ຂປລ
ຂປລ. ປັດຈຸບັນ, ລັດຖະບານ ກໍຄື ກະຊວງກະສິກຳ ແລະ ປ່າໄມ້ ໄດ້ຈັດຕັ້ງປະຕິບັດ ວຽກງານຊຸກຍູ້ສົ່ງເສີມການຜະລິດກະສິກຳເປັນສີນຄ້າ ເພື່ອຫັນປ່ຽນສັງຄົມບໍລິການ ໄປສູ່ສັງຄົມການຜະລິດ ໄດ້ຈັດຕັ້ງຜັນຂະຫຍາຍ 2 ນະໂຍບາຍແຫ່ງຊາດ

ຂປລ. ປັດຈຸບັນ, ລັດຖະບານ ກໍຄື ກະຊວງກະສິກຳ ແລະ ປ່າໄມ້ ໄດ້ຈັດຕັ້ງປະຕິບັດ ວຽກງານຊຸກຍູ້ສົ່ງເສີມການຜະລິດກະສິກຳເປັນສີນຄ້າ ເພື່ອຫັນປ່ຽນສັງຄົມບໍລິການ ໄປສູ່ສັງຄົມການຜະລິດ ໄດ້ຈັດຕັ້ງຜັນຂະຫຍາຍ 2 ນະໂຍບາຍແຫ່ງຊາດ ຄື: ນະໂຍບາຍວ່າດ້ວຍ ການສົ່ງເສີມ ການລ້ຽງສັດ ແລະ ສັດນໍ້າ ແລະ ນະໂຍບາຍວ່າດ້ວຍການສົ່ງເສີມການປູກພືດ ໂດຍການປະສານສົມທົບກັບ ຂະແໜງການກ່ຽວຂ້ອງທັງສູນກາງ ແລະ ທ້ອງຖິ່ນ ກຳນົດເປັນແຜນງານ, ໂຄງການ, ມາຕະການ ແລະ ຈຸດສຸມລະ ອຽດ.
ທ່ານ ລິນຄຳ ດວງສະຫວັນ ລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້ ໄດ້ໃຫ້ຮູ້ໃນໂອກາດຊີ້ແຈງຄຳຊັກຖາມຂອງສະພາແຫ່ງຊາດ ແລະ ສະມາຊິກສະພາແຫ່ງຊາດ ໃນຕອນບ່າຍວັນທີ 10 ມິຖຸນາ 2025 ກ່ຽວກັບການຈັດຕັ້ງປະຕິບັດວຽກງານ ຊຸກຍູ້ສົ່ງເສີມການຜະລິດກະສິກຳເປັນສິນຄ້າ ເພື່ອຫັນປ່ຽນສັງຄົມບໍລິການ ໄປສູ່ສັງຄົມການຜະລິດ ວ່າ: ໂດຍຈັດຕັ້ງຜັນຂະຫຍາຍ 2 ນະໂຍບາຍດັ່ງກ່າວ ເຊິ່ງການຜະລິດລະດູແລ້ງຜ່ານມາ ສາມາດປູກພຶດສິນຄ້າໄດ້ 37.600 ກວ່າເຮັກຕາ, ລື່ນແຜນການ 18%. ສຳລັບ ສິນຄ້າກະສິກຳ ທີ່ໄດ້ສຳເລັດການເຈລະຕາເປີດຕະຫລາດ ກັບປະເທດຄູ່ຄ້າ ໂດຍສະເພາະ ສປ ຈີນ, ສສ ຫວຽດນາມ ແລະ ໄທ ປັດຈຸບັນ, ມີທັງໝົດ 74 ລາຍການເຈລະຈາ; ຈັດພິທີສົ່ງອອກໝາກມ່ວງ ໄປ ສປ ຈີນ ໃນເດືອນພຶດສະພາ 2025 ຜ່ານມາ 90 ໂຕນ ແລະ ຄາດວ່າໃນປີ 2025 ຈະສົ່ງອອກໝາກມ່ວງໄປຈີນ ປະມານ 1.500 ໂຕນ ແລະ ປີ 2026 ຈະສົ່ງອອກ 15.000 ໂຕນ; ກະກຽມສົ່ງອອກເຂົ້າໄປບຣູໄນ ເຊິ່ງຢູ່ໃນຂັ້ນຕອນສົ່ງອອກທົດລອງ. ນອກຈາກນີ້, ຍັງມີກາເຟ ແລະ ໝາກໄມ້ອົບແຫ່ງ ຈຳນວນໜຶ່ງ; ໄດ້ຊຸກຍູ້ການສ້າງຕັ້ງໂຮງງານຂ້າສັດທັນສະໄໝ ຢູ່ເມືອງຫາດຊາຍຟອງ, ປັດຈຸບັນ ສຳເລັດການກໍ່ສ້າງພື້ນຖານ ໂຄງລ່າງຂອງໂຮງງານ ແລະ ກໍາລັງດໍາເນີນການນຳເຂົ້າເຄື່ອງຈັກ, ຖ້າໂຮງງານໄດ້ເປີດນຳໃຊ້ ຈະສາມາດຂ້າສັດ (ງົວ-ຄວາຍ) ເພື່ອປຸງແຕ່ງເປັນຊີ້ນແຊ່ແຂງ ໄດ້ 300.000 ກວ່າໂຕ/ປີ; ໄດ້ຊຸກຍູ້ສົ່ງເສີມການສ້າງຕັ້ງ ໂຮງງານແປຮູບປາສະຫວາຍ ຢູ່ແຂວງຈຳປາສັກ ສົ່ງໄປຈີນ ເຊິ່ງໄດ້ສົ່ງອອກແລ້ວ 400 ກວ່າໂຕນ ແລະ ຈະສາມາດສົ່ງອອກໄດ້ປະມານ 6.000 ໂຕນ/ປີ ໃນປີ 2025 ແລະ 20.000 ໂຕນ ນັບແຕ່ປີ 2026.
ທ່ານ ລິນຄຳ ດວງສະຫວັນ ຍັງໃຫ້ຮູ້ອີກວ່າ: ເພື່ອສືບຕໍ່ຊຸກຍູ້ສົ່ງເສີມ ການທີ່ຜະລິດສິນຄ້າກະສິກໍາ ຢູ່ພາຍໃນໃຫ້ມີຄວາມເຂັ້ມແຂງ ທັງເປັນການສ້າງລາຍຮັບເຂົ້າງົບປະມານ ຄຽງຄູ່ກັບການຈັດຕັ້ງປະຕິບັດ ຕາມມະຕິ 04/ກມສພ ແລະ ມະຕິ 05/ລບ ໃນການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງໃນໄລຍະໃໝ່ ຈະຕ້ອງໄດ້ປະສານສົມທົບ ກັບພາກສ່ວນກ່ຽວຂ້ອງ ຄົ້ນຄວ້າອອກມາດຕະການ ເກັບພາສີນຳເຂົ້າສິນຄ້າກະສິກຳທີ່ຜະລິດໄດ້ພາຍໃນ ຄື: ອາຫານສັດສຳເລັດຮູບ,ຝຸ່ນອິນຊີ, ເຂົ້າ, ສັດມີຊີວິດ ແລະ ຊິ້ນສ່ວນສັດ, ໄຂ່ໄກ່, ປານໍ້າຈືດ ແລະ ຜະລິດຕະພັນ ປານ້ຳຈືດທຸກຊະນິດ ແລະ 2 ພືດຜັກ ທີ່ພວກເຮົາສາມາດກຸ້ມຕົນເອງໄດ້ ຕາມລະບຽບການ; ສືບຕໍ່ຄົ້ນຄວ້າ, ສ້າງເງື່ອນໄຂໃຫ້ຊາວກະສິກອນ, ກຸ່ມຜະລິດ, ສະຫະກອນທີ່ບໍ່ມີຫລັກຊັບສາມາດເຂົ້າເຖິງ ດອກເບ້ຍສິນເຊື່ອທີ່ເໝາະສົມໄດ້ (ບໍລິສັດຄໍ້າປະກັນສິນເຊື່ອໃຫ້ກະສິກອນ); ລັດຖະບານ ແລະ ພາກສ່ວນກ່ຽວຂ້ອງ ເລັ່ງຜັກດັນປະເທດຄູ່ຄ້າ ໂດຍສະເພາະ ສປ ຈີນ ໃນການອະນຸມັດລາຍການສິນຄ້າກະສິກໍາ ທີ່ພວກເຮົາຜະລິດໄດ້ ແລະ ພ້ອມທີ່ຈະສົ່ງອອກ ເປັນຕົ້ນຢາງພາລາ ແລະ ຊີ້ນງົວແຊ່ແຂງ.
ຂ່າວ: ກິດຕາ
KPL