ຂປລ
ຂປລ ພະນັກງານຂະແໜງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຈາກສູນກາງ ແລະຕ່າງແຂວງ ທ້ອງຖິ່ນ ໄດ້ສຳເລັດການເຂົ້າຮ່ວມສຳມະນາ ພາຍໃຕ້ຫົວຂໍ້ “ການພັດທະນາ ອຸດສາຫະກຳ ວັດທະນະທຳດີຈິຕອນ ສຳລັບປະເທດ ອາຊຽນ’’ ຈັດຂຶ້ນຢູ່ສະຖາບັນຄຸ້ມຄອງວັດທະນະທຳ ແລະ ການທ່ອງທ່ຽວ ສູນກາງ, ນະຄອນຫລວງປັກກິ່່ງ ສປ ຈີນ ໃນລະຫວ່າງວັນທີ 18 ພຶດສະພາ ຫາ 10 ມິຖຸນາ 2025.

ຂປລ ພະນັກງານຂະແໜງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຈາກສູນກາງ ແລະຕ່າງແຂວງ ທ້ອງຖິ່ນ ໄດ້ສຳເລັດການເຂົ້າຮ່ວມສຳມະນາ ພາຍໃຕ້ຫົວຂໍ້ “ການພັດທະນາ ອຸດສາຫະກຳ ວັດທະນະທຳດີຈິຕອນ ສຳລັບປະເທດ ອາຊຽນ’’ ຈັດຂຶ້ນຢູ່ສະຖາບັນຄຸ້ມຄອງວັດທະນະທຳ ແລະ ການທ່ອງທ່ຽວ ສູນກາງ, ນະຄອນຫລວງປັກກິ່່ງ ສປ ຈີນ ໃນລະຫວ່າງວັນທີ 18 ພຶດສະພາ ຫາ 10 ມິຖຸນາ 2025.
ການຈັດສໍາມະນາຄັ້ງນີ້, ເປັນການເປີດໂອກາດ ໃຫ້ສຳມະນາກອນ ຈາກປະເທດອາຊຽນຄື: ສປປ ລາວ, ອິນໂດເນເຊຍ, ມາເລເຊຍ ແລະ ຟິລິປິນ ໄດ້ສຶກສາແລກປ່ຽນບົດຮຽນ ກ່ຽວກັບການພັດທະນາ ອຸດສາຫະກຳວັດທະ ນະທຳ ດີຈິຕອນ ແລະ ການຂະຫຍາຍຕົວໃນຂົງເຂດວັດທະນະທຳ ແລະ ເຕັກໂນໂລຊີຂອງຈີນ ແລະ ອາຊຽນ, ສະພາບເງື່່ອນໄຂຂອງ ສປ ຈີນ ໂດຍລວມ, ແນວຄິດ ສີ ຈິ້ນ ຜິງ ກ່ຽວກັບສັງຄົມນິຍົມ ທີ່ມີສີສັນຂອງຈີນ, ຄວາມເຂົ້າໃຈກ່ຽວກັບວັດທະນະທຳ ແລະ ອຸດສາຫະກຳ ທ່ອງທ່ຽວໃນຍຸກດີຈິຕອນ, ພ້ອມທັງໄປທັດສະນະສຶກສາ ສະຖານທີ່ ສຳຄັນທາງວັດທະນະທຳດີຈິຕອນ ແລະ ນະວັດຕະກຳ, ສະຖານທ່ອງທ່ຽວມໍລະດົກ ວັດທະນະທຳທີ່ມີຊື່ສຽງ ແລະ ເຂົ້າຮ່ວມກິດຈະກຳ ແລກປ່ຽນວັດທະນະທຳຈຳນວນໜຶ່ງ ຢູ່ນະຄອນຫລວງປັກກິ່ງ ແລະ ນະຄອນ ເຊີນຢາງ ແຂວງຫລຽວນິງ ຕື່ມອີກ.
ທ່ານ ຫວາງ ຈີຢວນ ຮອງຜູ້ອໍານວຍການ ພະແນກແລກປ່ຽນສາກົນ ຂອງສະຖາບັນຄຸ້ມຄອງວັດທະນະທຳ ແລະ ການທ່ອງທ່ຽວສູນກາງ ຈີນ ໄດ້ໃຫ້ຮູ້ວ່າ: ໃນຊຸມປີຜ່ານມາ, ການຮ່ວມມື ຈີນ-ອາຊຽນ ໄດ້ມີການຂະຫຍາຍ ຕົວ ໂດຍສະເພາະໃນຂະແໜງເສດຖະກິດດີຈິຕອນ, ອຸດສາຫະກຳວັດທະນະທຳ ແລະ ການໄປມາຫາສູ່ລະຫວ່າງປະຊາຊົນສອງຝ່າຍ, ແຜນປະຕິບັດງານການເປັນ ຄູ່ຮ່ວມມືດ້ານເສດຖະກິດດີຈິຕອນ ທີ່ຮ່ວມກັນຈັດຕັ້ງປະຕິບັດມາແຕ່ປີ 2023 ໄດ້ເປັນພື້ນຖານ ອັນເຂັ້ມແຂງ ສຳລັບການເຊື່ອມໂຍງເຕັກໂນໂລຊີ ດີຈິຕອນ ເຂົ້າກັບວັດທະນະທຳ. ໃນປີ 2024, ປີແຫ່ງການແລກປ່ຽນການໄປມາຫາສູ່ກັນ ລະຫວ່າງປະຊາຊົນ ຈີນ-ອາຊຽນ ເປັນການຊຸກຍູ້ການຮ່ວມມື ໃນວຽກງານນະວັດຕະກຳວັດທະນະທຳ ແລະ ເນື້ອໃນດີຈິຕອນ ຂອງພວກເຮົາຫລາຍຂຶ້ນກວ່າເກົ່າ.
ທ່ານ ແສງທອງ ພະສະຫວັດ ຮອງຜູ້ອຳນວຍການໃຫຍ່ສຳນັກຂ່າວສານປະເທດລາວ ໄດ້ມີຄຳເຫັນວ່າ: ການເຂົ້າຮ່ວມສຳມະນາໃນຄັ້ງນີ້, ເປັນໂອກາດອັນດີສຳລັບ ສຳມະນາກອນຈາກລາວ ກໍຄື ຈາກປະເທດສະມາຊິກອາຊຽນ ທີ່ໄດ້ຮຽນຮູ້ປະຫວັດແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງ ການພັດທະນາອຸດສາຫະກຳ ວັດທະນະທຳດີຈິຕອນ ຂອງຈີນ. ສປ ຈີນ ເປັນປະເທດໜຶ່ງທີ່ມີ ຄວາມອຸດົມສົມບູນ ທາງດ້ານວັດທະນະທຳ ແລະ ປັດຈຸບັນ, ລັດຖະບານຈີນ ກໍມີແນວທາງນະໂຍບາຍ ໃນການສົ່ງເສີມອຸດສາຫະກຳວັດທະນະທຳດີຈິຕອນ ເຊິ່ງເປັນຂະແໜງການໜຶ່ງທີ່ມີບົດ ບາດສຳຄັນໃນການຂັບເຄື່ອນ ເສດຖະກິດຂອງປະເທດຈີນ. ເຕັກໂນໂລຊີດີຈິຕອນ ແລະ ວັດທະນະທຳ ແມ່ນມີບົດບາດຊຸກຍູ້ເຊິ່ງກັນ ແລະ ກັນ. ສະນັ້ນ, ການເຊື່ອມໂຍງລະຫວ່າງ ເຕັກໂນໂລຊີດີຈິຕອນ ເຂົ້າກັບວັດທະນະທຳ ຈຶ່ງກໍໃຫ້ເກີດມີການຂະຫຍາຍຕົວຢ່າງວ່ອງໄວໃນຂົງເຂດດັ່ງກ່າວຢູ່ປະເທດຈີນ.
ທ່ານ ນາງ ທັນ ຊິນ ຮຸຍ ສຳມະນາກອນຈາກປະເທດມາເລເຊຍ ໄດ້ຕາງໜ້າສຳມະນາກອນຈາກອາຊຽນ ກ່າວມີຄຳເຫັນໃນພິທີປິດຊຸດຝຶກອົບຮົມວ່າ: ໃນຖານະປະເທດສະມາຊິກອາຊຽນ, ພວກເຮົາຕີລາຄາສູງ ການເປັນຄູ່ຮ່ວມມືທີ່ເຂັ້ມແຂງ ແລະ ກຳລັງເຕີບໃຫຍ່ຂະຫຍາຍຕົວ ລະຫວ່າງຈີນ ແລະ ພາກພື້ນຂອງພວກເຮົາ ເປັນເປັນຕົ້ນ ດ້ານການຄ້າ, ການສຶກສາ ຫລື ການແລກປ່ຽນວັດທະນະທຳ, ສາຍພົວພັນຂອງພວກເຮົາກັບຈີນ ບໍ່ພຽງແຕ່ຝັງຮາກເລິກໃນປະຫວັດສາດ ແຕ່ຫາກຍັງ ກຳລັງເບັ່ງບານສູ່ອະນາຄົດ.
ທ່ານ ພູວັນ ຈັນທະມີໄຊ ສຳມະນາກອນຈາກລາວ ໄດ້ກ່າວວ່າ ການເຂົ້່າຮ່ວມສຳມະນາ ໃນຄັ້ງນີ້ຖືວ່າເປັນໂອກາດດີທີ່ໄດ້ເຫັນ ແລະ ໄດ້ສຳຜັດກັບການພັດທະນາວັດທະນະທຳ ທີ່ເຊື່ອມໂຍງກັບການພັດທະນາ ການນຳໃຊ້ເຄື່ອງມືເຕັກໂນໂລຊີທີ່ທັນສະໄໝຂອງຈີນ. ໃນນັ້ນ, ແມ່ນການສົ່ງເສີມການທ່ອງທ່ຽວວັດທະນະທຳ, ການສົ່ງເສີມສ້າງເສດຖະກິດຄອບຄົວ ໃນເຂດຫ່າງໄກສອກຫລີກ ຈົນສາມາດຫລຸດພົ້ນອອກຈາກຄວາມທຸກຍາກໄດ້ ໂດຍສະເພາະ ແມ່ນການຈັດສົ່ງພະນັກງານ ວິຊາການເຕັກນິກ ລົງເກັບຂໍ້ມູນນຳປະຊາຊົນທ້ອງຖິ່ນ ເພື່ອວາງແຜນພັດທະນາ.
KPL