ເຂດທະເລ ອາຊຽນ ພວມຜະເຊີນໜ້າກັບ ບັນດາສິ່ງທ້າທາຍ ຢ່າງຮ້າຍແຮງ

10/06/2025 17:44
Email Print 976
ຂປລ ເຂດທະເລຂອງ ອາຊຽນ ພວມຜະເຊີນໜ້າກັບ ບັນດາສິ່ງທ້າທາຍ ຢ່າງຮ້າຍແຮງ, ເຊັ່ນ: ການປ່ຽນແປງ ຂອງດິນຟ້າອາກາດ, ນ້ຳທະເລ ຍຶງຂຶ້ນສູງ, ລະບົບ ຊີວະນາໆພັນ ຖືກຫລຸດລົງ, ມົນລະພິດ ຕໍ່ສິ່ງແວດລ້ອມ ທະເລ, ການຂຸດຄົ້ນສິນທະເລ ຫລາຍເກີນໄປ, ຄວາມເຄັ່ງຕຶງ ດ້ານພູມີສາດ ການເມືອງ ແລະ ອື່ນໆອີກ

ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, ກອງປະຊຸມ ສຸດຍອດ ກ່ຽວກັບ ມະຫາສະໝຸດ ຂອງ ສປຊ ຄັ້ງທີ 3 (UNOC3), ທີ່ພວມດຳເນີນຢູ່ ນະຄອນ Nice,ປະເທດ ຝຣັ່ງ,ທ່ານ ຟ້າມມິງຈິງ, ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ໄດ້ຕາງໜ້າໃຫ້ 10 ປະເທດ ອາຊຽນ ໂດຍກ່າວເນັ້ນໜັກວ່າ: ເຂດທະເລຂອງ ອາຊຽນ ພວມຜະເຊີນໜ້າກັບ ບັນດາສິ່ງທ້າທາຍ ຢ່າງຮ້າຍແຮງ, ເຊັ່ນ: ການປ່ຽນແປງ ຂອງດິນຟ້າອາກາດ, ນ້ຳທະເລ ຍຶງຂຶ້ນສູງ, ລະບົບ ຊີວະນາໆພັນ ຖືກຫລຸດລົງ, ມົນລະພິດ ຕໍ່ສິ່ງແວດລ້ອມ ທະເລ, ການຂຸດຄົ້ນສິນທະເລ ຫລາຍເກີນໄປ, ຄວາມເຄັ່ງຕຶງ ດ້ານພູມີສາດ ການເມືອງ ແລະ ອື່ນໆອີກ ເພື່ອແກ້ໄຂ ບັນດາ ສິ່ງທ້າທາຍນີ້, ທ່ານ ຟ້າມມິງຈິງ ໄດ້ແບ່ງປັນ 4 ການກຳນົດ ທິດບຸລິມະສິດ ຂອງບັນດາປະເທດ ອາຊຽນ, ລວມມີ: ການປົກປັກຮັກສາ ທະເລ ແລະ ມະຫາສະໝຸດ ຍາມໃດ ກໍຕ້ອງເປັນພື້ນທີ່ ແຫ່ງສັນຕິພາບ, ຮ່ວມມື ພັດທະນາ ແລະ ມີຄວາມຮັບຜິດຊອບລວມ; ຊຸກຍູ້ ການເຕົ້າໂຮມ ບັນດາ ແບບວິທີ ສຳຜັດ ທົ່ວໂລກ ຢ່າງລຸລ່ວງ ແລະ ບັນດາ ຄວາມມານະ ພະຍາຍາມ ຂອງພາກພື້ນໃນການບໍລິຫານທະເລ, ມະຫາສະໝຸດ, ກຳນົດທະເລ ແລະ ມະຫາສະໝຸດ ແມ່ນກຳລັງໜູນ ແກ່ນສານ ຂອງການພັດທະນາ ຢ່າງວັດທະນາ ຖາວອນ ແລະ ຮຽກຮ້ອງ ການຍູ້ແຮງ ການບໍລິຫານ ມະຫາສະໝຸດ ທົ່ວໂລກ ຫລາຍກວ່າອີກ, ໂດຍອີງໃສ່ ການຮ່ວມມືແທນ ໃຫ້ການແກ້ງແຍ້ງ, ເພື່ອແນໃສ່ ຍູ້ໄວວິວັດທະນາການ ປະຕິບັດ ເປົ້າໝາຍ ພັດທະນາແບບຍືນຍົງ ເລກທີ 14. ດ້ວຍຖານະ ເປັນຜູ້ຕາງໜ້າຂອງ ສສ ຫວຽດນາມ ກ່າວຄຳເຫັນ ໃນກອງປະຊຸມ, ທ່ານ ຟ້າມມິງຈິງ ຮຽກຮ້ອງ ໃຫ້ປະຊາຄົມສາກົນ ຕ້ອງມີການກະທຳ ຢ່າງວ່ອງໄວກວ່າ, ເຂັ້ມແຂງກວ່າ, ຂ້ຽວຂາດກວ່າ ແລະ ຕ້ອງມີການຮ່ວມແຮງຮ່ວມໃຈ ຂອງບັນດາປະເທດ, ພາກພື້ນ ແລະ ທົ່ວໂລກ ໃນການອະນຸລັກ ຮັກສາ ແລະ ນຳໃຊ້ ມະຫາສະໝຸດ ແບບຍືນຍົງ. ເມື່ອສິ້ນສຸດ ບົດກ່າວປາໄສ, ທ່ານ ຟ້າມມິງຈິງ ໄດ້ຍົກອອກສານທີ່ວ່າ:ພວກເຮົາ ຈົ່ງພ້ອມກັນກະທຳ, ສາມັກຄີ, ມີຄວາມຮັບຜິດຊອບ, ເປັນເຈົ້າການ ແລະ ປະດິດ ຄິດສ້າງ ເພື່ອໃຫ້ມະຫາສະໝຸດ ແມ່ນພື້ນທີ່ແຫ່ງ ສັນຕິພາບ, ການຮ່ວມມື, ພັດທະນາ ແລະ ວັດທະນາ ຖາວອນ ໃຫ້ສຳລັບ ລຸ້ນຄົນ ປັດຈຸບັນ ແລະ ໃນພາຍ ພາກໜ້າ ຕະຫລອດການ../.

       (ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top