າງໆ ຢູ່ບັນດາດ່ານ ເພື່ອຫລຸດຜ່ອນຂັ້ນຕອນ, ສາມາດອໍານວຍຄວາມສະດວກ ໃຫ້ແກ່ນັກທ່ອງທ່ຽວ ແລະ ມີຖານຂໍ້ມູນທີ່ລະອຽດຢູ່ໃນລະບົບ; ສືບຕໍ່ປະ ສານສົມທົບກັບພາກລັດ, ພາກທຸລະກິດທີ່ກ່ຽວຂ້ອງ ເພື່ອຈັດກິດຈະກໍາປູກຈິດສຳນຶກ ໃນວຽກງານທ່ອງທ່ຽວ ແລະ ກິດຈະກຳສົ່ງເສີມ ການທ່ອງທ່ຽວ ໃຫ້ເປັນຂະບວນຟົດຟື້ນ ໂດຍຕິດພັນກັບເທສະການ ແລະ ບຸນປະເພນີປະຈໍາຊາດ ແລະ ປະຈໍາທ້ອງຖິ່ນ ເພື່ອຈັດເຂົ້າໃນປະຕິທິນການທ່ອງທ່ຽວລາວ ປະຈໍາປີ 2025 ແລະ ປີຕໍ່ໆໄປ;   ສືບຕໍ່ປະສານສົມທົບ ລະຫວ່າງສູນກາງ-ທ້ອງຖິ່ນ ແລະ ພາກສ່ວນທີ່ກ່ຽວຂ້ອງຕ່າງໆ ໃນການຕິດຕາມ, ກວດກາ ແລະ ຄຸ້ມຄອງ ການເຄື່ອນໄຫວ ຂອງບັນດາຫົວໜ່ວຍທຸລະກິດ ໃນຂະແໜງການທ່ອງທ່ຽວ ໃນຂອບເຂດທົ່ວປະເທດ; ຄົ້ນຄວ້າສ້າງແຜນການສື່ສານ ແລະ ການກະກຽມຮັບມືກັບວິກິດ ການສໍາລັບຂະແໜງການທ່ອງທ່ຽວ ເພື່ອຮັບປະກັນດ້ານຄວາມປອດໄພ ແລະ ສາມາດຮັບມືໄດ້ຢ່າງທັນການ; ສືບຕໍ່ສ້າງຄວາມເຂັ້ມແຂງ ໃຫ້ບຸກຄະລາກອນຂັ້ນສູນກາງ ແລະ ທ້ອງຖິ່ນ ໃນການນໍາໃຊ້ລະບົບອອກອະນຸຍາດ ດໍາເນີນທຸລະກິດໃນຂະແໜງ ການທ່ອງທ່ຽວຜ່ານລະບົບທັນສະໄໝ ເພື່ອໃຫ້ການຄຸ້ມຄອງ ທຸລະກິດການທ່ອງທ່ຽວ ມີຄວາມເປັນເອກະພາບທົ່ວປະເທດ; ສືບຕໍ່ຊຸກຍູ້ບັນດາສະມາຄົມ ໃນຂະແໜງການທ່ອງທ່ຽວ ໃຫ້ມີການເຄື່ອນໄຫວຮ່ວມກັນ ກັບພາກທຸລະກິດຂອງບັນດາປະເທດໃກ້ຄຽງ ແນໃສ່ຂະຫຍາຍລາຍ ການທ່ອງທ່ຽວຮ່ວມກັບປະເທດ ໃກ້ຄຽງໃຫ້ຫລາຍຂຶ້ນ ແລະ ຈະສືບຕໍ່ປະສານສົມທົບກັບ ຂະແໜງ ການກ່ຽວຂ້ອງຂັ້ນສູນກາງ ເພື່ອຄົ້ນຄວ້ານະໂຍບາຍວີຊາ ໃຫ້ແກ່ນັກທ່ອງທ່ຽວກຸ່ມເປົ້າໝາຍ ໃຫ້ສອດຄ່ອງກັບນະໂຍບາຍ ຂອງປະເທດໃກ້ຄຽງ ກໍຄື ພາກພື້ນ ເພື່ອດຶງດູດນັກທ່ອງທ່ຽວ ໃຫ້ເຂົ້າມາທ່ອງທ່ຽວ ສປປ ລາວ ໃຫ້ຫລາຍຂຶ້ນ ແລະ ມີລາຍຮັບຫລາຍຂຶ້ນ.

ຂ່າວ: ທະນູທອງ

ພາບ: ເກດສະໜາ

KPL

ຂ່າວອື່ນໆ

ads
ads

Top