ຂປລ
ຂປລ. ກະຊວງປ້ອງກັນຄວາມສະຫງົບ ຈັດກອງປະຊຸມທາບທາມ ຮ່າງດຳລັດວ່າດ້ວຍ ການຄຸ້ມຄອງຖານຂໍ້ມູນພົນລະເມືອງ ແລະ ບັດປະຈຳຕົວ ໃນວັນທີ 11 ມິຖຸນາ 2025
ຂປລ. ກະຊວງປ້ອງກັນຄວາມສະຫງົບ ຈັດກອງປະຊຸມທາບທາມ ຮ່າງດຳລັດວ່າດ້ວຍ ການຄຸ້ມຄອງຖານຂໍ້ມູນພົນລະເມືອງ ແລະ ບັດປະຈຳຕົວ ໃນວັນທີ 11 ມິຖຸນາ 2025 ໂດຍການເປັນປະທານຂອງ ທ່ານ ພົຕ ສົມວັນ ສາຍລ້ອງພາ ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ, ມີ ທ່ານ ກົງຈິ ຢ່າງຈື່ ຮອງລັດຖະມົນຕີກະຊວງຍຸດຕິທຳ, ມີຮອງລັດຖະມົນຕີກະຊວງ, ອົງການທຽບເທົ່າກະຊວງ, ຫົວໜ້າ-ຮອງຫົວໜ້າ ຫ້ອງວ່າການ, ກົມໃຫຍ່, ກົມ ແລະ ຂະແໜງການທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ໂອກາດນີ້, ທ່ານ ພົຈວ ກີ້ ຈັນທະວົງສາ ຮອງຫົວໜ້າຫ້ອງວ່າການ ກະຊວງປ້ອງກັນຄວາມສະຫງົບ ໄດ້ສະເໜີໂດຍຫຍໍ້ ຮ່າງດຳລັດວ່າດ້ວຍຖານຂໍ້ມູນພົນລະເມືອງ ແລະ ບັດປະຈຳຕົວ ເຊິ່ງປະ ກອບມີ 11 ໝວດ, 45 ມາດຕາ. ດຳລັດສະບັບນີ້, ໄດ້ກໍານົດຫລັກການ, ລະບຽບການ ແລະ ມາດຕະ ການ ກ່ຽວກັບການຄຸ້ມຄອງ ແລະ ຕິດຕາມກວດກາ ວຽກງານຖານຂໍ້ມູນພົນລະເມືອງ ແລະ ບັດປະ ຈຳຕົວ ເພື່ອເຮັດໃຫ້ວຽກງານດັ່ງກ່າວ ມີປະສິດທິພາບ ແລະ ປະສິດທິຜົນ ແນໃສ່ເຮັດໃຫ້ຖານຂໍ້ມູນພົນລະເມືອງ ແລະ ບັດປະຈຳຕົວ ຖືກຕ້ອງ, ຊັດເຈນ, ທັນສະໄໝ, ວ່ອງໄວ ແລະ ເປັນເອກະພາບໃນຂອບເຂດທົ່ວປະເທດ, ຮັບປະກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ແລະ ປອດໄພຂອງສັງຄົມ, ປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.
ໃນກອງປະຊຸມກໍໄດ້ມີຄຳຖາມເຈາະຈີ້ມ ເພື່ອຮັບປະກັນໃຫ້ແກ່ ການປະກອບຄຳຄິດເຫັນ ຂອງບັນດາຜູ້ເຂົ້າຮ່ວມກອງປະຊຸມ ເປັນຕົ້ນ ການກຳນົດໂຄງຮ່າງ, ບັນດາໝວດ, ມາດຕາ ເຫັນວ່າຖືກຕ້ອງສອດຄ່ອງ ແລະ ເໝາະສົມແລ້ວບໍ່. ພ້ອມນີ້, ຕາງໜ້າບັນດາກະຊວງ, ອົງການ ກໍໄດ້ພ້ອມກັນປະກອບຄຳຄິດເຫັນໃສ່ ຮ່າງດຳລັດສະບັບດັ່ງກ່າວ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດ ການຄົ້ນຄວ້າສ້າງຮ່າງດໍາລັດວ່າດ້ວຍ ຖານຂໍ້ມູນພົນລະເມືອງ ແລະ ບັດປະຈຳຕົວ ໃຫ້ມີປະສິດທິພາບ, ປະສິດທິຜົນ ແລະ ສາມາດທັນເຂົ້າຜ່ານກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈໍາປີ 2025 ໃຫ້ສໍາເລັດຕາມຄາດໝາຍທີ່ວາງໄວ້.
ຂ່າວ-ພາບ: ບຸນພະຈັນ
KPL