ກຳແພງເມືອງຈີນ ສະຖານທີທ່ອງທ່ຽວຍອດນິຍົມ ແລະ ເປັນສິ່ງມະຫັດສະຈັນຂອງໂລກ

04/06/2025 09:40
Email Print 299
ຂປລ ມື້ນີ້ ຄໍລຳ “ທ່ອງທ່ຽວແດນໄກ” ຂໍພາທ່ານຜູ້ອ່ານ ມາເບິ່ງໜຶ່ງໃນສິ່ງມະຫັດສະຈັນຂອງໂລກທ່ີຢູ່ໃກ້ ສປປ ລາວ ເຮົານັ້ນກໍ່ຄືກຳແພງເມືອງ ຈີນ ຫລື ກຳແພງຍັກ.

   *ມື້ນີ້ ຄໍລຳ “ທ່ອງທ່ຽວແດນໄກ” ຂໍພາທ່ານຜູ້ອ່ານ ມາເບິ່ງໜຶ່ງໃນສິ່ງມະຫັດສະຈັນຂອງໂລກທ່ີຢູ່ໃກ້ ສປປ ລາວ ເຮົານັ້ນກໍ່ຄືກຳແພງເມືອງຈີນ ຫລື ກຳແພງຍັກ. ສະຖານທີ່ ທ່ອງທ່ຽວແຫ່ງນີ້ ຂຶ້ນຊື່ເປັນແຫລ່ງທ່ອງທ່ຽວຍອດນິຍົມທີ່ສຸດຂອງ ສປ ຈີນ,  ຈາກຊັນຫາຍກວນ, ແຂວງເຫີເປີຍ, ກຳແພງເມືອງຈີນ (The Great Wall) ສ້າງຂຶ້ນຕາມສະພາບພູມສັນຖານຂອງພູຜາສູງຊັນ,  ຕ່ຳສູງສະຫລັບຊັບຊ້ອນກັນໄປໜ່ວຍຕໍ່ໜ່ວຍໄປທາງທິດຕາເວັນຕົກ, ຜ່ານຫລາຍແຂວງ, ຫລາຍເມືອງເປັນທາງຍາວ ຫລາຍກວ່າ 6.700  ກິໂລແມັດ ກ່ອນສິ້ນສຸດທີ່ເຈຍຢູກວນ, ແຂວງການຊູ. ການກໍ່ສ້າງກຳແພງເມືອງຈີນ ໄດ້ເລີ່ມຂຶ້ນໃນ 770-476  ປີກ່ອນ ຄ.ສ ແລະ ສະໄໝສົງຄາມລັດ (Warring States period,  475-221 ປີກ່ອນ ຄ.ສ) ໃນລາຊະວົງໂຈວຕາເວັນອອກ. ໃນເວລານັ້ນ, ລັດຕ່າງໆໄດ້ສ້າງກຳແພງເພື່ອປ້ອງກັນດິນແດນຂອງຕົນເອງ. ຫລັງຈາກຈີນຊີຫວງ (Qin Shi Huang) ປະສົບຜົນສຳເລັດໃນການຍຶດອຳນາດລັດອື່ນໆ, ພະອົງໄດ້ສ້າງຕັ້ງລາຊະວົງສິນຂຶ້ນເປັນລາຊະວົງທຳອິດທີ່ມີການປົກຄອງ ແບບລວມສູນໃນປະຫວັດສາດຈີນ. 

    ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ປະເທດ ແລະ ປ້ອງກັນການຮຸກຮານຈາກສັດຕູທາງພາກເໜືອ, ພະອົງໄດ້ເຊື່ອມຈອດ ແລະ ຂະຫຍາຍກຳແພງ ຈຶ່ງເຮັດໃຫ້ເກີດມີກຳແພງຍາວ 5.000 ກິໂລແມັດ (Qin Great Wall). ຕໍ່ມາລາຊະວົງຕ່າງໆນັບແຕ່ ລາຊະວົງຮັນ (Han, 206 ປີກ່ອນຄ.ສ-ຄ.ສ 220) ຈົນເຖິງລາຊະວົງໝິງ (Ming, 1368-1644) ໄດ້ສືບຕໍ່ກ່ໍສ້າງ ແລະ ປັບປຸງກຳແພງນີ້ ໂດຍໄດ້ຂະຫຍາຍອອກໄປອີກຈົນເຮັດໃຫ້ປັດຈຸບັນມີຄວາມຍາວທັງໝົດ 21.196 ກວ່າກິໂລແມັດ.

    ກຳແພງເມືອງຈີນ ປະກອບມີກຳແພງ, ເສັ້ນທາງ, ຫໍຍາມ, ພາສາດ ແລະ ປ້ອມປາການ. ຕົວກຳແພງສ້າງຈາກກ້ອນຫີນຕັດເປັນປ່ຽງ. ກຳແພງແບ່ງອອກເປັນຫລາຍສ່ວນ ແລະ ສ່ວນທີ່ຢູ່ຊານຮາຍກວນ, ຈິນຊານລິງ, ມູທຽນຢູ, ປາຕາລິງ ແລະ ເຈຍຢູກວນ ແມ່ນສ່ວນທີ່ມີຊື່ສຽງທີ່ສຸດ ເຊິ່ງກຳແພງເມືອງຈີນ ທີ່ພວກເຮົາເຫັນໃນປັດຈຸບັນສ່ວນໃຫຍ່ແມ່ນສ້າງໃນສະໄໝລາຊະວົງໝິງ. ສ່ວນທີ່ສົມບູນ ແລະ ງາມທີ່ສຸດແມ່ນຢູ່ປາຕາລິງ, ປັກກ່ິງ, ຕັ້ງ ຢູ່ນອກຈູຢົງກວນ (Juyongguan Pass), ສ້າງຈາກດິນຈີ່ສີຟ້າໃຫຍ່, ມີຄວາມສູງສະເລ່ຍ 7,8 ແມັດ, ກວ້າງ ພໍທີ່ຈະຂີ່ມ້າ 5-6 ໂຕ ໄປພ້ອມກັນໄດ້. ທຸກໆໄລຍະຈະມີປະຕູໂຂງຕໍ່ໆກັນໄປຈົນຮອດຈອມກຳແພງ, ຕາມຝາກຳແພງຈະມີຮູສອດແນມ, ວ່າງສຳລັບໂຈມຕີສັດຕູ. ນອກຈາກນີ້, ຍັງມີຫໍເຕືອນໄພຢູ່ເປັນແຕ່ລະໄລຍະເພ່ືອສ່ົງສັນຍານການທະຫານ ເຊິ່ງທັງໝົດນີ້ສະແດງໃຫ້ເຫັນເຖິງບົດບາດສຳຄັນຂອງກຳແພງເມືອງຈີນ ໃນການປ້ອງກັນໄພຈາກສັດຕູ.  

    ນັກທ່ອງທ່ຽວຫລາຍຄົນມັກຈະເວົ້າຕິດປາກວ່າ “ເຈົ້າຍັງບໍ່ແມ່ນຄົນເກັ່ງຈົນກວ່າຈະໄດ້ປີນກຳແພງເມືອງຈີນ”.ກຳແພງເມືອງຈີນຖືກຮັບເປັນມໍລະດົກໂລກທາງດ້ານວັດທະນະທຳໃນ ປີ 1987. ມາຮອດປັດຈຸບັນກຳແພງເມືອງຈີນ ໄດ້ຮັບການພັດທະນາ ກໍຄືການປັບປຸງສິ່ງໃໝ່ໆເກີດຂຶ້ນຫລາຍຢ່າງ ເຮັດໃຫ້ມີຄວາມສວຍງາມ ແລະ ກາຍເປັນສະຖານທີ່ທ່ອງທ່ຽວທີ່ສຳຄັນທາງດ້ານປະຫວັດສາດທີ່ສາມາດດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ  ຕ່າງປະເທດໄດ້ເປັນຢ່າງດີເຮັດໃຫ້ໃນແຕ່ລະປີຈະມີນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ໄປຢ້ຽມຢາມກຳແພງເມືອງຈີນເຖິງ 10 ລ້ານຄົນ ສະເພາະສ່ວນທີ່ເປັນທີ່ນິຍົມທີ່ສຸດ ຄືສ່ວນປາຕາຫລິງ ມີເຖິງໜຶ່ງແສນຄົນຕໍ່ມື້. ສະນັ້ນ, ເມື່ອທ່ານໃດມີໂອກາດໄດ້ໄປທ່ອງທ່ຽວປະເທດຈີນ ຂໍເຊີນຊວນທ່ານໄປສຳຜັດກັບບັນຍາກາດ ທິວທັດທຳມາຊາດທີ່ສວຍງາມ ຂອງກຳແພງເມືອງຈີນ, ພູຜາສູງຊັນ,  ຕ່ຳສູງສະຫລັບຊັບຊ້ອນກັນໄປ ແລະ ຮັບຮອງວ່າທ່ານຈະບໍ່ຜິດຫວັງຢ່າງແນ່ນອນ.

ໂດຍ: ແສງທອງ ພະສະຫວັດ

KPL

ຂ່າວອື່ນໆ

ads
ads

Top