ສູນກາງແນວລາວສ້າງຊາດ ຮ່ວມກັບ ຮວຜທ ຈັດກິດຈະກຳປູກຕົ້ນໄມ້

10/06/2025 14:02
Email Print 1046
ຂປລ ຂປລ. ໃນວັນທີ 9 ມິຖຸນາ 2025 ນີ້, ສູນກາງແນວລາວສ້າງຊາດ ຮ່ວມ​ກັບ ໂຮງຮຽນວັດທະ ນະທຳຊົນເຜົ່າກອງທັບ (ຮວຜທ) ກະຊວງປ້ອງກັນປະເທດ ຈັດກິດຈະກຳການປູກຕົ້ນໄມ້ ເນື່ອງໃນໂອ ກາດວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 45 ປີ



ຂປລ. ໃນວັນທີ
9 ມິຖຸນາ 2025 ນີ້, ສູນກາງແນວລາວສ້າງຊາດ ຮ່ວມ​ກັບ ໂຮງຮຽນວັດທະ ນະທຳຊົນເຜົ່າກອງທັບ (ຮວຜທ) ກະຊວງປ້ອງກັນປະເທດ ຈັດກິດຈະກຳການປູກຕົ້ນໄມ້ ເນື່ອງໃນໂອ ກາດວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 45 ປີ (1 ມິຖຸນາ 1980-1 ມິຖຸນາ 2025) ໂດຍການເຂົ້າຮ່ວມ ທ່ານ ອ໋ອດ ພົງສະຫວັນ ຮອງປະທານສູນກາງແນວລາວສ້າງຊາດ, ມີ ທ່ານ ນາງ ວິໄລວອນ ຈັນທະລາຕີ ເຈົ້າເມືອງໄຊເສດຖາ, ສະຫາຍ ພັນເອກ ສະແຫວງ ແດນນາມົນ ຫົວໜ້າການເມືອງ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ​ແລະ ພາກສ່ວນ​ກ່ຽວຂ້ອງ ເຂົ້າຮ່ວມຢ່າງ​ເປັນ​ຂະ​ບວນ.

ພິທີປູກຕົ້ນໄມ້ຄັ້ງນີ້, ເປັນການສ້າງກິດຈະກໍາຮ່ວມກັນ ລະຫວ່າງ ສູນກາງແນວລາວສ້າງຊາດ ແລະ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ໃຫ້ມີຄວາມໝາຍສໍາຄັນ ເພາະເປັນການຈັດຕັ້ງຜັນຂະ ຫຍາຍແນວທາງຂອງພັກ, ນະໂຍບາຍຂອງລັດຖະບານ, ທັງເປັນການສ້າງສັນຍາລັກ ຄວາມສາມັກຄີ ຮັກແພງ ລະຫວ່າງ ສູນກາງແນວລາວສ້າງຊາດ ແລະ ກອງທັບປະຊາຊົນລາວ ​ໂດຍສະເພາະ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ.

ທ່ານ ອ໋ອດ ພົງສະຫວັນ ໄດ້ມີຄໍາເຫັນໃນພິທີຄັ້ງນີ້ວ່າ: ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນ ເປັນວັນທີ່ມີຄວາມໝາຍຄວາມສໍາຄັນ ເພື່ອທົດແທນຕົ້ນໄມ້ທີ່ຊຸດໂຊມ ຖືກ ທໍາລາຍຈາກການຖາງປ່າເຮັດໄຮ່, ເກີດອັກຄີໄພ ແລະ ອື່ນໆ. ດັ່ງນັ້ນ, ພວກເຮົາຕ້ອງ ພ້ອມກັນປູກຕົ້ນໄມ້ ເພື່ອປົກປັກຮັກສາ, ປັບປຸງລະບົບນິເວດ, ສ້າງສະພາບແວດລ້ອມໃຫ້ມີຄວາມຂຽວງາມ ​ແລະ ຮົ່ມເຢັນ. ພ້ອມ​ນີ້, ທ່ານຍັງໄດ້ຕ່າງໜ້າສູນການແນວລາວສ້າງຊາດ ມອບຕົ້ນໄມ້ຈຳນວນໜຶ່ງ ປະກອບມີ ຕົ້ນໄມ້ດູ່ 10 ຕົ້ນ, ຝຸ່ນຄອກ 10 ເປົາ ແລະ ອຸປະກອນບົວລະບັດຕົ້ນໄມ້ ລວມມູນຄ່າ 20 ລ້ານກີບ ໃຫ້ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ.

 ຈາກນັ້ນ, ຄະນະນໍາທັງສອງຝ່າຍ ກໍໄດ້ຮ່ວມກັນປູກຕົ້ນໄມ້ ເພື່ອເປັນສັນຍາລັກແຫ່ງຄວາມຮ່ວມມື ແລະ ຄວາມສາມັກຄີທີ່ແໜ້ນແຟ້ນລະຫວ່າງ ສູນກາງແນວລາວສ້າງຊາດ ແລະ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ.

ຂ່າວ: ໂອລິນ ມິ່ງມີໄຊ

KPL

ຂ່າວອື່ນໆ

ads
ads

Top