ທະຫານ-ຕຳຫລວດ ເດັດຂາດໃນການປາບປາມ, ກວາດລ້າງ ແລະ ແກ້ໄຂ ປະກົດການຫຍໍ້ທໍ້ໃນສັງຄົມ

09/06/2025 20:58
Email Print 110
ຂປລ ຂປລ. ປັດຈຸບັນນີ້, ທົ່ວສັງຄົມລາວກຳລັງຜະເຊີນກັບ ປະກົດການຫຍໍ້ທໍ້ຕ່າງໆ ເປັນຕົ້ນແມ່ນການປຸ້ນຈີ້-ຊີງຊັບ, ອາລະວາດຕີກັນ, ລັກຊັບ ແລະ ອື່ນໆ ເຊິ່ງເຫດການດັ່ງກ່າວ ໄດ້ສ້າງຄວາມເສຍຫາຍທາງດ້ານຊັບສິນ ແລະ ຮ້າຍແຮງກວ່ານັ້ນ ອາດນໍາໄປສູ່ການເສຍຊີວິດ, ເຮັດໃຫ້ສັງຄົມບໍ່ມີຄວາມສະຫງົບ-ປອດໄພ ແລະ ບໍ່ເປັນລະບຽບຮຽບຮ້ອຍ.

ຂປລ. ປັດຈຸບັນນີ້, ທົ່ວສັງຄົມລາວກຳລັງຜະເຊີນກັບ ປະກົດການຫຍໍ້ທໍ້ຕ່າງໆ ເປັນຕົ້ນແມ່ນການປຸ້ນຈີ້-ຊີງຊັບ, ອາລະວາດຕີກັນ, ລັກຊັບ ແລະ ອື່ນໆ ເຊິ່ງເຫດການດັ່ງກ່າວ ໄດ້ສ້າງຄວາມເສຍຫາຍທາງດ້ານຊັບສິນ ແລະ ຮ້າຍແຮງກວ່ານັ້ນ ອາດນໍາໄປສູ່ການເສຍຊີວິດ, ເຮັດໃຫ້ສັງຄົມບໍ່ມີຄວາມສະຫງົບ-ປອດໄພ ແລະ ບໍ່ເປັນລະບຽບຮຽບຮ້ອຍ. ທັງໝົດນີ້, ລ້ວນແຕ່ມີສາເຫດ, ແຮງຈູງໃຈ ຕົ້ນຕໍມາຈາກສິ່ງເສບຕິດ (ຢາບ້າ, ກະທ້ອມ, ເຮໂຣອິນ...) ແລະ ການພະນັນ ບໍ່ວ່າຈະຮູບແບບເກົ່າ ຫລື ອອນລາຍ.

ຕໍ່ກັບບັນຫາດັ່ງກ່າວ, ພັກ-ລັດຖະບານ  ສະເພາະ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນຄວາມສະຫງົບ ໄດ້ເປັນເຈົ້າການ, ປະສານສົມທົບກັບອຳນາດການປົກຄອງທຸກຂັ້ນ ພ້ອມກັນທຸບມ້າງກົນອຸບາຍ, ໃຊ້ມາດຕະການທີ່ເດັດຂາດ ໃນການປາບປາມກວາດລ້າງ ແລະ ຕໍ່ຕ້ານກຸ່ມຄົນບໍ່ຫວັງດີ.

ຢ່າງໃດກໍຕາມ, ຫລາຍຄົນອາດຈະຕັ້ງຄຳຖາມໃນໃຈວ່າ ໃນກໍລະນີເກີດເຫດການປະທະກັນ ແລ້ວກຸ່ມຄົນບໍ່ດີ ເອົາອາວຸດເສິກມາຈາກໃສ?, ໃຜເປັນຜູ້ຂາຍໃຫ້? ທັງທີ່ກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ຂະແໜງການທີ່ກ່ຽວຂ້ອງ ໄດ້ເອົາໃຈໃສ່ໃນການປະສານ, ທັງຮ່ວມມືກັນໃນການຄວບຄຸມ, ຕິດຕາມກວດກາ, ປ້ອງກັນ, ສະກັດກັ້ນ, ຕ້ານ ແລະ ແກ້ໄຂບັນຫາດັ່ງກ່າວຢ່າງເຖິງຖອງ, ກໍຍ້ອນໃນປັດຈຸບັນ, ສະພາບການທາງດ້ານເສດຖະກິດ-ສັງຄົມ ມີການຂະຫຍາຍຕົວ, ມີການເຊື່ອມໂຍງ-ເຊື່ອມຈອດ ກັບບັນດາປະເທດໃນພາກພື້ນ ແລະ ສາກົນ ເຊິ່ງເຮັດໃຫ້ມີບຸກຄົນ ແລະ ກຸ່ມຄົນບໍ່ດີເຄື່ອນໄຫວຊື້-ຂາຍອາວຸດ ແລະ ວັດຖຸລະເບີດທີ່ບໍ່ຖືກຕ້ອງຕາມກົດໝາຍ ແລະ ລະບຽບການມີລັກສະນະເພີ່ມຂຶ້ນ; ຫລາຍກໍລະນີມີລັກສະນະເປີດແປນ (ບໍ່ວ່າຈະຢູ່ໃນຮູບແບບທົ່ວໄປ ຫລື ຮູບແບບນຳໃຊ້ສື່ສັງຄົມອອນລາຍເປັນບ່ອນຊື້-ຂາຍ) ເຊິ່ງໄດ້ກາຍເປັນໜຶ່ງໃນບັນດາ ປະກົດການຫຍໍ້ທໍ້ທາງສັງຄົມ, ເຮັດໃຫ້ພວກຄົນບໍ່ດີໄດ້ຄອບຄອງ, ນຳໃຊ້ອາວຸດ ແລະ ວັດຖຸລະເບີດ ເຄື່ອນໄຫວກໍ່ອາຊະຍາກຳຕ່າງໆເປັນ ຕົ້ນ ການຄາດຕະກຳ, ປຸ້ນຈີ້, ຊີງຊັບ ແລະ ນາບຂູ່ປະຊາຊົນທີ່ບໍລິສຸດ ເພື່ອຫວັງເອົາຊັບສິນທີ່ມີຄ່າ. ຕໍ່ບັນຫາດັ່ງກ່າວ ໄດ້ສົ່ງຜົນກະທົບຕໍ່ຄວາມໝັ້ນຄົງຂອງຊາດ, ຕໍ່ການພັດທະນາເສດຖະກິດ-ສັງຄົມ ແລະ ເຮັດໃຫ້ສັງຄົມບໍ່ມີຄວາມສະຫງົບ ເຊິ່ງແຕະຕ້ອງເຖິງຊີວິດ, ສຸຂະພາບ ແລະ ຊັບສິນຂອງລັດ, ລວມໝູ່, ຂອງບຸກຄົນ ແລະ ອື່ນໆ.

ຍ້ອນເຫັນໄດ້ບັນຫາ ແລະ ປະກົດການຫຍໍ້ທໍ້ທີ່ເກີດຂຶ້ນ ຈາກການນຳໃຊ້ອາວຸດ ທີ່ບໍ່ຖືກຕ້ອງໃນສັງຄົມ ທີ່ມີລັກສະນະເພີ່ມຂຶ້ນ, ລັດຖະບານຈຶ່ງໄດ້ມອບໃຫ້ ກະຊວງປ້ອງກັນຄວາມສະຫງົບ ສົມທົບກັບ ກະຊວງປ້ອງກັນປະເທດ ເປັນເຈົ້າການເດັດຂາດໃນການປາບປາມ, ກວາດລ້າງ ແລະ ແກ້ໄຂບັນດາປະກົດການຫຍໍ້ທໍ້ໃນສັງຄົມ ສອດຄ່ອງກັບກົດໝາຍ ແນໃສ່ເຮັດໃຫ້ປະເທດຊາດ ມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບ, ປະກອບສ່ວນເຂົ້າໃນ ການປົກປັກຮັກສາ, ສ້າງສາ ແລະ ພັດທະນາປະເທດຊາດ.

ໂດຍ: ຈິດ ເພັດພູທອງ

ຂໍ້​ມູນ: ໜັງສືພິມ​ກອງທັບ

KPL

ຂ່າວອື່ນໆ

    • ວາງສີລາລຶກ ໂຄງການກໍ່ສ້າງ ຫ້ອງຂາຍ ຂອງບໍລິສັດລາວຟອດຊີຕີວັດທະນະທຳ-ສັງຄົມ

      ວາງສີລາລຶກ ໂຄງການກໍ່ສ້າງ ຫ້ອງຂາຍ ຂອງບໍລິສັດລາວຟອດຊີຕີ

      6/9/2025 8:50:20 PM

      ຂປລ. ເມື່ອບໍ່ດົນມານີ້, ບໍລິສັດລາວຟອດຊີຕີ ຮ່ວມກັບຄະນະບໍລິຫານຈາກ RMA Lao ຈັດພິທີວາງສີລາລືກ ໂຄງການກໍ່ສ້າງຫ້ອງຂາຍບໍລິສັດ ລາວຟອດຊີຕີ ສາຂາຂຸນຕາ ໃຫ້ມີຄວາາມທັນສະໄໝ ​ໂດຍຫ້ອງຂາຍແຫ່ງໃໝ່ນີ້, ຈະເປັນແຫ່ງທໍາອິດໃນຂົງ​ເຂດອາຊຽນ ທີ່ກໍ່ສ້າງຕາມມາດຕະຖານຂອງ Ford, ມີຄວາມທັນສະໄໝ ແລະ ຫລູຫລາ ທີ່ອອກແບບເພື່ອຍົກລະດັບປະສົບການຂອງລູກຄ້າໃຫ້ສູງຂຶ້ນ.

    • ຝຶກອົບຮົມເຕັກນິກການປູກ ແລະ ການບົວລະບັດຮັກສາໝາກມ່ວງວັດທະນະທຳ-ສັງຄົມ

      ຝຶກອົບຮົມເຕັກນິກການປູກ ແລະ ການບົວລະບັດຮັກສາໝາກມ່ວງ

      6/9/2025 9:31:10 AM

      ຂປລ. ກະຊວງກະສິກຳ ແລະ ປ່າໄມ້, ອົງການຮ່ວມມືສາກົນ ສ ເກົາຫລີ (KOICA) ແລະ ອົງການສົ່ງ ເສີມການຄ້າ-ການລົງທຶນ ສ ເກົາຫລີ (KOTRA) ຈັດງານວາງສະແດງສິນຄ້າ ແລະ ຜະລິດຕະພັນກະສິກຳ ລາວ-ເກົາຫລີ 2025 ໃນວັນທີ 6-7 ມິຖຸນາ 2025

    • ຝຶກອົບຮົມເຕັກນິກການປູກ ແລະ ການບົວລະບັດຮັກສາໝາກມ່ວງວັດທະນະທຳ-ສັງຄົມ

      ຝຶກອົບຮົມເຕັກນິກການປູກ ແລະ ການບົວລະບັດຮັກສາໝາກມ່ວງ

      6/8/2025 1:55:43 PM

      ສູນທົດລອງແນວພັນພືດທີ່ດີຮ່ວມມື ລາວ-ຈີນ, ສູນສີມືແຮງງານກະສິກຳທັນສະໄໝ ລາວ-ຈີນ ຈັດຝຶກອົບຮົມຖ່າຍທອດເຕັກນິກການປູກ ແລະ ການບົວລະບັດຮັກສາໝາກມ່ວງ ໃນວັນທີ 3 ມິຖຸນາ 2025 ຜ່ານມາ, ຢູ່ນະຄອນຫລວງວຽງຈັນ ໂດຍມີ ທ່ານ ສົມນຶກ ສຸວັດ ຮອງຫົວໜ້າສູນຄົ້ນຄວ້າເຂົ້າ ແລະ ພືດເສດຖະກິດ, ທ່ານ ໄພທູນ ມຸນລະໄມ ຮອງຫົວໜ້າສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ, ທ່ານ ບຸນສະຫວັດ ພົງດາລາ ຮອງຫົວ ໜ້າສູນທົດລອງແນວພັນພືດທີ່ດີຮ່ວມມື ລາວ-ຈີນ, ມີປະຊາຊົນບ້ານທ່າດອກຄໍາ ແລະ ບ້ານໂພນຕ້ອງ ເມືອໄຊທາ ເຂົ້າຮ່ວມ. ທັງນີ້, ກໍເພື່ອເປັນການສືບຕໍ່ຈັດຕັ້ງປະຕິບັດຕາມແຜນການຮ່ວມມືໃນຂົງເຂດກະສິກໍາ ຂອງ ສອງ ລັດຖະບານ ລາວ-ຈີນ, ຍົກລະດັບເຕັກນິກການປູກ ແລະ ການບົວລະບັດຮັກສາພືດກະສິກໍາ ທີ່ເປັນເອກະລັກຂອງ ລາວ ຂຶ້ນອີກບາດກ້າວໜຶ່ງ. ພ້ອມນີ້, ຍັງເປັນການຫັດແໜ້ນການຮ່ວມມືລະຫວ່າງ ລາວ-ຈີນ, ເປັນການຖ່າຍທອດ ເຕັກນິກ, ສົ່ງເສີມນໍາໃຊ້ເຕັກນິກ ໃຫ້ກັບທ້ອງຖິ່ນອີກວິທີໜຶ່ງທີ່ສໍາຄັນ.

    • ສະຫະພັນນັກຮົບເກົ່າ ມອບເຄື່ອງອຸປະຖຳ ໃຫ້ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບວັດທະນະທຳ-ສັງຄົມ

      ສະຫະພັນນັກຮົບເກົ່າ ມອບເຄື່ອງອຸປະຖຳ ໃຫ້ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ

      6/7/2025 6:33:24 AM

      ຂປລ. ສະຫະພັນນັກຮົບເກົ່າ ແຫ່ງຊາດລາວ ໄດ້ນໍາເອົາເຄື່ອງອຸປະຖໍາ ປະກອບມີ: ຕູ້ແຊ່ນໍ້າເຢັນ 2 ໜ່ວຍ ແລະ ໝໍ້ນໍ້າຮ້ອນ 2 ໜ່ວຍ ມາມອບໃຫ້ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ກ່າວມອບໂດຍ ທ່ານ ພັນເອກ ບົວຄຳ ແກ້ວມະຫາວົງ ຫົວໜ້າກົມໂຄສະນາ-ອົບຮົມ ສະຫະພັນນັກຮົບເກົ່າ ແຫ່ງຊາດລາວ

    • ເທເບຕົງເຊື່ອມຕໍ່ຂົວມິດຕະພາບ ລາວ-ໄທ ແຫ່ງທີ Vວັດທະນະທຳ-ສັງຄົມ

      ເທເບຕົງເຊື່ອມຕໍ່ຂົວມິດຕະພາບ ລາວ-ໄທ ແຫ່ງທີ V

      6/7/2025 6:29:22 AM

      ຂປລ. ພິທີເທເບຕົງເຊື່ອມຕໍ່ຂົວຂ້າມນໍ້າຂອງມິດຕະພາບລາວ-ໄທ ແຫ່ງທີ V (ບໍລິຄໍາໄຊ-ບຶງການ) ຈັດຂຶ້ນ ໃນວັນທີ 6 ມິຖຸນາ 2025 ໂດຍມີ ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ທ່ານ ສຸລິຍະ ຈຶງຣຸ່ງເຣືອງກິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການ ກະຊວງຄົມມະນາຄົມ ແຫ່ງ ຣາຊະອານາຈັກໄທ, ມີບັນດາການນຳຂັ້ນສູງ, ຄະນະນໍາກະຊວງ, ແຂວງ, ເມືອງ ພ້ອມດ້ວຍ ພາກສ່ວນກ່ຽວຂ້ອງ ຈາກສູນກາງ ແລະ ທ້ອງຖິ່ນ ຂອງສອງປະເທດ ເຂົ້າຮ່ວມ.

ads
ads

Top