ຂປລ
ມາເລເຊຍ, ໄດ້ດຳເນີນ ຫລາຍກອງປະຊຸມ ເຈົ້າໜ້າທີ່ ອາວຸໂສ (SOM) ໃນຂອບເຂບ ອາຊຽນ, ອາຊຽນ +3, ກອງປະຊຸມສຸດຍອດ ອາຊີ ຕາເວັນອອກ (EAS) ແລະ ເວທີປາໄສ ພາກພື້ນ ອາຊຽນ (ARF), ດ້ວຍການເຂົ້າຮ່ວມ ຂອງຜູ້ແທນ ທີ່ມາຈາກ 10 ປະເທດ ອາຊຽນ ແລະ 17 ຄູ່ຮ່ວມມື.

ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, ມາເລເຊຍ, ໄດ້ດຳເນີນ ຫລາຍກອງປະຊຸມ ເຈົ້າໜ້າທີ່ ອາວຸໂສ (SOM) ໃນຂອບເຂບ ອາຊຽນ, ອາຊຽນ +3, ກອງປະຊຸມສຸດຍອດ ອາຊີ ຕາເວັນອອກ (EAS) ແລະ ເວທີປາໄສ ພາກພື້ນ ອາຊຽນ (ARF), ດ້ວຍການເຂົ້າຮ່ວມ ຂອງຜູ້ແທນ ທີ່ມາຈາກ 10 ປະເທດ ອາຊຽນ ແລະ 17 ຄູ່ຮ່ວມມື. ຜ່ານບົດລາຍງານ ຂອງກອງເລຂາ ອາຊຽນ ໄດ້ຊີ້ໃຫ້ເຫັນ ການຮ່ວມມື ໃນບັນດາກົນໄກ ສືບຕໍ່ ມີຄວາມຄືບໜ້າ ທີ່ຕັ້ງໜ້າ. ໃນຂອບເຂດ ກົນໄກ ອາຊຽນ+3, ການເຄື່ອນໄຫວ ໃນແຜນການປະຕິບັດງານ ໄລຍະ 2023–2027 ກວ່າ 60% ໄດ້ ແລະ ກຳລັງໄດ້ຮັບການຜັນຂະຫຍາຍ ໃນຫລາຍຂົງເຂດ ແຕ່ການຄ້າ, ການລົງທຶນ, ວິສາຫະກິດ ຂະໜາດນ້ອຍ ແລະ ກາງ, ຕະຫລອດຮອດ ການທ່ອງທ່ຽວ, ການເຊື່ອມຕໍ່ ລະບົບສະໜອງ. ແຜນການເຄື່ອນໄຫວ EAS ໄລຍະ 2024–2028 ເບື້ອງຕົ້ນ ບັນລຸໝາກຜົນ ທີ່ໜ້າຊື່ນຊົມ ໃນບັນດາ ຂົງເຂດຄື: ດິນຟ້າອາກາດ, ສິ່ງແວດລ້ອມ, ພະລັງງານ, ສາທາລະນະສຸກ, ການເຊື່ອມຕໍ່ ແລະ ການເດີນເຮືອ. ບັນດາກົນໄກຂຶ້ນກັບ ARF ກໍພວມຜັນຂະຫຍາຍ ຢ່າງຕິດແທດຕາມແຜນ ການປະຕິບັດງານ ທີ່ໄດ້ວາງອອກ ດ້ວຍຫລາຍການເຄື່ອນໄຫວ ທີ່ແທດຈິງ ກ່ຽວກັບ ຄວາມໝັ້ນຄົງ ໃນການເດີນເຮືອ, ການຄວບຄຸມ ແລະ ຫລຸດຜ່ອນ ໄພພິບັດທຳມະຊາດ, ການຮັບມືກັບ ອາດຊະຍາກຳຂ້າມຊາດ, ການປ້ອງກັນ, ຕ້ານການກໍ່ການຮ້າຍ.ໃນບັນດາ ວາລະປຶກສາຫາລື, ບັນດາປະເທດ ໄດ້ແລກປ່ຽນ ຢ່າງກົງໄປ ກົງມາ ກ່ຽວກັບ ຫລາຍບັນຫາ ສາກົນ ແລະ ພາກພື້ນ, ຄື: ທະເລ ຕາເວັນອອກ, ມຽນມາ, ແຫລມ ເກົາຫລີ, ຕາເວັນອອກກາງ, ການປະທະກັນຢູ່ ອູແກຣນ, ພ້ອມທັງ ເນັ້ນໜັກເຖິງ ການແກ້ໄຂ ການຂັດແຍ້ງກັນ ໂດຍສັນຕິວິທີ, ສອດຄ່ອງກັບ ກົດໝາຍສາກົນ, ໃນນັ້ນ ມີກົດບັດ ສປຊ ກ່ຽວກັບ ກົດໝາຍວ່າດ້ວຍທະເລ (UNCLOS) ປີ 1982. ບັນດາປະເທດເຫັນດີ ຊຸກຍູ້ບັນດາ ຂອບເຂດການຮ່ວມມືຄື ສັນຍາແມ່ ເສດຖະກິດ ດີຈີຕອນ, ຕາໜ່າງໄຟຟ້າ ອາຊຽນ, ຍົກລະດັບສັນຍາ ການຄ້າ ເສລີ ອາຊຽນ-ຈີນ 3.0, ກອງທຶນສຳຮອງ ເຂົ້າສຸກເສີນ ອາຊຽນ +3, ລະບົບ ນິເວດ ລົດໄຟຟ້າ, ການເຊື່ອມຕໍ່ ໃນການຊຳລະ ຂ້າມຊາຍແດນ./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL