ລັດຖະບານ ວາງຫລາຍນະໂຍບາຍ ພັດທະນາຂະແໜງພະລັງງານໄຟຟ້າໃນລາວ

13/06/2025 09:02
Email Print 325
ຂປລ ຂປລ. ໃນວາລະດຳເນີນກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດຊຸດທີ IX ໃນວັນທີ 12 ມິຖຸນາ 2025 ນີ້, ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ລາຍງານການຈັດຕັັ້ງປະຕິບັດນະໂຍບາຍ, ນິຕິກຳ, ກົນໄກຕ່າງໆ ໃນການພັດທະນາພະລັງ ງານໄຟຟ້ານ້ຳຕົກ, ລົມ ແລະ ແສງອາທິດ ເຊິ່ງໃນໄລຍະຜ່ານມາ ລັດຖະບານ ໄດ້ມີນະໂຍບາຍສົ່ງເສີມພິເສດຫລາຍຢ່າງ ໃຫ້ຜູ້ພັດທະນາ ແລະ ຜູ້ສະໜອງທຶນ ເພື່ອພັດທະນາຂະແໜງການພະລັງງານໄຟຟ້າ ຈົນເກີດມີໂຄງການພັດທະນາເຂື່ອນໄຟຟ້າ ທັງໝົດ 100 ກວ່າແຫ່ງ ໃນປັດຈຸບັນ.




ຂປລ. ໃນວາລະດຳເນີນກອງປະຊຸມສະໄໝສາມັນເທື່ອທີ
9 ຂອງສະພາແຫ່ງຊາດຊຸດທີ IX ໃນວັນທີ 12 ມິຖຸນາ 2025 ນີ້, ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ລາຍງານການຈັດຕັັ້ງປະຕິບັດນະໂຍບາຍ, ນິຕິກຳ, ກົນໄກຕ່າງໆ ໃນການພັດທະນາພະລັງ ງານໄຟຟ້ານ້ຳຕົກ, ລົມ ແລະ ແສງອາທິດ ເຊິ່ງໃນໄລຍະຜ່ານມາ ລັດຖະບານ ໄດ້ມີນະໂຍບາຍສົ່ງເສີມພິເສດຫລາຍຢ່າງ ໃຫ້ຜູ້ພັດທະນາ ແລະ ຜູ້ສະໜອງທຶນ ເພື່ອພັດທະນາຂະແໜງການພະລັງງານໄຟຟ້າ ຈົນເກີດມີໂຄງການພັດທະນາເຂື່ອນໄຟຟ້າ ທັງໝົດ 100 ກວ່າແຫ່ງ ໃນປັດຈຸບັນ.

ທ່ານ ມະໄລທອງ ກົມມະສິດ ​ໄດ້ໃຫ້ຮູ້ວ່າ: ຜ່ານການປະຕິບັດນະໂຍບາຍ ແລະ ແຜນພັດທະ ນາພະລັງງານໄຟຟ້າ ໃນໄລຍະ 50 ປີ ຜ່ານມາ ພາຍຫລັງປົດປ່ອຍປະເທດຊາດ, ຂະແໜງພະລັງງານ ໄດ້ເຕີບໃຫຍ່ຂະຫຍາຍຕົວ ແລະ ນໍາຜົນປະໂຫຍດມາສູ່ປະເທດຊາດ ແລະ ປະຊາຊົນ ທັງທາງກົງ ແລະ ທາງອ້ອມ. ໃນນີ້, ອັນພົ້ນເດັ່ນ ສາມາດນໍາໃຊ້ທ່າແຮງຈາກແຫລ່ງນໍ້າທີ່ມີ ເພື່ອສ້າງແຫລ່ງຜະລິດໄຟຟ້າ ໄດ້ເຖິງ 109 ແຫ່ງ, ລວມກໍາລັງຕິດຕັ້ງທັງໝົດ 12.235,84 ​ເມ​ກາ​ວັກ(MW). ໃນນັ້ນ, ຊົມໃຊ້ພາຍໃນ 4.600 MW (ຄິດເປັນ 37% ຂອງກໍາລັງຕິດຕັ້ງ). ສົມທຽບໃສ່ປີ 1975, ປະເທດເຮົາມີແຫລ່ງຜະລິດໄຟຟ້າ ທັງໝົດ 4 ແຫ່ງ, ລວມກໍາລັງຕິດຕັ້ງ 33 MW ແລະ ສະໜອງໄຟຟ້າຊົມໃຊ້ໃນຄົວເຮືອນໄດ້ພຽງ 3%. ໃນປີ 2005, ປະຊາຊົນ ທີ່ຕັ້ງຖິ່ນຖານກະແຈກກະຈາຍທົ່ວປະເທດ ສາມາດເຂົ້າເຖິງໄຟຟ້າໄດ້ ຫລາຍກວ່າ 96%. ການພັດທະນາແຫລ່ງພະລັງງານດັ່ງກ່າວ, ໄດ້ສ້າງລາຍຮັບທີ່ສໍາຄັນ ຕໍ່ການພັດທະນາເສດຖະກິດ-ສັງຄົມ ໃນໄລຍະຜ່ານມາ. ສະເພາະປີ 2024, ລາຍຮັບຈາກການສົ່ງອອກ ໄຟຟ້າ ມີມູນຄ່າ 2.655 ຕື້ໂດລາສະຫະລັດ (ເພີ່ມຂຶ້ນ 12% ຈາກປີ 2023); ການລົງທຶນພັດທະນາ ແຫລ່ງໄຟຟ້າຕ່າງໆ ໄດ້ນໍາເອົາຜົນປະໂຫຍດປິ່ນອ້ອມມາສູ່ປະເທດເຮົາ ເປັນຕົ້ນ ການພັດທະນາຊັບພະຍາກອນມະນຸດ, ໂຄງລ່າງພື້ນຖານ, ລະບົບສາຍສົ່ງ, ນໍ້າສະອາດ, ໂຮງງານ, ສຸກສາລາ, ຕະຫລາດ, ຄິວລົດ ແລະ ອື່ນໆ ເຊິ່ງໄດ້ປະກອບສ່ວນສໍາຄັນ ຕໍ່ການປ່ຽນແປງວິຖີຊີວິດ ແລະ ຍົກລະດັບຊີວິດການເປັນຢູ່ ຕໍ່ປະຊາຊົນລາວ ທັງພາຍໃນຕົວເມືອງ ແລະ ຊົນນະບົດ.

ສປປ ລາວ ໄດ້ຖືກຮັບຮູ້ຢ່າງກວ້າງຂວາງ ໃນພາກພື້ນວ່າເປັນປະເທດ ທີ່ຜະລິດພະລັງງານສະອາດ ແລະ ດຶງດູດການລົງທຶນເຂົ້າໃນ ການພັດທະນາອຸດສາຫະກຳ ແລະ ການບໍລິການ. ໃນນີ້, ອັນພົ້ນເດັ່ນ ແມ່ນການພັດທະນາເຂດເສດຖະກິດພິເສດ ທີ່ມີນັກລົງທຶນມາຕັ້ງໂຮງຈັກ-ໂຮງງານ ຍ້ອນມີພະລັງງານ ເພື່ອເຮັດການຜະລິດສົ່ງອອກ ເຖິງວ່າພະລັງງານເລີ່ມບໍ່ພຽງພໍ ຍ້ອນຄວາມຕ້ອງການຊົມໃຊ້ໄຟຟ້າສູງຂຶ້ນ. ການພັດທະນາຂະແໜງພະລັງງານໄຟຟ້າ ໃນໄລຍະຜ່ານມາ ໄດ້ສ້າງໂອກາດ, ຈຸດແຂງ ແລະ ຂໍ້ໄດ້ປຽບ ໃຫ້ແກ່ປະເທດເຮົາ ໃນການພັດທະນາປະເທດ ຕາມທິດສີຂຽວ ແລະ ຍືນຍົງ, ສາມາດສ້າງເສດຖະກິດປ່ອຍມົນລະພຶດຕໍ່າ. ໃນອະນາຄົດ, ປະເທດເຮົາຍັງສາມາດບໍລິຫານຈັດການ ແລະ ນໍາໃຊ້ຊັບພະຍາກອນນໍ້າ ຈາກອ່າງເກັບນໍ້າ ແລະ ການປ່ອຍນໍ້າ ເພື່ອພັດທະນາກະສິກຳ ແລະ ການທ່ອງ ທ່ຽວແບບຍືນຍົງ; ນໍາໃຊ້ເຂດປ່າໄມ້ສະຫງວນຍອດນໍ້າ ເພື່ອສ້າງລາຍຮັບຈາກການຄ້າຊັບສິນກາກບອນ.

ຄຽງຄູ່ກັບຜົນສໍາເລັດດັ່ງກ່າວ, ການພັດທະນາແຫລ່ງພະລັງງານໄຟຟ້າ ໃນໄລຍະຜ່ານມາກໍ່ສ້າງບັນຫາໜັກໜ່ວງ ໃຫ້ແກ່ປະເທດເຮົາ ເຊັ່ນກັນ ເປັນຕົ້ນ ການສ້າງໜີ້ມາຫາສານ ຍ້ອນການກູ້ຢືມຈາກຕ່າງປະເທດ ເພື່ອມາພັດທະນາເຄື່ອນ, ສາຍສົ່ງ, ພື້ນຖານໂຄງລ່າງ ເເລະ ລະບົບສະໜັບສະໜູນ ໃຫ້ແກ່ການຜະລິດ, ສົ່ງ ເເລະ ຈຳໜ່າຍໄຟຟ້າ; ສົ່ງຜົນກະທົບຕໍ່ສັງຄົມ, ສິ່ງແວດລ້ອມ ແລະ ຊີວະນານາພັນ ເຊັ່ນ: ການທໍາລາຍເນື້ອທີ່ປ່າ, ທໍາລາຍລະບົບນິເວດວິທະຍາ ເຮັດໃຫ້ສັດປ່າ ແລະ ປາຫລາຍຊະນິດ ມີຄວາມສ່ຽງສູນພັນ, ປະຊາຊົນສູນເສຍເນື້ອທີ່ ທຳມາຫາກິນ ແລະ ອື່ນໆ. ອີກຢ່າງໜຶ່ງທີສຳຄັນ ເຂື່ອນໄຟຟ້າສ່ວນໃຫຍ່ ທີ່ຖືກສ້າງຂຶ້ນ ແມ່ນຂຶ້ນກັບການຄຸ້ມຄອງຂອງນັກລົງທຶນຕ່າງປະເທດ ຕາມສັນຍາ ທີ່ຕົກລົງ​ເປັນໄລຍະຍາວ, ເຮັດໃຫ້ລັດຖະບານບໍ່ສາມາດບໍລິຫານຈັດການ ການສະໜອງພະລັງງານພາຍໃນ ແລະ ລາຍຮັບເງິນຕາ ໄດ້ດີເທົ່າທີ່ຄວນ.

ສຳລັບທິດທາງ, ມາດຕະການແກ້ໄຂບັນຫາ ແລະ ພັດທະນາຂະແໜງພະລັງງານໄຟຟ້າ ໃນຕໍ່ໜ້າ, ກະຊວງອຸດສາຫະກຳ ແລະ ການຄ້າ ຈະຄົ້ນຄວ້າ ແລະ ເຈລະຈາສັນຍາກັບຜູ້ພັດທະນາ ທີ່ປະເທດເຮົາເສຍປຽບຫລາຍ ໃນໄລຍະຜ່ານມາ ໂດຍສະເພາະສະເໜີປັບໂຄງສ້າງໜີ້, ຍືດໄລຍະຊຳລະໜີ້ ແລະ ຫລຸດດອກເບ້ຍ; ສະເໜີປັບປຸງສັນຍາ ເພື່ອໃຫ້ລັດຖະບານ ສາມາດແບ່ງບັນລາຍໄດ້ ຈາກການຂາຍໄຟຟ້າເພີ່ມຂຶ້ນ; ໃຫ້ບຸລິມະສິດແກ່ການສະໜອງພະລັງງານ ເພື່ອການຊົມໃຊ້ ແລະ ພັດທະນາອຸດ ສາຫະກຳ ພາຍໃນປະເທດ; ເພີ່ມສັດສ່ວນການສະຫງວນພະລັງງານ ໃນໂຄງການສ້າງໃໝ່ ໃຫ້ໄດ້ 20-30% ໃນລາຄາຫລຸດການສົ່ງອອກ ເພື່ອກະຕຸ້ນການລົງທຶນພັດທະນາອຸດສາຫະກຳ; ສ້າງນິຄົມອຸດສາ ຫະກຳ ບໍ່ໄກໂຮງງານຜະລິດໄຟຟ້າ ເພື່ອຫລຸດຜ່ອນຕົ້ນທຶນການສ້າງສາຍສົ່ງ; ຈຳກັດການສົ່ງອອກວັດຖຸດິບ ເພື່ອສົ່ງເສີມການພັດທະນາອຸດສາຫະກຳປຸງແຕ່ງ ແຮ່ທາດ ແລະ ກະສິກຳ; ພັດທະນາພະລັງງານທາງເລືອກ ເພື່ອຫລຸດຜ່ອນການເພິ່ງພາພະລັງງານນໍ້າຫລາຍເກີນໄປ; ສົ່ງເສີມການພັດທະນາ ພະລັງງານແສງຕາເວັນ ແລະ ພະລັງງານລົມໃຫ້ຫລາຍຂຶ້ນ ໂດຍນໍາໃຊ້ພື້ນທີ່ເປົ່າຫວ່າງ ທີ່ມີທ່າແຮງດ້ານແດດ ແລະ ລົມ ເຊັ່ນ: ເຂດໜ້າອ່າງເກັບນໍ້າ, ເຂດພູ-ມີລົມ; ສ້າງນະໂຍບາຍພິເສດສົ່ງເສີມການລົງທຶນ ແລະ ພັດທະນາລະບົບເກັບໄຟຈາກໄຟຟ້າແສງຕາເວັນ ແລະ ລົມ; ສົ່ງເສີມການພັດທະນາພະລັງງານ ຊີວະພາບຈາກພຶດຕ່າງໆເຊັ່ນ: ນໍ້າມັນຈາກປາມ, ໝາກເຍົາ, ໝາກນໍ້າມັນ, ອ້ອຍ ແລະ ສິ່ງເສດເຫລືອຈາກພືດ ແລະ ສັດ; ດຶງດູດ ແລະ ຄັດເລືອກນັກລົງທຶນທີ່ດີ ເພື່ອຮ່ວມມືກັບລັດຖະບານ ພັດທະນາໂຄງການພະລັງງານ; ສົ່ງເສີມການຮ່ວມລົງທຶນ ໂຄງການພັດທະນາພະລັງງານ ໂດຍລັດວິສາຫະກິດ ຫລື ເອກະຊົນພາຍໃນຖືຮຸ້ນຢ່າງໜ້ອຍ 30%; ສ້າງນະໂຍບາຍພິເສດ ເພື່ອສົ່ງເສີມການລົງທຶນຜະລິດ ພະລັງງານສະໜອງໃຫ້ ອຸດສາຫະກຳພາຍໃນ ໂດຍສະເພາະອຸດສາຫະກຳປຸງແຕ່ງ ແບບເປັນລະບົບຕ່ອງໂສ້ການຜະ ລິດ; ອໍານວຍຄວາມສະດວກ, ຊຸກຍູ້ ແລະ ຊ່ວຍເຫລືອ ເພື່ອເລັ່ງພັດທະນາໂຄງການພະລັງງານ ທີ່ໄດ້ສຶກສາ ຫລື ສໍາປະທານແລ້ວ; ຫລຸດຜ່ອນຂັ້ນຕອນ, ຄວາມຫຍຸ້ງຍາກ ແລະ ສ້າງເງື່ອນໄຂທີ່ອໍານວຍໃຫ້ບັນດາໂຄງການ ທີ່ລັດຖະບານ ໄດ້ອະນຸມັດໃຫ້ດໍາເນີນໄປຕາມແຜນການ ຫລື ໄວຂຶ້ນ ແລະ ປຶກສາຫາລື ເພື່ອຊ່ວຍເຫລືອໃຫ້ບັນດາໂຄງການ ທີ່ມີທ່າແຮງສາມາດເຂົ້າເຖິງເເຫລ່ງທຶນ ຈາກພາຍໃນ ຫລື ຕ່າງປະ ເທດ ເພື່ອພັດທະນາພະລັງງານສະໜອງພາຍໃນ.

ຂ່າວ: ທະນູທອງ

ພາບ: ເກດສະໜາ

KPL

ຂ່າວອື່ນໆ

ads
ads

Top