ອາຊຽນ ຈັດກອງປະຊຸມ ມາດຕະຖານຜົນ ຜະລິດພືດ ແລະ ພືດສະບຽງອາຫານ ຄັ້ງທີ 20

12/06/2025 14:48
Email Print 747
ຂປລ ຂປລ. ໃນລະຫວ່າງວັນທີ 11-12 ມິຖຸນາ 2025 ນີ້, ກະຊວງກະສິກໍາ ແລະ ປ່າໄມ້ ຕາງໜ້າໂດຍກົມປູກຝັງ ໄດ້ຮັບກຽດ ເປັນເຈົ້າພາບຈັດກອງປະຊຸມ ຄັ້ງທີ 20 ຂອງຄະນະສະເພາະກິດກ່ຽວກັບ ມາດຕະຖານຜົນຜະລິດພືດ ແລະ ພືດສະບຽງອາຫານ ອາຊຽນ ຢູ່​ນະຄອນຫລວງ​ພະ​ບາງ

ຂປລ. ໃນລະຫວ່າງວັນທີ 11-12 ມິຖຸນາ 2025 ນີ້, ກະຊວງກະສິກໍາ ແລະ ປ່າໄມ້ ຕາງໜ້າໂດຍກົມປູກຝັງ ໄດ້ຮັບກຽດ ເປັນເຈົ້າພາບຈັດກອງປະຊຸມ ຄັ້ງທີ 20 ຂອງຄະນະສະເພາະກິດກ່ຽວກັບ ມາດຕະຖານຜົນຜະລິດພືດ ແລະ ພືດສະບຽງອາຫານ ອາຊຽນ ຢູ່​ນະຄອນຫລວງ​ພະ​ບາງ ໂດຍການເປັນປະທານຮ່ວມ ຂອງ ທ່ານ ນາງ ພອນທິບ ສົມມະນີ ຮອງຫົວໜ້າກົມປູກຝັງ, ທ່ານ ນາງ ຄາເຣນ ຄິຣສຕິນ ເອ.ຣອສຄອມ ປະທານຄະນະສະເພາະກິດ ກ່ຽວກັບມາດຕະຖານຜົນຜະລິດພືດ ແລະ ພືດສະບຽງອາຫານອາຊຽນ ແລະ ທ່ານ ໂຈຊວາ ອາເບວ ຕາງໜ້າກອງເລຂາອາຊຽນ ຮັບຜິດຊອບວຽກງານ ຄະນະກຳມະການດັ່ງກ່າວ, ມີ ຜູ້ຮັບຜິດຊອບຈຸດປະສານງານວຽກງານ ຈາກບັນດາສະມາຊິກອາຊຽນ ເຂົ້າຮ່ວມ ແບບເຊິ່ງໜ້າ ແລະ ແບບອອນ​ລາຍ ປະກອບມີ: ກໍາປູເຈຍ, ບຣູໄນ, ອິນໂດເນເຊຍ, ສປປ ລາວ, ມຽນມາ, ມາເລເຊຍ, ຟີລິບປິນ, ສິງກະໂປ, ຣາຊະອານາຈັກໄທ ແລະ ສສ ຫວຽດນາມ, ພ້ອມດ້ວຍຜູ້ຕາງໜ້າຈາກປະເທດຕີມໍ​ແລັດສະເຕ ​ແລະ ພາກສ່ວນ​ກ່ຽວຂ້ອງ ເຂົ້າຮ່ວມ.

          ກອງປະຊຸມໃນຄັ້ງນີ້, ເປັນກອງປະຊຸມສໍາລັບນັກວິຊາການ ທີ່ຮັບຜິດຊອບຈຸດປະສານງານ ຄະນະສະເພາະກິດ ກ່ຽວກັບມາດຕະຖານຜົນຜະລິດພືດ ແລະ ພືດສະບຽງອາຫານອາຊຽນ ເພື່ອລາຍງານຄວາມຄືບໜ້າ ໃນການຈັດຕັ້ງປະຕິບັດວຽກງານ ຂອງຄະນະສະເພາະກິດກ່ຽວກັບ ມາດຕະຖານຜົນຜະ ລິດພືດ ແລະ ພືດສະບຽງອາຫານ ໂດຍສະເພາະ ແມ່ນການຈັດການຈັດຕັ້ງປະຕິບັດຜົນຂອງກອງປະ ຊຸມ ຄັ້ງທີ 19; ປຶກສາຫາລື ແລະ ປັບປຸງມາດຕະຖານຜົນຜະລິດພືດ ທີ່ສະເໜີໃໝ່ຂອງບັນດາ ປະເທດສະມາຊິກເປົ້າໝາຍ, ພ້ອມທັງ ເປັນການທົບທວນ ແລະ ຮອງຮັບເອົາ ຮ່າງມາດຕະຖານຜົນຜະລິດພືດອາຊຽນ ສໍາລັບໝາກລະແຊງສົດ, ໝາກພິກໄທ, ຫົວກາລົດ, ໝາກນອດ ແລະ ພືດອື່ນໆ.

ໃນກອງປະຊຸມ ໄດ້ມີການປຶກສາຫາລື ເພື່ອກໍານົດພືດເສດຖະກິດໃນການສ້າງມາດຕະຖານຜົນຜະລິດພືດ ໃນປີ 2025 ແລະ 2026-2030. ນອກນັ້ນ, ກອງປະຊຸມ ຍັງໄດ້ປຶກສາຫາລື ເພື່ອທົບທວນບັນດາມາດຕະຖານ ຜົນຜະລິດພືດ ທີ່ຈັດຕັ້ງປະຕິບັດຜ່ານມາ ເພື່ອປັບປຸງໃຫ້ສອດຄ່ອງເປັນແຕ່ລະໄລຍະ, ພ້ອມທັງໄດ້ກໍານົດ ການຈັດກອງປະຊຸມຄັ້ງຕໍ່ໄປ ຕື່ມ​ອີກ.

ຂໍ້​ມູນ-ພາບ: ຂ່າວສານ​ກະສິກໍາ-ປ່າ​ໄມ້ ​ແລະ ພັດທະນາ​ຊົນນະບົດ

KPL

ຂ່າວອື່ນໆ

ads
ads

Top